吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນ

2021-03-25 17:09:51 cri

ຕອນ​ບ່າຍ​ວັນ​ທີ 24 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານປະ​ເທດຈີນ​ທີ່​ກຳ​ລັງ​ເຄື່ອນໄຫວສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄອນ​ຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ​ໄດ້​​​ເດີນທາງ​​ໄປ​ເຖິງ​ບໍລິສັດ​​ຫຸ້ນ​ສ່ວນ​ຟູກ​ວ່າງ​ຟູ​ຈ້ຽນຈຳກັດ.

​​ໃນ​ເວ​ລ​າ​ໂອ້​ລົມ​ສົນ​ທະ​ນາກັບ​ພະນັກງານ​ວິ​ສາ​ຫະກິດ​ແຫ່ງນີ້, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ5 ປີຄັ້ງ​ທີ 14​,ແຜນ​ພັດ​ທະ​ນາ​ປະ​ເທດ​ຊາດ ຖ້າ​ຢາກ​ກ້າວ​ໄປ​ໜ້າ​ຕ້ອງ​ອີງ​​ໃສ່​ການ​ປະດິດ​ສ້າງ​ໃໝ່, ​ຫາກ​ໄປ​​ຕາມ​ກະ​ແສ​ລວມ ນຳ​ຕາມຫຼັງ​ຜູ້​ອື່ນ​ແມ່ນ​ບໍ່​​ໄດ້ຢ່າງເດັດຂາດ. ປັດຈຸບັນ​ນີ້, ​​ຕ້ອງ​ເບິ່ງວ່າຜູ້ໃດ​ສາມາດ​ກຳແໜ້ນ​ກາ​ລະ​ໂອກາດ, ມີ​ຄວາມ​ຮັບຜິດຊອບ, ມີ​ສະ​ຕິ​ຕໍ່​ພາ​ລະ​ໜ້າ​ທີ່ ​ແລະ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ໄດ້​ດີ, ​ລັດກໍ​ຈະ​ສະ​ໜັບສະ​ໜູນ​​ຢ່າງ​ເຕັມ​ຄວາມ​ສາ​ມາດ. ພວກ​ເຮົາ​ກຳ​ແໜ້ນ​ວຽກ​ງານ​ການ​ປະດິດ​ສ້າງ​ໃໝ່​ໂດຍ​ບໍ່​ຈຳ​ແນກ​​ສະຖາ​ນະ​ພາບ​ ແລະ ຕົ້ນ​ກຳ​ເນີ​ດ, ​​ການ​ທີ່ສາມາດ​ປະກອບສ່ວນ​​​ໃຫ້​ກັບປະ​ເທດ​​ຊາດແມ່ນ​​​ສິ່ງສຳຄັນ​ທີ່​ສຸດ.

 

 

ຄຳ​ເຫັນ

0