ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 1 ມີນາປີ2021, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສສຳຄັນໃນພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານໄວກາງຄົນແລະໄວໜຸ່ມພາກຮຽນລະດູໃບໄມ້ປົ່ງປີ2021ຢູ່ໂຮງຮຽນທິດສະດີສູນກາງພັກຫຼືສະຖາບັນການປົກຄອງແຫ່ງຊາດ
ໃນໂອກາດກ່າວຄຳປາໄສສຳຄັນໃນພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານໄວກາງຄົນແລະໄວໜຸ່ມພາກຮຽນລະດູໃບໄມ້ປົ່ງປີ2021ຢູ່ໂຮງຮຽນທິດສະດີສູນກາງພັກຫຼືສະຖາບັນການປົກຄອງແຫ່ງຊາດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສັ່ງສອນພະນັກງານໜຸ່ມທັງຫຼາຍດ້ວຍຄວາມຫວັງຢ່າງຍິ່ງວ່າ:ຄວນຖືປະຊາຊົນເປັນອາຈານ, ຍອມເປັນນັກຮຽນປະຖົມຂອງປະຊາຊົນ, ໂດຍສະເພາະຄວນຜູກມິດກັບ ຄົນຮາກຖານທີ່ຮູ້ໃຈກັນດີໃຫ້ຫລາຍ, ເຮັດແນວນີ້ຈິ່ງຈະມີຜົນດີຕໍ່ການຮັບຮູ້ສະພາບຄວາມເປັນຈິງຂອງຮາກຖານ, ຈິ່ງຈະມີຜົນດີຕໍ່ການປະຕິບັດງານໃຫ້ໄດ້ດີ. ເປັນຫຍັງທ່ານສີຈິ້ນຜິງຈິ່ງຮຽກຮ້ອງໃຫ້ພະນັກງານຄວນຜູກມິດກັບຄົນຮາກຖານໃຫ້ຫຼາຍຂຶ້ນ?
ຈີນປະກອບດ້ວຍຮາກຖານອັນກວ້າງໃຫຍ່ໄພສານ, ການເຮັດວຽກຢູ່ຮາກຖານຕ້ອງມີປະສົບການຈາກຮາກຖານ, ພະນັກງານການນຳແຮ່ງຕ້ອງຮັບຮູ້ສະພາບການຢູ່ຮາກຖານ. ພະນັກງານການນຳຫາກສາມາດຜູກມິດກັບຄົນຮາກຖານຈຳນວນໜຶ່ງທີ່ເວົ້າແຕ່ຄວາມຈິງແລະກ້າເວົ້າຢ່າງກົງໄປກົງມາແລ້ວ, ແນ່ນອນຈະມີຄວາມຮັບຮູ້ກ່ຽວກັບຮາກຖານໄດ້ຢ່າງເລິກເຊິ່ງແລະຮອບດ້ານ.
ຕົວຢ່າງເຊັ່ນ: ເມື່ອຜູກມິດກັບຊາວບ້ານທົ່ວໄປ, ກໍຈະຮັບຮູ້ເຖິງຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນຊາວກະສິກອນ, ກໍຈະສາມາດເຂົ້າໃຈຄວາມປາຖະໜາຂອງຊາວບ້ານທີ່ຫວັງຢາກພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ.ເມື່ອພົບປະໂອ້ລົມກັບພະນັກງານຂັ້ນຮາກຖານໃຫ້ຫຼາຍ, ຮັບຟັງຄວາມເຫັນອັນແຫຼມຄົມຂອງເຂົາເຈົ້າທີ່ມີຕໍ່ວຽກງານຮາກຖານ, ໃນເວລາປະຕິບັດໜ້າທີ່ວຽກງານກໍແຮ່ງມີຄວາມໝັ້ນໃຈຫຼາຍກວ່າ.
ທ່ານສີຈິ້ນຜິງມັກຜູກມິດກັບຄົນຮາກຖານ ແລະ ຄົນທຳມະດາຫຼາຍທີ່ສຸດ. ທ່ານຫວັງວ່າຜ່ານຈາກການແລກປ່ຽນຄວາມຄິດເຫັນແລະແລກປ່ຽນດ້ານແນວຄິດກັບເພື່ອນທີ່ເປັນຄົນຮາກຖານເຫຼົ່ານີ້ກໍຈະຊ່ວຍໃຫ້ສາຍຕາກ່ຽວກັບວຽກງານຮາກຖານກວ້າງຂວາງຂຶ້ນ.
ໃນເວລາທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ, ທ່ານສີຈິ້ນຜິງເຄີຍໄດ້ເປັນປະທານຈັດກອງປະຊຸມສຳມະນາກັບເລຂາຄະນະພັກຕາແສງທຸກຍາກຄັ້ງໜຶ່ງ. ຕອນນັ້ນ, ເລຂາຄະນະພັກຕາແສງເຊ້ຍຕັງທີ່ຊື່ວ່າ ຢາງຢີ້ໂຈ່ວ, ໃນກອງປະຊຸມ, ລາວໄດ້ຢືນຂຶ້ນໂດຍກົງແລ້ວເວົ້າວ່າ: “ທ່ານເລຂາສີເອີ້ຍ, ການເປັນເລຂາພັກຕາແສງຂອງຂ້າພະເຈົ້າມັນຍາກຫຼາຍ, ຕາແສງເຊ້ຍຕັງຫຼ້າຫຼັງໂພດ, ຂໍໃຫ້ທ່ານໄປເບິ່ງຕາແສງຂ້າພະເຈົ້າແດ່ ໄດ້ບໍ ”
ເດືອນກໍລະກົດປີ1989, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນໃນເວລານັ້ນໄດ້ນຳພາຄະນະນຳເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຕາແສງເຊ້ຍຕັງ
ຈາກນັ້ນມາ, ທ່ານສີຈິ້ນຜິງບໍ່ພຽງແຕ່ໄດ້ໄປເຄື່ອນໄຫວຢ້ຽມຢາມຢູ່ຕາແສງເຊ້ຍຕັງ 3 ຄັ້ງເທົ່ານັ້ນ, ທ່ານຍັງໄດ້ຜູກມິດກັບຢາງຢີ້ໂຈ່ວຢ່າງສະໜິດສະໜົມແບບ“ຍາດພີ່ນ້ອງກັບຄົນຮາກຖານທຳມະດາ”, ທ່ານສີຈິ້ນຜິງໄດ້ຊວນທ່ານຢາງຢີ້ໂຈ່ວໄປລົມກັນຢູ່ໃນເຮືອນຕົນ ເພື່ອຮັບຮູ້ສະພາບການພັດທະນາຂອງຕາແສງເຊ້ຍຕັງ. ພາຍຫຼັງໄດ້ຖືກສັບຊ້ອນອອກຈາກເຂດນິງເຕີໄປດຳລົງຕຳແໜ່ງຢູ່ຕ່າງຖິ່ນແລ້ວ, ທ່ານສີຈິ້ນຜິງກໍຍັງເປັນຫ່ວງເປັນໃຍຕາແສງເຊ້ຍຕັງຢູ່ເລື້ອຍໆ, ທັງໄດ້ສືບຕໍ່ຕິດຕໍ່ພົວພັນກັບທ່ານຢາງຢີ້ໂຈ່ວຢ່າງໃກ້ຊິດ. ເມື່ອທ່ານຢາງຢີ້ໂຈ່ວເຈັບເປັນ, ທ່ານສີຈິ້ນຜິງກໍໄດ້ຝາກຢາໄປໃຫ້ເພິ່ນ, ພາຍຫຼັງທ່ານຢາງຢີ້ໂຈ່ວເຖິງແກ່ກຳແລ້ວ, ທ່ານສີຈິ້ນຜິງກໍໄດ້ໃຫ້ການຊ່ວຍເຫຼືອຕາມຄວາມສາມາດຂອງຕົນແກ່ລູກເຕົ້າຂອງເພິ່ນໃນດ້ານຕ່າງໆເປັນຕົ້ນແມ່ນການປະກອບອາຊີບແລະອື່ນໆ.
ເລື່ອງດີໆທີ່ໜ້າຍ້ອງຍໍຊົມເຊີຍໃນການຜູກມິດແບບ“ຍາດພີ່ນ້ອງກັບຄົນຮາກຖານທຳມະດາ”ກໍແມ່ນເລື່ອງລາວທີ່ມີຊີວິດຊີວາກ່ຽວກັບຄວາມຮັກແພງ ຮູ້ໃຈກັນລະຫວ່າງພະນັກງານການນຳກັບເພື່ອນທີ່ເປັນຄົນຮາກຖານ.
ແຕ່ວ່າໃນຊີວິດຕົວຈິງ, ພະນັກງານຈຳນວນໜຶ່ງພັດບໍ່ມີເພື່ອນທີ່ເປັນຄົນຮາກຖານທີ່ຮູ້ໃຈກັນດີ. ບາງຄົນບໍ່ຍອມຜູກມິດກັບຄົນຮາກຖານ, ຢ້ານວ່າຈະເສຍກຽດ,ພາໃຫ້ຖານະຕົກຕ່ຳ. ບາງຄົນບໍ່ກ້າຜູກມິດກັບຄົນຮາກຖານ, ເປັນຫ່ວງວ່າຈະເດືອດຮ້ອນນຳວຽກຕ່າງໆ,ເປືອງເວລາ ແລະ ເຫື່ອແຮງ, ບາງຄົນບໍ່ຮູ້ວ່າຈະຄົບຄ້າກັນແນວໃດ, ບໍ່ຮູ້ຈະລົດໂຕລົງແນວໃດ, ຈະລົມ ເຂົ້າກັນແນວໃດ. ຍັງມີບາງຄົນຄິດແຕ່ເລື່ອງທີ່ຈະຜູກມິດກັບການນຳ, ນິຍົມໄປຜູກມິດເພື່ອຫວັງຜົນປະໂຫຍດສ່ວນຕົວຫຼາຍກວ່າ, ສະນັ້ນ ແນ່ນອນແລ້ວຈິ່ງບໍ່ສົນໃຈນຳເລື້ອງຜູກມິດກັບຄົນຮາກຖານທຳມະດາ.
ຍັງມີພະນັກງານບາງຄົນ,ເບິ່ງແລ້ວຄືໄດ້ລົງໄປສຳຫຼວດກວດກາວຽກງານຢູ່ຂັ້ນຮາກຖານເລື້ອຍໆແລະກໍຈັບມືລົມກັນກັບປະຊາຊົນເຊັ່ນກັນ, ແຕ່ພັດເປັນການສະແດງຊື່ໆ, ບໍ່ໄດ້ຖືປະຊາຊົນເປັນເພື່ອນມິດຢ່າງຈິງໃຈ, ຈົນຄິດວ່າ ຄວາມຄິດເຫັນຂອງປະຊາຊົນຂັ້ນຮາກຖານແມ່ນບໍ່ເລິກເຊິ່ງ, ຂາດຄວາມຮູ້ແລະປະສົບການ. ດົນໆໄປ, ກໍຍາກທີ່ຈະໄດ້ຍິນຫາງສຽງທີ່ແທ້ຈິງຈາກຂັ້ນຮາກຖານ, ຍິ່ງບໍ່ຕ້ອງເວົ້າເຖິງເລື່ອງທີ່ຈະທຸ້ມເທເຫື່ອແຮງສະຕິປັນຍາແລະຄວາມສາມາດເພື່ອແກ້ໄຂບັນຫາຫຍຸ້ງຍາກທີ່ປະຊາຊົນປາຖະໜາຢາກໃຫ້ແກ້ໄຂໄດ້ດີຢ່າງຮີບດ່ວນ, ແລະເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກແລະຄວາມປອດໄພຫຼາຍກວ່າເກົ່າ,ໂດຍກົງກວ່າເກົ່າແລະຕົວຈິງກວ່າເກົ່າ.
ສະນັ້ນ, ຄວນຜູກມິດກັບຄົນຮາກຖານແນວໃດ? ນະທີ່ນີ້ຈະເລົ່າສອງເລື່ອງລາວສູ່ຟັງ.
ເລື່ອງທຳອິດແມ່ນເລື່ອງລາວກ່ຽວກັບການຄົບຄ້າສະມາຄົມລະຫວ່າງທ່ານສີຈິ້ນຜິງກັບທ່ານເຈຍຕ້າຊ່ານ ນັກປະພັນຊາວກະສິກອນໃນໄລຍະທີ່ທ່ານສີຈິ້ນຜິງເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ.
ທ່ານເຈຍຕ້າຊ່ານເປັນຄົນທີ່ມີບຸກຄະລິກະພາບຢ່າງໂດດເດັ່ນ, ແຕ່ພັດມີສາຍຕາພິເສດແລະແຫຼມຄົມໃນການສັງເກດກ່ຽວກັບຊີວິດສັງຄົມໄດ້ຢ່າງເລິກເຊິ່ງ. ພາຍຫຼັງໄດ້ເດີນທາງໄປເຮັດວຽກຢູ່ເມືອງເຈີ້ງຕິ້ງແລ້ວ, ຜູ້ທຳອິດທີ່ທ່ານສີຈິ້ນຜິງໄປຢ້ຽມຢາມຮອດເຮືອນນັ້ນກໍແມ່ນທ່ານເຈຍຕ້າຊ່ານ. ສອງທ່ານຫາກໍ່ໄດ້ພົບກັນເທື່ອທຳອິດ,ກໍມີແນວລົມກັນຫຼາຍຈົນນັບບໍ່ຖ້ວນ, ທ່ານເຈຍຕ້າຊ່ານກໍໄດ້ກາຍເປັນປ່ອງຢ້ຽມອັນສຳຄັນສຳລັບທ່ານສີຈິ້ນຜິງເພື່ອຮັບຮູ້ສະພາບການແລະຫາງສຽງຂອງປະຊາຊົນທ້ອງຖິ່ນ.
ເດືອນກຸມພາປີ1997, ທ່ານສີຈິ້ນຜິງຖ່າຍຮູບຮ່ວມກັບທ່ານເຈຍຕ້າຊ່ານ(ຜູ້ຢູ່ເບື້ອງຂວາ)ເປັນຄັ້ງສຸດທ້າຍ
ທ່ານສີຈິ້ນຜິງໄດ້ເລົ່າຄືນວ່າ: “ບາງເທື່ອລາວຊວນຂ້າພະເຈົ້າໄປເຮືອນລາວ, ບາງເທື່ອກໍແມ່ນຂ້າພະເຈົ້າຊວນລາວໄປສຳນັກງານປົກຄອງເມືອງເພື່ອໂອ້ລົມສົນທະນາກັນຢ່າງໃກ້ຊິດແລະມັກຈະລົມກັນຈົນເດິກດື່ນທ່ຽງຄືນເລື້ອຍໆ. ຂ້າພະເຈົ້າຍັງຈື່ໄດ້ວ່າມີຫຼາຍເທື່ອ, ເມື່ອພວກເຮົາລົມກັນແລ້ວກໍປະມານ 2 ຫາ 3 ໂມງເຊົ້າພຸ້ນໄດ. ມັກເປັນແບບນີ້ທຸກເທື່ອ, ບໍ່ແມ່ນລາວໄປສົ່ງຂ້າພະເຈົ້າ, ກໍແມ່ນຂ້າພະເຈົ້າໄປສົ່ງລາວ. ເພື່ອບໍ່ໃຫ້ລົບກວນເວລາພັກຜ່ອນຂອງອ້າຍນ້ອງປ້ອງກັນປະຕູສຳນັກງານປົກຄອງເມືອງ, ພວກຂ້າພະເຈົ້າກໍມັກຈະເຮັດແບບຢຽບບ່າກັນ, ຜູ້ໜຶ່ງນັ່ງຢ່ອງຢໍ້ກ່ອນ, ອີກຜູ້ໜຶ່ງເອົາຕີນຢຽບບ່າແລ້ວປີນຂ້າມປະຕູເຫຼັກໄປເລີຍ.”
ເລື່ອງລາວອີກເລື່ອງໜຶ່ງແມ່ນເກີດຂຶ້ນຢູ່ເຂດນີງເຕີແຂວງຟູຈ້ຽນ. ມີເທື່ອໜຶ່ງ,ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ບ້ານເຜົ່າເຊີ່ຕາແສງປານຈົ່ງເມືອງຟູອ່ານ, ບ້ານເຜົ່າເຊີ່ໄດ້ຕ້ອນຮັບທ່ານສີຈິ້ນຜິງດ້ວຍເຂົ້າໜົມ”ໂນ້ໝີ້ສື” ທີ່ເປັນເຂົ້າໜົມທີ່ເຮັດດ້ວຍເຂົ້າໜຽວປະສົມ ຖົ່ວດິນແລະໝາກງ່າ, ຖືວ່າເປັນປະເພນີການຕ້ອນຮັບແຂກຂອງເຜົ່າເຊີໃນລະດັບສູງສຸດ. ການກິນເຂົ້າໜົມ “ໂນ້ໝີ້ສື” ຕ້ອງກິນດ້ວຍມື, ພະນັກງານຜູ້ຕິດຕາມທ່ານສີຈິ້ນຜິງເຄື່ອນໄຫວເຮັດວຽກຢູ່ຮາກຖານນັ້ນຢ້ານເພິ່ນບໍ່ລື້ງ, ຢ້ານບໍ່ຖືກຫຼັກອະນາໄມ, ຈິ່ງບອກວ່າ “ໃຫ້ທ່ານໃຊ້ໄມ້ຖູ່ດີກວ່າເນາະ”. ທ່ານສີຈິ້ນຜິງຕອບທັນທີເລີຍວ່າ: “ຊິເຮັດແນວນີ້ໄດ້ແນວໃດ? ເຂົາເຈົ້າກະຍັງກິນດ້ວຍມື, ເຮົາກໍຕ້ອງໃຊ້ມືກິນເຊັ່ນກັນ, ຖ້າຫາກວ່າເຮົາໃຊ້ໄມ້ຖູ່ຄີບ, ກໍຈະເຮັດໃຫ້ເຂົາເຈົ້າຮູ້ສຶກວ່າ ຜູ້ເປັນການນຳກິນອາຫານຕ່າງກັນກັບພໍ່ແມ່ປະຊາຊົນລະບໍ?”
ຄືແນວນີ້ລະ, ທ່ານສີຈິ້ນຜິງທັງກິນເຂົ້າໜົມ “ໂນ້ໝີ້ສື” ທັງລົມເລື່ອງຊີວິດການເປັນຢູ່ປະຈຳວັນກັບພີ່ນ້ອງປະຊາຊົນ, ຄົນທັງຫຼາຍໃຜໆກໍຮູ້ສຶກວ່າທ່ານເປັນກັນເອງກັບປະຊາຊົນໄດ້ດີຫລາຍ, ຈິ່ງເຂົ້າໃຈວ່າ ການມາທ້ອງຖິ່ນຂອງທ່ານເລຂາສີກໍແມ່ນເພື່ອປຶກສາຫາລືວຽກງານການພັດທະນາແລະ ຜູກມິດກັບຄົນທ້ອງຖິ່ນຢ່າງແທ້ຈິງ.
ທ່ານຜູ້ຟັງ, ເລື່ອງລາວສອງເລື່ອງທີ່ກ່າວມາຂ້າງເທິງນີ້ໄດ້ບອກເຖິງເຫດຜົນອັນເລິກເຊິ່ງຄື: ການຜູກມິດກັບຄົນຮາກຖານ, ດ້ານໜຶ່ງຕ້ອງຜູກມິດຢ່າງແທ້ຈິງ, ຈິງໃຈຕໍ່ກັນ, ຄົບຄ້າກັນດ້ວຍຄວາມຮັກແພງ, ຢ່າເຮັດໃນລັກສະນະຮູບການ, ຍິ່ງບໍ່ຄວນສົມຮູ້ຮ່ວມຄິດ,ແລະເອື້ອອຳນວຍຄວາມສະດວກເພື່ອສ້າງຜົນປະໂຫຍດໃຫ້ກັນ. ອີກດ້ານໜຶ່ງຄວນມີວິທີການ, ເຮັດໃຫ້ປະຊາຊົນຂັ້ນຮາກຖານຮູ້ສຶກວ່າຕົນເອງບໍ່ແມ່ນຄົນພາຍນອກ,ບໍ່ແມ່ນຄົນແປກໜ້າ. ເຮັດໄດ້ແນວນີ້, ປະຊາຊົນຈິ່ງຈະມີຄວາມຈິງໃຈ,ຈິ່ງຈະຍອມເວົ້າແຕ່ຄວາມຈິງ ແລະ ປະກອບຄຳຄິດເຫັນແບບກົງໄປກົງມາ. ສາຍຕາຂອງພະນັກງານຈິ່ງຈະກວ້າງຂວາງຫຼາຍກວ່າເກົ່າ,ຈິ່ງຈະສາມາດປະຕິບັດໜ້າທີ່ວຽກງານໃນການແກ້ໄຂບັນຫາຕົວຈິງຂອງປະຊາຊົນໃຫ້ເປັນຮູບປະທຳໄດ້.
ຄຳເຫັນ
0