覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢາ​ພື້ນ​ເມືອງ​ຈີນ​ຊ່ວຍ​ສ້າງ​ຄວາມຮັ່ງ​ມີ​ໃຫ້​ແກ່​ຊາວ​ກະ​ສິ​ກອນ

2021-03-26 15:22:22 cri

ຢາ​ພື້ນ​ເມືອງ​ຈີນ​ຊ່ວຍ​ສ້າງ​ຄວາມຮັ່ງ​ມີ​ໃຫ້​ແກ່​ຊາວ​ກະ​ສິ​ກອນ_fororder_xingtaishahftu1


ວັນ​ທີ 25 ມີ​ນາ​ນີ້, ຊາວ​ກະ​ສິ​ກອນ​ຂອງ​ບ້ານ​ຊີ່​ນານ​ປູ້ ຕາ​ແສງ​ຊ່ານ​ສື່​ເມືອງ​ນານ​ເຫີນະ​ຄອນ​ສິງ​ຖາຍ​ແຂວງ​ເຫີ​ເປີຍ​ກຳ​ລັງ​ປູກ​ຈື​ຫວານ(Aster tataricus L. f.)ທີ່​ເປັນ​ຢາ​ພື້ນ​ເມືອງ​ຈີນ.

 

    ຊຸມ​ປີ​ມໍ່ໆ​ມາ​ນີ້, ໃນ​ຂະ​ບວນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ກັບ​ປະ​ຊາ​ຊົນ​ນັ້ນ,  ເມືອງ​ນານ​ເຫີ​ນະ​ຄອນ​ສິງ​ຖາຍ ແຂວງ​ເຫີ​ເປີຍ ໄດ້​ອີ​ງ​ໃສ່​ຈຸ​ດ​ພິ​ເສດ​ຂອງ​ເນື້ອ​ທີ່​ດິນ​ຂອງ​ທ້ອງ​ຖິ່ນ​ຕົນ​ທີ່​ມີ​ດິນ​ຊາຍຫຼາຍ​, ປະ​ຕິ​ບັດ​ຕາມ​ຮູບ​ແບບການ​ຄຸ້ມ​ຄອງ​ທຸ​ລະ​ກິດແບບ “​ບໍ​ລິ​ສັດ+ສະ​ຫະ​ກອນ+ຊາວ​ກະ​ສິ​ກອນ”, ອາ​ໄສ​ໃບ​​ສັ່ງ​ຊື້​​ຈາກບໍ​ລິ​ສັດ​ຊັກ​ຈູງ​ໃຫ້​ຊາວ​ກະ​ກິ​ກອນ​ພັດ​ທະ​ນາ​ການ​ປູກ​ຢາ​ພື້ນ​ເມືອງ​ຈີນ ເຊິ່ງ​ໄດ້​ຊ​ກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ​ໃຫ້​ມີ​ຄຸນ​ນະ​ພາບ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. 
 

ຢາ​ພື້ນ​ເມືອງ​ຈີນ​ຊ່ວຍ​ສ້າງ​ຄວາມຮັ່ງ​ມີ​ໃຫ້​ແກ່​ຊາວ​ກະ​ສິ​ກອນ_fororder_xingtaishahftu2

ຄຳ​ເຫັນ

0