黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢາກ​ຮັ່ງ​ມີ​ຂຶ້ນ, ຕ້ອງ​ທະ​ລຸ​ເສັ້ນ​ທາງ​ກ່ອນ

2021-03-09 18:37:13 cri

ເສັ້ນ​ທາງ​ກໍ​ຄື​ສາຍ​ເລືອດ​ຂອງ​ຄົນ, ການວຽນ​ຂອງ​ໄຫຼ​ເລືອດ​ຕ້ອງ​ມີ​ສາຍ​ເລືອດ​ເປັນ​ສິ່ງ​ຄ້ຳ​ຊູ. ​ການຄົມ​ມະ​ນາ​ຄົມ​ທີ່​ສະ​ດວກ​ສາ​ມາດ​ຫຼຸດ​ຕົ້ນ​ທຶນ​ດ້ານ​ການ​ຂົນ​ສົ່ງ, ການ​ເຄື່ອນ​ຍ້າຍ​ຂອງ​ຄົນ​ແລະ​ການ​ຂົ​ນ​ສົ່ງ​ສິນ​ຄ້າ​ກໍ​ຈະ​ງ່າຍກວ່າ​ເກົ່າ, ​ແລ້ວ​ກໍ​ຈະ​ສາ​ມາດ​ສ້າງ​ໂອ​ກາດ​​ໃຫ້​ກັບ​ວຽກ​ງານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ຮັ່ງ​ມີ​ຂຶ້ນ​​ສຳ​ລັບເຂດ​ດ້ອຍ​ພັດ​ທະ​ນາ.

ພາຍ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ, ອາ​ເມ​ຣິ​ກາ​ໄດ້​ສ້າງ​ທາ​ງ​ດ່ວນ​ລະ​ຫວ່າງ​ລັດ​ກັບ​ລັດ​ຢ່າງ​ຫຼວງ​ຫຼາຍ, ໄດ້​ສ້າງ​ລະ​ບົບ​​ຄົມ​ມະ​ນາ​ຄົມຂົນ​ສົ່ງ​ທີ່​ສະ​ດວກ​ແລະ​ປອດ​ໄພ, ໄດ້​ຊຸກ​ຍູ້​ການ​ໄຫຼວຽນ​ດ້ານ​ບຸກ​ຄະ​ລາ​ກອນ​ແລະ​ວັດ​ຖຸ​ສິ່ງ​ຂອງ. ຍ້ອນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ລະ​ບົບ​ຂົນ​ສົ່ງ​ດັ່ງ​ກ່າວ, ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ.

ໃນ​ເມື່ອ​ກ່ອນ, ການ​ຄົມ​ມະ​ນາ​ຄົມ​ບໍ່​ດີ​ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ຫຼາຍ​ເຂດ​ຂອງ​ຈີນ​ທຸກ​ຍາກ. ຍ້ອນ​ວ່າ​ເສັ້ນ​ທາງເຂົ້າ​ອອກ​ຍັງ​ບໍ່​ທັນ​ສະ​ດວກ, ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ເຂດ​ທຸກ​ຍາກ​ຈຶ່ງ​ຖືກ​ຈຳ​ກັດ​ໄວ້​ຢູ່​ພຽງ​ແຕ່​ຢູ່​ທ້ອງ​ຖິ່ນ, ບໍ່​ສາ​ມາດ​ສົ່ງ​ອອກ​ໄປ​ສູ່​ບ່ອນ​ອື່ນ​ໄດ້​. ອີກ​ດ້ານ​ໜຶ່ງ, ຍ້ອນ​ວ່າ​ເສັ້ນ​ທາງ​ເຂົ້າ​ອອກ​ຍັງ​ບໍ່​ທັນສະ​ດວກ, ສົ່ງ​ຜົນ​ເຮັດ​ໃຫ້​ບຸກ​ຄະ​ລະ​ກອນ, ຊັບ​ພະ​ຍາ​ກອນ​ແລະ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​​ທີ່​ວຽກ​ງານ​ລຶບລ້າງ​ຄວາມ​ທຸກ​ຍາກ​ແລະ​ຮັ່​ງ​ມີ​ຂຶ້ນ​​ມີ​ຄວາມ​ຕ້ອງ​ການ​ຢູ່​ນັ້ນບໍ່​ສາ​ມາດ​ເຂົ້າ​​ໄປ​ເຖິງ​ເຂດ​ເຫຼົ່າ​ນີ້​ໄດ້​ຢ່າງ​ທັນ​ເວ​ລາ. ​ດັ່ງ​ນັ້ນຢາກ​ຮັ່ງ​ມີ​ຂຶ້ນ​ຕ້ອງ​ທະ​ລຸ​ເສັ້ນ​ທາງ​ກ່ອນ, ​ລະ​ບົບຄົມ​ມະ​ນາ​ຄົມ​ຕ້ອງ​ພັດ​ທະ​ນາ​ຂຶ້ນ​ແລະ​ເຮັດ​ໃຫ້​ກ​ານ​ຈໍ​ລະ​ຈອນ​ສິນ​ຄ້າ​ມີ​ຄວາມສະ​ດວກ.

ພາຍ​ຫຼັງ​ຈີນ​​ໄດ້​ດຳ​ເນີນ​ນະໂຍ​ບາຍ​ປະ​ຕິຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ໄລ​ຍະ​ເວ​ລາ 41 ປີ​ມາ​ນີ້, ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງດ້ານ​ຄົມ​ມະ​ນາ​ຄົມ. ປະ​ເທດ​ຈີນ​ໃນ​ປັດ​ຈຸ​ບັນ​ມີ​ໄລ​ຍະ​ທາງ​ດ່ວນ​ລວມ​ກັນຍາວ​ທີ່​ສຸດ​ໃນ​ໂລກ​ເປັນ​ຫຼາຍ​ປີ​ລຽນ​ຕິດ, ທັງ​ແມ່ນ​ປະ​ເທດ​ທີ່​ມີ​ເຕັກ​ນິກ​​ລະ​ບົບລົດ​ໄຟ​ຄວາມ​ໄວ​ສູງ​ຄົບ​ຖ້ວນ​ທີ່​ສຸດໃນ​ໂລກ, ມີ​ໄລ​ຍະ​ທາງ​ລົດ​ໄຟ​​ທີ່​ເຄື່ອນ​ໄຫວຍາວ​ທີ່​ສຸດ​ແລະ​ມີ​ໂຄງ​ການ​ການ​ສ້າງ​ທາງ​ລົດ​ໄຟ​ຍາວ​ທີ່​ສຸດ​ໃນ​ໂລກ. ກາ​ນ​ພັດ​ທະ​ນາ​ດ້ານ​ຄົມ​ມະ​ນາ​ຄົມ​ເຮັດ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຂຶ້ນ​ເຊັ່ນ​ກັນ, ເຂດ​ທຸກ​ຍາກ​ຫຼາຍ​ແຫ່ງ​ໄດ້​ຄົ້ນ​ຄວ້າ​ອອກ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ “ກະ​ສິ​ກຳ+ຊົນ​ນະ​ບົດ” ທີ່​ມີ​ເອ​ກະ​ລັດ​ສະ​ເພາະ​ຕົນ, ເຂດ​ທຸກ​ຍາກ​ເຫຼົ່າ​ນີ້​ກໍໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ຮັ່ງ​ມີ​ຂຶ້ນ. ​ໂດຍ​ຜ່ານ​ການ​ສູ້​ຊົນ​ຢ່າງ​ທຸກ​ຍາກ​ລຳ​ບາກ​ເປັນ​ເວ​ລາ​ຫຼາຍ​ປີ, ຈີນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຍິ່ງ​ໃຫຍ່​ທີ່​ທົ່ວ​ປະ​ເທດ​ສາ​ມາດ​ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເດັດ​ຖານ​ທັງ​ໝົດ​​ໄດ້ໃນ​ທ້າຍ​ປີ​ຜ່ານ​ມາ.

“ຢາກ​ຮັ່ງ​ມີ​ຂຶ້ນ, ຕ້ອງ​ທະ​ລຸ​ເສັ້ນ​ທາງ​ກ່ອນ” ແມ່ນ​ແນວ​ຄວາມ​ຄິດ​ທີ່​ເໝາະ​ກັບ​ທົ່ວ​ໂລກ. ໃນ​ຖາ​ນະ​ເປັນ​ປະ​ເທດທີ່​ບໍ່​ມີ​ຊາຍ​ແດນ​ຕິດຈອດ​ກັບ​ທະ​ເລ​ພຽງ​ປະ​ເທດ​ດຽວ​​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ປະ​ເທດ​ລາວ​ມີ​ພູ​ຜາ​ແລະ​ພູ​ພຽງ​ກວມ​ເນື້ອ​ທີ່ 80% ຂອງ​ປະ​ເທດ​ຕົນ, ​ການຄົມ​ມະ​ນາ​ຄົມ​​ຍັງ​ບໍ່​ທັນ​ສະ​ດວກ, ພື້ນ​ຖານ​ການ​ຄ້າ​ຍັງ​ບໍ່​ທັນ​ເຂັ້ມ​ແຂງ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ກໍ​ຍັງ​ຫຼ້າ​ຫຼັງ, ລະ​ດັບ​ເສດ​ຖະ​ກິດ​​ໂດຍ​ລວມ​ຍັງ​ຫຍຸ້ງ​ຍາກ. ສະ​ນັ້ນ, ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ໄດ້​ກາຍ​ເປັນ​ຄວາມ​ຕ້ອງ​ການ​ດ່ວນ​ທີ່​ສຸດ​ໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​, ​ແລະ​ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ແລະ​ຮັ່ງ​ມີ​ຂຶ້ນ​ຂອງ​ລາວ.

ໃນ​ຊຸມ​ປີ 1970, ຈີນ​ໄດ້​ສົ່ງ​ໜ່ວຍ​​ພັດ​ທະ​ນາ​ຂະ​ໜາດ​ໃຫຍ່​ສຳ​ລັບ​ກໍ່​ສ້າງໂຄງ​ການ​ໃຫຍ່ 18 ໜ່ວຍ​ໄປ​ປະ​ເທດ​ລາວ, ແລະ​ໄດ້​ຊ່ວຍ​ສ້າງ​ທາງ​ຫຼວງ​ທີ່​ມີ​ຄວາມ​ຍາວ 822,4 ກິ​ໂລ​ແມັດ​ໃຫ້​ແກ່​ປະ​ເທດ​ລາວ. ເສັ້ນ​ທາງ​ເລກ​ທີ 13 ເຊິ່ງ​​ປຽ​ບ​ເໝືອນ​ເສັ້ນ​ເລືອດ​ໃຫຍ່​ດ້ານ​ການ​ຂົນ​ສົ່ງ​ຂອງ​ລາວ, ຈາກ​ພາກ​ເໜືອ​ຫາ​ພາກ​ໃຕ້​​ຍາວກວ່າ 1.400 ກິ​ໂລ​ແມັດ​, ໃນ​ນັ້ນຕອນ​ນາ​ເຕີຍ​ຫາ​ບ້ານ​ປາກມອງ​ແມ່ນ​ຈີນ​ຊ່ວຍ​ສ້າງ, ໄດ້​ກາຍ​ເປັນ​ຂໍ້​​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທ​ດ​ລາວ​-ຈີນ. ທາງ​ດ່ວນ​ຄຸນ​ມິງ​ຫາ​ບາງກອກ​ຕອນ​ປະ​ເທ​ດ​ລາວ​ທີ່​ຈີນ​ຊ່ວຍ​ສ້າງ​ເມື່ອ​ປີ 2004 ໄດ້​ເລິ່ມ​ແລ່ນ​ລົດ​ໃນ​ທ້າຍ​ປີ 2013, ວັນ​ທີ 13 ພະ​ຈິກ​ປີ 2020, ທາງ​ດ່ວນ​ລາວ​-ຈີນ​ຕອນ​ວັງ​ວຽງ​ຫາ​ນະ​ຄອນ​ຫຼວງວຽງ​ຈັນ​ທີ່​ຈີນ​​ລົງ​ທຶນ​ຕໍ່​ສ້າງ​ໄດ້​ຜ່ານ​ການ​ກວດ​ກາ​ແລະ​ຮັບ​ຮອງ​ຈາກ​ລັດ​ຖະ​ບານ​ລາວແລະ​ໄດ້​ເປີດ​ນຳ​ໃຊ້​ແລ້ວ. ​ການ​ສ້າງ​ທາງ​ຫຼວງ​ເຫຼົ່​າ​ນີ້​ສຳ​ເລັດ​ສ້າງ​ຄວາມ​ສະ​ດວກ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາດ​, ການ​ຮ່ວມ​ມື​​ດ້ານການ​ຄ້າ, ການ​ແລກ​ປ່ຽນ​​ດ້ານວັດ​ທະ​ນະ​ທຳ, ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແລະ​ອື່ນໆ​ລະ​ຫວ່າງ​ລາວ-ຈີນ, ໄດ້​ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​​ໃຫ້ພັດ​ທະ​ນາ​ຢ່າງ​ຫຼວງ​ຫຼາຍ.

ວັນ​ທີ 6 ມີ​ນາ​ນີ້, ທ່ານ​ລູ້​ຕຸ່ງ​ຝູ ຜູ້​ແທນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ປະ​ທານ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢູ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ກ່າວ​ວ່າ: ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​​ລົງ​ມື​ກໍ່​ສ້າງ​ໃນ​ທ້າຍ​ປີ 2015 ໄດ້​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ, ຮັບ​ປະ​ກັນ​ໄດ້​ວ່າ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ຈະ​ສາ​ມາດ​ເປີດ​ນຳ​ໃຊ້​ໄດ້​ທັງ​ໝົດ​ໃນ​ຕົ້ນ​ເດືອນ​ທັນ​ວາ​ປີ​ນີ້, ຮອດ​ເວ​ລາ​ນັ້ນ​ກໍ​ຈະ​ສາ​ມາດ​​ເຮັດ​ໃຫ້​ການ​ຂົນ​ສົ່ງ​ໂດຍ​ກົງ​ລະ​ຫວ່າງນະ​ຄອນ​ຄຸນ​ມິງຂອງ​ຈີນ​ຫາ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​ສະ​ດວກ​ສະ​ບາຍ.

​ການ​ສ້າງທາງ​ລົດ​ໄຟ​ລາວ​ຈີນ​ສ້າງ​ສຳ​ເລັດ​ແລະ​ເລີ່ມ​​ນຳ​ໃຊ້, ຈະ​ຊ່ວຍ​​ໃຫ້​ປະ​ເທດ​ລາວ​ຈາກ ປະເທດທີ່ບໍ່ມີທາງອອ​ນ​ສູ່ທະເລກາຍ​ເປັນປະເທດທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ, ທາງ​ລົດ​ໄຟ​ລາວ​ຈີນ​ຈະ​ກາຍ​ເປັນ​ເສົາ​ຄ້ຳ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ເປັນ​ການສ້າງ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຈອດ​ປະ​ເທດອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ບັນ​ລຸ​ການ​ຂົນ​ສົ່ງ​ສິນ​ຄ້າ​ຢ່າງວ່ອງ​ໄວ​ແລະ​ຫຼຸດ​ຕົ້ນ​ທຶນ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ພາກ​ພື້ນ, ​ທັງ​ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ. ສ່ວນ​ປະ​ເທດ​ລາວ​ກໍ​ຈະ​​ໄດ້​ຮັບ​ປະ​ໂຫຍດ​ຈາກ​ໂອ​ກາດ​ແບບ​ນີ້, ກ້າວ​ເຂົ້າ​ສູ່​ເສັ້ນ​ທາງ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ຮັ່ງ​ມີ​ຂຶ້ນ. ໃນ​ຂະ​ນະ​ທີ່​ຊ່ວຍ​ເຫຼືອ​​ປະ​ເທດ​ລຽບ​ຕາມ​ທາງ​ລົດ​ໄຟ​​ໃຫ້ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ, ​ພາກ​ພື້ນ​ກໍ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ທາງ​ລົດ​ໄຟ​ລາວ​ຈີນ​ກໍ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ແບບ​ຢ່າງ​ໃນເວ​ທີ​ທົ່ວ​ໂລກ​.

 

   

 

ຄຳ​ເຫັນ

0