覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ຈັດ​ການ​ຮ່ຳຮຽນ​ລວມ​ໝູ່​ຄັ້ງ​ທີ 28 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ​ຈີນ

2021-02-28 13:33:47 cri

ຕອນ​ບ່າຍ​ວັນ​ທີ 26 ກຸມ​ພາ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ດຳ​ເນີນ​ການ​​ຮ່ຳຮຽນ​ລວມ​ໝູ່​ເປັນ​ຄັ້ງ​ທີ 28 ກ່ຽວ​ກັບ​ການ​ປັບ​ປຸງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ທີ່​​ປົກ​ຄຸມ​ທົ່ວ​ປວງ​ຊົນ​ໃຫ້​ສົມ​ບູນ​ຂຶ້ນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ຂອງ​ການ​​ຮ່ຳຮຽນ​ລວມ​ໝູ່​ໃນ​ຄັ້ງ​ນີ້​ໂດຍ​ກ່າວ​ເນັ້ນ​ວ່າ: ການ​ປະ​ກັນ​ສັງ​ຄົມ​ເປັນ​ລະ​ບຽບ​ການ​ພື້ນ​ຖານ​ເພື່ອ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ, ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ, ເປັນ​ການ​ຈັດ​ວາງ​ອັນ​ສຳ​ຄັນ​ໃນ​ດ້ານ​ລະ​ບຽບ​ການ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ບັນ​ລຸ​ເປົ້າ​ໝາຍ​ໃຫ້​ປະ​ຊາ​ຊົນ​ທັງຫຼາຍ​ສາ​ມາດ​​ຮ່ວມ​ກັນຊົມ​ໃຊ້​ໝາກ​ຜົນ​ຈາກ​ການ​ປະ​ຕິ​ຮູບ​ແລະ​ກາ​ນ​ພັດ​ທະ​ນາ​, ເປັນ​ບັນ​ຫາ​ສຳ​ຄັນ​ຍິ່ງ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ໃຫ້​ມີ​ຄວາມ​ສະ​ຫງົບ.ຕ້ອງ​ເພີ່ມ​ຄວາມ​ແຮງ​ໃນ​ການ​ແຈກ​ຢາຍ​ເທື່ອ​ທີ​ສອງ, ເພີ່ມ​ທະ​ວີ​ບົດ​ບາດ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຈັດ​ເອົາ​ປະ​ຊາ​ຊົນ​ເຂົ້າ​ໃນ​ລະ​ບົບ​ປະ​ກັນ​ສັງ​ຄົມ​ໃຫ້ຫຼາຍກວ່າ​ເກົ່າ, ສະ​ໜອງ​ການ​ຮັບ​ປະ​ກັນ​ທີ່​ໜ້າ​ເຊື່ອ​ຖື​ແລະ​ເຕັມ​ສ່ວນກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ທັງຫຼາຍ, ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ມີ​ຫຼາຍ​ຮູບ​ແບບ​ແລະ​ຫຼາຍ​ລະ​ດັບ​ຂອງ​ປະ​ຊາ​ຊົນຢ່າງ​ບໍ່​ຢຸດ​ຢັ້ງ, ປັບ​ປຸງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ໃນຫຼາຍ​ລະ​ດັບ​ທີ່​ປົກ​ຄຸມ​ທົ່ວ​ປວງ​ຊົນ,ປະ​ສົມ​ປ​ະ​ສານ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ,ມີ​ຄວາມ​ຍຸ​ຕິ​ທຳ, ເອກ​ະ​ພາບ​ແລະ​ຍືນ​ຍົງ​ໃຫ້​ສົມ​ບູນ​ຂຶ້ນ. ຮັດ​ແໜ້ນ​ເຄືອ​ຂ່າຍ​ຄວາມ​ປອດ​ໄພດ້ານ​ການ​ປະ​ກັນ​ສັງ​ຄົມ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ, ສົ່ງ​ເສີມ​ໃຫ້​ວຽກ​ງານ​ປະ​ກັນ​ສັງ​ຄົມ​ຂອງ​ຈີນ​ມີ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ແລະ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຄຳ​ເຫັນ

0