吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ​ທ່ານ​ກິມ​ເຈິ​ງອຸນ​ໄດ້ຝ​າກຄວາມຢື້​ຢາມ​ຖາມ​ຂ່າ​ວ​ໃຫ້​ກັນ ​ແລະ​ກັນ

2021-03-23 15:57:34 cri

ວັນ​ທີ 22 ມີນາ​ນີ້, ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ກໍ​ຄື​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​ ທ່ານຊົ້ງທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ໄດ້​ພົບ​ປະ​ກັບທ່ານຣີຢົງນາມ ​ເອກ​ອັກຄະ​ລັດ​ຖະທູ​ດສປປ.​ເກົາຫຼີ​ປະຈຳ​ຈີນ.

ທ່ານຣີຢົງ​ນາມ​ໄດ້ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ກິມ​ເຈິ​ງອຸນ ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານເກົາຫຼີມາ​ເຖິງທ່ານ​ສີ​ຈິ້ນ​ຜິ​ງ, ນອກ​ນີ້ ທ່ານ​ຍັງ​ໄດ້​ແຈ້ງສະພາບ​ການຈັດ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 8 ຂອງ​ພັກ​ແຮງ​ງານ​ເກົາຫຼີ​ໃຫ້​ຝ່າຍ​ຈີນ​ໄດ້​ຮັບ​ຊາບ, ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ພັກ ​ແລະ​ປະຊາຊົນ​ຈີນ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ສາມາດຕ້ານ​ກັບ​ວິ​ກິດ​ການດ້ານ​ສາທາລະນະ​ສຸກ​ທີ່​ມີ​ລັກສະນະທົ່ວ​ໂລກ​ໄດ້​ຢ່າງ​ສຳ​ເລັດ​ຜົນ, ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ​ໃນ​ການ​ສ້າງສັງຄົມ​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຮອບດ້ານ ​ແລະ​ໃນ​ບັ້ນ​ສູ້​ຮົບ​ເພື່ອລຶບລ້າງ​ຄວາມທຸກ​ຍາກ​ໄດ້​ຢ່າງສິ້ນ​ເຊີງ.

ທ່ານ​ຊົ້ງ​ທ່າວ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງຝາກ​ເຖິງ​ທ່ານ​ກິມ​ເຈິ​ງອຸນ ​ເຊິ່ງ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍອີກ​ຄັ້ງຕໍ່​ການຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງພັກ​ແຮງ​ງານເກົາຫຼີ ​ແລະ​ກ່າວ​ວ່າ: ​ໃນ​ສະພາບ​ການ​ໃໝ່ ພວກຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບບັນດາ​ສະຫາຍສປປ.​ເກົາຫຼີ, ພະຍາຍາມຮັກສາ ປັບປຸງ ​ແລະ​​ເສີມຂະຫຍາຍສາຍ​ພົວພັນ​ຈີນ-ສ​ປປ.​ເກົາຫຼີ​ໃຫ້​ດີ, ຊຸກຍູ້​ພາລະກິດ​ສັງຄົມ​ນິຍົມ​ຂອງ​ສອງ​ປະ​ເທດ​​ໃຫ້​ໄດ້​ຮັບ​ໝາກຜົນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ສອງ​ຊາດຫຼາຍ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ປັດຈຸບັນ​ນີ້, ​ໂລກ​ມີການ​ປ່ຽນ​ແປງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນຮອບ 100 ປີ ​ແລະ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ເຮັດ​ໃຫ້​ສະ​ຖານະ​ການ​ສາກົນ ​ແລະ​ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ເລິກ​ເຊິ່ງ. ຈີນ​ຍິນ​ດີ​ຮ່ວມ​ກັບສປປ.​ເກົາຫຼີ ​ແລະ​ຝ່າຍ​ທີ່​ກ່ຽວຂ້ອງ, ຍຶດຫັ້ນ​ໃນ​ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ດ້ວຍ​ວິທີ​ທາງ​ການ​ເມືອງ, ປົ​ກປັກ​ຮັກສາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ແຫຼມ​ເກົາຫຼີ, ປະກອບ​ສ່ວນ​ອັນ​ໃໝ່ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ​, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ໃຫ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0