郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິງ​ເຄື່ອນ​ໄຫວ​​ສຳ​ຫຼວດກວດ​ກາ​ວຽກ​ງານສາ​ທາ​ລະ​ນະ​ສຸກ,ປ່າ​ໄມ້,ກະ​ສິ​ກຳ​ຢູ່​ເມືອງ​ຊ່າ​ຊ້ຽນ​ແຂວງ​ຟູ​ຈ້ຽນ

2021-03-24 17:23:03 cri

   ​ວັນ​ທີ23ມີ​ນານີ້ ທ່ານສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສື​ບ​ຕໍ່​​ສຳ​ຫຼວດກວດ​ກາວຽກ​ງານ​ຢູ່​ແຂງ​ຟູ​ຈ້ຽນ. ​ໂດຍ​ທ່ານ​ໄດ້​ເດີນ​ທາງ​ໄປໂຮງ​ໝໍ​ເມືອງ​ຊ່າຊ້ຽນ​ນະ​ຄອນ​ຊ່ານ​ມີງ, ບ້ານ​ຢ​ວີ​ປ່າງ​ທີ່​ມີ​ຊື່​ສຽງ​ຍ້ອນ​ອາ​ຫານ​ພື້ນ​ເມືອງ​ຊ່າຊ້ຽນ” ແລະ​ສູນ​ຊື້ຂາຍ​ສິດ​ຊັບ​ສິນ​ໃນ​ຊົນ​ນະ​ບົດ​ຂອງ​ເມືອງ​ຊ່າ​ຊ້ຽນ​ຕາມລຳ​ດັບ,ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ສາ​ທາ​ລະ​ນະ​ສຸກ,ວຽກ​ງານ​ການ​​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ລົງ​ເລິກ​ປະ​ຕິ​ຮູບ​ລະ​ບ​ຽບການ​ວ່າ​ດ້ວຍ​ສິດ​ໃນ​ປ່າ​ໄມ້ ແລະ​ອື່ນໆ.

   ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ສາ​ທາ​ລະ​ນະ​ສຸກຂອ​ງ​ນະ​ຄອນ​ຊ່ານ​ມີງ​ທີ່​ເລີ່ມ​ດຳ​ເນີນ​ມາ​ແຕ່​ປີ2012ນັ້ນ ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ຢູ່​ປະ​ເທດ​ຈີນ,​ຍັງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ທະ​ນາ​ຄານ​ໂລກ​ອີກ. ປັດ​ຈຸ​ບັນ,ມາດ​ຕະ​ການ​ຫຼາຍ​ປະ​ການ​ໃນການ​ປະ​ຕິ​ຮູບ​ດ້ານ​ສາ​ທາ​ລະ​ນະ​ສຸກຂອ​ງ​ນະ​ຄອນ​ຊ່ານ​ມີງ​​ໄດ້ນຳ​ໄປ​ເຜີຍ​ແຜ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ທົ່ວ​ປະ​ເທດ​ຈີນ​ແລ້ວ. ໂຮງ​ໝໍ​ເມືອງ​ຊ່າຊ້ຽນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳ​ຫຼວດ​ກວດ​ເບິ່ງ​ເທື່ອນີ້ ສາ​ມາດ​ສ້າງ​ຕັ້ງ​ຂຶ້ນ ​ກໍ​ຍ້ອນ​ການ​ປະ​ຕິ​ບັດ​ໜຶ່ງ​ໃນ​ມາດ​ຕະ​ກາ​ນ​ຕ່າງໆ​ຂອງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການສາ​ທາ​ລະ​ນະ​ສຸກ​ໃນ​ທ້ອງ​ຖິ່ນ.

   “​​ອາ​ຫານ​ພື້ນ​ເມືອງ​​ຊ່າຊ້ຽນ”ກໍ​ຖືກ​ຂະ​ໜານ​ນາມ​ໃຫ້​ເປັນ“ອາ​ຫານ​ພື້ນ​ເມືອງຍອດ​ນິ​ຍົມ​ຂອງ​ຊາດ”.ເມື່ອ​ກ່ອນ​​ເພື່ອ​ຫາລ້ຽງ​ຊີບ ຊາວ​ກະ​ສິ​ກອນ​ເມືອງ​ຊ່າ​ຊ້ຽນໄດ້​ຫາບ​​ອາ​ຫານ​ພື້ນ​ເມືອງໄປ​ຂາຍ​ຢູ່​ນອກ​ບ້ານ, ປັດ​ຈຸ​ບັນ“​​ອາ​ຫານ​ພື້ນ​ເມືອງ​ຊ່າຊ້ຽນ”ບໍ່​ພຽງ​ແຕ່​ມີ​ຮ້ານ​ສາ​ຂາ​​ຫຼາຍກວ່າ8ໝື່ນ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ,ຍັງ​ມີ​ຮ້ານ​ສາ​ຂາ​ຢູ່62ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ອີກ,ກາຍ​ເປັນ​ອຸດ​ສາ​ຫະ​ກຳ​​ອາ​ຫານ​ຂະ​ໜາດໃຫຍ່​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ໄປ​ເຖິງ​ຕ່າງ​ປະ​ເທດ.

   ຢູ່​ສູນ​​ຊື້ຂາຍ​ສິດ​ຊັບ​ສິນໃນ​ຊົນ​ນະ​ບົດ​ເມືອງ​ຊ່າ​ຊ້​ຽນ,ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ຮູ້​ສະ​ພາບ​ການ​ປະ​ຕິ​ຮູບ​ລະ​ບຽບການ​ວ່າ​ດ້ວຍ​ສິດ​ໃນ​ປ່າ​ໄມ້​ຢ່າງ​ລະ​ອຽດ. ໃນ​ເວ​ລາ​ດຳ​ລົງຕຳ​ແໜ່ງ​ຢູ່​ແຂວງ​ຟູ​ຈ້ຽນ​ປີ2002,ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ຜູ້​ຊີ້​ນຳ​ແລະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ລະ​ບຽບການ​ວ່າ​ດ້ວຍ​ສິດ​ໃນປ່າ​ໄມ້​ລວມໝູ່​​. ການ​ປະ​ຕິ​ຮູບ​ດັ່ງ​ກ່າວນີ້​ບໍ່​ພຽງ​ແຕ່​ໄດ້​ປ້ອງ​ກັນສິ່ງ​ແວດ​ລ້ອມ​ນິ​ເວດໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ,​ຍັງ​ເຮັດ​ໃຫ້​​ປະ​ຊາ​ຊົນ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ໄດ້​ໂດຍ​ບໍ່​ຕ້ອງ​ຕັດ​ຕົ້ນ​ໄມ້. ​ມາ​ຮອດ​ທ້າຍ​ປີ2019,ຍອດ​ມູນ​ຄ່າ​ການຜະ​ລິດ​ດ້ານ​ປ່າ​ໄມ້​ຂອງ​ນະ​ຄອນ​ຊ່ານ​ມີງ​ໄດ້​ບັນ​ລຸ114,6ຕື້ຢວນ, ​ລາຍ​ໄດ້​ສົດ​ທິ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​​ບັນ​ລຸຫຼາຍກວ່າ5ພັນ​ຢວນ, ກວມ30%ຂອງ​ລາຍ​ໄດ້​ທີ່ສາ​ມາດ​ຈັບ​ຈ່າຍ​ໄດ້​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ.

ຄຳ​ເຫັນ

0