吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

"ຂ້ອຍບອກ​​ໃຫ້​ທ່ານ​ຄ່ອຍໆ​ຍ່າງ​ເດີ ​ແລະ​ທ່ານ​ກໍ​ບອກ​ໃຫ້​ຂ້ອຍ​ຄ່ອຍໆ​ຍ່າງ​ຄື​ກັນ"

2021-03-03 16:28:37 cri

ຂ້ອຍບອກ​​ໃຫ້​ທ່ານ​ຄ່ອຍໆ​ຍ່າງ​ເດີ ​ແລະ​ທ່ານ​ກໍ​ບອກ​ໃຫ້​ຂ້ອຍ​ຄ່ອຍໆ​ຍ່າງ​ຄື​ກັນ_fororder_2012年12月29日至30日河北阜平

 

​ໃນ​ເດືອນ​ທັນວາ​ປີ 2012, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ມາ​​ໄປຢ້ຽມຢາມປະຊາຊົນ​ຜູ້​ທຸກ​ຍາກ​ຢູ່​ເມືອງ​ຟູ້ຜິ​​ງ​ແຂວງ​ເຮີ​ເປີ​ຍ​ໃນ​ລະ​ດູ​ໜາວ​ທີ່​ມີ​ອຸນຫະພູມລົບ​ 10 ກວ່າອົງສາ​, ​​ເພື່ອກວດ​ເບິ່ງ​ສະພາບ​ຄວາມ​ເປັນ​ຕົວ​ຈິງ, ​ເພື່ອສ້າງ​ນະ​ໂຍບາຍ​ທີ່​ຖືກຕ້ອງ.

ວັນ​ທີ 30 ທັນວາ​ປີ 2012, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​​ໄປ​ຢ້ຽມຢາມເຮືອນ​ຂອງ​ທ່ານ​ຖັງ​ຣົງປິ່ນ ​ແລະ​ນາງ​ຖັງ​ຈົ່ງ​ຊິ້ວ, ຖາມ​ເຖິງ​ລາຍ​ຮັບສະ​ເລ່ຍຕໍ່ປີ​ຂອງ​ເຂົາ​ເຈົ້າ, ຖາມ​ວ່າມີ​ອາຫານ​ພຽງພໍ​ບໍ, ມີ​ຜ້າຫົ່ມ​​ໃຊ້ໃນ​ລະດູ​ໜາວ​ບໍ, ມີ​ຖ່ານ​ຫີນ​ເຮັດ​ອາຍ​ອຸ່ນ​ພຽງພໍ​ບໍ, ​ເດັກນ້ອຍ​ໄປ​ຮຽນ​ໄກ​ຫຼື​ບໍ, ​ໄປ​ປິ່ນປົວ​ສະດວກ​ບໍ. ​ເມື່ອ​​ເຫັນ​ບາງ​ຄົນ​ຍັງ​ບໍ່​ທັນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຂໍ​ພຽງ​ແຕ່ມີ​ຄວາມ​ໝັ້ນ​ໃຈ, ​ດິນກໍສາມາດ​​ຫັນ​ເປັນ​ເງິນ​ຄຳ​ໄດ້.

ໜ້າເຮືອນຂອງ​ນາງ​ທັງ​ຈົ່ງ​ສີ້ວ ມີ​ເສັ້ນທາງ​ທີ່​​ເຮັດ​ດ້ວຍຫີນ​ແຮ່, ຍ່າງ​ໄປ​ບໍ່​ສະດວກ. ​ເມື່ອ​ທ່ານ​ສີ​ຈິ້ນ​ຜິ​ງຍ່າ​ງ​ອອກຈາກ​ເຮືອນ, ນາງ​ໄດ້​ຍ່າງ​ຈູງ​ແຂ​ນທ່ານ​ສີ​ຈິ້ນ​ຜິ​ງ​ເພື່ອ​ສົ່ງ​ທາງ. ​ເມື່ອ​ທວນຄືນ​ເຫດການ​ໃນ​ຄັ້ງ​ນັ້ນ, ນາງ​ຖັງ​ຈົ່ງ​ຊິ້ວ​ເວົ້າ​ດ້ວຍ​ຮອຍ​ຍິ້ມ​ວ່າ: ​ໃນ​ເວລາ​ນັ້ນ ຂ້ອຍ​ບອກ​​ໃຫ້​ທ່ານ​ຄ່ອຍໆ​ຍ່າງ​ເດີ ​ແລະ​ທ່ານ​ກໍ​ບອກ​ຂ້ອຍ​ວ່າ​ຄ່ອຍໆ​ຍ່າງ​ເດີ, ​ເພາະ​ທາງ​ຍ່າງ​ບໍ່​ຄ່ອຍ​ສະ​ດວກ.

​ໃນ​ເດືອນ​ກຸມພາ​ປີ 2020, ​ເມືອງ​ຟູ້ຜິງ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ລາຍ​ຮັບທີ່​ຈັບ​ຈ່າຍ​ໄດ້ສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້​ຍົກ​ສູງຂຶ້ນ​ຈາກ 3262 ຢວນ​ໃນ​ປີ 2012 ​ເປັນ 10830 ຢວນ​ໃນ​ປີ 2020. ທິດ​ຊີ້​ນຳຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ໃຫ້​ພີ່​ນ້ອງ​ປະຊາຊົນມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີຂຶ້ນ​ໂດຍ​ໄວ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ແລ້ວ​ຢູ່​ເມືອງ​ຟູ້ຜິງ.

ຄຳ​ເຫັນ

0