尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ຈີນກຳນົດມາດຕະຖານສູງສົມຄວນໃນການລຶບລ້າງຄວາມທຸກຍາກ

2021-03-04 18:28:57 cri

​​ຈີນກຳນົດມາດຕະຖານສູງສົມຄວນໃນການລຶບລ້າງຄວາມທຸກຍາກ_fororder_1e30e924b899a901a50d73b8e1f211730308f5f0

      ວັນ​ທີ 30 ທັນ​ວາ​ປີ 2020, ຫ້ອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ: ຜ່ານ​ການ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວ​ລາ 8 ປີ, ຈີນ​ໄດ້​ບັນ​ລຸເປົ້າໝາຍເຮັດໃຫ້ປະຊາຊົນຜູ້ທຸກຍາກ​ໃນ​ຊົນ​ນະ​ບົດ​ຈຳ​ນວນ 98,99 ລ້ານ​ຄົນ​ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດຕາມ​ມາດ​ຖານ​ໃນ​ປັດ​ຈຸ​ບັນ, ເມືອງ​ທຸກ​ຍາກ 832 ເມືອງໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກທັງໝົດ, ບ້ານ​ທຸກ​ຍາກ 1,28 ແສນ​ບ້ານໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກທັງ​ໝົດ, ໄດ້ເຮັດ​ສຳ​ເລັດ​ໜ້າ​ທີ່ທີ່ຫຍຸ້ງຍາກ​ລຳ​ບາກໃນການ​ລຶບ​ລ້າງ​ຄວາມ​ທຸກ​ຍາກເດັດຖານ, ສ້າງສິ່ງມະຫັດສະຈັນໃນດ້ານການລຶບລ້າງຄວາມທຸກຍາກຂອງໂລກ.

​​ຈີນກຳນົດມາດຕະຖານສູງສົມຄວນໃນການລຶບລ້າງຄວາມທຸກຍາກ_fororder_d833c895d143ad4bcf23cbf3796541a7a40f0667

ແຕ່ວ່າຍັງມີສື່ມວນຊົນຕ່າງປະເທດທີ່ມີເຈດຕະນາບໍ່ດີມາຕະຫຼອດນັ້ນ, ເຂົາເຈົ້າໄດ້ເບິ່ງຜົນສຳເລັດທີ່ຈີນໄດ້ຮັບນັ້ນດ້ວຍສາຍຕາອະຄະຕິ. ໃນມື້ສຸດທ້າຍຂອງປີ 2020, ໜັງສືພິມນິວຢອກທາມສ໌ຂອງອາເມຣິກາກໍໄດ້ພິມບົດຄວາມທີ່ພາດຫົວຂໍ້ “ວຽກງານ,ເຮືອນຢູ່ແລະງົວ: ຈີນໄດ້ທົມເທງົບປະມານຢ່າງຫຼວງຫຼາຍໃນການລຶບລ້າງຄວາມທຸກຍາກທີ່ສຸດ” ໂດຍໄດ້ສ້າງຄວາມສົງໄສຕໍ່ໂຄງການລຶບລ້າງຄວາມທຸກຍາກຂອງຈີນວ່າສິ້ນເປືອງງົບປະມານຫຼາຍແຕ່ເປັນໄປແບບບໍ່ຍືນຍົງ. ນອກນີ້, ຍັງມີຄົນສົງໄສວ່າມາດຖານດ້ານການລຶບລ້າງຄວາມທຸກຍາກຂອງຈີນໃນປັດຈຸບັນຕ່ຳກວ່າມາດຖານຄວາມທຸກຍາກຂອງສາກົນ,ແລະເຫັນວ່າເຂດທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນມີຄວາມສ່ຽງທີ່ຈະຕົກເຂົ້າສູ່ສະພາບຄວາມທຸກຍາກຄືນໃໝ່, ຄຳເວົ້າອັບບີແລະບໍ່ມີຄວາມເຊື່ອໝັ້ນໃນຄວາມເປັນຈິງຂອງຈີນຍັງມີຫຼາຍ.

​​ຈີນກຳນົດມາດຕະຖານສູງສົມຄວນໃນການລຶບລ້າງຄວາມທຸກຍາກ_fororder_d52a2834349b033bebb4b32f073e2fdbd439bd7b
ວຽກງານດ້ານການລຶບລ້າງຄວາມທຸກຍາກຂອງຈີນມີມາດຖານເປັນຄືແນວໃດ,ເລື່ອງຄວາມເປັນຈິງແມ່ນຜູ້ລຶບລ້າງຂ່າວບິດເບືອນທີ່ດີທີ່ສຸດ. ໃນກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມຄັ້ງທີ 4 ສະໄໝທີ 13 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ຈັດຂຶ້ນໃນຕອນບ່າຍວັນທີ 3 ມີນານີ້, ໂຄສົກຂອງກອງປະຊຸມໄດ້ຕອບໂຕ້ຄວາມລະແວງສົງໄສຂອງບາງຄົນທີ່ມີຕໍ່ມາດຖານດ້ານການລືບລ້າງຄວາມທຸກຍາກຂອງຈີນໂດຍກ່າວວ່າ: ມາດຖານດ້ານການລຶບລ້າງຄວາມທຸກຍາກຂອງຈີນແມ່ນມາດຖານທີ່ມີລັກສະນະສັງລວມ, ໂດຍເບິ່ງຈາກລາຍຮັບແລ້ວແມ່ນສູງກວ່າມາດຖານຄວາມທຸກຍາກທີ່ສຸດທີ່ທະນາຄານໂລກກຳນົດໄວ້. ປັດຈຸບັນ, ຈີນໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ປະຊາຊົນຜູ້ທຸກຍາກໝົດທຸກຄົນກິນອີ່ມນຸ່ງອຸ່ນ, ຮັບປະກັນດ້ານການສຶກສາພາກບັງຄັບ, ການປິ່ນປົວຂັ້ນພື້ນຖານ, ຄວາມປອດໄພດ້ານເຮືອນຢູ່ແລະມີນ້ຳດື່ມສະອາດປອດໄພຢ່າງຮອບດ້ານ. ປັດຈຸບັນ, ຊາວກະສິກອນທັງຫຼາຍທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ມີຄວາມຮູ້ສຶກເຖິງການໄດ້ຮັບຜົນປະໂຫຍດແລະຮູ້ສຶກມີຄວາມສຸກຢ່າງແທ້ຈິງ. ວຽກງານດ້ານການລຶບລ້າງຄວາມທຸກຍາກຂອງຈີນມີມາດຖານແລະມີຄຸນນະພາບສູງສົມຄວນ.

​​ຈີນກຳນົດມາດຕະຖານສູງສົມຄວນໃນການລຶບລ້າງຄວາມທຸກຍາກ_fororder_728da9773912b31b04dbd6be88e82f72d8b4e1ee
ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ການລຶບລ້າງຄວາມທຸກຍາກຢ່າງຮອບດ້ານເປັນພຽງຈຸດເລີ່ມຕົ້ນໃໝ່ຂອງຊີວິດການເປັນຢູ່ຂອງປະຊາຊົນຈີນ, ໃນອະນາຄົດ, ບົນເສັ້ນທາງກ້າວໄປສູ່ການສ້າງສັງຄົມທີ່ອີ່ມໜໍາສຳລານຢ່າງຮອບດ້ານ, ປະຊາຊົນຈີນຈະກ້າວເດີນໄປໜ້ານັບມື້ນັບໄວຂຶ້ນແລະໝັ້ນທ່ຽງກວ່າເກົ່າຢ່າງແນ່ນອນ.

ຄຳ​ເຫັນ

0