“ຝ້າຍດອກຂອງຈີນອ່ອນນຸ້ມຫຼາຍ, ແຕ່ຈິດໃຈຂອງຄົນຈີນເຂັ້ມແຂງຫຼາຍ! ຫວ່າງມໍ່ໆມານີ້, ຈະເຫັນປະໂຫຍກນີ້ເລື້ອຍໆຢູ່ສື່ສັງຄົມອອນລາຍຂອງຈີນ.
ປະໂຫຍກດັ່ງກ່າວໄດ້ແຜ່ຫຼາຍຢູ່ເທິງອິນເຕີເນັດແມ່ນຍ້ອນແຈ້ງການສະບັບໜຶ່ງຂອງບໍລິສັດ H&M ທີ່ເປັນບໍລິສັດເຄື່ອງນຸ່ງຂອງຊູແອັດ, ໃນແຈ້ງການ, H&M ໄດ້ຫ້າມນຳໃຊ້ຝ້າຍຈາກເຂດຊິ່ນຈ່ຽງຂອງຈີນໂດຍອ້າງວ່າຢູ່ເຂດດັ່ງກ່າວໄດ້ມີການບັງຄັບການອອກແຮງງານ. ຫຼັງຈາກນັ້ນ,ບໍລິສັດແລະອົງການຈັດຕັ້ງຝ່າຍຕາເວັນຕົກຈຳນວນໜຶ່ງກໍໄດ້ກີດກັນຝ້າຍດອກຊິ່ນຈ່ຽງດ້ວຍຂໍ້ອ້າງເຊັ່ນດຽວກັນ.
ເປັນການຍາກທີ່ຄິດອອກໄດ້ວ່າ,ໃນຍຸກສະໄໝທີ່ສື່ມວນຊົນມີການພັດທະນາໃນລະດັບສູງແລະໄດ້ເຜີຍແຜ່ຂໍ້ມູນຂ່າວສານຢ່າງວ່ອງໄວທີ່ສຸດ, ບໍລິສັດເຫຼົ່ານີ້ພັດໃສ່ຮ້າຍປ້າຍສີຈີນຢ່າງຮ້າຍແຮງດ້ວຍຂໍ້ອ້າງທີ່ວ່າ “ບັງຄັບການອອກແຮງງານ”ທີ່ບໍ່ມີຫຼັກອ້າງອີງແຕ່ຢ່າງໃດແບບນີ້, ເພື່ອເປັນກອງນຳໜ້າຂອງອິດທິກຳລັງຕໍ່ຕ້ານຈີນ, ພະຍາຍາມປະພຶດໂຕໃນການກີດກັນຝ້າຍຊິ່ນຈ່ຽງທີ່ໜ້າຕະຫຼົກ.
ຈີນແມ່ນປະເທດຜະລິດຝ້າຍດອກໃຫຍ່ອັນດັບທີສອງຂອງໂລກ, ສ່ວນປະລິມານການຜະລິດຝ້າຍດອກຂອງເຂດຊິ່ນຈ່ຽງໄດ້ກວມຫຼາຍກວ່າ 87% ຂອງຈີນຍ້ອນມີເງື່ອນໄຂດິນຟ້າອາກາດແລະທີ່ຕັ້ງພູມສັນຖານທີ່ດີ, ຝ້າຍດອກຊິ່ນຈ່ຽງຂາວສະອາດ,ສວຍງາມແລະມີຄວາມຫົດດີ,ແມ່ນວັດຖຸດິບທີ່ຂາດບໍ່ໄດ້ຂອງອຸດສາຫະກຳຕ່ຳແຜ່ນ. ປີ 2020, ປະລິມານການຜະລິດຝ້າຍດອກຂອງຈີນມີເຖິງ 59,237 ແສນໂຕນ, ໄດ້ນຳເຂົ້າ 2,35 ລ້ານໂຕນ, ສົ່ງອອກ 3 ໝື່ນໂຕນ, ປະລິມານການສົ່ງອອກກວມພຽງແຕ່ 1% ຂອງປະລິມານການຜະລິດຕໍ່ປີ,ຝ້າຍດອກທີ່ຕົນຜະລິດຍັງບໍ່ພໍໃຊ້ເທື່ອ, ສະນັ້ນ, “ການກີດກັນຝ້າຍດອກຊິ່ນຈ່ຽງ” ເປັນພຽງການສະແດງໂຕທີ່ຂີ້ຮ້າຍທີ່ສຸດຂອງອິດທິກຳລັງຕໍ່ຕ້ານຈີນເທົ່ານັ້ນ.
ຊັ້ນເປັນຫຍັງຝ້າຍດອກທີ່ຂາວແລະງາມແບບນີ້ພັດຕົກເປັນເຫຍື່ອຂອງມືມືດຜູ້ບົງການຢູ່ເບື້ອງຫຼັງ?
ໃນຊຸມປີຜ່ານມາ, ຜ່ານຈາກຄວາມພະຍາຍາມຢ່າງບໍ່ລົດລະຂອງຕົນ, ອຸດສາຫະກຳຕ່ຳແຜ່ນແລະການຜະລິດເຄື່ອງນຸ່ງຂອງຈີນໄດ້ສ້າງເປັນເຄືອຂ່າຍການສະໜອງທີ່ສົມບູນເຊິ່ງຈາກການປຸງແຕ່ງຮອດການຜະລິດແລະການຈຳໜ່າຍໂດຍປິ່ນອ້ອມຝ້າຍດອກຊິ່ນຈ່ຽງທີ່ມີຄຸນນະພາບສູງ,ມູນຄ່າການສົ່ງອອກຜະລິດຕະພັນຝ້າຍຂອງຈີນໄດ້ກວມຫຼາຍກວ່າ 30% ຂອງໂລກ. ຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງທີ່ສົມບູນຂອງອຸດສາຫະກຳຕ່ຳແຜ່ນເຮັດໃຫ້ຖານະຂອງຈີນໃນຂົງເຂດທີ່ກ່ຽວຂ້ອງນັບມື້ນັບສູງເດັ່ນຂຶ້ນ,ສະນັ້ນຈຶ່ງໄດ້ກາຍເປັນ “ໜາມຕຳຕາ” ຂອງບໍລິສັດໃຫຍ່ໃນສາກົນຈຳນວນໜຶ່ງ, ສະນັ້ນ, ບໍລິສັດເຫຼົ່ານີ້ຈຶ່ງລົງມືມືດກໍ່ໂທດກຳກັບຝ້າຍດອກຊິ່ນຈ່ຽງຂອງຈີນໂດຍຖື “ສິດທິມະນຸດ” ເປັນຂໍ້ອ້າງ,ເພື່ອກົດດັນຝ້າຍດອກຊິ່ນຈ່ຽງແລະຍາດເອົາອັດຕາສ່ວນໃນຕະຫຼາດຂອງວິສາຫະກິດຈີນທີ່ກ່ຽວຂ້ອງ.
ພາຍຫຼັງຈຳພວກບໍລິສັດປະເທດຕາເວັນຕົກເຊັ່ນບໍລິສັດ H&M ເປັນຕົ້ນໃສ່ຮ້າຍປ້າຍສີຈີນແລ້ວ, ປະຊາຊົນຈີນແລະວິສາຫະກິດຈີນກໍພາກັນໃຫ້ການສະໜັບສະໜູນແກ່ຝ້າຍດອກຊິ່ນຈ່ຽງ, ດາລາທີ່ມີຊື່ສຽງຂອງຈີນລ້ວນແຕ່ໄດ້ຍົກເລີກການພົວພັນຮ່ວມມືກັບວິສາຫະກິດທີ່ໃສ່ຮ້າຍປ້າຍສີຈີນ, ຮ້ານຕົ້ນຕໍຂອງ H&M ຢູ່ເທິງເວທີການຄ້າຂາຍທາງເເອເລັກໂຕຣນິກຕ່າງໆເຊັ່ນ: TaoBao,JingDong ແລະອື່ນໆລ້ວນແຕ່ໄດ້ຖືກຖອນອອກໝົດ.
ຫຼັງຈາກຈີນໄດ້ຂວ້ຳບາດສະຫະພາບເອີຣົບແລະອັງກິດເພື່ອເປັນການຕອບໂຕ້ແລ້ວ, ວັນທີ 27 ມີນານີ້, ຈີນກໍ່ໄດ້ຂວ້ຳບາດຕໍ່ບຸກຄົນແລະອົງກອນທີ່ກ່ຽວຂ້ອງຂອງອາເມຣິກາແລະການາດາຍ້ອນໄດ້ສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ. ລັດຖະບານຈີນຍັງກ່າວວ່າ: ຈະບໍ່ປະຕິເສດໄດ້ທີ່ຈະຈັດເອົາສະມາຄົມພັດທະນາຝ້າຍດອກທີີ່ດີຂອງສະວິສຫຼື BCI ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຫຼື NGO ໃນສາກົນທີ່ໄດ້ກີດກັນຝ້າຍດອກຊິ່ນຈ່ຽງຂອງຈີນເຂົ້າໃນບັນຊີລາຍຊື່ທີ່ຕ້ອງຂວ້ຳບາດຂອງຈີນ.
ດ້ານໜຶ່ງແມ່ນໄດ້ສ້າງຂ່າວລືເພື່ອກີດກັນຝ້າຍດອກຊິ່ນຈ່ຽງ, ອີກດ້ານໜຶ່ງພັດຢາກຫາເງິນຢູ່ຈີນ, ການປະພຶດແບບນີ້ຈະເປັນການຄຶດຝັນແບບບ້າໆບໍໆເທົ່ານັ້ນ! ມືມືດຜູ້ບົງການຢູ່ເບື້ອງຫຼັງໃນເຫດການ “ກີດກັນຝ້າຍດອກຊິ່ນຈ່ຽງ” ຈະເສຍຄ່າຕອບແທນຕໍ່ຄຳຫຼອກລວງຂອງຕົນໃນທີ່ສຸດ.
ຄຳເຫັນ
0