覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ບັນ​ຫາ​ນີວ​ເຄ​ລຍ​ອີ​ຣານ​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕ​ຣິ​ສ​ໃນ​ອາ​ທິດ​ໜ້າ

2021-04-03 15:47:34 cri

ຜູ້​ຕາງ​ໜ້າ​ຂອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ບັນ​ຫາ​ນີວ​ເຄ​ລຍ​ອີ​ຣານ​ໄດ້​ຈັດ​ກອງ​ປະ​ຊຸມ​ທາງວິ​ດີ​ໂອ​ໃນ​ວັນ​ທີ 2 ເມ​ສາ​ນີ້. ຫຼັງ​ກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ, ອົງ​ການ​ເຄື່ອນ​ໄຫວ​ວຽກ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໄດ້ອອກ​ຖະ​ແຫຼງ​ການ​ວ່າ  ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ຝ່າຍ​ຕົກ​ລົງ​ຈະ​ສືບ​ຕໍ່​ດຳ​ເນີນກອງ​ປະ​ຊຸມ​ຢູ່​ນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕ​ຣິ​ສ​ໃນ​ອາ​ທິດ​ໜ້າ. ເມື່ອ​ຮອດ​ເວ​ລາ​ນັ້ນ, ຜູ້​ຕາງ​ໜ້າ​ອາ​ເມ​ຣິ​ກາ​ຈະ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຂອງ​ເອີ​ຣົບ, ຣັດ​ເຊຍ​ແລະ​ຈີນ.
 

ເດືອນ​ກໍ​ລະ​ກົດ​ປີ2015, ອີ​ຣານ​ກັບ​ອາ​ເມ​ຣິ​ກາ,ອັງ​ກິດ, ຝະ​ຣັ່ງ, ຣັດ​ເຊຍ, ຈີນ​ແລະ​ເຢ​ຍ​ລະ​ມັນ​ໄດ້​ບັນ​ລຸ​ສັນ​ຍາ​ນີວ​ເຄ​ລຍ​ອີ​ຣານ. ຕາມ​ສັນ​ຍາ​ສະ​ບັບ​ນີ້, ອີ​ຣານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຈຳ​ກັດ​ແຜນ​ການ​ນີວ​ເຄ​ລຍ​ຂອງ​ຕົນ, ປະ​ຊາ​ຄົມ​ໂລກ​ຈະຍົກ​ເລີກ​ການ​ຂວ້ຳ​ຍາດ​ຕໍ່​ອີ​ຣານ. ນັບ​ແຕ່​ເດືອນ​ພຶດ​ສະ​ພາ​ປີ2019ເປັນ​ຕົ້ນ​ມາ, ອີ​ຣານ​ໄດ້​ໂຈະ​ການ​ປະ​ຕິ​ບັດ​ມາດ​ຕາ​ຈຳ​ນວນ​ໜຶ່ງ​ໃນ​ສັນ​ຍາ​ນີວ​ເຄ​ລຍ​ອີ​ຣານ​ເປັນ​ເທື່ອ​ລະ​ກ້າວ, ແຕ່​ກໍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ມາດ​ຕະ​ການ​ທີ່​ຕົນ​ໃຊ້​ມາ​ນັ້ນ​ແມ່ນ​ສາ​ມາດ​ຍົກ​ເລີກ​ໄດ້.

ຄຳ​ເຫັນ

0