覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເຂົ້າ​ໃຈ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”

2021-03-02 17:35:04 cri


 

ສີ​ແສງ​ແຫ່ງ​ຍຸກ: ເຂົ້າ​ໃຈ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”_fororder_xijinfslfse1
 

   ຕອນ​ເຊົ້າ​ວັນ​ທີ 1 ມີ​ນາ​ປີ 2021, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ເປີດ​ຊຸດ​ຝຶ​ກ​ອົບ​ຮົມໃຫ້​ພະ​ນັກ​ງານ​ໄວ​ກາງ​ຄົນ​ແລະ​ໄວ​ໜຸ່ມ​ຢູ່​ໂຮງ​ຮຽນ​ທິດ​ສະ​ດີ​ສູນ​ກາງ​ພັກຫຼື​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ​ໂດຍ​ກ່າວ​ເນັ້ນ​ວ່າ: ພະ​ນັກ​ງານ​ໜຸ່ມ​ບໍ່​ວ່າ​ຈະ​ຢູ່ໃນ​ການ​​ເຄື່ອນ​ໄຫວ​ທາງ​ສັງ​ຄົມຫຼື​ເຮັດ​ວຽກ​ການ​ບໍ​ລິ​ຫານ​ທາງ​ການ​ເມືອງ, ກ່ອນ​ອື່ນ​ຕ້ອງ​ແກ້​ໄຂ​ບັນ​ຫາ​ທີ່​ວ່າ “​ຕົນ​ເອງແມ່ນ​ໃຜ, ​ເຮັດເພື່ອ​ໃຜ​ແລະ​ອາ​ໄສ​ໃຜ?” ຕ້ອງ​ສະ​ແຫວງ​ຫາ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ມີ​ຈິດ​ໃຈ​ທີ່​ສູງ​ສົ່ງ​ຄື “​ບໍ່​ຄິດ​​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”.
 

ສຳ​ລັບຄຳ​ທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ມາຫຼາຍ​ເທື່ອ​ແລ້ວ.
 

ສີ​ແສງ​ແຫ່ງ​ຍຸກ: ເຂົ້າ​ໃຈ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”_fororder_huijianfkefei
 

ວັນ​ທີ 22 ມີ​ນາ​ປີ2019, ທ່​ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ກັບ​ທ່ານ​ໂຣ​ເບີ​ໂຕ ຟີ​ໂຄ ປະ​ທານ​ສະ​ພາ​ຕ່ຳ​ອີ​ຕາ​ລີ
 

    ເດືອນມີ​ນາ​ປີ 2019, ໃນ​ໂອ​ກາດ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ປະ​ເທດ​ອີ​ຕາ​ລີ, ທ່ານ​ໂຣ​ເບີ​ໂຕ ​ຟີ​ໂຄ ປະ​ທານ​ສະ​ພາ​ຕ່ຳ​ອີ​ຕາ​ລີ​ໄດ້​ຖາມ​ທ່ານ​ ​ສີ​ຈິ້ນ​ຜິງ​ບັນ​ຫາ​ໜຶ່ງ​ທີ່​ບໍ່​ໄດ້​ນອນ​ຢູ່​ໃນ​ວາ​ລະພົບ​ປະ​ ຄື: “ໃນ​ເວ​ລາ​ທ່ານໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ, ທ່ານ​ມີ​ຄວາມ​ຮູ້​ສຶກ​ແນວ​ໃດ?”
 

 ເມື່ອ​ໄດ້​ຍິນ​ຄຳ​ນີ້, ຄົນ​ທັງຫຼາຍ​ຢູ່​ໃນ​ຫ້ອງ​ພົບ​ປະ​ພາ​ກັນ​ຫົວ​ຂຶ້ນ, ທ່ານ​ຟີ​ໂຄ​ກໍ​ເວົ້າ​ຕື່ມ​ວ່າ: “ເມື່ອ​ຂ້າ​ພະ​ເຈົ້າ​ເອງໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ກໍ​ຮູ້​ສຶກ​ຕື່ນ​ເຕັ້ນຫຼາຍ, ສຳ​ລັບ​ປະ​ເທດ​ຈີນ​​ໃຫຍ່​ປາ​ນ​ນີ້, ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ​ທີ່​ມີ​ຄວາມ​ສຳ​ຄັນຫຼາຍ​ໃນ​ໂລກ, ທ່ານ​ມີ​ຄວາມ​ຮູ້​ສຶກ​ແນວ​ໃດ?”
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕອບ​ດ້ວຍ​ຄວາມ​ທຸ່ນ​ທ່ຽງ ແລະ​​ນ້ຳ​ສຽງ​ທີ່​ມີ​ພະ​ລັງ​ວ່າ: “ປະ​ເທດ​ໃຫຍ່​ປານ​ນີ້, ​ເປັນ​ພາ​ລະ​ໜ້າ​ທີ່​ທີ່​ໜັກໜ່ວງ ແລະ​​ເປັນ​ວຽກ​ທີ່​ລຳ​ບາກ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ຄິດ​​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ. ຂ້າ​ພະ​ເຈົ້າ​ຍິນ​ດີ​ເຮັດ​ເຖິງ​ຂັ້ນ​ທີ່​ວ່າ “ບໍ່​ຄິດ​ເພື່ອ​ຕົນເອງ”, ອຸ​ທິດ​ຕົນ​ເອງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຈີນ.”

 

   ທ່ານ ຟີ​ໂຄ ທີ່​ໄດ້​ຮັບ​ອິດ​ທິ​ພົນ​ຈາກວັດ​ທະ​ນະ​ທຳ​ຕາ​ເວັນ​ຕົກ​ຄົງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້ທັນ​ທີ​ກ່ຽວ​ກັບຄວາມ​ໝາຍ​ຂອງ​ຄຳ​ວ່າ “​ບໍ່​ຄິດເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”, ເພາະ​ວ່າ ຄົນ​ຄົນ​ໜຶ່ງ ແນ່ນອນ​ແລ້ວ​ຕ້ອງ​ມີ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ: ມີຕັນ​ຫາ, ມີ​ຄວາມ​ຕ້ອງ​ການ​​ເຄື່ອງ​ນຸ່ງ​ຖື,​​ຂອງ​ກິນ,​ເຮືອນ​ຢູ່,ການ​ເດີນ​ທາງ, ເກີດ​​ແກ່​ເຈັບ​ຕາຍ, ຄຳ​ວ່າ “ຕົວ​ເອງ” ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ວັດ​ຖຸ​ຕົວ​ຈິງ​ແຕ່​ລະ​ອັນແລະ​ເຫດ​ການ​ຕົວ​ຈິງ​ແຕ່​ລະ​ເລື່ອງ, ແຕ່​ວ່າ​ນີ້​ຄື “ຕົວ​ເອງ”​ໃນ​ຄວາມ​ໝາຍ​ແຄບ. ໃນ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ,  ຄຳ​ວ່າ “ບໍ່​ຄິດ​ເພື່ອ​ຕົນ​ເອງ”​ເປັນ​ພູມ​ປັນ​ຍາ​ຊະ​ນິດ​ໜຶ່ງ, ເປັນ​ການ​ຫັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໃຫ້​ເປັນ​ຜົນ​ປະ​ໂຫຍດ​ຂອງ​ມວນ​ຊົນ. ໝາຍ​ຄວາມ​ວ່າ, ບໍ່​ວ່າ​ສິ່ງ​ໃດ​ກໍ​ຕາມ​ກໍ​ຄິດ​ເຫັນ​ມວນ​ຊົນ​ ​ກ່ອນ, ອຸ​ທິດ​ຕົນ​ເພື່ອມວນ​ຊົນ​ດ້ວຍ​ຈິດ​ໃຈເອື້ອ​ເຜື່ອ​ເຜື່ອ​ແຜ່. ນີ້​ຄື “ຕົວ​ເອງ”ທີ່​ມີ​​ຈິດ​ໃຈ​ອັນ​ສູງ​ສົ່ງ.
 

ນີ້​ຍັງ​ໝາຍ​ຄວາມ​ວ່າ, ຄົນ​ຄົນ​ໜຶ່ງ​ມີ​ຖາ​ນະ​ຍິ່ງ​ສູງ​ເທົ່າ​ໃດ, ກໍ​​ຍິ່ງ​ຕ້ອງ​ແບກ​ຫາບຄວາມ​ຮັບ​ຜິ​ດ​ຊອບຍິ່ງຫຼາຍ​ເທົ່າ​ນັ້ນ.

 

“​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ” ຄຳ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແທ້​ຈິງ​ວ່າ ຜູ້​ນຳ​ປະ​ເທດ​ໃຫຍ່​ຕາ​ເວັນ​ອອກ​ຜູ້​ໜຶ່ງ​ທີ່​ມີ​ຄວາ​ມ​ຮັບ​ຜິດ​ຊອບ​​ຕໍ່​ປະ​ຊ​າ​ຊົນ​ຢ່າງຫຼວງຫຼາຍ​ໂດຍ​ບໍ່​ມີ​ຈຸດ​ສິ້ນ​ສຸດ, ແລະ​ໄດ້​ເຂັ້ມ​ງວດ​ຕໍ່​ຕົນ​ເອງ. ຂະ​ນະ​ດຽວ​ກັນ, ນີ້​ກໍ​ເປັນ​ຈິດ​ໃຈ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ.

 

 ວັນ​ທີ 17 ມີ​ນາ​ປີ 2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ໜັກແໜ້ນ​ໃນ​ພິ​ທີ​ອັດ​ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12ວ່າ: ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ຊາ​ຊົນ,ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຕຳ​ແໜ່ງ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ, ດຸ​ໝັ່ນ​ເຮັດ​ວຽກ​ເພື່ອ​ສ່ວນ​ລວມ, ຮັບ​ໃຊ້​ປະ​ຊາ​ຊົນ,ປະ​ກອບ​ສ່ວນ​ເພື່ອ​ປະ​ເທດ​ຊາດ.
 

ສີ​ແສງ​ແຫ່ງ​ຍຸກ: ເຂົ້າ​ໃຈ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”_fororder_我将无我
 

ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ
 

ຫຼາຍ​ປີ​ຜ່ານ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ແບບ​ນີ້ແລ້ວ​ກໍ​ໄດ້​ເຮັດ​ແບບ​ນັ້ນ​ແທ້. ແຕ່​ລະ​ປີ,ກ່ອນ​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ ທ່ານ​ຍັງ​ຄົງ​ປະ​ຕີ​ບັດ​ໜ້າ​ທີ່​ວຽກ​ງານ​ໃຫ້ທິດ​ຊີ້​ນຳ​ສຳ​ຄັນ, ໃນ​ລະ​ຫວ່າງ​ທ້າຍ​ປີ​ເກົ່າ​ຫາ​ຕົ້ນ​ປີ​ໃໝ່, ທ່ານ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ຊ​າ​ຊົນ​ຜູ້​ທຸກ​ຍາກ​ທີ່​ຕົນ​ຫ່ວງ​ໃຍ​ທີ່​ສຸດ. ສິ່ງ​ທີ່​ທ່ານ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ​ນັ້ນ​ກໍ​ຄື ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຄຸນ​ນະ​ພາບ​ອາ​ກາດ​ດີ​ຂຶ້ນ, ໃຫ້​ໝອກ​ຄວັນ​ພິດຫຼຸດ​ໜ້ອຍ​ລົງ​, ແມ່​ນ້ຳ​ລຳ​ເຊ,​ຫ້ວຍໜອງ​ຄອງ​ບຶງ​ສົດ​ໃສ​ຂຶ້ນ,ວຽກ​ງານ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ດຳ​ເນີນ​ໄປ​ໄດ້​ດີຫຼື​ບໍ?... ທັງ​​ໝົດນີ້​ກໍ​ຍ້ອນ​ວ່າ ທ່ານ​ໄດ້​ຖື​ປະ​ຊາ​ຊົນ​ໄວ້​ໃນ​ໃຈ​ໃນ​ຖາ​ນະ​ສຳ​ຄັນ​ທີ່​ສຸດ, ຈິ່ງສາ​ມາດ​ເຮັດ​ໄດ້​ເຖິງ​ຂັ້ນບໍ່​ຄິດເພື່ອ​ຕົນ​ເອງ, ໄດ້​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ອະ​ທິ​ບາຍ​ຄຳ​ວ່າ “ພັກ​ກອມ​ມູ​ນິດ​ຈີນ​ບໍ່​ມີ​ຜົນ​ປະ​ໂຫຍດ​ພິ​ເສດ​ຂອງ​ຕົນ”.
 

ສີ​ແສງ​ແຫ່ງ​ຍຸກ: ເຂົ້າ​ໃຈ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”_fororder_我将无我2
 

ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນ​
 

“​ບໍ່​ຄິດເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ” ຄຳ​ນີ້​ຍັງ​ໄດ້​ອະ​ທິ​ບາຍ​ດ້ວຍ​ຄຳ​ສັບ​ທີ່​ເຂົ້າ​ໃຈ​ໄດ້​ງ່າຍ​ໃຫ້​ກັບໂລກ​ໄດ້​ຮັບ​ຮູ້​ເຖິງ​ສະ​ຕິ​ປັນ​ຍາ​ຂອງ​ຈີນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ.
 

ເປັນ​ຫຍັງ​ຈິ່ງວ່າ​ຊັ້ນ? ກໍ​ຍ້ອນ​ວ່າ ສິ່ງ​ທີ່​ຈີນ​ມອບໃຫ້​ໂລກ​ນັ້ນ ບໍ່​ພຽງ​ແຕ່​ແມ່ນ​ສິນ​ຄ້າ, ເຕັກ​ນິກ​ແລະ​ເງິນ​ທຶນ​ເທົ່າ​ນັ້ນ, ​ຍັງ​ມີ​ແນວ​ຄິດ, ທັດ​ສະ​ນະທີ່​ມີ​ລະ​ດັບ​ສູງ​ພ້ອມ​ດ້ວຍຈະ​ລິ​ຍະ​ທຳ​ແລະຄຸນ​ສົມ​ບັດ. ການ​ທີ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ບົດ​ຮຽນ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ​ ກັບ​ປະ​ເທດ​ອື່ນ​​ນັ້ນ​ແມ່ນ​ສິ່ງສຳ​ຄັນ​ທີ່​ຈີນ​ປະ​ກອບ​ສ່ວນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ​ຂອງ​ຕົນ​ໃຫ້​ກັບ​ປະ​ຊາ​ຄົມ​ໂລກ​ໃນ​ປັດ​ຈຸ​ບັນ.
 

ສີ​ແສງ​ແຫ່ງ​ຍຸກ: ເຂົ້າ​ໃຈ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳທີ່​ວ່າ “​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”_fororder_我将无我3
 

ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ

 

 ໃນ​ການເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ທຸກ​ເທື່ອ, ທ່ານ​ສີ​ຈິ້ນ​ກໍ​ໄດ້​ນຳ​ໃຊ້​ໂອ​ກາດ​ຕ່າງໆ​ເຊັ່ນ​:ການ​ພົບ​ປະ​ເຈ​ລະ​ຈາ, ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ,ການ​ສຳ​ມະ​ນາ​ແລະ​ການ​ຢ້ຽມ​ຊົມ, ເພື່ອ​ອະ​ທິ​ບາຍ​ແນວ​ທາງ​ແລະ​ແນວ​ຄິດ​ການ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ວົງ​ການ​ພາຍນອກ​ໃຫ້​ຄວາມ​ສົນ​ໃຈ, ທັງ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ. ຫຼັກ​ການ​ເພື່ອ​ປະ​ຊາ​ຊົ​ນ​ເປັນຫຼັກ​ໝັ້ນ​​ພື້ນ​ຖານ​ທາງ​ດ້ານການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເປັນ​ຂີດ​ໝາຍ​ອັນ​ພົ້ນ​ເດັ່ນ​ຂອງ​ພັກ​ການ​ເມືອງ​ທີ່​ຖື​ລັດ​ທິ​ມາກ​ທີ່​ແຕກ​ຕ່າງ​ກັນ​ກັບ​ພັກ​ການ​ເມືອງ​ອື່ນ.

 

“​ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ” ໄດ້​ອະ​ທິ​ບາຍ​ຢ່າງ​ຈະ​ແຈ້ງແລະ​ເຂັ້ມ​ແຂງວ່າ ໃນ​ດ້ານ​ການ​ສະ​ແຫວງ​ຫາສັດ​ທາ​ຈາກ​ປະ​ຊາ​ຊົນ​ນັ້ນ, ເມື່ອ​ທຽບ​ໃສ່​ປະ​ເທດ​ຕາ​ເວັນ​ຕົກ​ແລ້ວ, ຈີນບໍ່​ພຽງ​ແຕ່​ບໍ່​​ມີໜ້ອຍກວ່າປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ, ​ແຕ່​ຍັງຫຼາຍກວ່າອີກ. ບາງ​ພັກ​ການ​ເມືອງ​ຂອງ​​ປະ​ເທດຕາ​ເວັນ​ຕົກ​ທຳ​ມະ​ດາ​ແລ້ວ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່​ຊົນ​ຊັ້ນ​ໃດ​ໜຶ່ງຫຼື​ດ້ານ​ໃດ​ໜຶ່ງ, ແຕ່​ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ຕ້ອງ​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ.

ຕະຫຼອດ​ຊີ​ວິດ​ຂອງ​ຄົນ​ເຮົາ​ທຸກ​ຄົນ​ອາດ​ຈະ​ມີ​ຄຳ​ຖາມ​ໜຶ່ງ​ທີ່​ຄົນ​ເຮົາ​ໄດ້​ສະ​ແຫວງ​ຫາ​ຄຳ​ຕອບ​ຢ່າງ​ບໍ່​ຢຸດ​ຢັ້ງ​ຄື “ຂ້ອຍ​ແມ່ນ​ໃຜ? ມາ​ຈາກ​ໃສ ແລະຈະ​ໄປ​ທາງ​ໃດ?”  

 

 ທ່ານ​ສີ​ຈິ້ນ​ຜິງ​ໄດ້ບອກ​ໃຫ້​ຮູ້​ດ້ວຍ​ການ​ກະ​ທຳ​ຕົວ​ຈິງວ່າ: ເພິ່ນ​ແມ່ນ​ຜູ້​ຮັບ​ໃຊ້​ປະ​ຊາ​ຊົນ, ມາ​ຈາກ​ປະ​ຊາ​ຊົນ​ແລະ​ຮັບ​ໃຊ້​ປະ​ຊາ​ຊົນ. ທ່ານ​ຍັງ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ຕາມ​ຄຳ​ເວົ້າ​ທີ່​ຕົນ​ເຄີຍ​​ເວົ້າ​ຜ່ານມາ​ຄື: “ໃນ​ເມື່ອ​ພັກ​ແລະ​ລັດ​ໄດ້​ມອບ​ຊາ​ຕາ​ກຳ​ໄວ້​ໃຫ້​ກັບ​ພວກ​ເຮົາ, ພວກ​ເຮົາ​ກໍ​ຕ້ອງ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ອັນ​ນີ້.” ບໍ່​ວ່າ​ຈະ​ມີ​ຖາ​ນະ​ຕຳ​ແໜ່ງ​ສູງ​ປານ​ໃດ, ສິດ​ອຳ​ນາດ​ລ້ວນ​ແຕ່​ແມ່ນ​ປະ​ຊາ​ຊົນ​ມອບ​ໃຫ້.  “​ບໍ່​ຄິດ​ເພື່ອ​ຕົນ​ເອງ" ຈຸດ​ປະ​ສົງ​ກໍ​ເພື່ອ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”

 

ຄຳ​ເຫັນ

0