ລະຫວ່າງເດືອນມີຖຸນາປີ1988 ຫາ ເດືອນເມສາປີ 1990, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ. ຕອນເດີນທາງໄປເຮັດວຽກຢູ່ນິງເຕີນັ້ນ, ທ່ານສີຈິ້ນຜິງຫາກໍມີອາຍຸຄົບຮອບ 35 ປີ, ທ່ານເປັນພະນັກງານໜຸ່ມກວ່າໝູ່ໃນຄະນະນຳເຂດນິງເຕີໃນເວລານັ້ນ. ທ່ານມີແນວຄິດຍຸດທະສາດທີ່ເບິ່ງກວ້າງມອງໄກ,ມີແບບແຜນການນຳພາທີ່ ເຮັດແທ້ທຳຈິງ ແລະ ມີຄວາມເຂັ້ມງວດຕໍ່ຕົນເອງ, ມີຄວາມຮັກແພງທີ່ຈິງໃຈຢາກເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນແຕ່ຢ່າງດຽວ, ເຊິ່ງໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ກັບບັນດາສະຫາຍທີ່ເຮັດວຽກນຳກັນກັບເພິ່ນໃນເວລານັ້ນ.
ນິງເຕີຕັ້ງຢູ່ແຄມຝັ່ງທະເລທາງພາກຕາເວັນອອກສຽງເໜືອຂອງແຂວງຟູຈ້ຽນ,ເຊິ່ງຕັ້ງຢູ່ຝັ່ງກົງກັນຂ້າມກັບໄຕ້ຫວັນໂດຍມີທະເລກັ້ນໄວ້, ເປັນຕົວເມືອງຂອງແຂວງຟູຈ້ຽນທີ່ໃກ້ກັບປະເທດຍີ່ປຸ່ນແລະສ ເກົາຫຼີຫຼາຍທີ່ສຸດ. ໃນຊຸມປີ1980, ນິງເຕີເປັນໜຶ່ງໃນບັນດາເຂດທຸກຍາກທີ່ຕິດຈອດກັນເປັນບໍລິເວນກວ້າງໃນປະເທດຈີນ, ນິງເຕີປະກອບດ້ວຍ 9 ເມືອງ,ໃນນັ້ນມີ 6 ເມືອງເປັນເມືອງທຸກຍາກ.
ຄົນທີ່ຮູ້ປະເທດຈີນດີໜ້າຈະຮູ້ວ່າ: ເຂດແຄມທະເລຂອງຈີນເປັນເຂດທີ່ເປີດປະຕູສູ່ພາຍນອກອ່າວຫຼາຍແລະເສດຖະກິດກໍພັດທະນາອ່າວຫຼາຍ, ແຕ່ຍົກເວັ້ນເຂດນິງເຕີ, ສະນັ້ນນິງເຕີຈິ່ງຖືກຄົນເອີ້ນວ່າ “ພື້ນທີ່ແຕກແຫງຂອງແລວຄຳແຄມທະເລ”. ສາເຫດກໍມີສອງດ້ານ, ໜຶ່ງ: ແມ່ນຍ້ອນເງື່ອນໄຂທີ່ຕັ້ງພູມສາດບໍ່ເອື້ອອຳນວຍ, ມີພູຜາຫຼາຍ,ເນື້ອທີ່ດິນປູກຝັງມີໜ້ອຍ, ສອງ: ແມ່ນຍ້ອນ ການຄົມມະນາຄົມບໍ່ສະດວກ, ມີພຽງແຕ່ທາງຫລວງແຫ່ງຊາດເລກ 104 ເສັ້ນດຽວເທົ່ານັ້ນ, ເຖິງຈະມີທ່າກຳປັ່ນທີ່ດີຫຼາຍເຊັ່ນ:ຊ່ານຕູ່ອ້າວແລະທ່າກຳປັ່ນໄຊ້ສີກໍຕາມ, ແຕ່ທ່າກຳປັ່ນເຫຼົ່ານັ້ນຍັງບໍ່ທັນໄດ້ເປີດປະຕູສູ່ພາຍນອກ.
ເມື່ອຫວນຄືນພາບແຫ່ງຄວາມປະທັບໃຈທີ່ທ່ານສີຈິ້ນຜິງໄດ້ສ້າງໄວ້ໃຫ້ກັບຕົນເອງຕອນທີ່ທ່ານຫາກໍມາຮອດນິງເຕີ, ທ່ານເສີນເຈິ່ງກວ່າງ ຮອງເລຂາຄະນະພັກເຂດນິງເຕີໃນເວລານັ້ນໃຫ້ຮູ້ວ່າ: ທ່ານສີຈິ້ນຜິງບໍ່ແມ່ນການນຳຜູ້ທີ່ນັ່ງຟັງແຕ່ການລາຍງານຢູ່ຫ້ອງການເທົ່ານັ້ນ, ທ່ານເປັນການນຳຜູ້ທີ່ຕິດແທດຕົວຈິງ,ຊອກຮູ້ສະພາບຄວາມເປັນຈິງ, ຊອກຮູ້ແນວຄວາມຄິດແລະຄຳຕອບນຳຂັ້ນຮາກຖານ.
ເດືອນມິຖຸນາປີ1989, ທ່ານສີຈິ້ນຜິງ(ຜູ້ທີ 4 ແຖວໜ້າແຕ່ຂວາຮອດຊ້າຍ)ໄດ້ຖ່າຍຮູບຮ່ວມກັບສະຫາຍສ່ວນໜຶ່ງຂອງຄະນະນຳອົງການປົກຄອງນິງເຕີ
ພາຍຫຼັງທ່ານໄປສະເໜີໂຕເຂົ້າເຮັດວຽກໄດ້ບໍ່ເທົ່າໃດມື້, ທ່ານສີຈິ້ນຜິງກໍໄດ້ໂອ້ລົມໃນງານພົບປະກັບຄະນະພັກ,ຄະນະນຳອົງການປົກຄອງກໍຄືສະຫາຍອາວຸໂສຢູ່ເຂດນິງເຕີ. ທ່ານກ່າວວ່າ:“ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທັງຮູ້ສຶກເປັນກຽດຫຼາຍທີ່ໄດ້ມາເຮັດວຽກຢູ່ເຂດນິງເຕີເຊິ່ງເປັນເຂດຖານທີ່ໝັ້ນຂອງການປະຕິວັດ,ເພື່ອປະກອບສ່ວນກຳລັງແຮງຂອງຕົນເຮັດວຽກເພື່ອປະຊາຊົນເຂດຖານທີ່ໝັ້ນຂອງການປະຕິວັດ. ຂ້າພະເຈົ້າມາຮອດນີ້, ຈັ່ງໃດກໍເປັນຄົນມາເທື່ອທຳອິດບໍ່ຄຸ້ນເຄີຍກັບຄົນແລະທ້ອງຖິ່ນແຫ່ງນີ້, ສະນັ້ນຍັງຕ້ອງໄດ້ອາໄສການສະໜັບສະໜູນຈາກບັນດາສະຫາຍ ປະກອບຄຳເຫັນ ແລະ ສະຕິປັນຍາຢ່າງເຕັມສ່ວນ. ຄວາມຄິດເຫັນທີ່ສົມເຫດສົມຜົນຂອງບັນດາສະຫາຍ, ຂ້າພະເຈົ້າຈະຮັບເອົາແນ່ນອນແລະກໍຈະພະຍາຍາມຈົນສຸດຄວາມສາມາດເພື່ອເຮັດສິ່ງທີ່ມີຜົນດີຕໍ່ນີງເຕີໃຫ້ຫຼາຍຂຶ້ນໃນອາຍຸການດຳລົງຕຳ ແໜ່ງຂອງຂ້າພະເຈົ້າ”
ຄຳໂອ້ລົມຂອງທ່ານສີຈິ້ນຜິງກະທັດຮັດ ລຽບງ່າຍແລະຈິງໃຈຫຼາຍ, ໄດ້ສ້າງຄວາມໃກ້ຊິດເປັນກັນເອງທັນທີໃຫ້ກັບຄົນທັງຫຼາຍ . ພະນັກງານອາວຸໂສຫຼາຍທ່ານກໍກ້າສະເໜີຄຳຮຽກຮ້ອງໂດຍບໍ່ເກງໃຈເລີຍວ່າ: ທ່ານເລຂາສີ, ທ່ານມານີງເຕີເປັນສິ່ງທີ່ພວກຂ້າພະເຈົ້າປາຖະໜາມາແຕ່ດົນແລ້ວ, ເພາະວ່າທ່ານແມ່ນທາງປັກກິ່ງແຕ່ງຕັ້ງມາທັງເປັນລູກເຕົ້າຂອງສະຫາຍການນຳສູນກາງ, ພວກຂ້າພະເຈົ້າໄດ້ຝາກຄວາມຫວັງຢ່າງຫຼວງຫຼາຍໄວ້ນຳທ່ານ. ທ້ອງຖິ່ນແຫ່ງນີ້ຂອງພວກຂ້າພະເຈົ້າທຸກຍາກຫຼາຍ, ຂໍໃຫ້ທ່ານຊອກາຫາໂຄງການແລະ ງົບປະມານໃຫ້ຫຼາຍແດ່ເພື່ອປັບປຸງພື້ນຖານໂຄງລ່າງໃຫ້ກັບພວກຂ້າພະເຈົ້າໃຫ້ດີຂຶ້ນໄດ້ບໍ?
ຊາວນິງເຕີໃນເວລານັ້ນມີຄວາມປາຖະໜາຢ່າງແຮງກ້າຢາກຮັ່ງມີຂຶ້ນບາດດຽວ, ໂດຍສະເພາະແມ່ນໄດ້ຝາກຄວາມຫວັງສູງຫລາຍໄວ້ນຳ “3 ເປົ້າໝາຍໃຫຍ່” ຄືໜຶ່ງ:ແມ່ນການສ້າງທາງລົດໄຟຟູໂຈ່ວຫາເວີ່ນໂຈ່ວ, ສອງ:ແມ່ນພັດທະນາທ່າກຳປັ່ນຊ່ານຕູ່ອ້າວ, ສາມ: ແມ່ນສ້າງຕົວເມືອງທີ່ເປັນສູນກາງດ້ານການບໍລິຫານແລະສູນກາງດ້ານເສດຖະກິດຂອງນິງເຕີ. ເມື່ອຜະເຊີນໜ້າກັບຄວາມປາຖະໜາສາມຂໍ້ທີ່ພະນັກງານທັງຫຼາຍສະເໜີອອກມານັ້ນ, ທ່ານສີຈິ້ນຜິງບໍ່ມີທ່າທີ່ຈະຟ້າວຟັ່ງເພື່ອສ້າງຜົນງານໃນເວລາຫາກໍ່ຂຶ້ນດຳລົງຕຳແໜ່ງໃໝ່ໆ, ແຕ່ທ່ານໄດ້ສະແດງໃຫ້ເຫັນເຖິງຄວາມທຸ່ນທ່ຽງທີ່ສຸດ. ທ່ານກ່າວວ່າ: ຂ້າພະເຈົ້າຈະຈື່ຈຳຄວາມເຫັນຂອງບັນດາສະຫາຍໄວ້ໃນໃຈແລະ ຈະພະຍາຍາມຕາມຄວາມສາມາດຂອງຕົນໃນການສ້າງເງື່ອນໄຂເພື່ອບັນລຸເປົ້າໝາຍດັ່ງກ່າວເທື່ອລະກ້າວ. ຫຼັງຈາກນັ້ນ, ທ່ານຍັງໄດ້ເວົ້າກັບບັນດາສະຫາຍທັງຫລາຍຂອງອົງການປົກຄອງເຂດນີງເຕີວ່າຕ້ອງເອົາໃຈໃສ່ຂໍ້ສະເໜີຂອງສະຫາຍອາວຸໂສ,ບັນຫາຂອງພະນັກງານແລະປະຊາຊົນ, ພາກັນຍ່າງອອກຈາກຫ້ອງການ, ລົງສູ່ຮາກຖານເພື່ອຊອກຫາແນວຄວາມຄິດແລະຄຳຕອບ.
ເດີນກໍລະກົດປີ1989, ທ່ານສີຈິ້ນຜິງ(ຜູ້ທີໜຶ່ງແຕ່ຂວາຮອດຊ້າຍ)ໄດ້ຈັດການປະຊຸມວຽກຢູ່ຕາແສງເຊ້ຍຕັງເມືອງໂຊ້ນິງຕອນລົງໄປສຳຫຼວດຄົ້ນຄວ້າວຽກງານຢູ່ທ້ອງຖິ່ນດັ່ງກ່າວ.
ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າມານັ້ນແທ້ໆ, ຈາກນັ້ນມາບໍ່ເທົ່າໃດມື້, ທ່ານໄດ້ນຳພາພະນັກງານຂອງຄະນະພັກແລະສະຫາຍໃນພາກສ່ວນທີ່ກ່ຽວຂ້ອງຂອງອົງການປົກຄອງເຂດນິງເຕີລົງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຂັ້ນຮາກຖານ.
ທ່ານສີຈິ້ນຜິງທີ່ຫາກໍເດີນທາງໄປຮອດນິງເຕີໄດ້ບໍ່ດົນ, ກໍໄດ້ລົງຮາກຖານເພື່ອສຳຫຼວດຄົ້ນຄວ້າວຽກງານທັນທີເລີຍ, ໃຊ້ເວລາເດືອນກວ່າ, ທ່ານກໍໄດ້ເດີນທາງໄປຄົບທັງ 9 ເມືອງທີ່ຂຶ້ນກັບເຂດນິງເຕີ.
ທ່ານເສີນເຈິ່ງກວ່າງທີ່ເປັນເພື່ອນຮ່ວມທາງກັບທ່ານສີຈິນຜິງໄດ້ໄປສຳຫຼວດຄົ້ນຄວ້າໃນເວລານັ້ນ,ໄດ້ເລົ່າຫວນຄືນວ່າ: ການໄປສຳຫຼວດຄົ້ນຄວ້າວຽກງານຢູ່ຮາກຖານຂອງທ່ານເລຂາສີ ມີຈຸດພິເສດຫຼາຍຢ່າງ,ໃນນັ້ນອັນທີໜຶ່ງກໍແມ່ນ ເມື່ອໄປສຳຫຼວດຄົ້ນຄວ້າວຽກງານຢູ່ແຕ່ລະເມືອງ, ທ່ານລ້ວນແຕ່ຕ້ອງຟັງການລາຍງານວຽກງານຂອງຄະນະນຳຂອງບັນດາເມືອງ, ແຕ່ທ່ານບໍ່ສົ່ງເສີມໃຫ້ຈັບເອົາບົດລາຍງານມາອ່ານ. ທ່ານໄດ້ເວົ້ານຳສະຫາຍໃນເມືອງວ່າ: “ພວກສະຫາຍຢ່າສູ່ອ່ານບົດລາຍງານ, ຮູ້ຫຼາຍເທົ່າໃດກໍເວົ້າຫຼາຍເທົ່ານັ້ນ, ຈື່ໄດ້ເທົ່າໃດກໍເວົ້າເທົ່ານັ້ນ, ຫາກທ່ານອ່ານຂໍ້ມູນໃນເອກະສານ, ຂ້າພະເຈົ້າກໍຍາກທີ່ຈະຈື່ໄດ້ບາດດຽວ, ມັນບໍ່ທໍ່ເຮົາລົມກັນແບບບໍ່ອ່ານບົດລາຍງານຈິ່ງຈະໄດ້ຜົນດີຫຼາຍກວ່າ. ພວກສະຫາຍເວົ້າຢ່າງເປີດໃຈໂລດ, ອັນໃດບໍ່ຈື່ກໍສາມາດອ່ານບົດລາຍງານໄດ້, ຫາກຍັງຈື່ກໍເວົ້າໄປເລີຍ. ”ຕໍ່ມາ, ທ່ານສີຈິ້ນຜິງໄດ້ເວົ້ານຳທ່ານເສີນເຈິ່ງກວ່າງວ່າ: ນີ້ຄືວິທີໜຶ່ງໃນການກວດສອບພະນັກງານ, ເພື່ອເບິ່ງວ່າເຂົາເຈົ້າມີຈິດໃຈທຸ້ມເທໃຫ້ກັບວຽກງານຫຼືບໍ? ຫາກເປັນເລື່ອງທີ່ເຂົາເຈົ້າເຮັດເອງ, ເຂົາເຈົ້າກໍຕ້ອງຈື່ ແລະ ເວົ້າອອກມາໄດ້ແນ່ນອນ, ຫາກເປັນສິ່ງທີ່ຜູ້ອື່ນເຮັດທັງແມ່ນບົດທີ່ເລຂານຸການເປັນຜູ້ຂຽນໃຫ້, ແນ່ນອນ ລາວກໍຈະປາສະຈາກເອກະສານບໍ່ໄດ້.
ອັນທີສອງ, ທ່ານສີຈິ້ນຜິງມັກອ່ານປະຫວັດສາດຂອງເມືອງ.ເມື່ອໄປຮອດທ້ອງຖິ່ນໃດ, ທ່ານກໍຕ້ອງອ່ານປະຫວັດຂອງເມືອງນັ້ນ, ທ່ານກ່າວວ່າຄັນບໍ່ອ່ານປະຫວັດສາດຂອງເມືອງກໍຈະບໍ່ຮູ້ອະດີດແລະປັດຈຸບັນຂອງເມືອງແຫ່ງນັ້ນ, ກໍຍາກທີ່ຈະລົງເລິກເພື່ອຮັບຮູ້ສະພາບຄວາມເປັນຈິງຂອງເມືອງໄດ້, ອາໄສແຕ່ພວກເຮົາເດີນທາງໄປຊອກຮູ້ແບບນີ້ມັນບໍ່ພໍດອກ.
ອັນທີສາມ, ທ່ານເອົາໃຈໃສ່ໃນການໄປຢ້ຽມຢາມສະຖານທີ່ຕ່າງໆ.ເມື່ອໄປຮອດສະຖານທີ່ໃດໜຶ່ງ, ທ່ານບໍ່ພຽງແຕ່ເດີນທາງໄປຢ້ຽມຢາມວິສາຫະກິດຈຳນວນໜຶ່ງຍັງໄດ້ໄປຢ້ຽມຢາມບ້ານແລະຊາວກະສິກອນຈຳນວນໜຶ່ງເພື່ອຊອກຮູ້ສະພາບການຜະລິດແລະຊີວິດການເປັນຢູ່ຂອງປະຊາຊົນ, ແຕ່ບໍ່ແມ່ນອາໄສແຕ່ການນັ່ງຟັງການລາຍງານຈາກຂັ້ນລຸ່ມເທົ່ານັ້ນ.
ໃນທີ່ສຸດ, ທ່ານສີຈິ້ນຜິງກໍໄດ້ເດີນທາງໄປຢ້ຽມຢາມຈົນຄົບທັງ 9 ເມືອງຂອງເຂດນິງເຕີແລ້ວໄດ້ເຮັດບົດສະຫຼຸບຢ່າງຮອບດ້ານ. ທ່ານໄດ້ສະເໜີໃນກອງປະຊຸມວ່າ: ການພັດທະນານີງເຕີຕ້ອງອີງໃສ່ສະພາບຄວາມເປັນຈິງ, ບໍ່ຄວນມີແນວຄິດລື່ນສະພາບຄວາມເປັນຈິງ, ຍິ່ງບໍ່ຄວນຟ້າວຟ່ັງຮ້ອນຮົນ, ຕ້ອງມີນ້ຳໃຈ “ຢອດນ້ຳທະລຸຊອດກ້ອນຫີນ” ຕ້ອງມີຄວາມຫ້າວຫັນອົດທົນພະຍາຍາມ ຢ່າງບໍ່ລົດລະ.
ຄຳເຫັນ
0