尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນໄດ້​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ

2021-04-02 17:42:58 cri

ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນໄດ້​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ_fororder_a71ea8d3fd1f4134da136e34856afccdd0c85ed4

ວັນ​ທີ 31 ມີ​ນາ​ຜ່ານ​ມາ, ຢູ່​ປັກ​ກິ່ງ, ທ່ານ ຢາງ​ເຈ​ສື້ ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບ​ຂອງ​ທ່ານ ເຄັກ ຊີ​ໂຊ​ດາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ກຳ​ປູ​ເຈຍ​ປະ​ຈຳ​ຈີນ, ທ່ານ​ນາງ ​ຄຳ​ເຜົ່າ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ; ໃນ​ວັນ​ທີ 31 ມີ​ນາ​ຫາ​ວັນ​ທີ 2 ເມ​ສາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 4 ປະ​ເທດ​ຄື: ສິງ​ກະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ຕາມ​ຄຳ​ເຊື້ອ​ເຊີນ.
 

ນັບ​ແຕ່​ໄດ້​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ໂລກຢ່າງ​ໃຫຍ່​ຫຼວງ, ແຕ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​​ໄດ້ນັບ​ມື້​ນັບ​ມີ​ຄວາມ​ແໜ້ນ​ແຟ້ນຫຼາຍ​ຂຶ້ນກວ່າ​ເກົ່າ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ,ຈີນ​ແລະ​ອາ​ຊຽນ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ແລະ​ສະ​ໜັບ​ສະ​ໜູນ​​ເຊິ່ງ​ກັນ​ແລະກັນ, ຈາກວັດ​ຖຸ​ແລະ​ອຸ​ປະ​ກອນ​ການ​ແພດ​ຮອດ​ວັກ​ຊີນ​ຕ້ານ​ໂຄວິດ-19, ຈາກ​ຊ່ອງ​ທາງ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ກັນ​ແລະ​ກັນ​ດ້ານ​ການ​ຢືນ​ຢັນຮອດ​ການ​ເຊັນ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຫຼື RCEP ຢ່າງ​ສຳ​ເລັດ, ຈາກ​ກົດແຫ່ງ​ການ​ປະ​ພຶດໃນ​ທະ​ເລ​ຈີນ​ໃຕ້​​ຫຼື COC ຮອ​ດ​ການ​ທີ່​ຈີນ​ສະ​ໜັບ​ສະ​ໜູນ​​ການ​ພັດ​ທະ​ນາເຕີບ​ໂຕຂອງ​ອາຊຽນ,ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ຖາ​ນະ​ແກນ​​ນຳ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ,ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ຢືນ​ຢູ່​ແຖວ​ໜ້າ​ຂອ​ງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ.

ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນໄດ້​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ_fororder_f573-knaqvqn8968021

ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ມີ​ການ​ພົວ​ພັນ​ທີ່​ແໜ້ນ​ແຟ້ນ​ໃນ​ດ້ານ​ປະ​ຫວັດ​ສາດ​ແລະ​ດ້ານ​ວັດ​ທະ​ນະ​ທຳ. ແຕ່ 2 ພັນ​ກວ່າ​ປີ​ກ່ອນ, ຈີນ​ແລະ​ອາ​ຊຽນ​ກໍ​ໄດ້​ມີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ພາ​ສາ​ແລະ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ໄດ້​ເຜີຍ​ແຜ່​ເຂົ້າ​ໄປ​ໃນປະ​ເທດ​ອາ​ຊຽນ​ໂດຍ​ຜ່ານ​ເສັ້ນ​ທາງ​ສາຍ​ໄໝ,​ແລະ​ມີ​ຜົນ​​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຕໍ່​ປະ​ເທດ​ອາ​ຊຽນ; ຂະ​ນະ​ດຽວ​ກັນ, ສາ​ສະ​ໜາ​ແລະ​ຜະ​ລິດ​ຕະ​ຜົນ​ຂອງ​ປະ​ເທດ​ອາ​ຊຽນ​ກໍ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງວັດ​ທະ​ນະ​ທຳ​ຈີນ. ມິດ​ຕະ​ພາ​ບ​ອັນ​ເປັນ​ມູນ​ເຊື້ອ​​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ຈາກ​ການ​ໄປ​ມາ​ຫາ​​ສູ່ກັນ​ເລື້ອຍໆ​ແລະ​ນັບ​ມື້​ນັບ​ມີ​ຄວາມ​ໃກ້​ຊິດ​ແລະ​ສະ​ໜິດ​ແໜ້ນ​ນີ້​ໄດ້​ເປັນ​ພື້ນ​ຖານ​ຂອງ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ,​​ເຊິ່ງ​ບໍ່​ວ່າ​ອິດ​ທິ​ກຳ​ລັງ​ພາຍນອກ​ໃດໆ​ກໍ​ຈະ​ສັ່ນ​ຄອນ​ບໍ່​ໄດ້.
ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນໄດ້​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ_fororder_f9dcd100baa1cd11ee4bbe06b485ebf9c2ce2db7

​​ແຕ່​ວ່າ,ເລື່ອງການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ສາຍ​ຕາ​ຂອງນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງນັ້ນ​ພັດເຫັນ​ວ່າ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ກຳ​ລັງ​ດຶງ​ພັກ​ດຶງ​ພວກ​ເພື່ອ​ສ້າງ​ໃຫ້​ເປັນ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ພູ​​​ມິ​ພາກ, ແຕ່​ວ່າ​ນັກ​ການ​ເມືອງ​ເຫຼົ່າ​ນີ້ພັດ​ໄດ້​ຕັ້ງ​ໃຈ​ລືມ​ວ່າ “​ພັນທະ​ມິດ 5 ຕາ” ​ນັ້ນຈຶ່ງ​ແມ່ນ​​ຜົນ​ທີ່​ກຳ​ເນີດ​ເກີດ​ຈາກ​ການ​ເມືອງ​ພູມິ​ພາກທີ່​ກີດ​ກັນພາຍນອກ​ຮຸນ​ແຮງ​ທີ່​ສຸດ​ແທ້​ຈິງ; ອາ​ເມ​ຣິ​ກາ​ໃນ​ຂະ​ນະ​ທີ່​ມີ​ເຈດ​ຕະ​ນາ​​ຢາກປັບ​ປຸງ​ການ​ພົວ​ພັນ​ກັບ​ປະ​ເທດ​ອາ​ຊຽນ​ໃຫ້​ດີ​ຂຶ້ນ​ນັ້ນ, ພັດ​​ຕັ້ງ​ໃຈປຸກ​ປັ່ນ​ອາ​ລົມ​ຄຽດ​ຊັງ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຊີ,ເຮັດ​ໃຫ້​ກຸ່ມ​ຄົນ​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຊີ​​ຖືກ​ໂຈມ​ຕີ​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ, ​ອາ​ເມ​ຣິ​ກາ​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ຊຸກ​ດັນ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ໃນ​ອ​າ​ຊີ​ເປັນ​ປໍ​ລະ​ປັກ​ກັນ​ຕົນ; ​ອາ​ເມ​ຣິ​ກາ​ເຊື້ອ​ເຊີນ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ສະ​ໄໝ​ວິ​ສາ​ມັນ​ອາ​ເມ​ຣິ​ກາ-ອາ​ຊຽນ, ​ແລະ​ກ່າວ​ວ່າ “ປະ​ເທດ​ໃຫຍ່​ບໍ່​ຄວນ​ຂົ່ມ​ເຫັງ​ປະ​ເທດ​ອື່ນ”, ແຕ່​ຜູ້​ນຳ​ຂອງ​ອາ​ເມ​ຣິ​ກາ​ເອງ​ພັດ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່າ​ທີ​ທີ່ວາງ​ໂຕ​ເອງ​ຢູ່​ເໜືອກວ່າ​ປະ​ເທດ​ອື່ນແບບ​ນີ້​ແຮ່ງ​ໄດ້​ເຮັດ​ໃຫ້​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ບໍ່​ພໍ​ໃຈ​ເລີຍ.

ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນໄດ້​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ_fororder_8435e5dde71190efa7cd2b1ec48cbe13fcfa605d

ປີ 2021 ແມ່ນ​ປີ​ທີ່​ຈີນ​ແລະ​ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ. ​ຕະ​ຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ,ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ຍົກ​ລະ​ດັບໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ພົວ​ພັນລະ​ຫວ່າງ​​ສອງ​ຝ່າຍ​ນັບ​ມື້​ນັບແໜ້ນ​ແຟ້ນຍິ່ງ​ຂຶ້ນ. ​ເປັນ​ເວ​ລາ​ດົນ​ນານ​ມາ​ນີ້, ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,​ເປັນ​ແບບ​ຢ່າງທີ່​ດີ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ສາ​ກົນ,​ແລະກໍ​ເປັນ​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ທີ່​ຈະ​ແກ້​ໄຂ​ການ​ພົວ​ພັນ​ສາ​ກົນ​ແນວ​ໃດ,ນັ້ນ​ກໍ​ຄື: ມີ​ແຕ່​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງ​ກັນ​ແລະ​ກັນ,ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,​​ສະ​ເໝີ​ພາບແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ຈຶ່ງ​ຈະ​ສາ​ມາດ​ສ້າງ​ການ​ພົວ​ພັນ​ສາ​ກົນ​ທີ່​ປອດ​ໃສໄດ້​ແລະການ​ພົວ​ພັນ​ແບບ​ນີ້​ຈຶ່ງ​ສາ​ມາດ​ພົ້ນ​ອອກ​ຈາກ​ການ​ຜູກ​ມັດ​ດ້ານ​ການ​ເມືອງ​ພູມິ​ພາກ​ໄດ້.
ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນໄດ້​ສາ​ທິດ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ_fororder_281d-knaqvqn8968020

ພາຍ​ໃຕ້​ສະ​ພາບ​ທີ່​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຊາດ​ໃນ​ສະ​ໄໝ​ປັດ​ຈຸ​ບັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ແລະ​ການ​ພົວ​ພັນ​ສາ​ກົນ​ນັບ​ມື້​ນັບສັບ​ສົນ​ຂຶ້ນ, ອາ​ເມ​ຣິ​ກາ​ຍັງມີ​ການ​ປະ​ພຶດ​ຕໍ່​ກັບ​ການ​ພົວ​ພັນ​ສາ​ກົນ​ດ້ວຍ​ທ່າ​ທີ​ແບບ​ເກົ່າ​ທີ່​ຖື​ວ່າ​ໂຕ​ເອງ​ຢູ່​ເໜືອ​ທຸກ​ປະ​ເທດ​ແລະ​ດູ​ຖູກ​ດູ​ໝິ່ນ​ປະ​ເທດ​ອື່ນ​. ໃນ​ທີ່​ສຸດ, ກໍ​ຈະ​ຖືກ​ປັດ​ເຂ່ຍ​ອອກ​ຈາກ​ປະ​ຫວັດ​ສາດ​ບໍ່​ໄດ້​ກໍ່​ຊ້າ.

ຄຳ​ເຫັນ

0