ອາເມຣິກາມີກຳລັງອາວຸດທີ່ເຂັ້ມແຂງທີ່ສຸດໃນໂລກ, ທັງເປັນປະເທດທີ່ມີລາຍຈ່າຍດ້ານການທະຫານຫຼາຍທີ່ສຸດໃນໂລກ, ແຕ່ວ່າເປັນເວລາດົນນານມາແລ້ວ, ອາເມຣິກາບໍ່ໄດ້ນຳໃຊ້ຄວາມເຂັ້ມແຂງດ້ານກຳລັງອາວຸດຂອງຕົນເຂົ້າໃນການຮັກສາສັນຕິພາບຂອງໂລກ, ຍິ່ງກວ່ານັ້ນ, ພັດໄດ້ເຂົ້າແຊກແຊງຫຼືເຂົ້າຮຸກຮານປະເທດອື່ນດ້ວຍກຳລັງອາວຸດທີ່ຜິດກົດໝາຍສາກົນຢ່າງບໍ່ຢຸດຢັ້ງເພື່ອຮັກສາຖານະຂອງຄວາມເປັນປະເທດເຈົ້າອຳນາດແລະສະແຫວງຫາຜົນປະໂຫຍດ, ການກະທຳຂອງອາເມຣິກາໄດ້ເປັນໄພຂົ່ມຂູ່ຕໍ່ສັນຕິພາບໂລກ, ແລະກາຍເປັນ "ແຫຼ່ງກຳເນີດຄວາມວຸ້ນວາຍຂອງໂລກ".
ຕາມສະຖິຕິສະແດງໃຫ້ເຫັນວ່າ: ພາຍຫຼັງສະຖາປະນາອາເມຣິກາຈົນມາຮອດປັດຈຸບັນກໍມີອາຍຸຫຼາຍກວ່າ 240 ປີແລ້ວ, ໃນນັ້ນມີ 227 ປີອາເມຣິກາໄດ້ເຮັດສົງຄາມກັບປະເທດອື່ນ. ຕົວເລກຄົ້ນຄວ້າທີ່ອົງການຕໍ່ຕ້ານສົງຄາມຂອງອາເມຣິກາ “Code Pink” ເປີດເຜີຍໃນເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ພາຍຫຼັງປີ 2001 ມານີ້, ອາເມຣິກາແລະປະເທດພັນທະມິດໄດ້ຖິ້ມລູກລະເບີດແລະຍິງຂີປະນາວຸດ 3,26 ແສນລູກໃສ່ “ເຂດຕາເວັນອອກກາງແລະອາຟຣິກາເໜືອ”, ເທົ່າກັບວ່າໄດ້ຖິ້ມລູກລະເບີດແລະຍິງຂີປະນາວຸດໃສ່ເຂດດັ່ງກ່າວຫຼາຍກວ່າ 40 ລູກຕໍ່ມື້. ຍ້ອນວ່າລັດຖະບານອາເມຣິກາໄດ້ຢຸດຕິການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບສົງຄາມເຊິ່ງເລີ່ມມາແຕ່ປີ 2020, ສະນັ້ນຈຳນວນຕົວຈິງທີ່ໄດ້ຖິ້ມລູກລະເບີດກໍຈະຫຼາຍກວ່າ 3,26 ແສນລູກ. ສ່ວນການໂຈມຕີທາງອາກາດເຫຼົ່ານີ້ສົ່ງຜົນເຮັດໃຫ້ປະຊາຊົນທີ່ບໍ່ມີໂທດກຳຫຍັງເສຍຊີວິດແລະບາດເຈັບຫຼາຍເທົ່າໃດ, ວົງການພາຍນອກແຮ່ງບໍ່ມີໃຜຮູ້ເລີຍ.
ວັນທີ 25 ກຸມພາແລ້ວນີ້, ລັດຖະບານໂຈ ໄບເດັນ ທີ່ຫາກໍ່ຂຶ້ນກຳອຳນາດໄດ້ຫຼາຍກວ່າໜຶ່ງເດືອນກໍໄດ້ລະເມີດຂໍ້ກຳນົດຂອງກົດບັດອົງການສະຫະປະຊາຊາດ, ແລະສັ່ງໃຫ້ກອງທັບອາເມຣິກາໂຈມຕີທາງອາກາດຕໍ່ພາກຕາເວັນອອກຂອງຊີຣີ, ໄດ້ທຳລາຍສິ່ງກໍ່ສ້າງຫຼາຍແຫ່ງຂອງຊີຣີ. ທ່ານນາງ ເມດ ເບນຈາມິນ(Medea Benjamin) ຜູ້ລິເລີ່ມສ້າງທີ່ມີສ່ວນຮ່ວມຂອງອົງການ “Code Pink” ແລະທ່ານ ນິໂກລັສ ເດວິສ (Nicholas Davies) ນັກຄົ້ນຄວ້າຂອງອົງການດັ່ງກ່າວໄດ້ພິມບົດຄວາມໂດຍໄດ້ຊີ້ໃຫ້ເຫັນວ່າ: ການໂຈມຕີທາງອາກາດໃນວັນທີ 25 ກຸມພາແລ້ວນີ້ພຽງແຕ່ແມ່ນການໂຈມຕີທາງດ້ານການທະຫານຄັ້ງຫຼ້າສຸດທີ່ອາເມຣິກາແລະປະເທດພັນມະມິດຂອງອາເມຣິກາກໍ່ຂຶ້ນຢູ່ “ເຂດຕາເວັນອອກກາງແລະອາຟຣິກາເໜືອ” ຢ່າງບໍ່ຢຸດບໍ່ເຊົາ. ໃນໄລຍະ 20 ປີຜ່ານມາ, ອີຣັກແລະຊີຣີແມ່ນປະເທດຕົ້ນຕໍທີ່ໄດ້ຮັບຜົນຮ້າຍຈາກການເຄື່ອນໄຫວທາງການທະຫານແບບນີ້, ຕາມຜົນການເຮັດສະຖິຕິທີ່ຍັງບໍ່ຄົບຖ້ວນ, ມີລູກລະເບີດແລະລູກສອນໄຟນຳວິຖີ 1,52 ແສນກວ່າລູກໄດ້ຖືກຖິ້ມໃສ່ແລະຍິງໃສ່ດິນແດນຂອງສອງປະເທດດັ່ງກ່າວ.
ເລີ່ມແຕ່ປີ 1964 ຫາປີ 1973, ອາເມຣິກາໄດ້ໂຈມຕີທາງອາກາດຢ່າງຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດໃສ່ປະເທດລາວ, ອາເມຣິກາໄດ້ຖິ້ມລູກລະເບີດໃສ່ປະເທດລາວຕະຫຼອດ 24 ຊົ່ວໂມງຢ່າງຕໍ່ເນື່ອງ, ໃນຫຼາຍປີດັ່ງກ່າວອາເມຣິກາໄດ້ຖິ້ມລູກລະເບີດຫຼາຍກວ່າ 260 ລ້ານລູກໃສ່ດິນແດນຂອງລາວ, ສົ່ງຜົນເຮັດໃຫ້ແຂວງຊຽງຂວາງທີ່ເຕັມໄປດ້ວຍປ່າໄມ້ທີ່ຂຽວງາມອຸ່ມທຸ່ມຖືກລູກລະເບີດທຳລາຍຈົນແປນເອີດເຕີດ, ປະເທດລາວທີ່ບໍ່ມີໂທດກຳຫຍັງກໍ່ໄດ້ກາຍເປັນປະເທດທີ່ປະສົບຄວາມເຄາະຮ້າຍຈາກສົງຄາມທີ່ອາເມຣິກາກໍ່ຂຶ້ນຢູ່ຫວຽດນາມ. ນັບມາຮອດປັດຈຸບັນ, ໃນດິນແດນຂອງປະເທດລາວຍັງມີລູກລະເບີດບໍ່ທັນແຕກປະມານ 80 ລ້ານລູກທີ່ຍັງຖືກຝັງຢູ່ໃນດິນ, ໃນຫຼາຍປີມານີ້, ລູກລະເບີດເຫຼົ່ານີ້ໄດ້ຂ້າຊີວິດຂອງປະຊາຊົນລາວຫຼາຍກວ່າ 4 ໝື່ນຄົນ, ໄດ້ສ້າງຄວາມສ່ຽງຢ່າງໃຫຍ່ຫຼວງຕໍ່ການຜະລິດແລະຊີວິດການເປັນຢູ່ຂອງປະຊາຊົນລາວ.
ຈາກເບື້ອງຫຼັງທີ່ອາເມຣິກາກໍ່ສົງຄາມທຳລາຍຢ່າງປ່ວງບ້າຕໍ່ປະເທດອື່ນ, ເຮັດໃຫ້ລາຍຈ່າຍທາງດ້ານການທະຫານຂອງອາເມຣິກາເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເດືອນເມສາປີ 2020, ສະຖາບັນຄົ້ນຄວ້າສັນຕິພາບສາກົນສະໂຕກໂຮມຂອງປະເທດຊູແອັດໄດ້ພິມບົດລາຍງານໂດຍຊີ້ໃຫ້ເຫັນວ່າ: ລາຍຈ່າຍທາງດ້ານການທະຫານຂອງອາເມຣິກາໄດ້ເພີ່ມຂຶ້ນ 5,3% ໃນປີ 2019, ເທົ່າກັບ 732 ຕື້ໂດລາສະຫະລັດ, ໄດ້ກວມເອົາ 38% ຂອງລວມຍອດລາຍຈ່າຍທາງດິນການທະຫານຂອງໂລກ, ເກືອບເທົ່າກັບລາຍຈ່າຍທາງດ້ານການທະຫານລວມກັນຂອງ 10 ປະເທດທີ່ມີອັນດັບທາງການທະຫານຕາມຫຼັງອາເມຣິກາ.
ສັນຕິພາບແລະການພັດທະນາຍັງຄົງແມ່ນຫົວຂໍ້ຕົ້ນຕໍໃນຍຸກປັດຈຸບັນ. ເຖິງວ່າອາເມຣິກາແມ່ນປະເທດທີ່ພັດທະນາທີ່ສຸດໃນໂລກ, ແຕ່ວ່າໃນດ້ານການສຶກສາຂັ້ນພື້ນຖານ, ລະບົບປິ່ນປົວພະຍາດ, ການກໍ່ສ້າງພື້ນຖານໂຄງລ່າງແລະດ້ານອື່ນໆ, ອາເມຣິກາຍັງມີວຽກງານທີ່ຕ້ອງບູລະນະໃຫ້ສົມບູນຢ່າງຫຼວງຫຼາຍ. ສະນັ້ນ, ນະໂຍບາຍຂອງອາເມຣິກາຄວນໃຫ້ບູລິມະສິດພິຈາລະນາເຖິງດ້ານສາທາລະນະປະໂຫຍດເຊັ່ນ: ການລຶບລ້າງຄວາມທຸກຍາກ, ການຮັບມືກັບການແຜ່ລະບາດຂອງພະຍາດທີ່ມີລັກສະນະທົ່ວໂລກ, ສະໜັບສະໜູນພາລະກິດດ້ານການສຶກສາແລະປັບປຸງລະບົບປະກັນສຸຂະພາບໃຫ້ດີຂຶ້ນ, ຫາກບໍ່ແມ່ນການທະຫານສົງຄາມຫຼືຄົ້ນຄວ້າຜະລິດອາວຸດໃໝ່, ແລະກາຍເປັນ “ແຫຼ່ງກຳເນີດຄວາມວຸ້ນວາຍ” ຂອງໂລກຢ່າງແທ້ຈິງ.
ຄຳເຫັນ
0