尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການປູກ​ຕົ້ນ​ໄມ້ແຫ່ງ​ຄວາມ​ຫວັງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໃນ​ລະ​ດູ​ບານ​ໃໝ່​​ກໍ​ເພື່ອ​ໃຫ້​ກາຍ​ເປັນ​ພູ​ຂຽວ​ນ້ຳ​ໃສ​ໃນ​ປີ​ໜ້າ

2021-03-15 17:51:44 cri

ການປູກ​ຕົ້ນ​ໄມ້ແຫ່ງ​ຄວາມ​ຫວັງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໃນ​ລະ​ດູ​ບານ​ໃໝ່​​ກໍ​ເພື່ອ​ໃຫ້​ກາຍ​ເປັນ​ພູ​ຂຽວ​ນ້ຳ​ໃສ​ໃນ​ປີ​ໜ້າ_fororder_622762d0f703918fcc5ce3a42c567c9158eec445

ຍາມ​​ຕົ້ນລະ​ດູ​ບານ​ໃໝ່, ທຸກ​ສິ່ງ​ທຸກ​ຢ່າງ​ເລີ່ມ​ມີ​ຊີ​ວິດ​ຊີ​ວາ​​ຄືນ​ໃໝ່, ​ແລະ​ກໍ​ມາຮອດ​ລະ​ດູ​ການ​ປູກ​ຕົ້ນ​ໄມ້​ອີກ​ແລ້ວ. ການ​ປູກ​ຕົ້ນ​ໄມ້​ແລະ​ສ້າງ​ປ່າ​ເຮັດ​ໃຫ້ສິ່ງແວດ​ລ້ອມ​ມີ​ຄວາມ​ສວຍ​ງາມ​ຂຶ້ນ​ກວ່າ​ເກົ່າ​ແລະ​ເຮັດ​ໃຫ້​ອາ​ກາດ​ມີ​ຄວາມ​ສົດ​​ໃສ​ດີ​ຂຶ້ນ,​ທັງ​ເປັນ​ການປັບ​ປຸງ​ດິນ​ຟ້າ​ອາ​ກາດ​ໃຫ້​ດີ​ຂຶ້ນ​ແລະ​ສາ​ມາດ​ກັນ​ສຽງ​ດັງ​ແຊວ​ໄດ້, ການ​ປູກ​ຕົ້ນ​ໄມ້​ແລະ​ສ້າງ​ປ່າ​ຢ່າງ​ຫຼວງ​ຫຼາຍ​ຍັງ​ສາ​ມາດ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້, ແລະ​ເຮັດ​ໃຫ້​ໂພນ​ດິນ​ຊາຍ​ຄົງ​ທີ່​ກາຍ​ເປັນ​ຮົ້ວ​ປ້ອງ​ກັນ​ກະ​ແສ​ລົມ​ພັດ​ໄດ້.

ການປູກ​ຕົ້ນ​ໄມ້ແຫ່ງ​ຄວາມ​ຫວັງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໃນ​ລະ​ດູ​ບານ​ໃໝ່​​ກໍ​ເພື່ອ​ໃຫ້​ກາຍ​ເປັນ​ພູ​ຂຽວ​ນ້ຳ​ໃສ​ໃນ​ປີ​ໜ້າ_fororder_faf2b2119313b07e1f92de5a70bccb2597dd8c23

ນະ​ຄອນ​ຫຼວງ​ປັກ​ກິ່ງ​ເຄີຍ​ມີ​ພາ​ຍຸ​ຊາຍ​​ພັດ​ຜ່ານເລື້ອຍໆ, ເມື່ອ​​ສະ​ພາບອາ​ກາດ​ທີ່​ເກີດ​ຈາກ​ຊາຍ​ປີວ​ໄປ​ທົ່ວ​ທ້ອງ​ຟ້າ​ກໍ​ເຮັດ​ໃຫ້​ທ້ອງ​ຟ້າ​ກາຍ​ເປັນ​ສີ​ເຫຼືອງ​ສີ​ຂອງ​ດິນ, ອາ​ກາດ​ເຕັມ​ໄປ​ດ້ວຍ​ຝຸ່ນ​ລະ​ອອງ​ທີ່​ເກີດ​ຈາກ​ດິນ​ຊາຍ​ເຮັດ​ໃຫ້​ມີ​ອາ​ການ​ທີ່​ແສບ​ຮູ​ດັງ, ດິນ​ຊາຍ​ທີ່​ພັດ​ມາ​​ໄດ້​ປົກ​ໜ້າ​ດິນ. ໃນ​ຊຸ​ມ​ປີ​ຜ່ານ​ມາ, ຜ່ານ​ການ​ປູກ​ຕົ້ນ​ໄມ້​ແລະ​ສ້າງ​ປ່າ​ຢ່າງ​ຫຼວງ​ຫຼາຍ​ຢູ່​ເຂດ​ມົງ​ໂກ​ໃນເພື່ອ​ປ້ອງ​ກັນ​ພາ​ຍຸ​ທະ​ເລ​ຊາຍ,ຢູ່​ປັກ​ກິ່ງ​ໄດ້​ມີ​ຝຸ່ນ​ລະ​ອອງ​ທີ່​ເກີດ​ຈາກ​ພາ​ຍຸ​ດິນ​ຊາຍ​ຫຼຸດ​ໜ້ອຍ​ລົງ​ຫຼາຍ​ແລ້ວ, ນີ້​ແມ່ນ​ຍ້ອນ​ການ​ປູກ​ຕົ້ນ​ໄມ້​ແລະ​ສ້າງ​ປ່າ. ເຖິງວ່າ​ຝຸ່ນ​ລະ​ອອງ​ທີ່​ເກີດ​ຈາກ​ພາ​ຍຸ​ດິນ​ຊາຍ​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ​ກໍ​ຕາມ, ແຕ່​ອາ​ກາດ​ແບບ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ທຸກ​ເວ​ລາ​ໄດ້, ກໍ​ຄື​ກັບ​ມື້​ນີ້,ຝຸ່ນ​ລະ​ອອງ​ທີ່​ເກີດ​ຈາກ​ພາ​ຍຸ​ດິນ​ຊາຍ​ໄດ້​ປີວ​ເຕັມ​ທົ່ວ​ທ້ອງ​ຟ້າ​ເມືອງ​ປັກ​ກິ່ງ​ອີກ​ເທື່ອ​ໜຶ່ງ, ເຮັດ​ໃຫ້​ທ້ອງ​ຟ້າ​ກາຍ​ເປັນ​ສີ​ເຫຼືອງ​ໝົດ, ນີ້​ເປັນ​ການ​ເຕືອນ​ໃຫ້​ພວກ​ເຮົາ​ຮູ້​ວ່າ​ຍາມ​ໃດ​ກໍບໍ່​ຄວນ​ໜື້ງ​ເສີຍ​ຕໍ່​ການ​ປູກ​ຕົ້ນ​ໄມ້.

ການປູກ​ຕົ້ນ​ໄມ້ແຫ່ງ​ຄວາມ​ຫວັງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໃນ​ລະ​ດູ​ບານ​ໃໝ່​​ກໍ​ເພື່ອ​ໃຫ້​ກາຍ​ເປັນ​ພູ​ຂຽວ​ນ້ຳ​ໃສ​ໃນ​ປີ​ໜ້າ_fororder_微信图片_20210315174808

ບົດ​ລາຍ​ງານ​ວຽກ​​ງານ​ລັດ​ຖະ​ບານ​ປີ 2021 ທີ່​ໄດ້​ຜ່ານ​ໃນ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ທີ່​ຫາ​ກໍ​ສິ້ນ​ສຸດ​ລົງ​​ໄດ້ຊີ້​ໃຫ້​ເຫັນ​ວ່າ: ເປົ້າ​ໝາຍ​ຄາດ​​ຄະ​ເນ​ທີ່​ສຳ​ຄັນ​ດ້ານ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ປີ 2021 ແມ່ນ​ຄຸນ​ນະ​ພາບ​ດ້ານ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​​ຕ້ອງໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ​ລວມຍອດຜະ​ລິດ​ຕະ​ພັນ​ພາຍ​ໃນ​ທີ່​ສິ້ນ​ເປືອງ​ພະ​ລັງ​ງານ​​ໃຫ້ຕ່ຳ​ລົງ​ປະ​ມານ 3%​ ຕໍ່​ຫົວ​ໜ່ວຍ, ​ປະ​ລິ​ມານການ​ລະ​ບາຍ​ສິ່ງ​​ມົນ​ລະ​ພິດ​ຕົ້ນ​ຕໍ​ສືບ​ຕໍ່​ຫຼຸດ​ລົງ ເຊິ່ງ​ເປັນ​ການ​ສົ່ງ​ສັນ​ຍານ​ທີ່​ຈະ​ແຈ້ງ​​ທີ່ມະ​ນຸດ​ແລະ​ທຳ​ມະ​ຊາດ​ຄວນ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ຄວາມ​ກົມ​ກຽວ​ກັນ.

ການປູກ​ຕົ້ນ​ໄມ້ແຫ່ງ​ຄວາມ​ຫວັງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໃນ​ລະ​ດູ​ບານ​ໃໝ່​​ກໍ​ເພື່ອ​ໃຫ້​ກາຍ​ເປັນ​ພູ​ຂຽວ​ນ້ຳ​ໃສ​ໃນ​ປີ​ໜ້າ_fororder_微信图片_202103151748081

ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ,  ປະ​ຊາ​ຊົນ​ຈີນ​ທຸກ​ເຊັ່ນ​ຄົນ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ​ໃນ​ການ​ປູກ​ຕົ້ນ​ໄມ້​ແລະ​ສ້າງ​ປ່າ​​ດ້ວຍ​ສະ​ຕິ​ປັນ​ຍາ,ຄວາມ​ພະ​ຍາ​ຍາມ​​ແລະ​ເຫື່ອ​ແຮງຂອງ​ຕົນ,ເຮັດ​ໃຫ້​ທະ​ເລ​ຊາຍ​ຮົກ​ເຮື້ອ​ກາຍ​ເປັນ​ທະ​ເລ​ແຫ່ງ​ປ່າ​ໄມ້,ເຮັດ​ໃຫ້​ທະ​ເລ​ຊາຍ​ກາຍ​ເປັນ​ພື້ນ​ທີ່​ສີ​ຂຽວ. ​ໃນໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13, ຈີນ​ໄດ້​​ປູກ​ໄມ້​ສ້າງ​ປ່າ​ສຳ​ເລັດ​ໃນເນື້ອ​ທີ່ 36.333.333 ເຮັກ​ຕາ, ອັດ​ຕາ​ການ​ປົກ​ຫຸ້ມ​ຂອງປ່າ​ໄມ້​ໄດ້​ຍົກ​ສູງ​​ຂຶ້ນເຖິງ 23,04%, ປະ​ລິ​ມານ​​ສະ​ສົມຂອງ​ປ່າ​ໄມ້​ມີ​ຫຼາຍກວ່າ 17,5 ຕື້​ແມັດ​ກ້ອນ, ເປັນ​ການ​ປະ​ກອບ​ສ່ວນ​ຫຼາຍ​ອັນ​ດັບ​ໜຶ່ງ​ຕໍ່​​ການ​ສ້າງ​ຄວາມ​ຂຽວ​ໃຫ້​ກັບ​ໂລກ​ເພີ່ມ​ຂຶ້ນ,ແລະໄດ້​ມີ​ບົດ​ບາດ​​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ໂລກ​ຮ້ອນແລະ​ການ​ອະ​ນຸ​ລັກ​ລະ​ບົບ​ຊີ​ວະ​ພາບ​ຂອງ​ໂລກອີກ​ດ້ວຍ.

ການປູກ​ຕົ້ນ​ໄມ້ແຫ່ງ​ຄວາມ​ຫວັງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໃນ​ລະ​ດູ​ບານ​ໃໝ່​​ກໍ​ເພື່ອ​ໃຫ້​ກາຍ​ເປັນ​ພູ​ຂຽວ​ນ້ຳ​ໃສ​ໃນ​ປີ​ໜ້າ_fororder_微信图片_202103151748082

“ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ.”​ໃນ​ປັດ​ຈຸ​ບັນ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ເຊິ່ງ​ບໍ່​ພຽງ​ແຕ່​ແມ່ນ​ຄຸນ​ນະ​ພາບ​ສູງ​ທາງ​​ດ້ານເສດ​ຖະ​ກິດ​ເທົ່າ​ນັ້ນ,​ຫາກ​ຍັງ​ແມ່ນ​ຄຸນ​ນະ​ພາບ​ສູງ​ທາງ​ດ້ານ​ຊີ​ວະ​ພາບ​ແລະ​ດ້ານ​ອື່ນໆ​ອີກ​ດ້ວຍ. ຊີ​ວະ​ພາບ​ທີ່​ດີ​​ຕ້ອງມີ​ສີ​ຂຽວ,​ພວກ​ເຮົາຈະ​ພ້ອມ​ກັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຫວັງ​ຢູ່​​ເທິງ​ຜືນ​ແຜ່ນ​ດິນ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ຊາດ​ໃນ​ລະ​ດູ​ບານ​ໃໝ່​ນີ້.

ຄຳ​ເຫັນ

0