尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ທີ່ພັດທະນາແລ້ວ​ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມຄວາມ​ສາ​ມາດ​ຂອງ​ຕົນ

2021-03-25 17:18:46 cri

ປະ​ເທດ​ທີ່ພັດທະນາແລ້ວ​ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມຄວາມ​ສາ​ມາດ​ຂອງ​ຕົນ_fororder_微信图片_202103251725592

ວັນ​ທີ 22 ມີ​ນາ​ນີ້, ທ່ານ ເຕ​ໂດ​ຣ​ສ໌ ອັດ​ຮາ​ໂນມ ເກ​ເບ​ຣ​ເຢ​ຊຸ​ສ໌ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ​: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ທົ່ວ​ໂລກ​ໄດ້​ເຮັດ​ວຽກຍັງ​ໜ້ອຍ​ຫຼາຍ​ໃນ​ດ້ານ​ການ​ແກ້​ໄຂ​ບັນ​ຫາຄວາມບໍ່ຍຸດຕິທຳໃນການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ເຊິ່ງ​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ສະ​ເທືອນ​ໃຈ. ທ່ານ ເຕ​ໂດ​ຣ​ສ໌ ອັດ​ຮາ​ໂນມ ເກ​ເບ​ຣ​ເຢ​ຊຸ​ສ໌ ຍັງ​ໄດ້​ຕຳ​ໜິ​ຕໍ່​ການ​ກະ​ທຳ​ຂອງ​ບາງປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໂດຍກ່າວ​ວ່າ: ປະ​ລິ​ມານ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຂອງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ແລະ​ປະ​ລິ​ມານ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຈາກ “ແຜນ​ການ​ດຳເນີນງານກ່ຽວກັບ​ວັກ​ຊີນ​ໂຄວິດ-19”ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ເປັນ​ແກນ​ກາງ​ມີ​ຄວາມ​ແຕກ​ໂຕນ​ກັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ເຊິ່ງເປັນບັນຫາທີ່ໜັກໜ່ວງຂຶ້ນກວ່າເກົ່າ.

ປະ​ເທດ​ທີ່ພັດທະນາແລ້ວ​ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມຄວາມ​ສາ​ມາດ​ຂອງ​ຕົນ_fororder_微信图片_20210325172559

ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້ກ່າວ​ເຕືອນ​ວ່າ: ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງໄວແບບພິນາດ, ສາເຫດສ່ວນໜຶ່ງແມ່ນ​ຍ້ອນ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນແລະແຜ່ລະບາດຮ້າຍແຮງກວ່າເກົ່າແລະ​ການ​ສະ​ໜອງວັກ​ຊີນ​ໂຄວິດ-19 ໄດ້ດຳເນີນຢ່າງຊັກ​ຊ້າ. ຕາມ​ຕົວ​ເລກ​ຂໍ້​ມູນ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ປັດ​ຈຸ​ບັນ, ການ​ສັກ​ວັກ​ຊີນ​ໂຄວິດ-19 ມີ 75%ແມ່ນດຳເນີນຢູ່ໃນ 10 ປະ​ເທດ, ​ມີ 130 ປະ​ເທດຍັງ​ບໍ່​ທັນ​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19 ແມ່ນແຕ່ຫຼອດດຽວເລີຍ. ​ ຫຼັງ​ຈາກ​ອາ​ເມ​ຣິ​ກາ​ໄດ້​ກັກຕຸນ​ວັກ​ຊີນ​ໂຄວິດ-19 ຈຳນວນ​ພຽງ​ພໍ​ສຳ​ລັບ​ຄົນ​ອາ​ເມ​ຣິ​ກາ​ສາມາດສັກໄດ້ທຸກຄົນແລ້ວ, ລັດ​ຖະ​ບານ​ໂຈ ໄບ​ເດັນ​ໄດ້​ສື​ບ​ຕໍ່​ຈັດ​ຊື້​ວັກ​ຊີນ​ໂຄວິດ-19 ອີກ100 ລ້ານ​ຫຼອດ,ຂະ​ນະ​ດຽວ​ກັນ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ເສດທຸກ​ຄຳ​ຮ້ອງ​ຂໍ​ທີ່​ຮຽກ​ຮ້ອງ​ໃຫ້ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຈາກປະເທດອື່ນ. ໃນ​ເດືອນ​ມັງ​ກອນ​ປີ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ເຄີຍ​ໄດ້ຂູ່​ວ່າ​ຈະ​ເພີ່ມຄວາມເຂັ້ມງວດໃນ​ການກວດ​ກາ, ແກ່​ຍາວ​ເວ​ລາ​ຈົນກະທັ້ງ​ຕັດ​ຂາດ​ການ​ສະ​ໜອງວັກ​ຊີນ​ໂຄວິດ-19 ທີ່​ຜະ​ລິດ​ຢູ່ໃນ​ປະ​ເທດ​ສະ​ຫະ​ພາບ​ເອີ​ຣົບນັ້ນ​ໃຫ້​ອັງ​ກິດ. ຈົນກວ່າລະຫວ່າງປະເທດ​ສະ​ມາ​ຊິກ​​ສະ​ຫະ​ພາບ​ເອີ​ຣົບ​​ກໍ​ໄດ້​ຖົກ​ຖ້ຽງ​ກັນ​ເລື້ອຍໆ​ກ່ຽວ​ກັບ​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19. ຢູ່ລະ​ຫວ່າງ​ປະ​ເທດ​ຮັ່ງ​ມີໄດ້ເກີດຄວາມ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ວັກ​ຊີນ​ໂຄວິດ-19 ​​ເລື້ອຍໆ.

ປະ​ເທດ​ທີ່ພັດທະນາແລ້ວ​ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມຄວາມ​ສາ​ມາດ​ຂອງ​ຕົນ_fororder_微信图片_202103251725591

ສິ່ງ​ທີ່​ເປັນຈັ່ງບຸນນັ້ນແມ່ນ, ຈີນ​ໄດ້ຍຶດ​ໝັ້ນ​ໃຫ້ວັກຊີນໂຄວິດ-19 ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ມາໂດຍຕະຫຼອດ ເຊິ່ງເປັນການສ້າງຮົ້ວ​ປ້ອງ​ກັນ​ພະ​ຍາດ​ທີ່​ເຂັ້ມແຂງ​ທີ່​ສຸດ​ໃຫ້​ແກ່​ກາ​ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ກົນ​ໄກ​ຮ່ວມປ້ອງ​ກັນ​ແລະ​ຄວບ​ຄຸມພະຍາດໂຄວິດ-19 ຂອງລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນຫຼ້າສຸດ​ໃນ​ວັນ​ທີ 23 ມີ​ນາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ສັກ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໄດ້ມີ​ຫຼາຍກວ່າ 100 ລ້ານ​ຫຼອດ,ເຊິ່ງສະແດງໃຫ້ເຫັນວ່າມີ​ຄວາມ​ປອດ​ໄພ​ແລະມີ​ປະ​ສິດ​ທິ​ຜົນ, ຄວາມ​ສາ​ມາດ​ແລະ​ປະ​ລິ​ມານ​ການ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ຂອງຈີນໄດ້​ເພີ່ມຂຶ້ນ​ຢ່າງ​ໝັ້ນ​ທ່ຽງ. ວັນ​ທີ 23 ມີ​ນາ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ເມື່ອປຽບ​ທຽບ​ກັບ​ປະ​ເທດ​ໃຫຍ່​ຈຳ​ນວນ​ໜຶ່ງ​ທີ່​ເຫັນ​ແກ່​ຕົວ​ແລະກັກຕຸນ​ວັກ​ຊີນ​ໂຄວິດ-19 ແລ້ວ, “ຄວາມ​ປາ​ຖະ​ໜາ​ໃນ​ເບື້ອງ​ຕົ້ນ​ຂອງ​ຈີນແມ່ນ​​ໃຫ້​ຊາວ​ໂລກ​ສາ​ມາດ​ໄດ້​ຮັບ​ການ​ສັກ​ວັກ​ຊີນ​ຫຼາຍຂຶ້ນໂດຍ​ໄວ”. ທາງເລືອກຂອງຈີນແລະຣັດເຊຍຄື “ບໍ່ແມ່ນໃຫ້ຢູ່ລອດໄດ້ພຽງແຕ່ຄົນ​ຜູ້​ດຽວ,ຫາກແມ່ນໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ໂລກອີກດ້ວຍ”. ກໍຄືໃນ​ບັນ​ຫາ​ວັກ​ຊີນ​ໂຄວິດ-19,ຈີນ​ໄດ້​ຍຶດ​ໝັ້ນ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ໂລກ,ໃຫ້ວັກຊີນ​ເສີມ​ຂະ​ຫຍາຍ​ບົດ​ບາດເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​.

ປະ​ເທດ​ທີ່ພັດທະນາແລ້ວ​ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມຄວາມ​ສາ​ມາດ​ຂອງ​ຕົນ_fororder_微信图片_20210325172559

ວັນ​ທີ 23 ມີ​ນາ​ນີ້, ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 46 ໄດ້​ຜ່ານການຮັບຮອງ​ມະ​ຕິ​ກ່ຽວ​ກັບ​ການ “ຮັບ​ປະ​ກັນໃຫ້​ປະ​ເທດ​ທັງ​ໝົດ​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19 ທີ່​ສາ​ມາ​ດຮັບພັນທະ​ໄດ້​ຢ່າງ​ຍຸດ​ຕິ​ທຳ​ແລະ​ທັນ​ເວ​ລາເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19”​ທີ່​ຮ່ວມກັນສະເໜີໂດຍອາ​ເຊັກ​ໄບ​ຊັງ,ເອກວາ​ດໍ​ແລະ​ປະ​ເທດ​ອື່ນໆ​ຮ່ວມ​ກັນ​ສະ​ເໜີ​ອອກ,ຈີນ​ສະ​ໜັບ​ສະ​ໜູນ​ພ້ອມ​ທັງ​ລົງ​ນາມ​ຮ່ວມ​ໃນ​ມະ​ຕິ​ດັ່ງ​ກ່າວ.
 

ນອກ​ນີ້, ຈີນ​ໄດ້​ເຂົ້າ​ຮ່ວມ “ແຜນ​ການດຳເນີນງານກ່ຽວກັບ​ວັກ​ຊີນ​ໂຄວິດ-19” ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ,ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສະ​ໜອງວັກ​ຊີນ​ໂຄວິດ-19  10 ລ້ານ​ຫຼອດ​ເປັນ​ງວດ​ທຳ​ອິດ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໂດຍ​ດ່ວນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ; ໄດ້​ແລະ​ພວມ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່ 69 ​ປະ​ເທດ​ພວມ​ພັດ​ທະ​ນາທີ່​ມີ​ຄວາມ​ຕ້ອງ​ການ​ໂດຍ​ດ່ວນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ, ຂະ​ນະ​ດຽວ​ກັນ​ກໍ​ສົ່ງ​ອອກວັກ​ຊີນ​ໂຄວິດ-19 ໃຫ້​ແກ່ 43 ປະ​ເທດ; ໄດ້ປະ​ກາດ​ບໍ​ລິ​ຈາກວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ເຈົ້າໜ້າທີ່ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ; ຄະ​ນະ​ກຳມະການໂອ​ລິມ​ປິກ​ຂອງ​ຈີນ​ຈະ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ນັກ​ກິ​ລາ​ທີ່​ຈະເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກໂຕ​ກຽວ,ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການໂຕກຽວ​ແລະ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​. ທັງໝົດເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ:ຈີນ​ຍຶດໝັ້ນໃຫ້ວັກ​ຊີນ​ໂຄວິດ-19 ຕ້ອງເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະກ່ອນຢ່າງ​ເດັດ​ດ່ຽວ​, ຍຶດ​ໝັ້ນ​ຢືນ​ຢູ່​ຖັນແຖວທີໜຶ່ງຂອງການ​ຮ່ວມ​ມື​ດ້ານ​ວັກ​ຊີນ​ໂຄວິດ-19 ໃນ​ສາ​ກົນ, ​ເດັດ​ດ່ຽວຢູ່ໃນຂະບວນທີໜຶ່ງຂອງການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸດ​ຕິ​ທຳ, ການ​ກະ​ທຳ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.

ປະ​ເທດ​ທີ່ພັດທະນາແລ້ວ​ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມຄວາມ​ສາ​ມາດ​ຂອງ​ຕົນ_fororder_微信图片_202103251725593

ຖ້າ​ປະຊາກອນ​ໂລກ​ 80% ຕ້ອງສັກ​ວັກ​ຊີນ​ໂຄວິດ-19, ເມື່ອ​ໄລ່​ຕາມ​ສອງ​ເຂັມ​ຕໍ່ຫົວ​ຄົນ​ແລ້ວ, ທັງ​ໝົດ​ຕ້ອງ​ການ 12 ຕື້​ຫຼອດ, ເມື່ອ​ເບິ່ງ​ຈາກ​ຄວາມ​ສາ​ມາດ​ການ​ຜະ​ລິດ​ຂອງ​ບັນ​ດາ​ຝ່າຍ​ໃນ​ປັດ​ຈຸ​ບັນ​ແລ້ວ, ຢ່າງ​ໜ້ອຍໄປຈົນຮອດ​ປີ 2024 ຈຶ່ງ​ຈະ​ສຳ​ເລັດ​ການ​ສັກ​ວັກ​ຊີນ​ໄດ້. ໃນ​ໄລ​ຍະ​ສັ້ນນີ້, ອັງ​ກິດ, ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ອື່ນໆ​ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ປະ​ຊາ​ຄົມ​ໂລກຢ່າງມີຈຳກັດຫຼາຍ, ຂະນະທີ່​ຈີນ​ໄດ້ພະຍາຍາມ​ຜ່ອນ​ຄາຍຄວາມບໍ່ພຽງພໍຂອງການ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃນ​ສາ​ກົນ​ແລະ​ຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸດ​ຕິ​ທຳ​ໂດຍບໍ່ວາງ​ເງື່ອນ​ໄຂ​ໃດໆ. ຫວັງ​ວ່າ​ປະ​ເທດ​ທີ່​ພັດທະນາແລ້ວຈະປະ​ຖິ້ມ​ລັດ​ທິດາ​ວິນ​ທາງ​ສັງ​ຄົມ​ແລະ​ກົດ​ເກນທຳມະຊາດ​ໂດຍ​ໄວ, ແລະໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແກ່​ປະ​ເທດ​ພວມ​ພັດ​ທະ​ນາຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.

ຄຳ​ເຫັນ

0