尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂລກ​​ກະ​ກຽມ​ດີ​ແລ້ວ​ບໍ່ທີ່​ຈະ​ຍົກ​ເລີກ​ການ​ປິດ​ເມືອງ

2021-03-17 17:18:24 cri

 

ໂລກ​​ກະ​ກຽມ​ດີ​ແລ້ວ​ບໍ່ທີ່​ຈະ​ຍົກ​ເລີກ​ການ​ປິດ​ເມືອງ_fororder_1591768058126991

ພາຍ​ຫຼັງ​ໄດ້​ປິດ​ເມືອງ​ແລະ​ມີ​ຂໍ້​ຈຳ​ກັດ​ຕ່າງໆ​ເປັນ​ເວ​ລາ 1 ປີ​ແລ້ວ, ປະ​ຊາ​ຊົນ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ມີ​ຄວາມ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ທີ່​ຢາກ​ຈະ​ອອກ​ໄປ​ທ່ຽວ​​ຢູ່ຕ່າງ​ປະ​ເທດ. ຄຽງ​ຄູ່​ກັບ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ຕັ້ງ​ໜ້າ, ປະ​ເທດ​ແລະ​ເຂດ​ແຄວ້ນ​​ຈຳ​ນວນບໍ່​ໜ້ອຍ​ໄດ້​ເລີ່ມ​ປັບ​ມາດ​ຕະ​ການ​ທີ່​ລະ​ອຽດພາຍ​ໃນ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19, ​ຫວ່າງ​ມໍ່ໆ​ມາ​ນີ້, ​ປະ​ເທດອິ​ສ​ຣາ​ແອນ,ສິງ​ກະ​ໂປ​ແລະ​ປະ​ເທດ​ອື່ນໆ​ໄດ້​ສົ່ງ​ສັນ​ຍານ​ທີ່​ຈະນຳ​ໃຊ້ “​ໃບ​ຢັ້ງ​ຢືນ​ວັກ​ຊີນ”, ຄະ​ນະ​ກຳ​ມ​າ​ທິການ​ສະ​ຫະ​ພາບ​ເອີ​ຣົບ​​ກໍຈະ​ເປີດ​ເຜີຍ​ຍັດ​ຕິ“​ໃບ​ຢັ້ງ​ຢືນວັກ​ຊີນ” ໃນ​ວັນ​ທີ 17 ມີ​ນາ​ນີ້, “ໃບ​ຢັ້ງ​ຢືນ​ສຸ​ຂະ​ພາບ​ການ​ທ່ອງ​ທ່ຽວ​ສາ​ກົນ” ​ຂອງ​ຈີນ​ໄດ້​ເລີ່ມ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​​ແລ້ວແລະ​ອື່ນໆ. ​ການ​ສົ່ງ​ສັນ​ຍານ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ: ໂລກ​ໄດ້​​ເລີ່ມ​ກະ​ກຽມລ່ວງ​ໜ້າ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ແລະ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ແລ້ວ, ປະ​ເທດ​ໃຫຍ່​ດ້ານ​ການ​ທ່ອງ​ທ່ຽວ​ດັ້ງ​ເດີມ​ຈຳ​ນວນ​ໜຶ່ງ​ກໍ​ຢາກ​ດຳ​ເນີນ​ການ​ຟື້ນ​ຟູ​​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕົນ​ຄືນ​ໃໝ່​ຢ່າງ​ຮີບ​ດ່ວນ.

 

ໂລກ​​ກະ​ກຽມ​ດີ​ແລ້ວ​ບໍ່ທີ່​ຈະ​ຍົກ​ເລີກ​ການ​ປິດ​ເມືອງ_fororder_ac4bd11373f0820203ff6c1718ac80ebab641b02

ຢູ່​ເອີ​ຣົບ, ລັດ​ຖະ​ບານ​ເກຼັກ​ກ່າວ​ວ່າ: ຖ້າ​ຫາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ສະ​ພາບ​ໝັ້ນ​ທ່ຽງ, ຈະເລີ່ມ​​ເປີດ​ປະ​ເທດ​ເພື່ອຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໃນ​ວັນ​​ທີ 14 ພຶດ​ສະ​ພາ​ປີ​ນີ້. ​ປະ​ເທດ​ໄຊ​ປ​ຣັ​ສ​ກໍກ່າວ​ວ່າ: ຈະ​ອະ​ນຸ​ຍາດ​ໃຫ້​ຄົນ​ອັງ​ກິດ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ​ເຂັມ​ທີ​ສອງ​ແລ້ວເຂົ້າ​ແດນ​ຕົນແຕ່​ວັນ​ທີ 1 ພຶດ​ສະ​ພາ​ປີ​ນີ້​ເປັນ​ຕົ້ນ​ໄປ, ສ່ວນ​ຝ​ຣັ່ງ​ກໍ​ຈະ​ໂຍະ​ຍານ​ຂໍ້ຈຳ​ກັດ​ຕໍ່​ນັກ​ທ່ອງ​ທ່ຽວ​ຈາກ 7 ປະ​ເທດ​ທີ່​ບໍ່​ແມ່ນ​​ປະ​ເທດ​ສະ​ມາ​ຊິກສະ​ຫະ​ພາບ​ເອີ​ຣົບ​ເຊິ່ງ​ລວມ​ທັງ​ອັງ​ກິດ.

ໂລກ​​ກະ​ກຽມ​ດີ​ແລ້ວ​ບໍ່ທີ່​ຈະ​ຍົກ​ເລີກ​ການ​ປິດ​ເມືອງ_fororder_bf096b63f6246b60872a6a6bbeaf614a510fa263

ຢູ່​ອາ​ຊີ, ເກາະ​ສະ​ໝຸຍ​ທີ່​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຍອດ​ນິ​ຍົມ​ຢູ່ທາງ​ພາກ​ໃຕ້​​ຂອງ​ໄທ​ກໍ​ໄດ້​ມີ​ແຜນ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​​ຕ່າງ​ປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ​ຢ່າງ​ຮອບ​ດ້ານ ໂດຍ​ຈະ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ກັກ​ບໍ​ລິ​ເວນ​ຫຼັງ​ຈາກ​ເຂົ້າ​ແດນ​ໄທ​ແຕ່​ວັນ​ທີ 1 ຕຸ​ລາ​ປີ​ນີ້​ເປັນ​ຕົ້ນ​ໄປ. ​ສຳ​ລັບສິງ​ກະ​ໂປ​ກໍ​ໄດ້​ກ່າວ​ໃນ​ວັນ​ທີ 12 ມີ​ນາ​ນີ້​ວ່າ: ຈະ​ສາ​ມາດ​ເປີດ​​ດ່ານຊາຍ​ແດນ​ທີ່​ຕິດ​ກັບ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ຄວາມ​ສ່ຽງ​​ລະ​ດັບ​ກາງ​ແລະ​ຕ່ຳ​​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ໄດ້​ເລີ່ມ​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ.

ໂລກ​​ກະ​ກຽມ​ດີ​ແລ້ວ​ບໍ່ທີ່​ຈະ​ຍົກ​ເລີກ​ການ​ປິດ​ເມືອງ_fororder_fc1f4134970a304e8c40a818849fdc80c8175c4b

ຢູ່​ຈີນ, ຄຽງ​ຄູ່​ກັບ​ໄລ​ຍະ​ວັນ​ພັກວັນ​ກຳ​ມະ​ກອນ​ສາ​ກົນ​ທີ 1 ພຶດ​ສະ​ພາ​​ທີ່ໃກ້​ຈະ​ມາ​ເຖິງ​ນີ້, ​ຄຽງ​ຄູ່​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໄດ້​ດີ​ກໍ​ຄື​ການ​ສັກ​ວັກ​ຊີນ​ໂຄວິດ-19 ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແລ້ວ, ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ໄປ​ທ່ຽວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຕົວ​ເລກ​ຂໍ້​ມູນ​ຈາກ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ປະ​ລິ​ມານ​ການ​ຈັ່ງ​ຈອງ​ປີ້​ເຮືອ​ບິນລ່ວງ​ໜ້າໃນ​ໄລ​ຍະ​​ວັນ​ພັກທີ 1 ພຶດ​ສະ​ພາ​ປີ້​ນີ້​ໄດ້​ມີ​ຫຼາຍກວ່າ​ປີ 2019.
 

ແຕ່​ວ່າ, ໂລກ​ໄດ້​ກະ​ກຽມ​​ດີ​ແທ້​ແລ້ວ​ບໍ່​ຈຶ່ງ​ຈະ​ຍົກ​ເລີກ​ມາດ​ຕະ​ການ​ປິດ​ເມືອງ​ແລະ​ຂໍ້​ຈຳ​ກັດ​ຕ່າງໆ?

ໂລກ​​ກະ​ກຽມ​ດີ​ແລ້ວ​ບໍ່ທີ່​ຈະ​ຍົກ​ເລີກ​ການ​ປິດ​ເມືອງ_fororder_eee79c534575486f891d3afe3de7eee7

ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ໃນ​ວັນ​ທີ 16 ມີ​ນາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ໂລກ​ໄດ້​ມີ​ເຖິງ 119.960.700 ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ມີ​ເຖິງ 2.656.822 ຄົນ. ຂະ​ນະ​ດຽວ​ກັນ, ເນື່ອງ​ຈາກ​ມາດ​ຕະ​ການ​ດ້ານ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ບໍ່​ຮອບ​ຄອບ, ຊັບ​ພະ​ຍາ​ກອນ​​ດ້ານ​ຕ່າງໆ​ຍັງຂາດ​ແຄນ​ກໍ​ຄື​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍພັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ປັດ​ໄຈ​ອື່ນໆເຮັດ​ໃຫ້ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​​ຂະ​ຫຍາຍ​ຢູ່​ແຫ່ງ​ຕ່າງ​ໆ​ໃນ​ໂລກ​​ທີ່​ຍັງ​ບໍ່​ທັນ​ມີ​ສະ​ພາບ​ດີ​ຂຶ້ນ. ເຖິງວ່າ​ການ​ສັກ​ວັກ​ຊີນ​ໂຄວິດ-19 ໃນ​ໂລກ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຕັ້ງ​ໜ້າ​ກໍ​ຕາມ​, ແຕ່​ຈຳ​ນວນ​ຜູ້​ສັກ​ວັກ​ຊີນ​ໂຄວິດ-19 ໃນ​ໂລກ​ຕ້ອງ​ມີ​ຫຼາຍກວ່າ 50% ແລະ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ພູມ​ຕ້ານ​ທານ​ແບບ​ລວມ​ໝູ່​ໃນ​ລະ​ດັບ​ໃດ​ໜຶ່ງ​ນັ້ນ​ຍັງ​ບໍ່​​ທັນໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ເທື່ອ. ນອກ​ນີ້, ເນື່ອງ​ຈາກ​ມີ​ບາງ​ປະ​ເທດ​ຮັ່ງ​ມີ​​ໄດ້​ກັກ​ຕຸນ​ວັກ​ຊີນ​ໂຄວິດ-19 ແລະ​ຄວາມ​ບໍ່​ຍຸດ​ຕິ​ທຳ​ໃນການ​ແບ່ງ​ປັນ​ວັກ​ຊີນ​​ກໍ​ໄດ້​ເຮັດ​ໃຫ້​ການ​ສັກ​ວັກ​ຊີນ​ໂຄວິດ-19 ຂອງ​ໂລກ​ບໍ່​ໄດ້​ຮັບ​ຄວາມ​ຄື​ບ​ໜ້າຕາມ​ຄວາມມຸ້ງ​ຫວັງ​ຂອງ​ຊາວ​ໂລກ. ​ເມື່ອ​ເປັນ​ແບບ​ນັ້ນ, ຖ້າ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຢາກ​ເປີດ​ປະ​ຕູ​ປະ​ເທດ,ຍັງ​ຕ້ອງ​ເອົາ​ໃຈ​ໃສ່ເບິ່ງ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ຮອບ​ຄອບ, ບໍ່​ຄວນ​ເຫັນ​ໄປ​ໃນ​ແງ່​ດີ​​ເກີນ​ໄປ. ເພາະ​ວ່າ, ​ພວກ​ເຮົາໄດ້​ອົດ​ທົນຕໍ່ໄລ​ຍະການ​ປິດ​​ເມືອງ​ແລະ​ຂໍ້​ຈຳ​ກັດ​ຕ່າງໆ​​​ມາເປັນ​ເວ​ລາ 1 ປີ​ແລ້ວ, ເພື່ອ​​ຕ້ານ​ກັບສະ​ພາ​ບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈຶ່ງ​ສົມ​ຄວນ​ສືບ​ຕໍ່​ອົດ​ທົນ​​ໄປ​ອີກ​ໄລ​ຍະ​ໜຶ່ງ​ກໍ​ຈະ​ເປັນ​ເລື່ອງ​ດີ​ຫຼາຍກວ່າ​.

ຄຳ​ເຫັນ

0