覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ເປັນເທື່ອ​ທີ 4

2021-03-06 18:52:41 cri

ທ່ານ​ສີ​ຈິ້ນ​ຜິງ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ເປັນເທື່ອ​ທີ 4_fororder_​内蒙审议1

 

ຕອນ​ເຊົ້າ​ວັນ​ທີ 5 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ13ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ​ໄດ້ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ເຂດ​ປົກ​ຄອງ​ຕົນ​ເອງມົງ​ໂກ​ໃນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ເພື່ອ​​ຮ່ວມ​ກັນ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານຂອງ​ລັດ​ຖະ​ບານ. ນີ້​ແມ່ນ​ເທື່ອ​ທີ 4 ແລ້ວ​ທີ່​ທ່ານ​ໄດ້ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ.
 

ທ່ານ​ສີ​ຈິ້ນ​ຜິງ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ເປັນເທື່ອ​ທີ 4_fororder_​内蒙审议2
 

​ບັນ​ຫາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ປົວ​ແປງ​ມົນ​ລະ​ພິດ​ຂອງໜອງ​ຮູ​ລຸນ, ໜອງອູ​ລຽງ​ຊູ້ແລະ​ໜອງ​ໄຕ້​ໄຫຢູ່​ເຂດ​ມົງ​ໂກ​ໃນເປັນ​ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ມາ​ໂດຍ​ຕະຫຼອດ. ໃນ​ໂອ​ກາດ​​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ເທື່ອ​ນີ້, ທ່ານ​ໄດ້​ກ່າວ​ເນັ້ນ​ອີກ​ຄັ້ງໜຶ່ງ​ວ່າ: ຕ້ອງ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ນິ​ເວດຢູ່​ມົງ​ໂກ​ໃນ​ໃຫ້​ດີ, ສ້າງ​ແນວ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ນິ​ເວດ​ຂອງ​ພາກ​ເໜືອ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ແກ່ນ.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ:ຕ້ອງ​ກຳ​ນົດ​ທີ່​ຕັ້ງ​ຂອງ​ມົງ​ໂກ​ໃນ​ຢູ່​ໃນ​ຂະ​ບວນ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ຂອງ​ທົ່ວ​ປະ​ເທດ​ໃຫ້​ຖືກ​ຕ້ອງ,ລົງ​ເລິກວິເຄາະ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ແລະ​ຈຸດ​ອ່ອນ​ຂອງ​ຕົນ​, ກຳ​ນົດ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ​ແລະ​ທິດ​ທາງຈຸດ​ສຸມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ຈະ​ແຈ້ງ​ຕື່ມ​ອີກ

 

ນອກ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ກ່າວ​ເຖິງ​ສິ່ງ​ສຳ​ຄັນ​ສອງ​ຢ່າງ​ຄື: ​ການ​ປັບ​ປຸງ​ແລະ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີແຫ່ງ​ຊາດ ແລະ​ ກຳ​ແໜ້ນ​ວຽກ​ງານ​ການ​ສຶກ​ສາ​ອົບ​ຮົມ​ກ່ຽວກັບປະ​ຫວັດ​ສາດ​ຂອງ​ພັກ​ໃຫ້​ດີ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ການ​ຍອມ​ຮັບ​ວັດ​ທະ​ນະ​ທຳ​ເປັນ​ການຍອມ​ຮັບໃນລະ​ດັບທີ່​ເລິກ​ເຊິ່ງ​ທີ່​ສຸດ, ເປັນ​ຮາກ​ເຫງົ້າ​​ຂອງຄວາມ​ສາ​ມັກ​ຄີ​​ແຫ່ງ​ຊາດ, ເປັນ​ຈິດວິນ​ຍານ​ຂອງ​ຄວາມ​ປອດດອງ​ແຫ່ງຊາດ. ຕ້ອງ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ພາ​ສາ​ທາງ​ການແລະ​ຕົວ​ໜັງ​ສື​ຈີນທີ່​ໃຊ້​ທົ່ວ​ໄປ​​ໃຫ້​ດີ, ​ຊຸກ​ຍູ້​ການ​ນຳ​ໃຊ້​ປຶ້ມ​ແບບ​ຮຽນ​​ທີ່​ລັດ​ຮຽບ​ຮຽງໃຫ້​ເປັນເອ​ກະ​ພາບ ​ຢ່າງ​ຮອບ​ດ້ານ, ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ເພີ່ມການຍອມຮັບຕໍ່​​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່, ຊົນ​ຊາດ​ຈີນ, ວັດ​ທະ​ນະ​ທຳ​ຈີນ,ພັກ​ກອມ​ມູ​ນິດ​ຈີນແລະສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​.

 

​ການ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ເທື່ອ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຮູ້​ດີ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ການ​ປະ​ຕິ​ວັດ ຢູ່​ເຂດ​ມົງ​ໂກ​ໃນ​ທັງໄດ້​ຍົກ​ໃຫ້​ເຫັນ​​ຢ່າງ​ລະ​ອຽດ,ທ່ານ​ກ່າວ​ວ່າ: ໃນ​ຂະ​ບວນ​ການ​ສຶກ​ສາ​ອົບ​ຮົມ​ປະ​ຫວັດ​ສາດ​ຂອງ​ພັກຄວນ​ໝູນ​ໃຊ້​ຊັບ​ພະ​ຍາ​ກອນ​ການ​ປະ​ຕິ​ວັດ​ເຫຼົ່າ​ນີ້​ໃຫ້​ມີ​ປະ​ສິດ​ທິ​ຜົນ, ຕ້ອງ​ເຮັດ​ໃຫ້​ໄດ້​ເຖິງ​ຂັ້ນທີ່ຮຽນ​ປະ​ຫວັດ​ສາດ​ຂອງ​ພັກ, ເຊື່ອ​ຊຶມ​ແນວ​ຄິດ​ຂອງພັກ, ເຮັດ​ແທ້​ທຳ​ຈິງແລະ​ເປີດ​ສະ​ພາບ​ການ​ໃໝ່.

ຄຳ​ເຫັນ

0