ຊົນຊາດໜຶ່ງທີ່ມີຄວາມຫວັງບໍ່ສາມາດປາສະຈາກວິລະຊົນໄດ້, ປະເທດທີ່ມີອະນາຄົດກໍຍິ່ງບໍ່ສາມາດຂາດຜູ້ບຸກໜ້າໄປກ່ອນໄດ້. ປີ2021 ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ໃນຮ້ອຍປີທີ່ຜ່ານມາ, ໄດ້ມີວິລະຊົນຈຳນວນຫຼວງຫຼາຍທີ່ອົງອາດກ້າຫານ, ຍອມເສຍສະຫຼະເລືອດເນື້ອ ແລະ ຊີວິດທີ່ລໍ້າຄ່າເພື່ອອຸດົມການ ແລະຄວາມເຊື່ອທີ່ສູງສົ່ງ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ໄດ້ຫວນຄືນເຖິງຄຸນງາມຄວາມດີຂອງ ວິລະຊົນປະຕິວັດຫຼາຍເທື່ອໃນຫຼາຍກາລະໂອກາດທີ່ສຳຄັນ, ເພື່ອສົ່ງເສີມໃຫ້ທົ່ວສັງຄົມຈື່ຈຳວິລະຊົນທັງຫຼາຍທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຊົນຊາດຈີນກໍຄືປະຊາຊົນຈີນ.
ປີ 2016, ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 95 ປີ, ທ່ານສີຈິ້ນຜິງໄດ້ຫວນຄືນຢ່າງເລິກເຊິ່ງເຖິງຄຸນງາມຄວາມດີຂອງວິລະຊົນປະຕິວັດຜູ້ໄດ້ເສຍສະຫຼະຢ່າງກ້າຫານເພື່ອພາລະກິດສະຖາປະນາ ປົກປັກຮັກສາ ແລະ ສ້າງສາພັດທະນາ ສປຈີນ.
“ຕັດຄໍບໍ່ເປັນເລື່ອງສຳຄັນ, ຂໍແຕ່ເຊື່ອຖືສັດຈະທຳແທ້” “ສັດຕູພຽງແຕ່ສາມາດຕັດຄໍພວກເຮົາໄດ້, ແຕ່ບໍ່ສາມາດເຮັດໃຫ້ພວກເຮົາຫວັ່ນໄຫວຄອນແຄນຕໍ່ຄວາມເຊື່ອຖືໄດ້ຢ່າງເດັດຂາດ”, ຄຳປະຕິຍານທີ່ບໍ່ຍອມຈຳນົນ ແລະ ໜັກແໜ້ນເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວບໍ່ປ່ຽນແປງຂອງຊາວພັກກອມມູນິດທີ່ມີຕໍ່ອຸດົມການທີ່ສູງສົ່ງ. ແສງສະຫວ່າງແຫ່ງອຸດົມການຈະບໍ່ສູນສິ້ນ, ແສງສະຫວ່າງແຫ່ງຄວາມເຊື່ອຖືກໍຈະບໍ່ສູນສິ້ນ. ພວກເຮົາຕ້ອງຈື່ຈຳຄວາມປາຖະໜາຂອງວິລະຊົນຜູ້ເສຍສະຫຼະຊີບທີ່ຍັງບໍ່ທັນໄດ້ເຮັດສຳເລັດ,ບໍ່ຫຼົງລືມອຸດົມການອັນຍິ່ງໃຫຍ່ທີ່ພວກເພິ່ນຍອມສະຫຼະຊີບຕະຫຼອດໄປ.
ເມື່ອຫວນຄືນເຖິງການເດີນທາງຂອງທ່ານສີຈິ້ນຜິງເພື່ອສຳຫຼວດກວດກາວຽກງານພາຍໃນປະເທດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ2012 ເປັນຕົ້ນມາຈະໄດ້ເຫັນວ່າ, ທ່ານເຄີຍເດີນທາງໄປເຂດຖານທີ່ໝັ້ນຂອງການປະຕິວັດ ແລະສະຖານທີ່ສຳຄັນດ້ານການປະຕິວັດຫຼາຍເທື່ອ. ທຸກເທື່ອທີ່ໄດ້ໄປຮອດເຂດຖານທີ່ໝັ້ນຂອງການປະຕິວັດ, ທ່ານສີຈິ້ນຜິງກໍຈະໄປຢ້ຽມຢາມສະຖານທີ່ລະນຶກປະຫວັດສາດການປະຕິວັດ. ສຳລັບການເຄື່ອນໄຫວແບບນີ້, ທ່ານສີຈິ້ນຜິງເຄີຍອະທິບາຍໂດຍກົງວ່າ, ນີ້ແມ່ນເພື່ອເຕືອນໃຫ້ສະຫາຍທົ່ວພັກຢ່າລືມວ່າອຳນາດສີແດງແມ່ນຍາດມາໄດ້ແນວໃດ, ສປຈີນແມ່ນໄດ້ສະຖາປະນາຂຶ້ນແນວໃດ, ຊີວິດການເປັນຢູ່ທີ່ມີຄວາມສຸກໃນທຸກມື້ນີ້ແມ່ນໄດ້ມາແນວໃດ, ເຊິ່ງຕ້ອງປະກາດວ່າພັກກອມມູນິດຈີນຈະ ຊູຄັນທຸງສີແດງຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ພາລະກິດທີ່ຄົນຮຸ່ນກ່ອນບຸກເບີກນັ້ນໃຫ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.
ຫໍລະນຶກບ່ອນອອກເດີນທາງແຫ່ງການເຄື່ອນທັບທາງໄກຂອງກອງທັບແດງສູນກາງທີ່ເມືອງອີຕູ່ ແຂວງຈ່ຽງຊີ່
ປີ 2019, ແມ່ນປີທີ່ສປຈີນສະຖາປະນາຂຶ້ນຄົບຮອບ 70 ປີ. ການຫວນຄືນເຖິງຄຸນງາມຄວາມດີແລະການໄວ້ອາໄລເຖິງດວງວິນຍານຂອງວິລະຊົນປະຕິວັດຜູ້ເສຍສະຫຼະຊີບ, ເປັນຫົວຂໍ້ສຳຄັນຕົ້ນຕໍໃນການເດີນທາງສຳຫຼວດກວດກາວຽກງານພາຍໃນປະເທດຂອງທ່ານສີຈິ້ນຜິງຕະຫຼອດປີ. ວັນທີ 20 ພຶດສະພາປີ 2019, ທ່ານສີຈິ້ນຜິງທີ່ໄປສຳຫຼວດກວດກາວຽກງານຢູ່ແຂວງຈ່ຽງຊີ່ໄດ້ເດີນທາງໄປເມືອງອີຕູ່ທີ່ເປັນບ່ອນອອກເດີນທາງແຫ່ງການເຄື່ອນທັບທາງໄກຂອງກອງທັບແດງສູນກາງ, ເພື່ອຫວນຄືນເຖິງປະຫວັດສາດແຫ່ງການປະຕິວັດ. ໃນໄລຍະນັ້ນ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນຫຼາຍເທື່ອວ່າ, ຢ່າລືມນັກຮົບປະຕິວັດຮຸ່ນກ່ອນ, ຢ່າລືມພໍ່ແມ່ປະຊາຊົນຢູ່ເຂດຖານທີ່ໝັ້ນຂອງການປະຕິວັດສູນກາງ.ທ່ານກ່າວວ່າ:
ການເຄື່ອນທັບທາງໄກມີຄວາມລຳບາກເປັນພິເສດ, ແມ່ນການຊອກໄດ້ທາງລອດໃນສະພາບການທີ່ເກືອບໝົດຫວັງ. ໂດຍອາໄສອຸດົມການປະຕິວັດທີ່ເດັດດ່ຽວໜຽວແໜ້ນຢູ່ເໜືອທຸກສິ່ງຢ່າງ, ໃນທີ່ສຸດຈຶ່ງໄດ້ສ້າງສິ່ງມະຫັດສະຈັນຂຶ້ນ! ສະນັ້ນມື້ນີ້ຂ້າພະເຈົ້າມາຮອດບ່ອນນີ້, ກໍຢາກໃຫ້ປະຊາຊົນທົ່ວປະເທດຮັບຮູ້ວ່າ, ພັກກອມມູນິດຈີນຕ້ອງບໍ່ລືມອຸດົມການແຕ່ຫົວທີ, ປະຊາຊົນທົ່ວປະເທດຈີນຕ້ອງບໍ່ລືມອຸດົມການແຕ່ຫົວທີ, ບໍ່ລືມຈຸດປະສົງ ແລະອຸດົມການປະຕິວັດຂອງພວກເຮົາ, ບໍ່ລືມນັກຮົບປະຕິວັດຜູ້ອາວຸໂສ ແລະວິລະຊົນປະຕິວັດຜູ້ສະຫຼະຊີບຂອງພວກເຮົາ, ຢ່າລືມພີ່ນ້ອງປະຊາຊົນຂອງພວກເຮົາ.
ທ່ານສີຈິ້ນຜິງວາງກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາວະລີວິລະຊົນປະຕິວັດ
ເດືອນສິງຫາປີ 2019, ທ່ານສີຈິ້ນຜິງທີ່ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງກ່ານຊູ້ ໄດ້ໄປຢ້ຽມຢາມອະນຸສາວະລີກອງທັບແດງສາຍຕາເວັນຕົກ, ສຸສານນັກຮົບຜູ້ສະຫຼະຊີບ, ແລະຫໍລະນຶກກອງທັບແດງສາຍຕາເວັນຕົກ. ວັນທີ 12 ກັນຍາ, ທ່ານສີຈິ້ນຜິງໄດ້ເດີນທາງໄປອະນຸສວນສະຖານການປະຕິວັດພູຊຽງຊ່ານຂອງສູນກາງພັກກອມມູນິດຈີນທີ່ນະຄອນຫຼວງປັກກິ່ງເປັນການສະເພາະ, ເພື່ອຢ້ຽມຢາມເຮືອນວິນລາຊ່ວງຊິ່ງ ແລະສະຖານທີ່ຮ່ອງຮອຍຂອງການປະຕິວັດອື່ນໆ, ທັງຢ້ຽມຢາມຫໍລະນຶກການປະຕິວັດພູຊຽງຊ່ານ; ຫຼັງຈາກນັ້ນພຽງ 4 ວັນ, ທ່ານສີຈິ້ນຜິງກໍໄດ້ເດີນທາງໄປສວນສຸສານນັກຮົບປະຕິວັດເມືອງຊິ່ນຊ້ຽນແຂວງເຫີນານທີ່ເຄີຍເປັນເທສະບານເຂດຖານທີ່ໝັ້ນຂອງການປະຕິວັດຫູເປີຍ-ເຫີນານ-ອ່ານຫຸ່ຍ, ເຊິ່ງເປັນບ່ອນທຳອິດໃນການສຳຫຼວດກວດກາວຽກງານຢູ່ແຂວງເຫີນານໃນຄັ້ງນີ້ຂອງທ່ານ. ເມື່ອເວົ້າເຖິງວ່າເປັນຫຍັງບ່ອນທຳອິດກໍໄປສວນສຸສານນັກຮົບປະຕິວັດ, ທ່ານສີຈິ້ນຜິງບອກໂດຍກົງວ່າ, ຈຸດປະສົງກໍແມ່ນເພື່ອສະແດງຄວາມຮູ້ບຸນຄຸນແລະໄວ້ອາໄລເຖິງດວງວິນຍານຂອງວິລະຊົນປະຕິວັດຜູ້ສະຫຼະຊີບ ເນື່ອງໃນໂອກາດທີ່ສະເຫຼີມສະຫຼອງການສະຖາປະນາສປຈີນຄົບຮອບ 70 ປີ.ທ່ານກ່າວວ່າ:
“ອຳນາດສີແດງມາຈາກໃສ, ແມ່ນຍາດມາໄດ້ດ້ວຍເລືອດເນື້ອ ແລະຊີວິດຂອງນັກຮົບປະຕິວັດຮຸ່ນກ່ອນເປັນພັນເປັນໝື່ນຄົນ,ສະນັ້ນພວກເຮົາຕ້ອງສະແດງຄວາມໄວ້ອາໄລເຖິງດວງວິນຍານຂອງພວກເພິ່ນ. ພວກເຮົາມາບ່ອນນີ້ເພື່ອຫວນຄືນປະຫວັດສາດຂອງການປະຕິວັດ,ທັງເປັນການສຶກສາອົບຮົມມູນເຊື້ອປະຕິວັດ, ສະນັ້ນຕ້ອງຮໍ່າຮຽນ ແລະ ຮັບເອົາຄວາມຮູ້ໃໝ່ເລື້ອຍໆ. ຂ້າພະເຈົ້າແມ່ນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ຕ້ອງສືບທອດພາລະກິດນີ້ໃຫ້ດີ, ແລະຊູຄັນທຸງນີ້ໃຫ້ດີ! ພັກກອມມູນິດຈີນຈະນຳພາປະຊາຊົນ ເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຕໍ່ໄປຢ່າງເດັດດ່ຽວໜຽວແໜ້ນ.”
ຢູ່ຈີນມີຄວາມເວົ້າໜຶ່ງຄື: ສ້າງພາລະກິດເປັນເລື່ອງຍາກ, ການຮັກສາພາລະກິດຍິ່ງເປັນເລື່ອງຍາກກວ່າ. ເນື່ອງໃນໂອກາດທີ່ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ໃນທົ່ວພັກ ແລະທົ່ວປະເທດຈີນໄດ້ມີກະແສທີ່ຮໍ່າຮຽນເຊື່ອມຊຶມປະຫວັດສາດຂອງພັກ. ນີ້ກໍຍ້ອນວ່າບໍ່ຄວນປະລະມູນເຊື້ອທີ່ມີກຽດສະຫງ່າ, ຖ້າປ່ອຍປະໄປແລ້ວກໍຖືວ່າເປັນການເສຍຈິດວິນຍານ; ມູນເຊື້ອປະຕິວັດບໍ່ສາມາດປ່ຽນໄດ້, ຖ້າປ່ຽນໄປແລ້ວກໍຖືວ່າເປັນການເສຍທາດຂາດຄຸນ. ເດືອນກໍລະກົດປີ 2020, ທ່ານສີຈິ້ນຜິງໄດ້ກ່າວຢູ່ຫໍລະນຶກບັ້ນຮົບຊື້ຜິງວ່າ, ແມ່ນເລືອດເນື້ອຂອງນັກຮົບປະຕິວັດຜູ້ສະຫຼະຊີບໄດ້ຫຼໍ່ຫຼອມຜົນສຳເລັດຂອງການປະຕິວັດ, ພວກເຮົາຕ້ອງຈື່ຈຳຢ່າງໜັກແໜ້ນວ່າ, ການສະຖາປະນາຂອງສປຈີນແມ່ນຜົນສຳເລັດທີ່ຍາດມາໄດ້ບໍ່ແມ່ນງ່າຍ. ທ່ານກ່າວວ່າ:
“ຕ້ອງໃຫ້ປະຊາຊົນ 1,4ຕື້ຄົນ, ສະມາຊິກພັກ 90 ລ້ານກວ່າຄົນ ໂດຍສະເພາະແມ່ນພະນັກງານການນຳທຸກຂັ້ນຕ້ອງຮໍ່າຮຽນປະຫວັດສາດຂອງພັກກອມມູນິດຈີນ ແລະປະຫວັດສາດຂອງສປຈີນໃຫ້ດີ. ການສ້າງພາລະກິດເປັນເລື່ອງຍາກ, ການຮັກສາພາລະກິດຍິ່ງເປັນເລື່ອງຍາກກວ່າ, ພວກເຮົາຕ້ອງຮັກສາພາລະກິດສັງຄົມນິຍົມອັນຍິ່ງໃຫຍ່ທີ່ພັກກອມມູນິດຈີນສ້າງຂຶ້ນ, ແລະສືບທອດໄປທຸກເຊັ່ນຄົນໃຫ້ໄດ້ຢ່າງເດັດຂາດ.”
ຄຳເຫັນ
0