黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍ້ອນເກີດ​ສະ​ພາບ​​ຄວາມວຸ້ນ​ວາຍ​ເລື້ອຍໆ​​ທີ່ສົ່ງ​ຜົນ​ເຮັດ​ໃຫ້​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​ບໍ່​ອາດ​ເບິ່ງ​ໄປ​ໃນ​ແງ່​ດີ​​ໄດ້

2021-03-03 15:58:11 cri

 

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ຄວາມ​ຂ້ຽວ​ຂາດຫຼາຍ, ​ການ​ພົບ​ເຫັນ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ຫຼາຍ​ຊະ​ນິດ, ​ໄດ້ເຮັດ​ໃຫ້​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ແ​ຮ່ງ​ຫຍຸ້ງ​ຍາກກວ່າ​ເກົ່າ. ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ທີ່​ຂ້ຽວ​ຂາດ​ທີ່​ສຸດ​ນີ້, ວັນ​ທີ 28 ກຸມ​ພາ​ແລ້ວ​ນີ້, ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ຫຼື CDC ຂອງ​ອາ​ເມ​ຣິ​ກາ​​ໄດ້ອະ​ນຸ​ມັດ​​ໃຫ້​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຈອນ​ເຊີນ​ແລະ​ຈອນ​ເຊີນຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ດ່ວນ. ແຕ່​ວ່າ​ອາ​ເມ​ຣິ​ກາ​ໄດ້​ເກີດມີ​ບັນ​ຫາ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ວຽກ​ງານ​ສັກ​ວັກ​ຊີນ​ກໍ​​ເກີດມີ​ຄວາມ​ວຸ້ນ​ວາຍ​ເລື້ອຍໆ, ລະ​ບົບການ​ແພດ​​ກໍ​ຂາດຄວາມ​ສາ​ມາດ​ທີ່​ພຽງ​ພໍ​ໃນ​ການ​ປິ່ນ​ປົວ​ພະ​ຍາດ, ຕົວ​ເລກ​ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ເບິ່ງ​ແລ້ວ​ເປັນ​ຕາ​ຕົກ​ໃຈ, ​ສະ​ນັ້ນ​ຈຶ່ງ​ບໍ່​ອາດ​ເບິ່ງສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​ໄປ​ໃນ​ແງ່​ດີ​​ໄດ້.

ເຖິງວ່າ​ມີ​ຕົວ​ເລກ​ທີ່​ດີ, ແຕ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ຍັງ​​ເຫັນ​ວ່າການ​ສັກ​ວັກ​ຊີນ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຈອນ​ເຊີນ​ແລະ​ຈອນ​ເຊີນ​ຄົ້ນ​ຄວ້າ​ຜະ​ລິດ​ນັ້ນ​ແມ່ນ​​ທາງ​ເລືອກ​ທີ່​ບໍ່​ດີ​ປານ​ໃດ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ໃນ​ປັດ​ຈຸ​ບັນ, ອັດ​ຕາ​ສ່ວນ​ປະ​ສິດ​ທິ​ຜົນໃນ​ການ​ທົດ​ລອງ​ວັກ​ຊີນຈອນ​ເຊີນ​ທາງ​ຄ​ລີ​ນິກ​ຢູ່​ອາ​ເມ​ຣິ​ກາ​ແມ່ນ 72%, ເຖິງວ່າ​ຕົວ​ເລກ​ດັ່​ງ​ກ່າວ​ໄດ້​ເຮັດ​ໃຫ້ນັກ​ວິ​ທະ​ຍາ​ສາດ​ຮູ້​ສຶກ​ເພິ່ງ​ພໍ​ໃຈ, ແຕ່​ວ່າ​ຕົວ​ເລກ​ດັ່ງ​ກ່າວ​​ພັດຕ່ຳ​ກວ່າ​ອັດ​ຕາ​ສ່ວນ​ປະ​ສິດ​ທິ​ຜົນຂອງວັກ​ຊີນ Pfizer ແລະວັກ​ຊີນ Moderna ທີ່​ບັນ​ລຸ​ໄດ້ 95%.

ພ້ອມດຽວກັນ​ນັ້ນ, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​​ຍັງ​ໄດ້ລາຍ​ງານ​ວ່າ: ​ລັດແທນ​ເນ​ສ​ຊີ​ຂອງ​ອາ​ເມ​ຣິ​ກາໄດ້​ເກີດ​ມີ​ສະ​ພາບ​ການ​ທີ່​ເປັນ​ຕາ​ອາຍຕ່າງໆ​ໃນ​ຂະ​ບວນ​ການ​ໂຄ​ສະ​ນາ​ແລະ​ແຈກ​ຢາຍ​ວັກ​ຊີນ​ໂຄວິດ-19. ນາງ​ລີ​ຊາ ເພຍ​ສ໌ ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ລັດ​ເທນ​ເນ​ສ​ຊີ​ກ່າວ​ຕໍ່​ສື່ມວ​ນ​ຊົນ​ວ່າ: ອາ​ສາ​ສະ​ໝັກ​ຜູ້​ໜຶ່ງ​ຂອງ​ລັດ​ເທນ​ເນ​ສ​ຊີ​ໄດ້​ລັກ​ເອົາ​ວັກ​ຊີນ​ໂຄວິດ-19 ຫຼາຍ​ຫຼອດ. “ອາ​ສາ​ສະ​ໝັກ​ຜູ້​ນີ້​ເອົາ​ວັກ​ຊີນ​ໄວ້​ໃນ​ສະ​ແລັງ​ສັກ​ຢາແລ້ວ​​ລັກ​ເອົາ​ໄປ​ນຳ, ປັດ​ຈຸ​ບັນ​ສຳ​ນັກ​ງານ​ຕຳ​ຫຼວດ​ສີນ​ສວນ​ກາງສະຫະລັດ​ອາ​ເມ​ລິ​ກາ​ຫຼື FBI ພວມ​ສືບ​ສວນ​ຫາ​ເຫດ​ການ​ດັ່ງ​ກ່າວ.”

ນອກ​ຈາກວັກ​ຊີນ​ຖືກ​ລັກ​ເອົາ​ໄປ​ແລ້ວ, ເດັກ​ນ້ອຍ​ສອງ​ຄົນ​ຢູ່​ລັດ​ດັ່ງ​ກ່າວ​ໄດ້​ຖືກ​ສົງ​ໄສວ່າ​ໄດ້​ສັກ​ວັກ​ຊີນ​ຜິດ​ພາດ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ກໍ​ຄື: ເຖິງວ່າ​ວັກ​ຊີນ​ຈອນ​ເຊີນ​ທີ່ກົມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢາ​ອາ​ເມ​ຣິ​ກາ​ຫຼື FDA ​ໄດ້ອະ​ນຸ​ມັດ​​ໃຫ້​ນຳ​ໃຊ້​ແລ້ວ, ແຕ່​ກໍ​ເໝາະ​ສົມກັບ​ກຸ່ມ​ຄົນ​ທີ່​ມີ​ອາ​ຍຸ​ສູງກວ່າ 18 ປີ​ເທົ່າ​ນັ້ນ. ຕໍ່​ເລື່ອງ​ນີ້, ໜັງ​ສື​ພິມ ວອນສະ​ຕຣີດ ລາຍ​ວັນ ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ວ່າ, CDC ເຄີຍ​ໄດ້​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ປະ​ເທດ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລະ​ໄດ້​ວາງ​ແຜນ​ໂຄງ​ການ​ສັກ​ວັກ​ຊີນ​ກ່ອນ​ນີ້​ຫຼາຍ​ປີ, ແຕ່​ພາຍ​ຫຼັງ​ອາ​ເມ​ຣິ​ກາ​ເກີດມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມາ​ນີ້, ລະ​ບົບ​ດັ່ງ​ກ່າວ​ບໍ່​ເຄີຍ​ໄດ້​ຖືກ​ນຳ​ເອົາ​ມາ​ໃຊ້​ຈັກ​ເທື່ອ.

ກ່ຽວ​ກັບ​ເລື່ອງ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ທ່ານ​​ອັນ​ໂຕ​ນີ ຟາວ​ຊີ ຜູ້​ຊ່ຽວ​ຊານ​ພະ​ຍາດ​ຕິດ​ແປດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​​ໃນ​ລະ​ດັບ​ສູງ, ໃນ​ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອາ​ເມ​ຣິ​ກາ​ພັດ​​ຊ້າ​ກວ່າ​ປະ​ເທດ​ສ່ວນ​ຫຼາຍ​ໃນ​ໂລກ. ໃນ​ເວ​ລາ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ລະ​ລັດ​ຢູ່​ອາ​ເມ​ຣິ​ກາ​​ກໍມີ​ນະ​ໂຍ​ບາຍ​ພໍ​ໃຜ​ພໍ​ລາວ, ຫາກ​ບໍ່​ມີ​ວິ​ທີ​ໜຶ່ງ​ທີ່​ເປັນ​ເອ​ກະ​ພາບ​ກັນ.

ສິ່ງ​ທີ່​ໄຮ້​ສາ​ລະ​ກໍ​ຄື, ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ໂຈ ໄບເດັນ ​ໄດ້ປະ​ກາດ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, ລັດ​ຖະ​ບານ​ຈະ​ແຈກ​ຢາຍ “ຜ້າ​ປິດ​ປາກ​ທີ່​ເຮັດ​ດ້ວຍ​ຜ້າ” 25 ລ້ານ​ອັນ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ. ແຕ່​ວ່າ, ໃນ​ເວ​ລາ​ຫາ​ກໍ່​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ທ່ານ​ໂຈ ​ໄບ​ເດັນ​ກໍ​ໄດ້ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ທຳ​ນຽບ​ຂາວ​ໃສ່​ຜ້າ​ປິດ​ປາກ N95.

ສ​ະ​ພາບ​ການ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ, ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ພວມ​ແຜ່​ລະ​ບາດ​ຢູ່ອ​າ​ເມ​ຣິ​ກາ​ຢ່າງ​ຕໍ່​ເນື່ອງ, ​ເຊິ່ງອາດ​ຈະ​ເຮັດ​ໃຫ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາຮ້າຍ​ແຮງກວ່າ​ເກົ່າ​ອີກ, ໃນ​ເວ​ລາ​ຫົວ​ລ້ຽວ​ຫົວ​ຕໍ່​ແບບ​ນີ້, ເຈົ້າ​ຄອງ​ບາງ​ລັດ​​ຂອງອາ​ເມ​ຣິ​ກາ​​ພັດ​ໄດ້​ຍົກ​ເລີກ​ມາດ​ຕະ​ການ​ຈຳ​ກັດ, ລວມ​ທັງ​ມາດ​ຕະ​ການ​ໃສ່ຜ້າ​ປິດ​ປາກ​ແລະ​ອື່ນໆ.

ພະ​ຍາດ​ໂຄວິດ-19 ​ໄດ້ແຜ່​ລະ​ບາດ​​ຈົນ​ມາຮອດ​ປັດ​ຈຸ​ບັນ​ກໍ​ໄດ້​ເປັນ​ເວ​ລາ 1 ປີ​​ປາຍແລ້ວ, ໄດ້​ສ້າງ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ. ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຕັ້ງ​ໜ້າ, ແຕ່​ວ່າ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາພັດ​ ​ເກີດ​ມີ​ຄວາມ​ວຸ້ນ​ວາຍ​ເລື້ອຍໆ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາ​ມາ​ດ​​ຖືກສະ​ກັດ​ກັ້ນ​ຢ່າງ​ແທ້​ຈິງ​ໄດ້​ຫຼື​ບໍ່, ປັດ​ຈຸ​ບັນ​ຍັງ​ເປັນ​ເລື່ອງ​ທີ່​ບໍ່​ແນ່ນອນ, ຍ້ອນ​ວ່າ​ນີ້​ຄື​ “ສົງ​ຄາ​ມ​ໄລ​ຍະ​ຍາວ”, ກ່ອນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສິ້ນ​ສຸດ​ລົງ​ຢ່າງ​ແທ້​ຈິງ, ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ຮັກ​ສາ​ສະ​ຕິ​ລະ​ວັງ​ຕົວ​ຢູ່​ທຸກ​ເວ​ລາ.

ຄຳ​ເຫັນ

0