黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ລ້ຽງ​ສັດເຂດ​ຊິ່ນ​ຈ່ຽງ​ໃຊ້​ລະ​ບົບ​ເປີຍ​ໂຕ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າ? ຊາວ​ເນັດ​​ຢອກ​ລໍ້ BBC “ໃສ່​ຮ້າຍ​ປ້າຍ​ສີ​ຈີນ”

2021-04-06 17:17:36 cri

ຊາວ​ລ້ຽງ​ສັດເຂດ​ຊິ່ນ​ຈ່ຽງ​ໃຊ້​ລະ​ບົບ​ເປີຍ​ໂຕ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າ? ຊາວ​ເນັດ​​ຢອກ​ລໍ້ BBC “ໃສ່​ຮ້າຍ​ປ້າຍ​ສີ​ຈີນ”_fororder_640

ສຳ​ລັບ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ BBC ແລະ​ອື່ນໆ​ແລ້ວ, ຈະລາຍ​ງານ​ຂ່າວ​ກ່ຽວ​ກັບ​ຊາວ​ລ້ຽງ​ສັດ​ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ​ຢູ່​ເຮືອນ​ກໍ​ສາ​ມາດ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າດ້ວຍ​ລະ​ບົບ​ເປີຍ​ໂຕ​​ແນວ​ໃດ, ນີ້​ຈະ​​ເປັນ​ບັນ​ຫາ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຈັບ​ຫົວ.

ຊາວ​ລ້ຽງ​ສັດເຂດ​ຊິ່ນ​ຈ່ຽງ​ໃຊ້​ລະ​ບົບ​ເປີຍ​ໂຕ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າ? ຊາວ​ເນັດ​​ຢອກ​ລໍ້ BBC “ໃສ່​ຮ້າຍ​ປ້າຍ​ສີ​ຈີນ”_fororder_2021-04-06_170743

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ມີ​ສື່ມວນ​ຊົນ​ລາຍ​ງານ​ວ່າ, ບາງ​ທ້ອງ​ຖິ່ນ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງ​ຂອງ​ຈີນ​ໄດ້​​ຕິດ​ຕັ້ງ​ລະ​ບົບ​​ກຳ​ນົດ​ຈຸດ​ທີ່​ຕັ້ງ​ເປີຍ​ໂຕ​​ເຂົ້າ​ໃນ​ການ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າໃນ​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ, ແລະ​ມອບໃຫ້​ຊາວ​ລ້ຽງ​ສັດ​​ເຂດຊິ່ນ​ຈ່ຽງ​ຈຳ​ນວນ​ໜຶ່ງ​ທົດ​ລອງ​ໃຊ້​ໂດຍ​ບໍ່​ເສຍ​ຄ່າ​ຄື: ​ຢູ່​ເທິງ​ໃບ​ຫູ​ຂອງ​ງົວ​ແຕ່​ລະ​ໂຕ​ລ້ວນ​ແຕ່​ໄດ້​ຕິດ​ຕັ້ງ​ຊິບ​ກຳ​ນົດ​ຈຸດ​ທີ່​ຕັ້ງ, ຊາວ​ລ້ຽງ​ງົວ​ສາ​ມາດຕິດ​ຕາມ​ຈຸດ​ທີ່​ຕັ້ງຂອງ​​ຝູງ​ງົວ​ດ້ວຍ​ໂທ​ລະ​ສັບ​ມື​ຖື. ຊາວ​ລ້ຽງ​ສັດ​ເຫຼົ່​າ​ນີ້​ບໍ່​ພຽງ​ແຕ່​​ຢູ່​ເຮືອນ​ກໍ​ປ່ອຍ​ງົວ​ອອກ​ໄປ​ກິນ​ຫຍ້າ​ໄດ້ເທົ່າ​ນັ້ນ, ​ແຕ່​ຍັງ​ບໍ່​ຕ້ອງ​ເປັນ​ຫ່ວງ​ວ່າ​ຝູງ​ງົວ​ຈະແລ່ນ​ໜີ​ໄປໃສ​ແລະ​ຊອກ​ບໍ່​ເຫັນ, ນອກ​ນີ້ນອກ​ຈາກ​ປ່ອຍ​ລ້ຽງ​ງົວແລ້ວ, ຍັງ​ມີ​ເວ​ລາ​ຫວ່າງ​ໄປ​ເໝົາ​ເຮັດ​ໄຮ່​ໄຖ​ນາໄດ້​ອີກ, ​ເຊິ່ງ​ສາ​ມາດ​ສ້າງ​ລາຍ​ຮັບ​ໃຫ້​ຕົນ​ເພີ່ມ​ຂຶ້ນ.

ຊາວ​ລ້ຽງ​ສັດເຂດ​ຊິ່ນ​ຈ່ຽງ​ໃຊ້​ລະ​ບົບ​ເປີຍ​ໂຕ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າ? ຊາວ​ເນັດ​​ຢອກ​ລໍ້ BBC “ໃສ່​ຮ້າຍ​ປ້າຍ​ສີ​ຈີນ”_fororder_2021-04-06_170835

ໃນ​ເມື່ອ​ກ່ອນ, ຊີ​ວິດ​ຂອງ​ຊາວ​ລ້ຽງ​ສັດ​ຢູ່​ເຂດ​ລ້ຽງ​ສັດ​​ດັ້ງ​ເດີມກໍ​ຄື: “ສັດ​ລ້ຽງ​ເຄື່ອນ​ຍ້າຍ​ໄປ​ຕາມ​​ແຫຼ່ງນ້ຳ​​ແລະ​ເດີ່ນ​ຫຍ້າ, ​ຊາວ​ລ້ຽວ​ສັດ​ກໍ​ເຄື່ອນ​ຍ້າຍ​ໄປ​ຕາມ​ສັດ​ລ້ຽງ.” ສຳ​ລັບ​ຊາວ​ລ້ຽງ​ສັດ​ແລ້ວ, ​ໃນ​ເມືອ​ກ່ອນສິ່ງ​ທີ່​ເຈັບ​ຫົວ​ທີ່​ສຸດ​ກໍ​ຄື​ຝູງ​ງົວ​​ບໍ່​ຮູ້ແລ່ນໄປສ​ແລະ​ຊອກ​ບໍ່​ເຫັນ, ເຂົາ​ເຈົ້າ​ຕ້ອງ​ຂີ່​ລົດ​ຈັກ​ໄປ​ຫາ​ຝູງ​ງົວ​ຕາມ​ທົ່ງ​ພູ​ດອຍ, ບໍ່​ພຽງ​ແຕ່​ເສຍ​ເງິນ​ແລະ​ເສຍ​ຄ່າ​ຊື້​ນ້ຳ​ມັນ​ເທົ່າ​ນັ້ນ, ຍັງ​​ເປັນ​ເລື່ອງ​ທີ່​ມີ​ອັນ​ຕະ​ລາຍ​ຫຼາຍ​ອີກ​ດ້ວຍ. ​ແຕ່​ວ່າ​ດຽວ​ນີ້​ມັນ​ບໍ່​ເປັນ​ບັນ​ຫາ​ແລ້ວ, ມີ​ລະ​ບົບ​ກຳ​ນົດ​ຈຸດ​ທີ່​ຕັ້ງ​ເປີຍ​ໂຕ, ຊາວ​ລ້ຽງ​ສັດ​ຢູ່​ເຮືອນ​ກໍ​ຮູ້​ວ່າ​ຝູງ​ງົວ​ໄປ​ຮອດ​ໃສ​ແລ້ວ; ຖ້າ​ເປັນ​ວິ​ສາ​ຫະ​ກິດ​ລ້ຽງ​ສັດ, ຖ້າ​ວ່າ​ຝູງ​ງົວ​ຍ່າງ​ກາຍ​ບໍ​ລິ​ເວນ​ລ້ຽງ​ສັດ​ຂອງ​ບໍ​ລິ​ສັດ​ຕົນ, ເຂົາ​ເຈົ້າ​ໃຊ້​ເຮື​ອ​ບິນ​ບໍ່​ມີ​ຄົນ​ຂັບ​ໄປ​ຕ້ອນ​ຝູງ​ງົວ​ກັບ​ຄືນ​ບໍ​ລິ​ເວນ​ລ້ຽນ​ສັດ​ຂອງ​ຕົນ​ກໍ​ພໍ​ແລ້ວ, ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ໄລ່​ຝູງ​ງົວ​ດ້ວຍ​ຕົນ​ເອງ​ອີກ.

ຊາວ​ລ້ຽງ​ສັດເຂດ​ຊິ່ນ​ຈ່ຽງ​ໃຊ້​ລະ​ບົບ​ເປີຍ​ໂຕ​ຕິດ​ຕາມ​ການ​ປ່ອຍ​ງົວ​ກິນ​ຫຍ້າ? ຊາວ​ເນັດ​​ຢອກ​ລໍ້ BBC “ໃສ່​ຮ້າຍ​ປ້າຍ​ສີ​ຈີນ”_fororder_2021-04-06_170624

ຢູ່​ເມືອງ​ໂປ​ຫູ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ໂມງ​ໂກ​ປ່າ​ອິ່ນ​ໂກ​ເລີ້ງ​ເຂດ​ຊິ່ນ​ຈ່ຽງ, ມີ​ອູດ​ຫຼາຍກວ່າ 1.000 ໂຕ​ໄດ້​ຕິດ​ຕັ້ງ​ປອກ​ຄໍ​ກຳ​ນົດ​ຈຸດ​ທີ່​ຕັ້ງ​ລະ​ບົບ​ເປີຍ​ໂຕແລ້ວ, ເຈົ້າ​ຂອງ​ອູດ​ເຫຼົ່າ​ນີ້​ກໍ​ສາ​ມາດ “ລ້ຽງ​ສັດ​ທາງ​ໄກ” ຢູ່​ເຮືອນ​ຂອງ​ຕົນ​ໄດ້​ເຊັ່ນ​ກັນ. ຄຽງ​ຄູ່​ກັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ໄດ້​ນຳ​ໃຊ້​ໃນ​ຂະ​ແໜງ​ການ​ລ້ຽງ​ສັດ, ຮູບ​ແບບ​ເກົ່າ​ຂອງ​ຂະ​ແໜງ​ການ​ກະ​ສິ​ກຳ​ແລະ​ລ້ຽງ​ສັດ​ຂອງ​ຈີນ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວ​ລາ​ຫຼາຍ​ພັນ​ປີ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ.

ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ຊິ່ນ​ຈ່ຽງ​ນັບ​ມື້​ນັບ​ດີ​ຂຶ້ນ, ແຕ່​ຄວາມ​ຈິງ​ດັ່ງ​ກ່າວ​ພັດ​ເຮັດ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ທີ່​ຖືກ​ການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນ​ເປັນ​ກຽດ​ຂອງ​ຕົນ​ນັ້ນ​ບໍ່​ຮູ້​ວ່າ​ຈະ​ລາຍ​ງານ​ຂ່າວ​ເປັນ​ແນວ​ໃດ​ດີ. ຄື​ດັ່ງ​ຄຳ​ຖາມ​ຂອງ​ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຖາມ​ວ່າ: “ຫຼື​ຊິ​ວ່າ​ຈີນ​ບັງ​ຄັບ​ໃຫ້​ເຄື່ອງ​ຈັກ​ອອກ​ແຮງ​ງານ​ຊັ້ນ​ບໍ?”

ສິ່ງ​ທີ່​ໜ້າ​ຂົບ​ຂັນ​ກໍ​ຄື, ຊາວ​ເນັດ​ຈີນ​ທັງ​ຫຼາຍ​ໄດ້​ເລີ່ມ​ຮ້ອນ​ໃຈ​ນຳ BBC ແລະ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ແລ້ວ, ເພາະ​ວ່າ, ສື່ມວນ​ຊົນ​ເຫຼົ່າ​ນີ້​ເຊັ່ນ BBC ແລະ CNN ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ເປັນ​ອາ​ຈິນ​ແລ້ວ, ໃນ​ການ​ລາຍ​ງານ​ຂ່າວ​ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ, ການ​ທີ່​ລາຍ​ງານ​ຂ່າວ​ຕາມ​ຄວາມ​ເປັນ​ຈິງ​ສຳ​ລັບ​ສື່ມວນ​ຊົນ​ເຫຼົ່າ​ນີ້​ໄດ້​ກາຍ​ເປັນ​ເລື່ອງ​ທີ່​ຍາກ​ທີ່​ສຸດ. ຊາວ​ເດັດ​ທັງ​ຫຼາຍ​ບາງ​ຄົນ​ຍັງ​ໄດ້​ຊ່ວຍ​ສື່ມວນ​ຊົນ​ເຫຼົ່າ​ນີ້​ຕັ້ງ​ຫົວ​ຂໍ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ວ່າ: “ການ​ລ້ຽງ​ສັດ​ທາງ​ໄກ​ໄດ້​ລ່ວງ​ລະ​ເມີດ​ສິດ​ທິ​ງົວ​ຂອງ​ງົວ​ຊິ່ນ​ຈ່ຽງ, ປະ​ເທດ​ຈີນ​ໄດ້​ຈຳ​ກັດ​ເສ​ລີ​ພາບ​ຂອງ​ງົວ​ຊິ່ນ​ຈ່ຽງ​ແລະ​ສືບ​ຮູ້​ເລື່ອງ​ຄວາມ​ລັບ​ຂອງ​ງົວ​ຊິ່ນ​ຈ່ຽງ” ແລະ​ອື່ນໆ, ກໍ​ບໍ່​ຮູ້​ວ່າ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ເຫຼົ່າ​ນີ້​ຈະ​ນຳ​ໃຊ້​ຫົວ​ຂໍ້​ເຫຼົ່າ​ນີ້​ມາ​ລາຍ​ງານ​ຂ່າວ​ຫຼື​ບໍ່!!!

ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ນຳ​ໃຊ້​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ແລະ​ຍົນ​ຮົບ​ກໍ​ບໍ່​ສາ​ມາດ​ທຳ​ລາຍ​ໄດ້, ຊັ້ນ​ການ​ໃຊ້​ຂ່າວ​ລື​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ກໍ​ສາ​ມາດ​ເຮັດ​ໃຫ້​ຈີນ​ພັງ​ທະ​ລາຍ​ໄດ້​ຫວາ? ປັດ​ຈຸ​ບັນ, ປະ​ເທດ​ຕາ​ເວັນ​ຕົກ​ໃຊ້​ເວ​ທີ​ທີ່​ຮັບ​ມື​ກັບ​ສະ​ຫະ​ພາບ​ໂຊວຽດ​ມາ​ຮັບ​ມື​ກັບ​ຈີນ, ແຕ່​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ສະ​ຫະ​ພາບ​ໂຊວຽດ​ຈິ່ງ​ແຕກ​ສະ​ຫຼາຍ​ໃນ​ເມື່ອ​ກ່ອນ, ແລະ​ກໍ​ບໍ່​ຮູ້​ວ່າ​ປະ​ເທດ​ຈີນ​ຕ່າງ​ກັນ​ກັບ​ສະ​ຫະ​ພາບ​ໂຊວຽດ​ແນວ​ໃດ, ສະ​ນັ້ນ​ເຂົາ​ເຈົ້າ​ໄດ້​ແຕ່​ວິ​ທີ​ທີ່​ເຂົາ​ເຈົ້າ​ເຄີຍ​ນຳ​ໃຊ້​ໃນ​ເມື່ອ​ກ່ອນ​ມາ​ປະ​ຕິ​ບັດ​ຕໍ່​ຈີນ, ແລະ​ຫວັງ​ວ່າ​ວິ​ທີ​ແບບ​ນີ້​ສາ​ມາ​ດ​ໄດ້​ຮັບ​ຜົນ​ສຳ​ເລັດ​ອີກ. ການ​ທີ່​ແກ້​ໄຂ​ການ​ພົວ​ພັນ​ສາ​ກົນ​ຍັງ​ຕ້ອງ “ກ່າຍ​ວຽກ​ບ້ານ”, ເວົ້າ​ຄວາມ​ຈິງ​ແລ້ວ, ການ​ກະ​ທຳ​ແບບ​ນີ້​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ສັ່ງ​ແມ່ນ​ໂງ່​ອີ່​ຫຼີ.

   

ຄຳ​ເຫັນ

0