ທ່ານ ມັກຊິມ ວິວັສ ນັກຂ່າວຝຣັ່ງໄດ້ພິມຈຳໜ່າຍປື້ມທີ່ມີຫົວຂໍ້ວ່າ “ສິ້ນສຸດຂ່າວປອມກ່ຽວກັບເຜົ່າອຸຍເກີ”ຜ່ານສຳນັກພິມຈຳໜ່າຍເສັ້ນທາງສາຍໄໝຂອງຝຣັ່ງໃນທ້າຍປີ 2020 ໂດຍໄດ້ຊີ້ໃຫ້ເຫັນວ່າ: ຂ່າວຈາກສື່ມວນຊົນຕາເວັນຕົກກ່ຽວກັບເຜົ່າອຸຍເກີເຕັມໄປດ້ວຍຂໍ້ຄວາມຂີ້ຕົວະ. ຫວ່າງກ່ອນນີ້ບໍ່ດົນ, ທ່ານ ມັກຊິມ ວິວັສໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວວ່າ: ທ່ານເຄີຍໄດ້ເດີນທາງໄປຢ້ຽມຢາມເຂດຊິ່ນຈ່ຽງສອງຄັ້ງ, ໄດ້ເຫັນກັບຕາເຖິງຄວາມກ້າວໜ້າອັນໃຫຍ່ຫຼວງແລະຄວາມມີຊີວິດຊີວາທີ່ບໍ່ທຳມະດາຂອງເຂດຊິ່ນຈ່ຽງ, ແລະພົບວ່າ: “ການລາຍງານຂ່າວຂອງສື່ມວນຊົນຕາເວັນຕົກກ່ຽວກັບເຂດຊິ່ນຈ່ຽງບໍ່ມີຄຳເວົ້າປະໂຫຍກໃດທີ່ເປັນຄວາມຈິງ, ລ້ວນແຕ່ແມ່ນຂ່າວລືຂ່າວປອມທີ່ຜູ້ບໍ່ເຄີຍໄດ້ໄປເຂດຊິ່ນຈ່ຽງຈັກເທື່ອສ້າງຂຶ້ນແລະນຳມາຂະຫຍາຍຂ່າວ.”
ໃນປື້ມດັ່ງກ່າວ, ທ່ານ ມັກຊິມ ວິວັສ ຂຽນວ່າ: “ຢູ່ເຂດຊິ່ນຈ່ຽງ, ຂ້ອຍໄດ້ເຫັນຄົນເຜົ່າອຸຍເກີທັງຫຼາຍ,ໄດ້ເຫັນສຸເຫຼົ່າມຸສລິມຈຳນວນຫຼາຍແລະອື່ນໆ. ຢູ່ໂຮງຮຽນ, ຂ້ອຍໄດ້ເຫັນຄູສອນພາສາຈີນກາງແລະພາສາເຜົ່າອຸຍເກີ. ຂ້ອຍໄດ້ເຫັນພໍ່ຄົວເຮັດອາຫານມຸສລິມ. ຢູ່ເອີຣົບ, ທ່ານຍາກທີ່ຈະໄດ້ຮັບຮູ້ເຖິງສະພາບການເຫຼົ່ານີ້, ເພາະວ່າໄດ້ມີການປ່ອຍຂ່າວລືວ່າມີການດັບສູນເຊື້ອຊາດເຜົ່າພັນຢູ່ເຂດຊິ່ນຈ່ຽງ. ແຕ່ເມື່ອເຈົ້າໄດ້ເດີນທາງໄປເຖິງເຂດຊິ່ນຈ່ຽງແທ້ແທ້ແລ້ວ, ເຈົ້າກໍຈະພົບເຫັນວ່າ: ຢູ່ເຂດຊິ່ນຈ່ຽງຈະບໍ່ພົບເຫັນສະພາບການແບບຂ່າວລືລາຍງານມານັ້ນຢ່າງເດັດຂາດ.”
ໂດຍຜະເຊີນໜ້າກັບຂ່າວລືຂ່າວປອມກ່ຽວກັບເຂດຊິ່ນຈ່ຽງໃນສາກົນ ທ່ານ ມັກຊິມ ວິວັສ ໄດ້ກວດກາແຫຼ່ງທີ່ມາຂອງຂ່າວລືຢ່າງລະອຽດແລ້ວຊີ້ໃຫ້ເຫັນວ່າ: “ການເຄື່ອນໄຫວສ້າງຫາງສຽງຕໍ່ຕ້ານຈີນຮອບນີ້ມີແຫຼ່ງທີ່ມາຈາກອາເມຣິກາ,ເພາະອາເມຣິກາເປັນຜູ້ສ້າງຄວາມສົນໃຈໃຫ້ກັບທົ່ວໂລກກ່ຽວກັບເຂດຊິ່ນຈ່ຽງ, ອົງການຂ່າວລັບອາເມຣິກາກໍໄດ້ມີສ່ວນຮ່ວມທີ່ສຳຄັນໃນເລື່ອງນີ້.” ທ່ານ ວິວັສ ກ່າວເນັ້ນວ່າ: “ ຂໍ້ກ່າວຫາກ່ຽວກັບ ‘ການດັບສູນເຊື້ອຊາດເຜົ່າພັນ’ ຢູ່ຊິ່ນຈ່ຽງ, ຂ່າວລືທີ່ວ່າມີປະຊາຊົນ 1 ລ້ານຄົນຢູ່ເຂດຊິ່ນຈ່ຽງໄດ້ຖືກບັງຄັບເຂົ້າໃນ ‘ຄ້າຍຄຸມຂັງ’ ນັ້ນກໍມີແຫຼ່ງທີ່ມາຈາກອາເມຣິກາທັງໝົດ.” “ນັກຂ່າວຕາເວັນຕົກໄດ້ນຳເອົາຂ່າວລືດັ່ງກ່າວມາລາຍງານພາຍໃຕ້ສະພາບທີ່ບໍ່ໄດ້ພິສູດແລະຢືນຢັນຂ່າວເຫຼົ່ານີ້ແມ່ນຖືກຕ້ອງຫຼືບໍ່, ຫຼັງຈາກນັ້ນ, ພວກນັກການເມືອງໄດ້ຮູ້ການລາຍງານຈາກນັກຂ່າວແລ້ວ,ກໍໄດ້ໃຊ້ຄຳເວົ້າແບບດຽວກັນຢ່າງວ່ອງໄວເລີຍ,ຜ່ານການກ່າວຊ້ຳໄປຊ້ຳມາຫຼາຍເທື່ອຈົນວ່າຄຳຫຼອກລວງເບິ່ງແລ້ວຄືກັບ ‘ເລື່ອງຈິງ’.”
ສິ່ງທີ່ເປັນຕາຫົວຂວັນແມ່ນ, ຄຳວ່າຫຼັກອ້າງອີງທີ່ສື່ມວນຊົນຕາເວັນຕົກເຫຼົ່ານີ້ນຳເອົາມາໃຊ້ເປັນຫຼັກຖານອ້າງອີງແມ່ນດ້ານດຽວ,ເກືອບວ່າທັງໝົດລ້ວນແຕ່ໄດ້ນຳເອົາມາຈາກການຄົ້ນຄວ້າທີ່ໜ້າສົງໄສຂອງທ່ານ ເຈີ້ງໂກເອີ່ນ ນັກວິຊາການຕໍ່ຕ້ານຈີນ. ທີ່ຈິງແລ້ວ, ນັກວິຊາການປອມຜູ້ນີ້ໄດ້ມີຊື່ສຽງເໜົ່າເໝັນມາແຕ່ດົນພໍແຮງແລ້ວ. ຂ່າວລາຍງານວ່າ: ຫວ່າງມໍ່ໆມານີ້, ວິສາຫະກິດແລະປະຊາຊົນຈຳນວນໜຶ່ງຢູ່ເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງພວມມອບໝາຍໃຫ້ທະນາຍຄວາມດຳເນີນການຮ້ອງຟ້ອງທ່ານ ເຈີ້ງໂກເອີ່ນ ຄົນເຢຍລະມັນຄົນນີ້. ປະຊາຊົນທ້ອງຖິ່ນກ່າວວ່າ: ທ່ານ ເຈີ້ງໂກເອີ່ນ ໄດ້ເຜີຍແຜ່ຂ່າວລືວ່າ “ບັງຄັບການອອກແຮງງານ” ແລະຂ່າວລືທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງອື່ນໆ,ສົ່ງຜົນເຮັດໃຫ້ຊື່ສຽງຂອງເຂົາເຈົ້າຖືກທຳລາຍແລະມີຜົນເສຍຫາຍຕໍ່ເສດຖະກິດ. ປັດຈຸບັນ, ປະຊາຊົນທ້ອງຖິ່ນໄດ້ສະເໜີໃຫ້ຮ້ອງຟ້ອງຄະດີແພ່ງຕໍ່ສານທ້ອງຖິ່ນຢູ່ເຂດຊິ່ນຈ່ຽງ,ໂດຍໄດ້ຮຽກຮ້ອງໃຫ້ທ່ານ ເຈີ້ງໂກເອີ່ນ ສະແດງການຂໍອະໄພປະຊາຊົນຊິ່ນຈ່ຽງແລະຟື້ນຟູຊື່ສຽງຂອງເຂົາເຈົ້າຄືນໃໝ່ພ້ອມທັງໄຊ້ແທນຄ່າເສຍຫາຍອີກດ້ວຍ.
ເມື່ອກວດເບິ່ງການລາຍງານຂ່າວຂອງ BBC, ໜັງສືພິມນິວຢອກທາມສ໌, CNN ແລະສື່ມວນຊົນທີ່ມີປະຫວັດມາດົນນານອື່ນໆຢູ່ປະເທດຕາເວັນຕົກແລ້ວ, ຈະເຫັນໄດ້ຢ່າງງ່າຍດາຍວ່າ: ສື່ມວນຊົນເຫຼົ່ານີ້ມີພື້ນຖານແນວຄິດອະຄະຕິດ້ານຮູບຖານຈິດສຳນຶກທີ່ໝັ້ນຄົງ, ຍິນດີເປັນໄມ້ມືໃຫ້ອິດທິກຳລັງຕໍ່ຕ້ານຈີນຂອງປະເທດຕາເວັນຕົກ, ບໍ່ຄຳນຶງເຖິງຫຼັກການຂ່າວແລະຈັນຍາບັນດ້ານອາຊີບທີ່ສຸດຈະລິດແລະຍຸຕິທຳທີ່ຕົນແອບອ້າງມາຕະຫຼອດ, ມັກສ້າງແຕ່ຂ່າວລືຂ່າວປອມເລື້ອຍໆ ເພື່ອສ້າງຫາງສຽງສາກົນດ້ວຍເຈດຕະນາຮ້າຍ, ເຊິ່ງມີຈຸດປະສົງທີ່ຊົ່ວຮ້າຍທີ່ສຸດ. ອາດຈະແມ່ນຍ້ອນມີຄວາມກັງວົນຕໍ່ການກະທຳຜິດຂອງຕົນ, ໃນການລາຍງານຂ່າວທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງ 40 ກວ່າບົດຂອງ BBC ແຕ່ເດືອນສິງຫາປີ 2020 ຫາປີນີ້, ມີ 30 ບົດລ້ວນແຕ່ບໍ່ມີຊື່ຂອງນັກຂ່າວ.
ຄຳຫຼອກລວງບໍ່ສາມາດປົກປິດເລື່ອງຈິງໄດ້, ປະຕູຂອງເຂດຊິ່ນຈ່ຽງໄດ້ເປີດອອກສູ່ພາຍນອກຢ່າງສະເໝີຕົ້ນສະເໝີປາຍ. ໃນຫຼາຍປີຜ່ານມາ, ນັກການທູດ, ນັກຂ່າວ, ບຸກຄົນທາງສາສະໜາແລະຜູ້ອື່ນໆຈາກ 100 ກວ່າປະເທດທັງໝົດ 1.200 ກວ່າຄົນໄດ້ໄປຢ້ຽມຢາມເຂດຊິ່ນຈ່ຽງ. ຈີນຍິນດີຕ້ອນຮັບບຸກຄົນຕ່າງປະເທດມາທ່ຽວຊົມຢູ່ເຂດຊິ່ນຈ່ຽງໃຫ້ຫຼາຍກວ່າເກົ່າ. ໃນວັນທີ 7 ມີນາປີນີ້, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຂອງສອງສະພາວ່າ: ຈີນຊົມເຊີຍນັກຂ່າວຂອງສຳນັກຂ່າວຕ່າງປະເທດທີ່ໄດ້ແນະນຳຄວາມຈິງກ່ຽວກັບຈີນໃຫ້ທົ່ວໂລກໄດ້ຮູ້ຫຼາຍກວ່າເກົ່າ. ພວກຂ້າພະເຈົ້າເຊື່ອວ່າ: ຫຼັງຈາກທີ່ຄົນທັງຫຼາຍເດີນທາງມາຈີນແລະເຂດຊິ່ນຈ່ຽງນັບມື້ນັບຫຼາຍຂຶ້ນແລ້ວ, ສິ່ງທີ່ເຂົາເຈົ້າໄດ້ຮູ້ໄດ້ເຫັນຈະເປັນການຢັ້ງຢືນວ່າ: ຂ່າວລືຂ່າວປອມທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງຕ່າງໆທີ່ສື່ມວນຊົນຕາເວັນຕົກມັກເສກສັນປັ້ນແຕ່ງຂຶ້ນມານັ້ນພຽງແຕ່ແມ່ນເລື່ອງຕະຫຼົກທີ່ຫຼອກລວງຕົນເອງແລະກໍຫຼອກລວງຄົນອື່ນເທົ່ານັ້ນ.
ຄຳເຫັນ
0