ຫວ່າງມໍ່ໆມານີ້, ສະຫະພາບເອີຣົບໄດ້ເລີ່ມແຊກແຊງວຽກງານພາຍໃນຂອງຈີນໃນຂໍ້ອ້າງທີ່ວ່າ “ສິດທິມະນຸດ”ອີກ. ຕາມເຈົ້າໜ້າທີ່ຂອງສະຫະພາບເອີຣົບກ່າວວ່າ: ສະຫະພາບເອີຣົບໄດ້ເຫັນດີໂດຍພື້ນຖານແລ້ວທີ່ຈະຂວ້ຳບາດ 11 ອົງກອນແລະເຈົ້າໜ້າທີ່ຂອງຈີນແລະປະເທດອື່ນໆກ່ຽວກັບບັນຫາສິດທິມະນຸດ. ໃນນັ້ນ, ສະຫະພາບເອີຣົບຈະຖື “ການລ່ວງລະເມີດສິດທິມະນຸດຢູ່ເຂດຊິ່ນຈ່ຽງ”ເປັນຂໍ້ອ້າງ,ອອກແຮງແຕ້ມແຕ່ງເລື່ອງ“ການດັບສູນເຊື້ອຊາດເຜົ່າພັນ” ຢູ່ເຂດຊິ່ນຈ່ຽງ, ແລະຈະຂວ້ຳບາດເຈົ້າໜ້າທີ່ 4 ທ່ານ ແລະອົງກອນຂອງຈີນ.
ໃຜໆກໍຮູ້ດີແລ້ວວ່າ: ອັນທີ່ວ່າຢູ່ເຂດຊິ່ນຈ່ຽງມີ “ການດັບສູນເຊື້ອຊາດເຜົ່າພັນ”ນັ້ນແມ່ນຄຳຫຼອກລວງສຸດອົກສຸດໃຈແລະການເສກສັນປັ້ນແຕ່ງທີ່ມີເຈດຕະນາຮ້າຍ. ຖ້າຢູ່ເຂດຊິ່ນຈ່ຽງມີ “ການດັບສູນເຊື້ອຊາດເຜົ່າພັນ”, ໃນ 40 ກວ່າປີຜ່ານມາ, ເປັນຫຍັງປະຊາກອນເຜົ່າອຸຍເກີໄດ້ຈາກ 5,55 ລ້ານຄົນເພີ່ມຂຶ້ນເປັນ 12,7 ລ້ານກວ່າຄົນຫຼືກວ່າ 1 ເທົ່າ?ຖ້າຢູ່ເຂດຊິ່ນຈ່ຽງມີ“ການດັບສູນເຊື້ອຊາດເຜົ່າພັນ”, ເປັນຫຍັງຍອດປະລິມານເສດຖະກິດຂອງເຂດຊິ່ນຈ່ຽງໃນ 60 ກວ່າປີຜ່ານມາໄດ້ເພີ່ມຂຶ້ນ 200 ກວ່າເທົ່າ,ປະຊາກອນຜູ້ທຸກຍາກຕາມມາດຕະຖານໃນປັດຈຸບັນລວມທັງເຜົ່າອຸຍເກີສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງໝົດ? ຖ້າຢູ່ເຂດຊິ່ນຈ່ຽງມີ“ການດັບສູນເຊື້ອຊາດເຜົ່າພັນ”, ເປັນຫຍັງເຂດປົກຄອງຕົນເອງຊິ່ນຈ່ຽງໄດ້ໃຊ້ 7 ພາສາໃນການສຶກສາຊັ້ນປະຖົມແລະມັດທະຍົມ? ແລະປະຊາຊົນເຜົ່າສ່ວນໜ້ອຍຕ່າງໆຢູ່ເຂດຊິ່ນຈ່ຽງລ້ວນແຕ່ມີວັນພັກວຽກພັກລັດຖະການຕາມກົດໝາຍໃນວັນບຸນຕາມປະເພນີຂອງຕົນ.
ເປັນໄລຍະດົນນານມາແລ້ວ, ຢູ່ປະເທດຕາເວັນຕົກໄດ້ມີປະກົດການທີ່ແປກໆຢ່າງໜຶ່ງຄື: ບໍ່ວ່າຖ້ອຍຄຳຕໍ່ຕ້ານຈີນຈະຝືນກັບຄວາມຈິງແລະບໍ່ເປັນທີ່ເຊື່ອຖືໄດ້ກໍຕາມ,ກໍຈະສາມາດຕອບສະໜອງຄວາມຕ້ອງການຂອງອິດທິກຳລັງບາງກຸ່ມໄດ້. ໃນຖານະເປັນ “ໄມ້ມືດ້ານວິຊາການ” ທີ່ລ້ຽງເກືອໂດຍອົງການຕໍ່ຕ້ານຈີນຕາເວັນຕົກ, ທ່ານ ອາດຣຽນ ເຊັນສ໌ ຄົນເຢຍລະມັນທີ່ມີອາຍຸ 47 ປີໄດ້ຖືກອິດທິກຳລັງບາງກຸ່ມຢູ່ປະເທດຕາເວັນຕົກຍົກຍ້ອງເປັນ “ຜູ້ຊົງອິດທິພົນດ້ານການຄົ້ນຄວ້າ”ເຂດຊິ່ນຈ່ຽງ, ທີ່ຈິງແລ້ວແມ່ນຜູ້ປຸກປັ່ນສ້າງຄຳຫຼອກລວງທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງຢ່າງຫຼວງຫຼາຍ. ຕາມສະຖິຕິ, ນັບແຕ່ປີ 2018 ເປັນຕົ້ນມາ, ທ່ານ ອາດຣຽນ ເຊັນສ໌ ໄດ້ແຕ່ງບົດຄວາມແລະບົດລາຍງານທີ່ໃສ່ຮ້າຍປ້າຍສີເຂດຊິ່ນຈ່ຽງ 10 ກວ່າບົດຕາມໆກັນ. ຈາກອັນທີ່ບີບວ່າ “ບັງຄັບການອອກແຮງງານ” ຫາ “ບີບບັງຄັບການຄຸມກຳເນີດ”, ຈາກອັນທີ່ວ່າ “ການດັບສູນວັດທະນະທຳ” ຫາ “ການດັບສູນເຊື້ອຊາດເຜົ່າພັນ”, ຄຳເວົ້າທີ່ໜ້າຂະຫຍອງຂວັນເຫຼົ່ານີ້ລ້ວນແຕ່ແມ່ນລາວເປັນຜູ້ປັ້ນແຕ່ງຂຶ້ນ. ແຕ່ເປັນເລື່ອງໜ້າສຽດສີນັ້ນຄືເຂົາຜູ້ນັ້ນທີ່ຖືກເອີ້ນເປັນ “ຜູ້ຊ່ຽວຊານ” ດ້ານບັນຫາເຂດຊິ່ນຈ່ຽງພັດບໍ່ເຄີຍໄດ້ໄປຈີນຈັກເທື່ອ.
ຈີນຍິນດີຕ້ອນຮັບຊາວໂລກມາທ່ຽວຢູ່ເຂດຊິ່ນຈ່ຽງ, ແນ່ນອນກໍລວມທັງບັນດານັກການທູດສະຫະພາບເອີຣົບປະຈຳຈີນເຊັ່ນກັນ. ແຕ່ເປັນຫຍັງເຂົາເຈົ້າເລື່ອນເວລາຢ້ຽມຢ້ຽມດ້ວຍຂໍ້ອ້າງຕ່າງໆ? ຄຳຕອບງ່າຍໆນັ້ນກໍຄືພວກເຂົາເຈົ້າບໍ່ກ້າໄປເບິ່ງເຂດຊິ່ນຈ່ຽງທີ່ແທ້ຈິງ,ສະພາບການຢູ່ເຂດຊິ່ນຈ່ຽງຕ່າງກັນກັບຄວາມຄິດຂອງເຂົາເຈົ້າຫຼາຍ! ພວກເຂົາເຈົ້າແໜງວ່າເຊື່ອຄຳຫຼອກລວງທີ່ສ້າງຂຶ້ນດ້ວຍບໍ່ເທົ່າໃດຄົນ, ກໍບໍ່ຍອມຮັບຟັງສຽງໃນໃຈຮ່ວມກັນຈາກປະຊາຊົນບັນດາເຜົ່າຂອງເຂດຊິ່ນຈ່ຽງຈຳນວນ 25 ລ້ານກວ່າຄົນ; ແໜງວ່າປະສານສົມທົບກັບການກະທຳອັນຊົ່ວຊ້າຂອງອິດທິກຳລັງຕໍ່ຕ້ານຈີນສ່ວນໜ້ອຍ,ກໍບໍ່ກ້າປະເຊີນກັບເລື່ອງຈິງພື້ນຖານຂອງການພັດທະນາແລະຄວາມກ້າວໜ້າຢູ່ເຂດຊິ່ນຈ່ຽງ. ເຊິ່ງນີ້ພຽງແຕ່ສາມາດຢັ້ງຢືນໄດ້ວ່າ: ພວກເຂົາເຈົ້າບໍ່ສົນໃຈເລື່ອງຈິງແມ່ນຫຍັງ,ຫາກສົນໃຈແຕ່ການສ້າງບັນຫາທາງການເມືອງເທົ່ານັ້ນ ເພື່ອປັ້ນແຕ່ງບັນຫາຊິ່ນຈ່ຽງຂຶ້ນແລະທຳລາຍຄວາມໝັ້ນຄົງແລະສະຖຽນລະພາບຢູ່ເຂດຊິ່ນຈ່ຽງກໍຄືສະກັດກັ້ນການຂະຫຍາຍຕົວເຂັ້ມແຂງຂຶ້ນຂອງຈີນ.
ຄົນຈີນມັກເນັ້ນ “ຊີ້ນໄປໄປມາ,ແຕ່ກໍຈະຕອບໂຕ້ຕໍ່ການກະທຳຊົ່ວຮ້າຍທີ່ຜູ້ອື່ນກະທຳໃສ່ຕົນ”! ວັນທີ 22 ມີນານີ້, ຈີນໄດ້ຕົກລົງຂວ້ຳບາດ 10 ບຸກຄົນແລະ 4 ອົງກອນຈາກຝ່າຍສະຫະພາບເອີຣົບເຊິ່ງລວມທັງທ່ານ ອາດຣຽນ ເຊັນສ໌ທີ່ໄດ້ທຳລາຍອະທິປະໄຕແລະຜົນປະໂຫຍດຂອງຈີນຢ່າງໜັກໜ່ວງແລະເຜີຍແຜ່ຄຳຫຼອກລວງແລະຂ່າວປອມດ້ວຍເຈດຕະນາຮ້າຍ. ຈີນເຕືອນໃຫ້ສະຫະພາບເອີຣົບຈົ່ງຮັບຮູ້ເຖິງຄວາມຜິດພາດທີ່ໜັກໜ່ວງຂອງຕົນ, ບໍ່ຄວນຕັ້ງໂຕເປັນ “ປະລະມາຈານດ້ານສິດທິມະນຸດ” ອີກ, ບໍ່ຄວນໃຊ້ສອງມາດຕະຖານທີ່ຈອມປອມອີກ,ບໍ່ຄວນແຊກແຊງວຽກງານພາຍໃນຂອງປະເທດອື່ນຢ່າງທົ່ວທີບແລະບໍ່ຄວນເດີນໄປຕາມເສັ້ນທາງແຫ່ງຄວາມຜິດພາດນັບມື້ນັບເລິກເຂົ້າໄປອີກ.
ຄຳເຫັນ
0