“ແມ່ນແຕ່ກິ່ງໜຶ່ງໃບດຽວກໍສະເທືອນເຖິງໃຈເຮົາ” ມີເຄົ້າເດີມມາຈາກບົດກະວີຂອງທ່ານເຈີ້ງປານສຽວ ນັກແຕ້ມແລະນັກວັນນະຄະດີທີ່ມີຊື່ສຽງໃນສະໄໝບູຮານຈີນ ເຊິ່ງທ່ານໄດ້ຂຽນບົດກະວີດັ່ງກ່າວໄວ້ຢູ່ເທິງຮູບແຕ້ມໄມ້ໄຜ່ຂອງຕົນ ແລະຮູບແຕ້ມແຜ່ນນີ້ປະດິດສ້າງຂຶ້ນກ່ອນໜ້ານີ້ 275 ປີ. ຕອນນັ້ນ, ແຂວງຊ່ານຕຸ່ງເກີດມີໄພນ້ຳຖ້ວມ, ມີໂຣກລະບາດຢ່າງຮ້າຍແຮງ,ຈົນເຮັດໃຫ້ປະຊາຊົນຕ້າຍຍ້ອນອຶດຫິວເປັນຈຳນວນຫຼວງຫຼາຍ. ທ່ານເຈີ້ງປານສຽວໄດ້ຖືກສັບຊ້ອນໄປດຳລົງຕຳແໜ່ງເປັນເຈົ້າເມືອງຢູ່ເມືອງເວີຍ ແຂວງຊ່ານຕຸຸ່ງ. ເມື່ອທ່ານຫາກໍ່ດຳລົງຕຳແໜ່ງ, ເພື່ອຊ່ວຍເຫຼືອປະຊາຊົນ, ທ່ານໄດ້ອອກຄຳສັ່ງທັນທີໃຫ້ດຳເນີນການກໍ່ສ້າງຢ່າງຂະໜາດໃຫຍ່ ເພື່ອຮັບເອົາປະຊາຊົນຜູ້ປະສົບໄພບໍ່ວ່າຢູ່ໃກ້ຫຼືຢູ່ໄກມາເຮັດວຽກ, ໃຫ້ເຂົາເຈົ້າມີເຂົ້າກິນ, ທັງອອກຄຳສັ່ງໃຫ້ຄອບຄົວຕະກຸນໃຫຍ່ທີ່ຮັ່ງມີບໍລິຈາກເຂົ້າສານ,ຜັດປ່ຽນກັນຕົ້ມເຂົ້າປຽກເພື່ອບໍລິຈາກໃຫ້ແກ່ປະຊາຊົນຜູ້ປະສົບໄພ, ດ້ວຍເຫດນີ້ຈິ່ງສາມາດຊ່ວຍຊີວິດຂອງປະຊາຊົນໄດ້ເປັນຈຳນວນຫຼວງຫຼາຍ. ແຕ່ກໍມີຄົນຄັດຄ້ານມາດຕະການຂອງເຈີ້ງປານສຽງດ້ວຍຂໍ້ອ້າງທີ່ວ່າ: ຄວນແຈ້ງເລື້ອງໃຫ້ພະລາຊະສຳນັກໄດ້ຮັບຊາບສາກ່ອນ ເພື່ອລໍຖ້າຄຳສັ່ງຊີ້ນຳແລ້ວຈິ່ງນຳມາຈັດຕັ້ງປະຕິບັດຕາມລະບຽບການ. ແຕ່ທ່ານເຈີ້ງປານສຽວໄດ້ປະຕິເສດຢ່າງເດັດຂາດຕໍ່ຄຳເຫັນທີ່ໃຫ້ຈຽມເນື້ອຈຽມຕົວໃນຖານະຂ້າລາຊະການຜູ້ນ້ອຍໂດຍກ່າວວ່າ: “ຮອດຕອນນີ້ແລ້ວຍັງຈະລໍຖ້າຫຍັງອີກ? ເລື່ອງກ່ຽວພັນເຖິງຊີວິດຂອງປະຊາຊົນ! ຖ້າລາຍງານຂັ້ນເທິງໄປແຕ່ລະຂັ້ນ,ຈະມີຄົນຕາຍຍ້ອນຄວາມອຶດຫິວຫຼາຍເທົ່າໃດ, ຖ້າຂັ້ນເທິງທາວຫາຄວາມຮັບຜິດຊອບ, ຂ້າພະເຈົ້າຈະຮັບຜິດຊອບເອງ!”
“ຮູບແຕ້ມໄມ້ໄຜ່”ຂອງທ່ານເຈີ້ງປານສຽວ
ຕໍ່ຈາກນັ້ນ, ທ່ານເຈີ້ງປານສຽວໄດ້ແຕ້ມຮູບແຜ່ນໜຶ່ງນັ້ນກໍຄື “ຮູບແຕ້ມໄມ້ໄຜ່”ຮູບດັ່ງກ່າວ ມີໄມ້ໄຜ່ສີ່ຕົ້ນ ເບິ່ງແລ້ວຄືວ່າບໍ່ມີຫຍັງພິເສດ. ແຕ່ຖ້າພວກເຮົາອ່ານເບິ່ງບົດກະວີໃນຮູບແຜ່ນນີ້ແລ້ວ,ກໍຈະມີຄວາມຮູ້ສຶກຕ່າງກັນ. ບົດກະວີຂຽນວ່າ: “ນອນຟັງສຽງລົມພັດໄຜ່ຢູ່ສຳນັກງານ, ສົງໄສແມ່ນສຽງຮ້ອງທຸກຂອງປະຊາຊົນ. ຂຸນນາງເມືອງນ້ອຍໆແບບເຮົາ, ແມ່ນແຕ່ກິ່ງໜຶ່ງໃບດຽວກໍສະເທືອນເຖິງໃຈເຮົາ.” ເມື່ອອ່ານບົດກະວີບົດນີ້ແລ້ວ, ຄົນເຮົາກໍຈະສາມາດຈິນຕະນາການເຖິງສະພາບການໃນບົດກະວີນີ້ສ່ຳກັບວ່າເຮົາໄດ້ຍິນສຽງລົມພັດໄຜ່ສີ່ຕົ້ນນີ້ແທ້ໆ. ໄມ້ໄຜ່ກິ່ງໜຶ່ງໃບດຽວກໍໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຂອງນັກກະວີທີ່ຮັກແພງປະຊາຊົນແລະເປັນຫ່ວງນຳປະຊາຊົນ. ສ່ວນຄຳວ່າ “ຟັງ” ໃນບົດກະວີກໍໄດ້ສ່ອງແສງຢ່າງມີຊີວິດຊີວາເຖິງສະພາບຈິດໃຈຂອງນັກກະວີທີ່ກັງວົນຮ້ອນຮົນຈົນນອນບໍ່ຫຼັບໃນຕອນກາງຄືນໃນສະພາບທີ່ອັດຕະຄັດຄືໃນຕອນນັ້ນ. ທ່ານເຈີ້ງປານສຽວເອົາໃຈໃສ່ທີ່ສຸດຕໍ່ຄວາມທຸກສຸກຂອງປະຊາຊົນ, ມັນບໍ່ແມ່ນເລື່ອງບັງເອີນ, ຍິ່ງບໍ່ແມ່ນການສະແດງໂອ້ອວດດ້ວຍການແຕ້ມຮູບແລະແຕ່ງບົດກະວີ. ທ່ານມີແນວຄິດຖືປະຊາຊົນເປັນຫຼັກທີ່ຝັງເລິກຢູ່ໃນໃຈ, ບວກກັບວ່າທ່ານກຳເນີດໃນຄອບຄົວທຸກຍາກ,ໄດ້ໃຊ້ຊີວິດໃນຖານະເປັນປະຊາຊົນສາມັນທຳມະດາທີ່ທຸກຍາກລຽບງ່າຍມາໂດຍຕະຫຼອດ, ສະນັ້ນທ່ານຈິ່ງມີຄວາມຮັກແພງອັນຈິ່ງໃຈແລະເລິກເຊິ່ງຕໍ່ປະຊາຊົນຜູ້ທຸກຍາກໂດຍສະເພາະແມ່ນຊາວກະສິກອນ.
ໃນທຸກມື້ນີ້ທີ່ຫ່າງຈາກສະໄໝທ່ານເຈີ້ງປານສຽວ 200 ກວ່າປີ, ພັກກອມມູນິດຈີນ ເຊິ່ງເປັນພັກກຳອຳນາດຂອງຈີນຍັງຄົງຍຶດຖືແນວຄິດ “ຖືປະຊາຊົນເປັນຫຼັກ”ເປັນແນວຄິດກຳອຳນາດ. ທ່ານສີຈິ້ນຜິງ ຜູ້ນຳພັກກອມມູນິດຈີນໄດ້ຍືມຄຳກອນທີ່ວ່າ “ແມ່ນແຕ່ກິ່ງໜຶ່ງໃບດຽວກໍສະເທືອນເຖິງໃຈເຮົາ” ເພື່ອຕັກເຕືອນພະນັກງານທັງຫຼາຍຢູ່ເລື້ອຍໆວ່າ, ຜົນປະໂຫຍດຂອງປະຊາຊົນເປັນສິ່ງສຳຄັນທີ່ສຸດ,ເມື່ອເປັນເຈົ້າໜ້າທີ່ການນຳກໍຕ້ອງມີຄວາມຮັບຜິດຊອບ. ສ່ວນທ່ານສີຈິ້ນຜິງເອງກໍແຮ່ງແມ່ນຜູ້ນຳທີ່ເອົາໃຈໃສ່ຄວາມທຸກສຸກຂອງປະຊາຊົນ,ຮັບຮູ້ສະພາບການຂອງປະຊາຊົນ ແລະ ແກ້ໄຂບັນຫາເດືອດຮ້ອນຂອງປະຊາຊົນຢ່າງແທ້ຈິງ. ເມື່ອຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໃນທົ່ວໂລກໃນປີ2020, ພັກກອມມູນິດຈີນໄດ້ປະຕິບັດຕາມແນວຄິດ “ຊີວິດຢູ່ເໜືອທຸກສິ່ງຢ່າງ” “ປະຊາຊົນຢູ່ເໜືອທຸກສິ່ງຢ່າງ”, ນຳພາປະຊາຊົນທົ່ວປະເທດຕ້ານກັບພະຍາດ,ຟື້ນຟູການຜະລິດ,ຟື້ນຟູເສດຖະກິດ. ແນວຄວາມຄິດເພື່ອປະຊາຊົນຂອງປະເທດຈີນໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນບັນດາປະເທດໃນໂລກ. ທ່ານມາກ ປະທານຄະນະບໍລິຫານງານຫຼື CEO ຂອງບໍລິສັດTesla ເຊິ່ງເປັນບໍລິສັດຜະລິດລົດໄຟຟ້າຂອງອາເມຣິກາໄດ້ໃຫ້ສຳພາດຕໍ່ນັກຂ່າວໃນຫວ່າງກ່ອນນີ້ບໍ່ດົນວ່າ: “ລັດຖະບານຈີນໄດ້ເອົາໃຈໃສ່ຢ່າງສູງຕໍ່ຄວາມສຸກຂອງປະຊາຊົນ, ອາດຈະມີຄວາມຮັບຜິດຊອບສູງກວ່າລັດຖະບານອາເມຣິກາທີ່ເອົາໃຈໃສ່ຄວາມສຸກຂອງປະຊາຊົນ”, ເພືື່ອນມິດຜູ້ໃຊ້ອິນເຕີເນັດໃນລາວໄດ້ປະກອບຄຳເຫັນວ່າ: “ປະຊາຊົນທົ່ວໂລກຕ່າງກໍໄດ້ເຫັນເຖິງພາບພົດຂອງທ່ານສີຈິ້ນຜິງທີ່ເປັນຜູ້ນຳທີ່ມີວິໄສທັດເບິ່ງກວ້າງມອງໄກ,ມີການວາງແຜນຍຸດທະສາດທີ່ດີ ແລະໄດ້ເຫັນເຖິງມົນສະເໜ່ຂອງຜູ້ນຳປະເທດທີ່ເອົາໃຈໃສ່ປະເທດຊາດແລະປະຊາຊົນຢ່າງແທ້ຈິງ.”
ຄຳເຫັນ
0