秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃຜກັນແທ້ທີ່“ຂ້າລ້າງເຊື້ອຊາດຜິວພັນ”

2021-03-03 17:02:50 cri

(漫画)“种族灭绝”的帽子应该留给那些灭掉原住民的国家!ໃຜກັນແທ້ທີ່“ຂ້າລ້າງເຊື້ອຊາດຜິວພັນ”

    ໃນ​ໄລ​ຍະ​ມໍ່​ໆ​ມາ​ນີ້, ນັກ​ການ​ເມືອງ ແລະ​ສື່ມວນ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ ​ໄດ້​​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ລື​ກ່ຽວ​ກັບ​ບັນ​ຫາ​​ຊີ່ນ​ຈ່ຽງ​ຂອງ​ຈີນ​ຢ່າງ​ປ່ວງ​ບ້າ ໂດຍ​ບໍ່​ພຽງ​ແຕ່​ໄດ້​ຕຳ​ໜິຈີນ​ວ່າໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ “ຂ້າ​ລ້າງ​ເຊື້ອ​ຊາດ​ຜິວ​ພັນ” ​ເຜົ່າ​ອຸຍ​ເກີ​ເທົ່າ​ນັ້ນ, ຍັງ​ໄດ້​ອ້າງ ​ “ບັນ​ຫາ​ສິດ​ທິ​ມະ​ນຸດ​ຢູ່​ເຂດ​ຊີ່ນ​ຈ່ຽງ”​ໄປ​ຜູກ​ພັນ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ອີກ​ດ້ວຍ.

    ໂດຍນ​ແນໃສ່​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ຕັ້ງໃຈໃສ່​ຮ້າຍ​ປ້າ​ຍ​ສີ​​ຈີນ ແລະ​ໂຈມ​ຕີ​ລັດ​ຖະ​ບານ​ຈີນ​​ດ້ວຍ​ຂໍ້​ອ້​າງ​ບັນ​ຫາ​ຊີ່ນ​ຈ່ຽງ, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ທີ 46 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ວ່າ: ​ໂດຍຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ຈີນ,  ສັງ​ຄົມ​ໃນເຂດ​ຊີ່ນ​ຈ່ຽງມີ​ຄວາມ​ປອ​ດ​ໄພ ແລະ​ໝັ້ນ​ທ່ຽງ, ການ​ພັດ​ທະ​ນາກໍ​ມີ​ທ່ວງ​ທ່າ​ທີ່​ດີ, ຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ​. ​ຫຼາຍ​ປີ​ມາ​ນີ້, ປະ​ຊາ​ກອນ​​​ເຜົ່າ​ອຸຍ​ເກີຢູ່ເຂດ​ຊີ່ນ​ຈ່ຽງ​ໄດ້​ເພີ່ມ​ຂຶ້ນ 25% ເຊິ່ງ​ ​​ເພີ່ມ​ຂຶ້ນ 12 ເທົ່າ​​ເມື່ອ​ທຽ​ບ​ກັບ​ຈຳ​ນວນ​ເພີ່ມ​​ຂຶ້ນຂອງ​ເຜົ່າ​ຮັ້ນ​ຂອງ​ຈີນ. ​ສະ​ນັ້ນ, ອັນ​ທີ່​ເອີ້​ນ​ວ່າ “ຊີ່ນ​ຈ່ຽງ​ມີ​ການຂ້າ​ລ້າງ​ເຊື້ອ​ຊາດ​ຜິວ​ພັນ” ​ແລະ​ບັນ​ຫາ​ອື່ນໆ ບໍ່​ແມ່ນ​ຄວາມ​ຈິງເລີຍ.

    ສ່ວນ​ປະ​ເທດ​ທີ່​​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ລືດັ່ງ​ກ່າວ, ເຂົາ​ເຈົ້​າ​ພັດ​ໄດ້​ຫຼົງ​ລືມ​ປະ​ຫວັດ​ສາດ​ຂອງ​ຕົນ​ທີ່​ຂ້າ​ລ້​າງ​​ຊົນ​​ເຜົ່​າພື້ນ​ເມືອງ, ​ເບິ່ງ​ຂ້າມ​ບັນ​ຫາ​ຕ່າງໆ​ທີ່​ຍັງ​ຄົງ​ມີ​ຢູ່​ໃນ​ສັງ​ຄົມ​ຂອງປະ​ເທດ​ຕົນ ເຊັ່ນ:​ ບັນ​ຫາ​ການຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ທີ່​ຮ້າຍ​ແຮງ, ​ການລ່ວງ​​ລະ​ເມີດ​​ສິດ​ທິ ແລະ​ຜົນ​ປະ​ໂຫຍດ​ຂອງ​ຊົນ​​ເຜົ່າ​ພື້ນ​ເມືອງ ແລະ​ບັນ​ຫາ​ອຶ່ນໆ, ກໍ​ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ໃນ​ຮູບ​ກາ​ຕູນ​ແຜ່ນ​ນີ້, ເຂົາ​ເຈົ້າ​ຢ​ຽບ​​ຢ່ຳ​ກຽດ​ສັກ​ສີ​ຂອງ​ຊົນ​ເຜົ່າ​ພື້​ນ​ເມືອງ​ຂອງ​ປະ​ເທດ​ຕົນ, ພັດ​ໄດ້​​ສາດນ້ຳ​ເປື້ອນ​ໃສ່​ຈີນ​ດ້ວຍ​ຂໍ້​ອ້​າງ​ສິດ​ທິ​ມະ​ນຸດ. ສະ​ນັ້ນ​ຈຶ່ງ​ເວົ້າ​ໄດ້​ວ່າ: ປະ​ເທດ​ເຫຼົ່າ​ນີ້​ແຫຼະ ​ທີ່​ເປັນ​ຄົນ “ຂ້າ​ລ້າງ​ເຊື້ອ​ຊາດ​ຜິວ​ພັນ”ນັ້ນ​ເອງ.

ພ​າບ: ແກ້ວ​ປະ​ເສີດ

ບົດ: ດວງ​ພະ​ຈັນ ບົວ​ສະ​ຫວັນ

ຄຳ​ເຫັນ

0