尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້

2021-03-08 16:55:03 cri

ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້_fororder_微信图片_202103081650595

ຫວ່າງມໍ່​ໆ​ມາ​ນີ້, ​ສຽງ​ອາ​ເມ​ຣິ​ກາ​​ຫຼື VOA Lao ໄດ້​ເປີດ​ເຜີຍ​ຂ່າວ​ໜຶ່ງ​ໃນ​ເຟັ​ສ​ບຸກຄື: ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ກຽມ​ປ່ຽນ​ລະ​ບົບການ​ເມືອງ​ທີ່​ກ່ຽວ​ຂ້ອງ​ກັບ​ຮົງ​ກົງ, ​ໂດຍຈະ​ແຕ່ງ​ຕັ້ງ​ບຸກ​ຄົນ​ຮັກ​ຊາດ​ມາ​ບໍ​ລິ​ຫານ​ຮົງ​ກົງ VOA ໃຫ້​ທັດ​ສະ​ນະ​ວ່າ,ນີ້​ຈະ​ເປັນ​ການ​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ. ທັດ​ສະ​ນະດັ່ງ​ກ່າວ​ຈັ່ງ​ແມ່ນ​ຕະ​ຫຼົກ​ອີ່​ຫຼີ,ເພາະ​ວ່າ​ຄຳ​ເວົ້າແບບ​ນີ້ຄື​ດັ່ງ​ລຸ່​ມ​ນີ້: ໜຶ່ງ, ລະ​ບົບ​ການ​ເມືອງ​ຂອງ​ຮົງ​ກົງ​ຂຶ້ນ​ກັບ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ​ແດ່ກັບ VOA? ສອງ, ​​ຄັນ​ບໍ່​ແຕ່ງ​ຕັ້ງ​ບຸກ​ຄົນ​ຮັກ​ຊາດ​ມາ​ບໍ​ລິ​ຫານ​ຮົງ​ກົງ. ຊັ້ນ​ຢູ່​ອາ​ເມ​ຣິ​ກາໄດ້​ໃຊ້​ຜູ້​ກໍ່​ຄວາມ​ວຸ້ນ​ວາຍ​ໃຫ້​ກັບ​ປະ​ເທດ​ຕົນ​ມາ​ບໍ​ລິ​ຫານ​ປະ​ເທດ​ຊັ້ນ​ຫວະ?
 

ແມ່ນ​ແທ້, ທັດ​ສະ​ນະ​ຂອງ VOA Lao ໄດ້​ຮັບ​ການຕຳ​ໜິວິ​ຈານ​ຢ່າງສະ​ໜັ່ນ​ຈາກ​ຊາວ​ເນັດ​ທາງ​ເຟັ​ສ​​ບຸກຂອງ​ລາວ​ໃນ​ທັນ​ທີ.  ຊາວ​ເນັດ​​ໃນ​ເຟັ​ສ​ບຸກຂອງ​ລາວທີ່​ຊື່​ວ່າ ກີ​ສົງ​ສົງ ​ໄດ້ຝາກ​ຂໍ້​ຄວາມ​ລຸ່ມ​ຄິບ​ດັ່ງ​ກ່າວ​ວ່າ: ເລື່ອງ​ພາຍ​ໃນ​ຂອງ​ເຂົາ​ຈະ​ເຮັດ​​ຫຍັງ​ກໍ່​ຢ່າ​ເຂົາ. ຊາວ​ເນັດ​ເຟັ​ສ​​ບຸກລາວ​ທີ່​ຊື່​ວ່າ​ແສງ ວິ​ໄລ ເວົ້າ​ວ່າ: ຕອນ​ຮົງ​ກົງ​ຂຶ້ນ​ກັບ​ການ​ປົກ​ຄອງ​ຂອງ​ອັງ​ກິດ ​ຊາວຮົງ​ກົງ​ບໍ່​ມີ​ສິດ​ເລືອກ​ຕັ້ງ​ເອົາ​ຜູ້​ປົກ​ຄອງ​ຮົງ​ກົງ​,ມີ​ແຕ່​ອັງ​ກິດ​ແຕ່ງ​ຕັ້ງ​​ໂລດ. ພາຍ​ຫຼັງ​ມອບ​ ເກາະ​ຮົງ​ກົງ​ຄືນ​ໃຫ້​ແກ່​ຈີນ​ແລ້ວ ຮົງ​ກົງ​ຈຶ່ງ​ມີ​ສິດ​ໃນ​ການ​ປ່ອນ​ບັດ​ເລືອກ​ເອົາ​ຜູ້​ນຳ​ຂອງ​ຮົງ​ກົງ. ພັດ​ຖືກ​ກ່າວ​ຫາວ່າ​ການ​ເລືອກ​ຕັ້ງ​ບໍ່​ມີ​ປະ​ຊາ​ທິ​ປະ​ໄຕ. ຍັງ​ມີ​ຊາວ​ເນັດ​ເວົ້າ​ວ່າ: ຖືກ​ຕ້ອງ​ແລ້ວ ໃຜ​​ບໍ່​ຮັກ​ຊາດ​ກໍ​ໄດ້​ໄປ​ອາ​ເມ​ຣິ​ກາ​ໂລດ. ທັງ​ໝົດ​ເຫຼົ່າ​ນີ້​ສາ​ມາດ​ເຫັນ​ໄດ້ຢ່າງ​ຈະ​ແຈ້ງວ່າ: ທັດ​ສະ​ນະ​ຂອງ VOA ບໍ່​ໄດ້​ໃຈ​ຄົນ.

ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້_fororder_微信图片_202103081650592
ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້_fororder_微信图片_20210308165059
ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້_fororder_微信图片_202103081650591

ການ​ປັບ​ປຸງ​ລະ​ບຽບການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ຂອງ​ຈີນ​ໃຫ້​ດີ​ຂຶ້ນ​ຈະ​ເປັນ​ເລື່ອງ​ທີ່​ດີ​ຫຼື​ບໍ່​ດີ, ແມ່ນ​ໃຫ້​ປະ​ຊາ​ຊົນ​ຮົງ​ກົງ​ເປັນ​ຜູ້​ຕັດ​ສິນ​ເອງ. ທ່ານ ເສົາ​ສີ​ຕົ່ງ ​ສະ​ມາ​ຊິກສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ເຂດ​ພິ​ເສດ​ຮົງ​ກົງ​ທີ່​ອາ​ໄສ​ຢູ່​ນະ​ຄອນ​ຊຽງ​ໄ​ຮ້ ຮອງ​ປະ​ທານ​ສະ​ມາ​ຄົມ​ຮົງ​ກົງ​ທີ່​ນະ​ຄອນ​ຊຽງ​ໄຮເຫັນ​ວ່າ: ບໍ່​ວ່າ​ປະ​ເທດ​ໃດໆ​ລ້ວນ​ແຕ່​ຕ້ອງ​ຮັບ​ປະ​ກັນ​ການ​ກຳ​ອຳ​ນາດ​ການ​ປົກ​ຄອງ​​ຕ້ອ​ງ​ຢູ່​ໃນ​ກຳ​ມື​ຂອງ​ຜູ້​ຮັກ​ຊາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ມີ​ແຕ່​ເຮັດ​ແນວ​ນີ້, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ,ຄວາມ​ໝັ້ນ​ຄົງ,ຜົນ​ປະ​ໂຫຍດ​ແຫ່ງ​ການ​ພັດ​ທະ​ນາ​ຈຶ່ງ​ຈະ​ສາ​ມາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຢ່າ​ງ​ແທ້​ຈິງ. ສະ​ຫະ​ພັນ​ກຳ​ມະ​ບານ​ຮົງ​ກົງ​ຊີ້​ໃຫ້​ເຫັນ​ວ່າ, ມີ​ແຕ່​ຍຶດ​ໝັ້ນໃນ​ຫຼັກ​ການ “ຜູ້​ຮັກ​ຊາດ​ຮົງ​ກົງ​ບໍ​ລິ​ຫານ​ຮົງ​ກົງ” ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ເພື່ອ​ສຸມ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບ​ປຸງ​​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ຮົງ​ກົງ​ຈຶ່ງ​ຈະ​ມີ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ແລະ​ມີສະ​ຖຽນ​ລະ​ພາບ. ທັດ​ສະ​ນະ​ຂອງວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຮົງ​ກົງ​ຍັງ​ມີ​ຫຼາຍ, ລ້ວນ​ແຕ່​​ໄດ້​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ໃຫ້​ກອງ​ປະ​ຊຸມ​ສະ​ພາ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ປັບ​ປຸງ​ລະ​ບົບການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃຫ້​ດີ​ຂຶ້ນ. ຊັ້ນຂໍ​ຖາມ​ແດ່, ເມື່ອ​ເບິ່ງ​ຈາກ​ສະ​ພາບ​ການ​ແບບ​ນີ້, VOA ​ບໍ່ຮູ້​ສຶກ​ອັບ​ອາຍ​ຂາຍ​ໜ້າ​​ແດ່​ຫວະ?

ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້_fororder_微信图片_202103081650593

ບໍ່​ພຽງ​ແຕ່​ວົງ​ການ​ຕ່າງໆ​ໃນສັງ​ຄົມ​ຮົງ​ກົງ​ສະ​ໜັບ​ສະ​ໜູນ​ໃຫ້​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປັບ​ປຸງ​ລະບົບ​ການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ, ທູ​ຕາ​ນຸ​ທູດ​ຫຼາຍ​ປະ​ເທດ​ກໍ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກອງ​ປະ​ຊຸມ​ສະ​ພາປະ​ຊາ​ຊົນແຫ່ງ​ຊາດ​ຈີນປັບ​ປຸງ​ລະ​​ບົບການ​ເລືອກ​ຕັ້ງ​ຂອງ​ຮົງ​ກົງ​ໃຫ້​ດີ​ຂຶ້ນ​ເຊັ່ນ​ກັນ. ວັນ​ທີ 5 ມີ​ນາ​ນີ້, ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 46 ຂອງ​ສະ​ພາ​​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສ, ເບ​ລາ​ຣູ​ຊີ​ໄດ້​ຕາງ​ໜ້າ​ໃຫ້ 70 ປະ​ເທດ​ກ່າວ​ຄຳ​ປາ​ໄສ​ຮ່ວມ​ໂດຍ​ໄດ້​ເນັ້ນ​ໜັກ​ວ່າ:​ວຽກ​ງານ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ວົງ​ການ​ພາຍນອກ​ບໍ່​ຄວນ​ເຂົ້າ​ມາແຊກ​ແຊງ​. ທ່ານ ຄຳ​ອິນ ຄິດ​ຈະ​ເດດ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ ສ​ປ​ປ ​ລາວ​ປະ​ຈຳ​ເຊີ​ແນວ​ກ່າວ​ວ່າ: ​ມາດ​ຕະ​ການ​​ດັ່ງ​ກ່າວຂອງກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ຢ່າງ​ແນ່ນອນ. ຂະ​ນະ​ດຽວ​ກັນ, ລາວ​ກໍ​ເຊື່ອ​ວ່າ​ການ​ຕົກ​ລົງ​ບັນ​ຫາ​ດັ່ງ​ກ່າວ​ມີ​ຜົນ​ດີ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ​ໄດ້ເປັນ​ຢ່າງ​ດີກວ່າ​ເກົ່າ.

ຮົງ​ກົງ​ມີ​ສະ​ພາ​ບ​ທີ່​ດີ​ຫຼື​ບໍ່, ສຽງອາ​ເມ​ຣິ​ກາຫຼືຶ VOA ​ບໍ່​ມີ​ສິດ​ເວົ້າ​ແນວ​ນັ້ນ​ແນວ​ນີ້_fororder_微信图片_202103081650594

ຮົງ​ກົງ​ແມ່ນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຂອງ​ຈີນ, ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ. ຖ້າ​ບໍ່​ຮັກ​ຊາດ,​ຊິ​ວ່າ​ຮັກ​ຮົງ​ກົງ​ໄດ້ແນວ​ໃດ, ຮັກ​ຮົງ​ກົງ​ແລະ​ຮັກ​ຊາດ​ແມ່ນ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ. ກໍ​ຄື​ກັນ​ກັບ​ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເວົ້າ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມີ​ນາ​ນີ້​ວ່າ: “ໃນ​ໄລ​ຍະ​ເປັນ​ຫົວເມືອງ​ຂຶ້ນ, ຮົງ​ກົງ​ບໍ່​ມີ​ປະ​ຊາ​ທິ​ປະ​ໄຕ​ໃດໆ. ນັບ​ແຕ່​ໄດ້​ກັບ​ຄືນ​ສູ່​ແຜ່ນ​ດິນ​ມານ​ດາ​ເປັນ​ເວ​ລາ 24 ປີ​ມາ​ນີ້, ຮົງ​ກົງ​ຈາກ​ຄວາມ​ວຸ້ນ​ວາຍ​ກາຍ​​ມາເປັນ​​ການ​ມີ​ສັນ​ຕິ​ສຸກ, ​ເຊິ່ງສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຝ່າຍ​ຢ່າງ​ເຖິງ​ຖອງ, ​ທັງ​ເປັນການ​ຮັບ​ປະ​ກັນ​ທີ່​ໝັ້ນ​ຄົງ​​ຫຼາຍກວ່າ​ເກົ່າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ​ແລະ​ສິດ​ທິ​ທີ່ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ສຳ​ລັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ.​ຈີນມີ​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ຍຶດ​ໝັ້ນ​ໃນ​ຫຼັກ​ການ ‘ປະ​ເທດ​ດຽວ​ສອງ​ລະ​ບອບ’ ‘ຄົນ​ຮົງ​ກົງ​ບໍ​ລິ​ຫານ​ຮົງ​ກົງ’ ​ມີການ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ, ທັງ​​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ເຮັດ​ໃຫ້​ຮົງ​ກົງ​ມີ​ອະ​ນາ​ຄົດ​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ.” ຫວັງ​ວ່າ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ເຊັ່ນ: VOA ເປັນ​ຕົ້ນ​ຈະ​ບໍ່​ເວົ້າ​​ແນວ​ນັ້ນ​ແນວ​ນີ້,ກັບ​ດຳ​ເປັນ​ຂາວ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ​ອີກ, ເພື່ອ​ບໍ່​ໃຫ້​ໂຕ​ເອງ​ເປັນ​ໂຕ​ຕະ​ຫຼົກ​ທີ່​ໜ້າ​ຫົວ​ຂວັນ​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0