何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງໄດ້ພົບນັກທ່ອງທ່ຽວຢູ່ກາງທາງ ແລະ​ຍ້ອງວ່າ: ພູ​ອູ​ຢີ​ແມ່ນ​ຄວາມ​ພາກ​ພູມ​ໃຈ​ຂອງ​ຊົນ​ຊາດ​ຈີນ

2021-03-23 14:45:24 CRI

 

​ວັນ​ທີ23ມີ​ນານີ້ ທ່ານສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສື​ບ​ຕໍ່​​ສຳ​ຫຼວດກວດ​ກາວຽກ​ງານ​ຢູ່​ແຂງ​ຟູ​ຈ້ຽນ. ​ໂດຍ​ທ່ານ​ໄດ້​ເດີນ​ທາງ​ໄປໂຮງ​ໝໍ​ເມືອງ​ຊ່າຊ້ຽນ​ນະ​ຄອນ​ຊ່ານ​ມີງ, ບ້ານ​ຢ​ວີ​ປ່າງ​ທີ່​ມີ​ຊື່​ສຽງ​ຍ້ອນ​ອາ​ຫານ​ພື້ນ​ເມືອງ​ຊ່າຊ້ຽນ” ແລະ​ສູນ​ຊື້ຂາຍ​ສິດ​ຊັບ​ສິນ​ໃນ​ຊົນ​ນະ​ບົດ​ຂອງ​ເມືອງ​ຊ່າ​ຊ້ຽນ​ຕາມລຳ​ດັບ,ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ສາ​ທາ​ລະ​ນະ​ສຸກ,ວຽກ​ງານ​ການ​​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ລົງ​ເລິກ​ປະ​ຕິ​ຮູບ​ລະ​ບ​ຽບການ​ວ່າ​ດ້ວຍ​ສິດ​ໃນ​ປ່າ​ໄມ້ ແລະ​ອື່ນໆ.

ທ່ານສີຈິ້ນຜິງໄດ້ພົບນັກທ່ອງທ່ຽວຢູ່ກາງທາງ, ກໍຖາມນັກທ່ອງທ່ຽວວ່າມາຈາກບ່ອນໃດ, ທັງໂອ້ລົມກັບເຂົາເຈົ້າຢ່າງສະໜິດສະໜົມວ່າ: “ນີ້ແມ່ນມໍລະດົກໂລກດ້ານທຳມະຊາດ ແລະ ວັດທະນະທຳ, ເປັນທີ່ພາກພູມໃຈຂອງປະຊາຊາດຈີນ.”

ເມື່ອຮູ້ວ່ານັກທ່ອງທ່ຽວຈຳນວນໜຶ່ງຍັງຈະໄປທ່ຽວນະຄອນເຊ້ຍເມີນ, ທ່ານສີຈິ້ນຜິງເວົ້າດ້ວຍຄວາມດີໃຈວ່າ: “ທາງນີ້ແມ່ນພູດອຍ, ທາງນັ້ນແມ່ນທະເລ, ທ່ຽວຊົມໃຫ້ຫຼາຍໆເດີ້.”

ຄຳ​ເຫັນ

0