尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

2021-03-10 17:35:25 cri

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173254

ເດືອນ​ຕຸ​ລາ​ປີ 2017, ໃນບົດ​ລາຍງານ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝ​ທີ 19 ໄດ້​ສະ​ເໜີ​ວ່າ: “ເສດ​ຖະ​ກິດ​ຈີນ​ໄດ້​ຫັນ​ປ່ຽນ​ຈາກ​ໄລ​ຍະ​ການ​ເຕີບ​ໂຕ​ທີ່​ມີ​ຄວາມ​ໄວ​ສູງຫາ​ໄລ​ຍະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ”. ເດືອນ​ຕຸ​ລາ​ປີ 2020, ກອງ​ປະ​ຊຸມ​ຄົບ​ຄະ​ນະຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ຊີ້​ອອກວ່າ: “ຈີນ​ພວມ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ”.

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173300

​ໂດຍຜ່ານ​ການ​ປຽບ​ທຽບ​​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ທັງ​ສອງ​ຄັ້ງ​ດັ່ງ​ກ່າວແລ້ວ​ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ວ່າ: ໃນ​ໄລ​ຍະ 3 ປີ​ຜ່ານ​ມາ, ​ຄຳ​ຂະ​ຫຍາຍ​ຄວາມ​ຂອງ​ປະ​ໂຫຍກ​ທີ່​ວ່າ “ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ” ໄດ້​ປ່ຽນ​ຈາກ “ເສດ​ຖະ​ກິດ​ຈີນ”ມາ​ເປັນ “ຈີນ” ເຊິ່ງ​ມີ​ຄວາມ​ໝາຍ​ທີ່​ບໍ່​ທຳ​ມະ​ດາ. ໃນ​ຕອນ​ບ່າ​ຍ​ວັນ​ທີ 7 ມີ​ນາ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ການ​ບັນ​ຍາຍ​ຢ່າງ​ລະ​ອຽດໂດຍ​ປິ່ນ​ອ້ອມ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ເວ​ລາ​​ທ່ານເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຊິ່ງ​ໄຫ​​ໃນກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 13.

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173308

ເມື່ອ​ກ່າວ​ເຖິງ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ທຳ​ອິດຄົນ​ທັງ​ຫຼາຍ​ ​ຈະ​ເອົາ​ໃຈ​ໃສ່​ຂົງ​ເຂດ​ເສດ​ຖະ​ກິດ​ຫຼາຍກວ່າ ເຊິ່ງ​ໃນ​ນີ້​ມີ​ສາ​ເຫດ​ທາງ​ປະ​ຫວັດ​ສາດ. ຈີນ​ຍຶດ​ໝັ້ນ​ການ​ສ້າງ​ສາ​ເສດ​ຖະ​ກິດ​ເປັນ​ໃຈ​ກາງ, ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​ທີ່​ມີ​ຄວາມ​ໄວ​ສູງ​ແມ່ນ​ໜຶ່ງ​ໃນ​ລັກ​ສະ​ນະ​ພິ​ເສດ​ທີ່​ຈະ​ແຈ້ງ​ນັບ​ແຕ່​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ. ແຕ່​ຄຽງ​ຄູ່​ກັບ​ຂໍ້​ຂັດ​ແຍ້ງ​ສຳ​ຄັນ​ໃນ​ສັງ​ຄົມ​ຈີນ​​ໄດ້ຫັນ​ເປັນ​ຄວາມ​ຂັດ​ແຍ້​ງ​ກັນ​ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ກັບ​ການ​ພັດ​ທະ​ນາ​ທີ່​ບໍ່​ດຸນ​ດ່ຽງ​ແລະບໍ່​ເຕັມ​ປ່ຽມ, ການ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ຄວາມ​ໄວ​ສູງ​ດ້ານ​ດຽວ​ແລະ​ເປັນ​ລະ​ດັບ​ຕ່ຳ​ນັ້ນ​ແມ່ນ​ຍາກທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ຕໍ່​ໄປ​ອີກ. ສະ​ນັ້ນ, ໃນ​ຂະ​ບວນ​ການ​ຮ່າງ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ແລະ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ປີ 2035, ທ່ານເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: “ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເປັນພຽງ​ຄຳ​ຂວັນ​​ຊື່ໆ​ແມ່ນ​ບໍ່​ໄດ້,ຍິ່ງ​ບໍ່​ແມ່ນ​ຈຳ​ກັດ​ແຕ່​ຂົງ​ເຂດ​ເສດ​ຖະ​ກິດ​ເທົ່າ​ນັ້ນ​”; ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19, ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ຕື່ມ​ອີກວ່າ: “ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ,ສິ່ງ​ແວດ​ລ້ອມຊີ​ວະ​ພາບ​ແລະ​ຂົງ​ເຂດ​ອື່ນໆ​ລ້ວນ​ແຕ່​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ”. ​ນັ້ນກໍ​ໝາຍ​ຄວາມ​ວ່າ: ໃນ​ໄລ​ຍະ​​ປ​ະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ຫຼື​ໄລ​ຍະ​ຍາວກວ່າ​ນີ້​ອີກ, “ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ” ລ້ວນ​ແຕ່​ແມ່ນ​ຄວາມ​ຕ້ອງ​ການທີ່ກວມ​ເອົາ​ທຸກ​ດ້ານ, ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ເຂົ້າ​ໃນ​ທຸກ​​ຂົງ​ເຂດ​ວຽກ​ງານ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ກໍ​ຄືເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ.

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173313

​ແຕ່​ກໍ​ອາດ​ຈະ​ມີ​​ບາງ​ຄົນ​ເຫັນ​ວ່າ: “ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ” ແມ່ນ​ເລື່ອງ​ຂອງ​ເຂດ​​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ເທົ່າ​ນັ້ນ, ​ແຕ່ມີ​ສ່ວນ​ກ່ຽວ​ຂ້ອງ​ບໍ່​ຫຼາຍ​ປານ​ໃດ​ກັບ​ເຂດ​​ພັດ​ທະ​ນາເສດ​ຖະ​ກິດທີ່​ຍັງ​ບໍ່​ທັນ​ເຂັ້ມ​ແຂງ. ແຕ່​ວ່າ, ຄຳ​​ບັນ​ຍາຍຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​​ໃນ​ຄະ​ນະ​ຜູ້​ແທນ​ແຂວງ​ຊິ່ງ​ໄຫ​​ກໍໄດ້​ແກ້​ຄວາມ​ເຂົ້າ​ໃຈ​ຜິດ​ພາດ​ໃນ​ດ້ານ​ຄວາມ​ຮັບ​ຮູ້​ແບບ​ນີ້. ທ່ານ​ຊີ້​ໃຫ້​ເຫັນ​ວ່າ: “ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຕ້ອງ​ການ​ຂອງເຂດ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ແລ້ວເທົ່າ​ນັ້ນ, ຫາກ​ແມ່​ນ​ຄວາມ​ຕ້ອງ​ການ​ລວມ​ທີ່​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ການ​ພັດ​ທະ​ນາ​ຂອງ​​ທຸກໆ​ເຂດ. ຢູ່​ເຂດ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ຍັງ​ບໍ່​ທັນ​ເຂັ້ມ​ແຂງ, ​ກໍຕ້ອງປະ​ຕິ​ບັດ​ຕາມ​ສະ​ພາບ​ຕົວ​ຈິງ​ແລະນຳ​ໃຊ້​ທ່າ​ແຮງ​ທີ່​ດີ​ແລະ​ແກ້​ໄຂ​ຈຸດ​ບົກ​ຜ່ອງ​ຕ່າງໆ​ຂອງ​ທ້ອງ​ຖິ່ນ​ຕົນ, ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອ​ງ​ທ້ອງ​ຖິ່ນ​ຕົນ.”

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173317

ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13, ກຳ​ລັງ​ຕົວ​ຈິງ​ທາງ​ເສດ​ຖະ​ກິດ, ກຳ​ລັງ​ຕົວ​ຈິງ​ທາງວິ​ທະ​ຍາ​ສາດ​ເຕັກ​ນິກ, ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ແລະ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ຈີນກໍ​ໄດ້​ກ້າວ​ຂຶ້ນ​ສູ່ລະ​ດັບ​ໃໝ່,ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຄັ້ງໃໝ່. ແຕ່​ພວກ​ເຮົາ​ກໍ​ຄວນ​ໄດ້​ເຫັນວ່າ: ສະ​ພາບ​ພື້ນ​ຖານ​ແຫ່ງ​ຊາດ​​ຂອງ​ຈີນ​ຍັງແລະ​ຈະ​ຢູ່​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ສັງ​ຄົມ​ນິ​ຍົມ​​ເປັນ​ໄລ​ຍະ​ເວ​ລາ​ດົນ​ນານ​ອີກ​ຕໍ່​ໄປ​ບໍ່ມີ​ການ​ປ່ຽນ​ແປງ, ບັນ​ຫາການ​ພັດ​ທະ​ນາ​ທີ່​ບໍ່​​ດຸນ​ດ່ຽງ​ແລະ​ບໍ່​ເຕັມ​ສ່ວນ​ຍັງ​ແມ່ນ​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ຄື​ເກົ່າ. ສະ​ນັ້ນ, ໃນ​ການ​ບັນ​ຍາຍ​ຄັ້ງ​ນີ້, ​ທ່ານເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ວ່າ: “ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ບໍ່​ແມ່ນ​ຄວາມ​ຕ້ອງ​ການ​ໃນ​ດ້ານ​ໃດ​ໜຶ່ງ​ແລະ​ໃນໄລ​ຍະ​ຊົ່ວ​ຄາວ​ເທົ່າ​ນັ້ນ, ຫາກ​ແມ່ນ​ຄວາມ​ຕ້ອງ​ການ​ທີ່​ຕ້ອງ​ຍຶດ​ໝັ້ນ​​ເປັນ​ໄລ​ຍະ​ເວ​ລາ​ດົນ​ນານອີກ​ດ້ວຍ”. ຄຳ​ບັນ​ຍາຍດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງບໍ່​ແມ່ນ​ແຜນ​ການ​ຊົ່ວ​ຄາວ​​ຢ່າງ​ເດັດ​ຂາດ,ຫາກ​ແມ່ນ​ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ທີ່​ຢືນ​ຢູ່​ບົນ​ພື້ນ​ຖານ​ຂອງ​ສະ​ພາບການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ.

ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173321

ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຈີນ​​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ແມ່ນ​ເປົ້າ​ໝາຍ​ສູ້​ຊົນ, ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ແມ່ນ​ຊ່ອງ​ທາງ​ທີ່​ຕ້ອງ​​ໄດ້​ເດີນ​ຜ່ານ​ເພື່ອ​ບັນ​ລຸເປົ້າ​ໝາຍ​ດັ່ງ​ກ່າວ. ການ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ແມ່ນ​ຄວາມ​ຕັ້ງ​ໃຈ​ແຕ່​ຫົວ​ທີຂອງ​ສະ​ມາ​ຊິກພັກ​ກອມ​ມູ​ນິດ​ຈີນ,ແລະ​ກໍ​ແມ່ນຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ເຊັ່ນ​ກັນ.
ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງແມ່ນ​ຄວາມຕັ້ງ​ໃຈ​ແຕ່​ຫົວ​ທີ​​ແລະກໍ​ແມ່ນ​ ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ_fororder_微信图片_20210310173325

ຄຳ​ເຫັນ

0