ໃນຫຼາຍມື້ມານີ້, ປະໂຫຍກທີ່ວ່າ: “ອາເມຣິກາບໍ່ມີສິດມາເວົ້າກັບຝ່າຍຈີນຫາກວາງໂຕເອງຢູ່ເໜືອກວ່າຈີນ, ປະຕິບັດກັບປະຊາຊົນຈີນແບບນີ້ບໍ່ໄດ້ເດັດຂາດ.” ໄດ້ຮັບການເຜີແຜ່ຢ່າງກວ້າງຂວາງໃນທົ່ວປະເທດຈີນ, ໃນເວທີການຄ້າເອເລັກໂຕຼນິກຫຼາຍແຫ່ງຂອງຈີນ, ພໍ່ຄ້າຕ່າງໆໄດ້ພາກັນຂາຍເສື້ອຍືດແລະຊົບມືຖືທີ່ພິມປະໂຫຍກດັ່ງກ່າວ, ປະໂຫຍກນີ້ກໍ່ໄດ້ກາຍເປັນປະໂຫຍກທີ່ແຜ່ຫຼາຍໃນທາງອອນລາຍທົ່ວປະເທດຈີນ.
ປະໂຫຍກນີ້ໄດ້ມາຈາກກອງປະຊຸມການພົບປະສົນທະນາຂັ້ນສູງລະຫວ່າງຈີນ-ອາເມຣິກາທີ່ຈັດຂຶ້ນເມື່ອບໍ່ດົນມານີ້. ໃນການພົບປະສົນທະນາດັ່ງກ່າວ, ເຈົ້າໜ້າທີ່ຝ່າຍອາເມຣິກາໄດ້ຝືນກັບມາລະຍາດທາງການທູດ, ບໍ່ປະຕິບັດຕາມລະບຽບການການທູດລະຫວ່າງຊາດ, ໃນເວລາກ່າວເປີດການພົບປະໄດ້ລື່ນກາຍເວລາກຳນົດຢ່າງຫຼວງຫຼາຍທັງໄດ້ຂັບໄລ່ນັກຂ່າວອອກຈາກສະຖານທີ່ການພົບປະເມື່ອຝ່າຍຈີນກ່າວຄຳເຫັນ, ປະຕິບັດຕໍ່ເຈົ້າໜ້າທີ່ຝ່າຍຈີນທີ່ເຂົ້າຮ່ວມກອງປະຊຸມກໍຄືຈີນດ້ວຍທ່າທີທີ່ວາງໂຕເອງຢູ່ເໜືອກວ່າຈີນ. ຕໍ່ເລື່ອງນີ້, ທ່ານຢາງເຈຍສື, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ຕອບໂຕ້ດ້ວຍຄຳເວົ້າທີ່ວ່າ: “ອາເມຣິກາບໍ່ມີສິດມາເວົ້າກັບຝ່າຍຈີນຫາກວາງໂຕເອງຢູ່ເໜືອກວ່າຈີນ, ປະຕິບັດກັບປະຊາຊົນຈີນແບບນີ້ບໍ່ໄດ້ເດັດຂາດ.” ເຊິ່ງເປັນການຕອບໂຕ້ທ່າທີອັນຈອງຫອງຂອງເຈົ້າໜ້າທີ່ຝ່າຍອາເມຣິກາຢ່າງສົມເຫດສົມຜົນ.
ການພົບປະທີ່ມີຄວາມຕັ້ງໃຈການປະພຶດແບບເປັນການປໍລະປັກກັນຄັ້ງນີ້ແມ່ນອາເມຣິກາວາງແຜນຢ່າງລະອຽດມາດົນນານແລ້ວ. ເຊິ່ງເຫັນໄດ້ຈາກອາເມຣິກາແລະຍີ່ປຸ່ນໄດ້ອອກຖະແຫຼງການຮ່ວມທີ່ເຕັມໄປດ້ວຍຄວາມເປັນປໍລະປັກກັນກັບຈີນກ່ອນຈະດຳເນີນການພົບປະສົນທະນາຂັ້ນສູງລະຫວ່າງຈີນ-ອາເມຣິກາ, ແລະກ່ອນຈະຈັດການພົບປະສົນທະນາຂັ້ນສູງລະຫວ່າງສອງປະເທດມື້ໜຶ່ງ, ອາເມຣິກາຍັງໄດ້ປະກາດການຂວ້ຳບາດຕໍ່ເຈົ້າໜ້າທີ່ຈີນ 24 ຄົນອີກ. ຈຸດປະສົງຂອງອາເມຣິກາແມ່ນເຫັນໄດ້ຢ່າງຈະແຈ້ງທີ່ສຸດກໍຄື: ຢາກສ້າງບັນຍາກາດທີ່ “ຫຼາຍປະເທດຮ່ວມກັນຕໍ່ຕ້ານປະເທດຈີນ”, ເພື່ອບັນລຸເປົ້າໝາຍທີ່ໃຊ້ຄວາມກົດດັນຕໍ່ປະເທດຈີນແລະບັງຄັບໃຫ້ຈີນປະຕິບັດຕາມເຈດຕະນາຂອງອາເມຣິກາ.
ສະນັ້ນທ່ານຢາງເຈຍສືຈຶ່ງໄດ້ເວົ້າຖ້ອຍຄວາມທີ່ວ່າ: “ປະຕິບັດກັບປະຊາຊົນຈີນແບບນີ້ບໍ່ໄດ້ເດັດຂາດ.” ທັງກ່າວຕີໂຕ້ຝ່າຍອາເມຣິກາວ່າ: “ພວກເຈົ້າບໍ່ມີຖານະເວົ້າກັບຈີນວ່າ, ອາເມຣິກາແມ່ນສົນທະນາກັບຈີນດ້ວຍຖານະກຳລັງແຫ່ງຊາດຂອງຕົນ.” “ປະເທດສ່ວນຫຼາຍທີ່ສຸດໃນໂລກບໍ່ໄດ້ຮັບຮອງວ່າຄ່ານິຍົມຂອງອາເມຣິກາກໍຄືຄ່ານິຍົມຂອງໂລກ, ບໍ່ຮັບຮອງວ່າຄວາມເວົ້າຂອງອາເມຣິກາກໍຄືຫາງສຽງຂອງໂລກ, ແລະກໍບໍ່ຮັບຮອງວ່າລະບຽບການທີ່ສ້າງຂຶ້ນດ້ວຍປະເທດຈຳນວນໜ້ອຍໄດ້ກາຍເປັນລະບຽບການສາກົນ. ອາເມຣິກາມີບັນຫາຫຼາຍຢ່າງໃນດ້ານສິດທິມະນຸດ, ສິ່ງທີ່ອາເມຣິກາຄວນເຮັດໃນປັດຈຸບັນແມ່ນປ່ຽນແປງໂສມໜ້າຂອງຕົນ, ເຮັດວຽກງານຂອງຕົນໃຫ້ດີ, ຫາກບໍ່ແມ່ນຖິ້ມໂທດໃສ່ປະເທດອື່ນ, ແລະຊີ້ນັ້ນສັ່ງນີ້ຕໍ່ດ້ານສິດທິມະສຸດແລະປະຊາທິປະໄຕຂອງຈີນ.” ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຂອງຈີນກໍກ່າວໃນກອງປະຊຸມພົບປະສົນທະນາເທື່ອນີ້ວ່າ: “ຈີນຈະບໍ່ຮັບຮອງຕໍ່ຄຳຕຳໜິຕິຕຽນແບບໄຮ້ເຫດຜົນຈາກອາເມຣິກາຢ່າງເດັດຂາດເຊິ່ງບໍ່ວ່າມນເມື່ອກ່ອນ, ປັດຈຸບັນຫຼືໃນອະນາຄົດ, ພ້ອມກັນນັ້ນ, ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງປະຖິ້ມການກະທຳແບບເຈົ້າອຳນາດແລະແຊກແຊງວຽກງານພາຍໃນຂອງຈີນນັ້ນຢ່າງເຖິງຖອງ. ຄວາມອາຈິນແບບນີ້ຂອງອາເມຣິກາຄວນປ່ຽນແປງໄດ້ແລ້ວ.”
ສື່ມວນຊົນຕ່າງປະເທດຫຼາຍແຫ່ງໄດ້ພັນລະນາການສົນທະນາຄັ້ງນີ້ວ່າ: “ເຕັມໄປດ້ວຍກິ່ນຄວັນໝື້”, ແຕ່ວ່າສື່ມວນຊົນຕ່າງປະເທດທັງຫຼາຍລວມທັງຂ່າວສານລອຍເຕີກໍຮັບຮອງວ່າ, ເຖິງວ່າການພົວພັນລະຫວ່າງຈີນກັບອາເມຣິກາຈະຍາກທີ່ມີການປ່ຽນແປງແລະກັບດີຄືນກໍຕາມ, ແຕ່ວ່າການສົນທະນາຄັ້ງນີ້ກໍຈະເປັນເຂັມຊີ້ທິດທາງທີ່ສຳຄັນຂອງການພົວພັນລະຫວ່າງຈີນກັບອາເມຣິກາໃນອະນາຄົດ. ເປັນເລື່ອງທີ່ຈະແຈ້ງແລ້ວວ່າ, ໂລກໄດ້ເກີດການປ່ຽນແປງແລ້ວ, ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງເບິ່ງການພົວພັນຈີນ-ອາເມຣິກາດ້ວຍທ່າທີທີ່ສະເໝີພາບແລະເຄົາລົບນັບຖືເຊິ່ງກັນແລະກັນ. ສິ່ງສຳຄັນຍິ່ງກໍຄື: ການກະທຳທີ່ຈອງຫອງແລະມັກໃຊ້ອຳນາດບາດໃຫຍ່ຂອງອາເມຣິກາໄດ້ເຮັດໃຫ້ປະເທດຕ່າງໆໃນໂລກຮູ້ສຶກບໍ່ພໍໃຈມາແຕ່ດົນແລ້ວ, ຈີນກ້າສະແດງທ່າທີຂອງຕົນຢ່າງແຂງແຮງໃຫ້ອາເມຣິກາປິດປາກ, ຄວາມກ້າຫານແບບນີ້ແມ່ນມາຈາກກຳລັງແຫ່ງຊາດຂອງຕົນໄດ້ພັດທະນານັບມື້ນັບແຂງແຮງຂຶ້ນ, ແລະມີຄວາມໝັ້ນໃຈເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. “ຮອດເວລາທີ່ອາເມຣິກາຄວນປ່ຽນຄວາມອາຈິນຂອງຕົນແລ້ວ.”
ຄຳເຫັນ
0