尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍກ່ຽວ​ກັບ​ຈີນ

2021-03-19 17:54:59 cri

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍ_fororder_c06f-kmkptxe1075916

      ວັນ​ທີ 16 ມີ​ນາ​ນີ້, ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ໄດ້​ຈັດ​ການ​ພົບ​ປະ​ສອງ​ຝ່າຍ “2+2”. ນີ້​ເປັນ​ການ​ພົບ​ປະ​​ກັບ​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ຫຼັງ​ຈາກ​ລັດ​ຖະ​ບານ ໂຈ ໄບ​ເດັນ​ຂຶ້ນ​ກຳ​ອຳ​ນາດ.

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍ_fororder_bca4-kmkptxe1076187

      ທຳ​ມະ​ດາ​ແລ້ວ, ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ຈັດ​ການ​ພົບ​ປະ​ສອງ​ຝ່າຍຄວນ​ເນັ້ນ​ໃສ່ເນື້ອ​ໃນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ແລກ​ປ່ຽນ, ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ, ຫຼື​ວ່າ​ກ່ຽວ​ກັບ​ຫົວ​ຂໍ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ. ຫຼື​ວ່າ​ສອ​ງ​ຝ່າຍ​​ຄວນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ວ່າຈະ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແນວ​ໃດ​ແລະ​ຄວນແບ່ງ​ປັນ​ວັກ​ຊີນ​ໂຄວິດ-19​ແນວ​ໃດ? ແຕ່​ວ່າ, ສິ່ງ​ທີ່ເຮັດ​ໃຫ້​ຄົນ​ເຫຼືອ​ເຊື່ອ​ແລະຮູ້​ສຶກ​ແປກ​ປະ​ຫຼາດ​ນັ້ນ​ຄືເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ການ​ພົບ​ປະ​ຄັ້ງ​ນີ້​ພັດ​ໂຈະ​ຈົງ​ກ່ຽວ​ກັບ​ຈີນ.

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍ_fororder_267f9e2f070828383913f84d17629a094d08f154

ໃນການ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຫຼັງ​ສິ້ນ​ສຸດ​ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ມີ​ເນື້ອ​ໃນ​ກ່ຽວ​ກັບ​ຈີນ​ເກືອບ​ເຄິ່ງ​ໜຶ່ງ, ນອກ​ຈາກ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຢ່າງ​​ຮຸນ​ແຮງ​ແລ້ວ, ​ຍັງ​ໄດ້​ກ່າວ​ວ່າ​ການ​ກະ​ທຳ​ຂອງ​ຈີນ​ບໍ່​ສອດ​ຄ່ອງ​ກັບ​ລະບຽບ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ປະ​ຊາ​ຄົມ​ໂລກ, ຍັງ​ໄດ້ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ປ່າ​ເຖື່ອນ​ອີກ, ຊີ້​ນັ້ນ​ສັ່ງ​ນີ້​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ,ບັນ​ຫາ​ຮົງ​ກົງ,ບັນ​ຫາ​ທະ​ເລ​ຈີນ​ໃຕ້,ຊິ່ນ​ຈ່ຽງ​ແລະ​ບັນ​ຫາ​ອື່ນໆ​ຂອງ​ຈີນ​ໂດຍທຳ​ທ່າ​ວ່າ: “​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ບັນ​ຫາ​ດັ່ງ​ກ່າວ”.

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍ_fororder_e271-kmkptxe1076493

ເປັນ​ຫຍັງເນື້ອ​ໃນ​ຕົ້ນ​ຕໍຂອງ​ການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ກ່ຽວ​ກັບ​ຈີນ?
 

ເນື່ອງ​ຈາກ​ຍຸດ​ທະ​ສາດ “ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ” ໃນ​ໄລ​ຍະ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ກຳ​ອຳ​ນາດ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​​ປະ​ເທດ​ພັນ​ທະ​ມິດ,ເຮັດ​ໃຫ້​ອິດ​ທິ​ພົນ​​ຂອງ​ອາ​ເມ​ຣິ​ກາ​ໃນ​ສາ​ກົນຫຼຸດ​ລົງຢ່າງ​ບໍ່​ຢຸດ​ຢັ້ງ. ​ຍ້ອນວ່າ, ພາຍ​ຫຼັງ​ລັດ​ຖະ​ບານ​​ໂຈ ໄບ​ເດັນ ເລີ່ມ​ກຳ​ອຳ​ນາດ​ແລ້ວ, ​ສິ່ງ​ຮີບ​ດ່ວນ​ກໍ່​ແມ່ນຕ້ອງ​ການ​ເວ​ທີ​ສາ​ກົນ​ເພື່ອສະ​ແດງ​ໂຕ. ການ​ພົບ​ປະ​ຄັ້ງ​ນີ້​ເປັນ​ການ​ປະ​ກົດ​ຕົວ​ຕໍ່​ສາ​ກົນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ບຸກ​ຄົນ​ສຳ​ຄັນ​​ໃນ​ຄະ​ນະ​ລັດ​ຖະ​ບານ​ໂຈ ໄບ​ເດັນ,ພໍ​ດີ​ເປັນ​ໂອ​ກາດ​ກ່າວ​ໂຈມ​ຕີ​ຈີນ,ເປັນ​ການ​ສະ​ແດງ​ທ່າ​ທີ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕໍ່​ຕ້ານ​ຈີນ​ເພີ່ມ​ຂຶ້ນ, ເພື່ອ​ສ້າງ​ປັດ​ໄຈ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ປະ​ເທດ​ພັນ​ທະ​ມິດ,ທັງບັນ​ລຸ​ຈຸດ​ປະ​ສົງ​ທີ່​ສະ​ກັດ​ກັ້ນ​ຈີນ. ຂະ​ນະ​ດຽວ​ກັນ, ​ໂດຍຜ່ານ​​ການ​ປຸກ​ກະ​ແສ “ໄພ​ຂົ່ມ​ຂູ່​ຈາກ​ຈີນ”ຍຸ​ແຍ່​ອາ​ລົມ​ຂອງ​ປະ​ເທດ​ພັນ​ທະ​ມິດ​ອາ​ຊີ​ປາ​ຊີ​ຟິກ​ໃນ​ການ​ຕໍ່​ຕ້ານ​ຈີນ,ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ອິດ​ທິ​ພົນ​ຂອງ​ອາ​ເມ​ຣິ​ກາ​​ຄື: ພຽງ​ແຕ່​ຮ້ອງ​ໂຣ່​ຂຶ້ນ​ຄົນ​ດຽວ ລູກ​ນ້ອງ​ຕາມ​ຫຼັງ​ກໍ​ຮ້ອງ​ຕາມ​ຍ້ອນເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ. ສ່ວນ​ຍີ່​ປຸ່ນ​ກໍ​​ຫວັງ​ຢາກ​ເພີ່ມ​ທະ​ວີ​ອິ​ດ​ທິ​ພົນ​ຂອງ​ຕົນ​ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ​ແລະ​ເວ​ທີ​ການ​ເມືອງ​ສາ​ກົນ​ໂດຍ​ຜ່ານ​ການ​ຕິດ​​ສອຍ​ຫ້ອຍ​ຕາມ​ອາ​ເມ​ຣິ​ກາ​ທີ່​ເປັນ​ອ້າຍ​ໃຫຍ່​ຂອງ​ຕົນ. ​ດັ່ງ​ນັ້ນ, ສອງ​ຝ່າຍ​​ຈຶ່ງໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖືເອົາ​ຈີນ​ເປັນ​ເນື້ອ​ໃນ​ຕົ້ນ​ຕໍ​​ໃນ​ການ​ພົບ​ປະ​ຄັ້ງ​ນີ້.

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍ_fororder_6610-kmkptxe1076425

ແຕ່​ວ່າ​ຜູ້​​ສັນ​ທັດ​ກໍ​ລະ​ນີ​ລ້ວນ​ແຕ່​ຮູ້​ແຈ້ງ​ເຫັນ​ຈິງວ່າ: ການ​ກະ​ທຳ​ແບບຍຸ​ແຍ່​ແລະ​ປຸກ​​ກະ​ແສ​ຂອງ​ອາ​ເມ​ຣິ​ກາ​ພຽງ​ແຕ່​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນມະ​ຫາ​ອຳ​ນາດ​ຂອງ​ຕົນ​ເທົ່າ​ນັ້ນ,ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຢ່າງ​ດຽວ. ການ​ພົບ​ປະ​ຄັ້ງ​ນີ້​ພຽງ​ແຕ່​ແມ່ນ​ກົນ​ອຸ​ບາຍ​ທາງ​ການ​ເມືອງ​ອັນ​ໃໝ່​ລະ​ຫວ່າງ​ຄົນ​​​​ຖ່ອຍ​ທີ່​ໜ້າ​ໄຫວ້​ຫຼັງ​ຫຼອກສອງ​ຄົນ​ເທົ່າ​ນັ້ນ, ເມື່ອ​ແກ້​ເສື້ອ​ທີ່​ຈອມ​ປອມ​ຂອງ​ພວກ​ເຂົາ​ອອກ,ກໍ​ຈະ​ເຫັນ​ແຈ້ງວ່າ:ອາ​ເມ​ຣິ​ກາກໍ​ຍັງ​ແມ່ນ​ອາ​ເມ​ຣິ​ກາ​ທີ່​ຖື​ໂຕ​ເອງສຳ​ຄັນ​ຄື​ເກົ່າ,ຍີ່​ປຸ່ນ​ກໍ​ຍັງ​ແມ່ນ​ຍີ່​ປຸ່ນ​ຄື​ເກົ່າ​ທີ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ອາ​ເມ​ຣິ​ກາ​ຢ່າງ​​ກົ້ມ​ຫົວ​ຫຼອບ​ຕົວແລະ​ຍິນ​ດີ​ເປັນ​ລູກ​ນ້ອງ​ຊັ້ນ​ຈຳ​ຂອງອາ​ເມ​ຣິ​ກາ​ຄື​ເກົ່າ. ​ຖະ​ແຫຼງ​ການ​ຮ່ວມ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ແມ່ນ​ຫຼັກ​ອ້າງ​ອີງ​ອີກ​ອັນ​ໜຶ່ງ​ທີ່​ສອງ​ປະ​ເທດ​​ໄດ້ສົມ​ຮູ້​ຮ່ວມ​ຄິດ​ກັນ,ບໍ່​ໄດ້​ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດຫຍັງ​ເລີຍ​ຕໍ່​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ທີ່​ສະ​ແຫວງ​ຫາ​ສັນ​ຕິ​ພາບ,ການ​ພັດ​ທະ​ນາ​,ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ປະ​ເທດ​ຈຳ​ນວນ​ຫຼາຍ​ຢູ່​ພາກ​ພື້ນກໍ​ຄື​ຢູ່​ໃນໂລກ. ແຕ່​ວ່າ, ບໍ່​ວ່າ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈະ​ປຸກ​ກະ​ແສ​ແລະ​ຍຸ​ແຍ່​ກໍ່​ເລື່ອງ​ແນວ​ໃດ​​ກໍ​ຕາມ​ກໍຈະ​ບໍ່ສາ​ມາດ​ເຮັດ​ໃຫ້​ຈີນ​ຖອຍ​ຫຼັງ​ແລະກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນການ​ພັດ​ທະ​ນາ​ແລະ​ສັນ​ຕິ​ພາບ​ຂອງ​ຈີນໄດ້.

ເປັນ​ຫຍັງການ​ພົບ​ປະ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຍີ່​ປຸ່ນ​ຈຶ່ງ​ໂຈະ​ຈົງ​ເນື້ອ​ໃນ​ຕົ້ນ​ຕໍ_fororder_1824-kmkptxe1076588

ຄຳ​ເຫັນ

0