吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ແນວ​ຄວາມຄິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ວຍ​ການ​ສຶກສາຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ໃຫ້ຄວາມ​​ຫວັງ​ແກ່​ນັກຮຽນຢູ່​ຊົນນະບົດ

2021-03-11 18:04:19 cri

​​​ເຮັດໃຫ້​ນັກ​ຮຽນຢູ່​ເຂດ​ຊົນນະບົດ​ສາມາດ​​ໄດ້ຮັບ​ການ​ສຶກສາ​ເປັນ​ຢ່າງ​ດີ​ແມ່ນ​ໜ້າ​ທີ່​ສຳຄັນ​ໃນ​ການ​ພັດທະນາ ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ທັງ​ແມ່ນ​ຊ່ອງ​ທາງສຳຄັນ​ໃນ​ການສະກັດ​ກັ້ນ​ບໍ່​ໃຫ້​ຄວາ​ມທຸກ​ຍາກ​ຕົກ​ທອດ​ຈາກ​ລຸ້ນນີ້​ສູ່​ລຸ້ນໜ້າ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເນັ້ນ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ: ການ​​ແກ້​ໄຂ​ຄວາມທຸກ​ຍາກ​ຕ້ອງ​​ແກ້​ໄຂ​ຄວາມ​ເຊື່ອ​ຖື​ງົມ​ງວາຍກ່ອນ, ການ​ຊ່ວຍ​ເຫຼືອ​​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ​ຕ້ອງ​ຊ່ວຍ​ເຫຼືອ​ການ​ສຶກສາກ່ອນ. ​ເພື່ອ​ໃຫ້​ຄົນ​ລຸ້ນຕໍ່​ໄປ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ, ຕ້ອງສ້າງ​ໃຫ້​ເຂົາ​ເຈົ້າ​ມີຄວາມ​ຮູ້. ບຳລຸງ​ສ້າງ​​​ເດັກນ້ອຍຢູ່​ເຂດ​ທຸກ​ຍາກ​​ໃຫ້ມີ​ຄວາມຮູ້​ຄວາ​ມສາມາດ​​ແມ່ນວິທີ​ພື້ນຖານ​ໃນ​ການ​ຫຼຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ.

​ໃນ​ໄລຍະ 8 ປີຜ່ານມາ, ຈີນ​ມີ​ເມື​ອງ​ທຸກ​ຍາກ 832 ​ແຫ່ງ ​ແລະມີຜູ້​ທຸກ​ຍາກ​ເກືອບ 100 ລ້ານ​ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ​ໃນ​ນັ້ນ, ​ໄດ້​ຊ່ວຍ​ເຫຼືອ​ນັກ​ຮຽນ​ຜູ້​ທຸກ​ຍາກທີ່​​ປະລະ​ການ​ຮຽນ​ຈຳນວນ 2 ​ແສນ​ກວ່າ​ຄົນ, ຮັບປະກັນ “ບໍ່​ໃຫ້​ເດັກນ້ອຍ​ຈາກ​ຄອບຄົວ​ທຸກ​ຍາກ​ປະລະ​ການ​ຮຽນ​ແມ່ນ​ແຕ່​ຄົນ​ດຽວ”; ນະ​ໂຍບາຍ “ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ​ໃນ​ດ້ານການ​ສຶກສາ ​ແລະ​ຈິດ​ໃຈ” ​ໄດ້​​ເຮັດ​ໃຫ້​ນັກຮຽນທຸກ​ຍາກ​ທີ່​ໄດ້​ລົງທະບຽນ​ຈຳນວນ 5140500 ຄົນ​ສາມາດ​ຮຽນ​ຢູ່​ມະຫາວິທະ​ຍາ​ໄລ​ໄດ້.

​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະນາ, ​ເສັ້ນທາງ​ການ​ລຶບລ້າງຄວາມທຸກ​ຍາກ​ຂອງ​ລາວ​ກໍ​ຜະ​ເຊີນ​ໜ້າ​ກັບ​ບັນຫາ​ດ້ານ​ການ​ສຶກສາ​ເຊັ່ນ​ກັນ. ​ໂດຍ​ສະ​ເພາະ​ຢູ່​ເຂດ​ຊົນນະບົດ, ລະດັບ​ກາ​ນສຶກສາ​ຕ່ຳ ​ແລະ​ລະດັບການ​ພັດທະນາ​ເສດຖະກິດ​ຕ່ຳ​ກໍ​ເຮັດ​ໃຫ້​ປະຊາຊົນ​ມີ​ທັດ​ສະ​ນະ​ການ​ພັດທະນາ, ການ​ປະດິດ​ສ້າງ​ໃໝ່ ​ແລະ​ການສູ້​ຊົນໂດຍ​ຜ່ານ​ການ​ສຶກສາ, ​​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮູ້​ຄວາມ​ສາມາດຫຼາຍ​ຂຶ້ນ ​ແລະມີ​ສິດ​ອຳນາດ​ພື້ນຖານ​ທີ່ສຸດ​ໃນເລືອກ​ວິ​ທີ​ການ​ດຳ​ລົງ​ຊີວິດ.

ຈີນ ​ແລະ​ລາວ​ເປັນ​ປະ​ເທດ​ທີ່​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​​ໄມຕີ​ຈິດ​ມິດຕະພາບ​ທີ່​ດີ​ມາ​ເປັນ​ເວລາ​ດົນ​ນານ, ​ໃນ​ຊຸ​ມປີຜ່ານມາ ມີ​ນັກ​ສຶກສາ​ລາວ​ທີ່​ຮຽນ​ຢູ່​ຈີນ​ນັບມື້​ນັບ​ຫຼາຍ​ຂຶ້ນ, ສະ​ເພາະ​ໃນ​ປີ 2018 ຫາ​ 2019, ຕາມ​ຕົວ​​ເລກ​ຂອງສະຖານ​ທູດ​ລາວ​ປະຈຳ​ຈີນ​ທີ່​ນະຄອນຫຼວງ​ປັກ​ກິ່ງໄດ້​ຄຸ້ມ​ຄອງ​ນັກ​ສຶກສາລາ​ວທີ່​ຮຽນ​ຢູ່​ຈີນທັງ​ໝົດ 7271 ຄົນ. ຕາມ​ສັນຍາ​ຂອບ​ການ​ຮ່ວມ​ມື​ລາວ-ຈີນ, ລັດຖະບານ​ຈີນ​ໄດ້​ສະໜອງ​ທຶນ​ການ​ສຶກສາ​ໃຫ້​ລາວ 350 ​ລາຍການ. ນອກຈາກ​ນີ້, ລັດຖະບານ​ຈີນ​ໄດ້​ສະໜອງ​ທຶນ​ການ​ສຶກສາ​ດ້ານ​ກາ​ນພັດທະນາ​ທາງ​ລົດ​ໄຟ​ຫຼາຍ​ກວ່າ 20 ​ລາຍການ, ​ເພື່ອ​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ​ຢ່າງຮອບດ້ານ.

​“ເຖິງ​ຈະ​ຫຍຸ້ງຍາກລຳບາກ​ແນວ​ໃດ​ກໍ​ຈະ​ບໍ່​ປ້ອຍ​ໃຫ້​ເດັກນ້ອຍ; ​ເຖິງຈະ​ທຸກ​ຍາກ​ສ່ຳ​ໃດ​ກໍ​ຕາມ​ກໍ​ຈະ​ບໍ່​ໃຫ້ການ​ສຶກສາທຸກ​ຍາກ.” ພາຍ​ໃຕ້​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແນວ​ຄວາມ​ຄິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ວຍການ​ສຶກສາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ໃຫ້​ຄວາມ​​ຫວັງ​​ແກ່ນັກຮຽນຢູ່​​ເຂດ​ຊົນນະບົດ, ​ແລະ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບການ​ຮ່ວມ​ມື​ດ້ານການ​ລຶບລ້າງຄວາມທຸກ​ຍາກ​ລະຫວ່າງ​ຈີນ​-ລາວ.

 

​ແນວ​ຄວາມຄິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ວຍ​ການ​ສຶກສາຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ໃຫ້ຄວາມ​​ຫວັງ​ແກ່​ນັກຮຽນຢູ່​ຊົນນະບົດ_fororder_微信图片_20210311175303

ຄຳ​ເຫັນ

0