尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ພະ​ລັງແຮງ​ເຂົ້າ​ໃນ​ການລຶບ​ລ້າງຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ

2021-03-01 17:00:24 cri

ຈີນ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ພະ​ລັງແຮງ​ເຂົ້າ​ໃນ​ການລຶບ​ລ້າງຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ_fororder_48540923dd54564e77baa7769888818ad0584f04

      ວັນ​ທີ 25 ກຸມ​ພາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໃນ​​ພິ​ທີ​ສະ​ຫຼຸບ​ຜົນ​ງານ​ຍ້ອງ​ຍໍ​ບຸກ​ຄົນ​ແລະ​ໜ່ວຍ​ງານ​ດີ​ເດັ່ນ​ໃນ​ບັ້ນລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃນທົ່ວ​ປະ​ເທດ​ໂດຍ​ໄດ້​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ວ່າ: ການ​ຕໍ່​ສູ້​ເພື່ອລຶບ​ລ້າງຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຮອບ​ດ້ານ. ອີງ​ຕາມ​ມາດ​ຖານ​ຄວາມ​ທຸກ​ຍາກ​ສາ​ກົນທີ່​ທະ​ນາ​ຄານ​ໂລກ​ກຳ​ນົດ​ໄວ້​ນັ້ນ, ຈຳ​ນວນ​ປະ​ຊາ​ກອນ​ທີ່​ໄດ້​ຫຼຸດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ​​ຢູ່​ໃນ​ປະ​ເທດ​ຈີນໄດ້​ກວມ​ຫຼາຍກວ່າ 70% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທີ່​ຫຼຸດ​​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ໂລກ; ຈີນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕາມ “ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ກ່ອນ​ເວ​ລາ​ກຳ​ນົດ 10 ປີ​ ເຊິ່ງໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.
 

      ບົດ​ຮຽນ​ສຳ​ເລັດ​​ຜົນ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ເປັນບົດ​ຮຽນ​ທີ່​ເປັນ​ປະ​ໂຫຍດ​​ແກ່​ບັນ​ດາ​ປະ​ເທດ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຈີນ​ໄດ້​ຍຶດ​ໝັ້ນ​ເງື່ອນ​ໄຂ​ຄວາມ​ເປັນ​ຈິງ​ແຫ່ງ​ຊາດ, ​ໄດ້ປະ​ຕິ​ບັດ​ຕາມ​ກົດ​ເກນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ວາງ​ມາດ​ຕະ​ການ​ແລະ​ນະ​ໂຍ​ບາຍ​ທີ່​ບໍ່​ທຳ​ມະ​ດາ​ຕ່າງໆ, ສ້າງ​ລະ​ບົບ​ນະ​ໂຍ​ບາຍ, ລະ​ບົບ​​ປະ​ຕິ​ບັດງານແລະ​ລະ​ບົບ​ລະ​ບຽບ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຊຸດ​ໜຶ່ງ,ເດີນ​ຕາມ​ເສັ້ນ​ທາງ​ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ເສັ້ນ​ໜຶ່ງ, ສ້າງ​ທິດ​ສະ​ດີ​ເພື່ອ​ລຶບ​ລ້າງຄວາມ​ທຸກ​ຍາກ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ຂະ​ບວນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​​ເຖິງ​ພາ​ລະ​ກຳ​ແຕ່​ຫົວ​ທີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ທີ່​ຍຶດ​ໝັ້ນ​​ການ​ຖື​ເອົາ​ປະ​ຊາ​ຊົນ​​ຢູ່ເໜືອກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ສ້າ​ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
 

      ການ​ເຄື່ອນ​ໄຫວ​​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ເພີ່ມ​ຄວາ​ມ​ໝັ້ນ​ໃຈ​ແລະ​ພະ​ລັງ​ແຮງ​ໃຫ້​ແກ່ການ​ລຶບ​ລ້າງຄວາມ​ທຸກ​ຍາກ​ຂອງ​ມວນ​ມະ​ນຸດ. ຈີນໄດ້​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ກັບສາ​ກົນ​ຢ່າງ​ຕັ້ງ​ໜ້າ, ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ສາ​ກົນ​ໃນ​ການ​ຫຼຸດ​ຜ່​ອນ​ຄວາມ​ທຸກ​ຍາກ​, ​ໄດ້ໃຫ້​ການ​ຊ່ວຍ​ເຫຼືອ​​ຕາມຄວາມ​ສາ​ມາດ​ຂອງ​ຕົນ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ. ຕາມ​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ທະ​ນາ​ຄານ​ໂລກ, ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ຮອບ​ດ້ານ​ຈະ​ເຮັດ​​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈຳ​ນວນ 7,6 ລ້ານ​ຄົນ​​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເດັດ​ຖານ, ​ແລະ​ຈະ​ເຮັດ​ໃຫ້ປະ​ຊາ​ຊົນ 32 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ລະ​ດັບ​ປານ​ກາງ. ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: ຈີນ​ນຳ​ໃຊ້​ນະ​ໂຍ​ບາຍການ​ຮ່ວມ​ມື​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​​ກັບປະ​ເທດ​ພວມ​ພັດ​ທະ​ນາ​ຢູ່​ອາ​ຟ​ຣິ​ກາ​ແລະ​ອື່ນໆ, ເປັນການ​ປະ​ກອບ​ສ່ວນ​ຂອງ​ຈີນ​ໃນ​ອີກ​ຊ່ອງ​ທາງ​ໜຶ່ງ​ທີີ່​ມີ​ຕໍ່​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຂອງ​ໂລກ.
 

ການ​ຮ່ວມ​ມື​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ​ແລະ​ລາວ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ພົ້ນ​ເດັ່ນ. ທ່ານ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາວ​​ໃນ​ເວ​ລາ​ນັ້ນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ​​ສິບ​ແປດ​ຖ້ຳ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຖູ​ເຈ່ຍ​ເຜົ່າ​ມົ້ງຊ່ຽງ​ຊີ່​ແຂວງ​ຫູ​ໜານ​ແລະບ້ານ​ເຊ້ຍ​ສີ​ເມືອງ​ໜິງ​ເຕີ​ແຂວງ​ຟູ​ຈ້ຽນ, ​ເພື່ອ​ສຳ​ຜັດ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ທີ່​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ​ຂອງ​ຈີນ. ທ່ານ​ກ່າ​ວວ່າ: “ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ສະ​ຫາຍ​ຈີນ​ໃນ​ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ເປັນ​ສິ່ງລ້ຳ​ຄ່າ​ຫຼາຍ, ພວກ​ເຮົາ​ຕ້ອງ​ນຳ​ເອົາ​ບົດ​ຮຽນ​ທີ່​ດີ​ຂອງ​ສ​ະ​ຫາຍ​ຈີນ​​ໄປ​ນຳ​ໃຊ້​ຢູ່ລາວ.” ທ່ານ​ນາງ ເຂັມ​ມະ​ນີ ​ພົນ​ເສ​ນາ ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວທັງ​ເປັນປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ຮ່ວມ​ມື​ລາວ-ຈີນ​ໄດ້ສະ​ແດງຄວາມ​ເຫັນ​ດີ​ຢ່າງ​ເຕັມ​ສ່ວນ​ຕໍ່​ໂຄງ​ການ​ຕົວ​ແບບ​ກ່ຽວ​ກັບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ລາວ, ພ້ອມ​ທັງ​ຫວັງ​ວ່າໂຄງ​ການ​ຕົວ​ແບບ​ລັກ​ສະ​ນະ​ນີ້​ຈະ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຈາກ​ໜ່ວຍ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອ​ງ​ຈີນ, ບ້ານ​ຊໍ້​ນະ​ຄອນ​ຫຼວງວຽງ​ຈັນ​ແລະ​ບ້ານ​ຊຽງ​ລ້ອມແຂວງ​ຫຼວງ​ພະ​ບາງ​ຂອງ​ລາວ​ໄດ້​ສ້າງ​ທາງ​ປູ​ຢາງ,ທາງ​ຊີ​ມັງ,ໄດ້ສ້າງ​ສູນ​ກິດ​ຈະ​ກຳ​ລະ​ດັບ​ບ້ານ, ຫໍພັກ​ຂອງ​ໂຮງ​ຮຽນ​ແລະ​ອື່ນໆ, ຍັງ​ໄດ້​ປູກ​ຜັກ,ຕ່ຳ​ຫູກ,ລ້ຽງ​ງົວ,ລ້ຽງ​ໄກ່​ແລະ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ອື່ນໆ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ.
 

ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສິດ​ຢູ່​ລອດ​ແລະ​ສິດ​ແຫ່ງ​ການ​ພັດ​ທະ​ນາ​ແມ່ນ​ສິດ​​ພື້ນ​ຖານ​ຂອງ​ມະ​ນຸດ, ວຽກ​ງານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນຄວາມ​ປາ​ຖະ​ໜາ​ອັນສູງ​ສົ່ງ,​ແຮ່ງແມ່ນ​ການ​​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງແທ້​ຈິງ​ອີກ​ດ້ວຍ. ​ເມື່ອຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່,​ເປີດ​ຂະ​ບວນ​​ພັດ​ທະ​ນາໃໝ່,ຈີນ​ຈະ​ສືບ​ຕໍ່​ກ້າວ​ເດີນ​ໄປ​ໜ້າ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຊຸກ​ຍູ້​​ການ​ສ້າງຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​​ທົ່ວ​ທັງ​ຊາດ,ພ້ອມ​ທັງ​ຈະ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ,​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ​ທີ່​ປາ​ສະ​ຈາກຄວາມ​ທຸກ​ຍາກ​ແລະ​​ພັດ​ທະ​ນາຮ່ວມ​ກັນ; ຂະ​ນະ​ດຽວ​ກັນ, ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ​ກັບລາວ​ກໍ​ຈະ​ແຕກດອກ​ອອກ​ຜົນ​ຢ່າງ​ອຸ​ດົ​ມ​ສົມ​ບູນ​ຫຼາຍກວ່າ​ເກົ່າ​ຢ່າງ​ແນ່ນອນ,​ເພື່ອສ້າງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​​ກັບປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ,ຮ່ວມ​​ກັນ​ຊຸກ​ຍູ້​ໃຫ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳຈີນ-ລາວ​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0