吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ຕ້ອງ​ກຳ​ແໜ້ນ​​ອີກ​ແລ້ວ​ອີກ​ຕື່ມ​ປານ​ຕອກຕະ​ປູ

2021-04-07 16:48:32 cri

 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ຕ້ອງ​ກຳ​ແໜ້ນ​​ອີກ​ແລ້ວ​ອີກ​ຕື່ມ​ປານ​ຕອກຕະ​ປູ_fororder_钉钉子

 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ເວົ້າຢູ່​ເລື້ອຍໆວ່າ: “ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ຕ້ອງ​ກຳ​ແໜ້ນ​ອີກ​ແລ້ວ​ອີກ​ຕື່ມ​ປານ​ຕອກ​ຕະ​ປູ”. ເຊິ່ງ​ເລື່ອງ​ນີ້​ແມ່ນ​ຫຍັງ? ມາ​ຮູ້​ນຳ​ກັນ​ເລີຍ.

 

ບ້ານ​ຮ​ວາ​ຊີ່​ຕັ້ງ​ຢູ່​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ທູ​ເຈ່ຍ​ຊື​ຈູ້​ກຳ​ແພງ​ນະ​ຄອນ​​ຈຸ່ງ​​ກິ່ງ, ໃນ​ເນື້ອ​ທີ່​ອັນ​ກວ້າງ​ຂວາງ​ເຕັມ​ໄປ​ດ້ວຍ​ພູ​ຜາ​ສູງ​ຊັນ, ດິນ​ປູກ​ຝັງ​​ຢູ່​ກະ​ແຈກ​ກະ​ຈາຍ, ເນື້ອ​ທີ່ດິນ​ປູກ​ຝັງ​​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ບໍ່​ເຖິງ600 ຕາ​ແມັດ. ​ຢູ່ແຫ່ງ​​ນັ້ນ​ແມ່ນ​ເຂດ​ທຸກ​ຍາກ​ທີ່​ສຸດ, ​ທັງ​ແມ່ນ​ໜຶ່ງ​ໃນ​ເຂດ​ພູ​ດອຍ​ທີ່​ທຸກ​ຍາກ​ຂອງ​ຈີນ.

 

ວັນ​ທີ 15 ເມ​ສາ ປີ 2019, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ໄປ​ຮອດ​ບ້ານ​ຮ​ວາ​ຊີ່, ໃນ​ການ​ເດີນ​ທາງ 1800ກວ່າ​ກິ​ໂລ​ແມັດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປ່ຽນ​ພາ​ຫະ​ນະ 3 ຢ່າງ. ແຕ່​ທ່ານ​ບໍ່ເອົາ​ຫົວ​ຊາ​ນຳ​ການ​ເດີນ​ທາງ​ທີ່​ອິດ​ເມື່ອຍ, ​ເພື່ອ​ຮັບ​ຮູ້​ຕົວ​ຈິງ​ວ່າ ​ນະ​ໂຍ​ບາຍ “2 ບໍ່​ຫ່ວງ 3 ຮັບ​ປະ​ກັນ​” ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງຫຼື​ບໍ່.

 

“2 ບໍ່​ຫ່ວງ 3 ຮັບ​ປະ​ກັນ​” ແມ່ນ​ຫຍັງ? ນີ້​ແມ່ນ​ມາດ​ຕະ​ຖານ​ຂັ້ນ​ພື້ນ​ຖານ ແລະ ເປົ້າ​ໝາຍ​ແກນ​ກາງ​ສຳ​ລັບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ຈີນ. “2 ບໍ່​ຫ່ວງ” ມີ​ຄວາມ​ໝາຍ​ວ່າ: ເມື່ອຮອດ​ປີ 2020, ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່ ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ການ​ກິນ ແລະ ​ການ​ນຸ່ງ​ຖື; “3 ຮັບ​ປະ​ກັນ” ຄື: ມີ​ການ​ຮັບ​ປະ​ກັນ​ໃນດ້ານ​ການ​ສຶກ​ສາ​ພາກ​ບັງ​ຄັ​ບ, ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ ແລະ ມີ​ເຮືອນ​ຢູ່​ຖາ​ວອນ.

 

ໂດຍຍ່າງ​ແຂ່ງ​ຝົນ​ຝອຍ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ, ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ຄະ​ນະ​ຂີ່​ລົດ​ໄປ​​ຕາມ​ທາງ​ຢູ່​ເທິງ​ພູ​ທີ່​ຄົດ​ລ້ຽວ, ໃຊ້​ເວ​ລາ 3 ຊົ່ວ​ໂມງ​ກວ່າຈຶ່ງ​ໄປ​ຮອດ​ບ້ານ​ຮ​ວາ​ຊີ່. ຢູ່​ຕາມ​​ເດີ່ນໂຮງ​ຮຽນ​ປະ​ຖົມ​ຂອງ​ບ້ານ, ພວກ​ເດັກ​ນ້ອຍ​ນັກ​ຮຽນ​ກຳ​ລັງ​ຈັດ​ກິດ​ຈະ​ກຳ​ສິນ​ລະ​ປະ ແລະ ກິ​ລາ​ຊົ່ວ​ໂມງ​ຫວ່າງ, ​​ທີ່ໃບ​ໜ້າ​ອ່ອນ​ນຸ້ມ​ຂອງ​ເດັກ​ນ້ອຍ​ໃຜໆ​ກໍ​ເຕັມ​ໄປ​ດ້ວຍ​ຮອຍ​ຍິ້ມ​ທີ່​ແຈ່ມ​ໃສ.

 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກົ້ມ​ລົງຍິ້ມທັກ​ທາຍ ແລະ ຈັບ​ມື​ກັບ​ພວກ​ເດັກ​ນ້ອຍ. ເມື່ອ​ຈັບ​ມື​ເດັກ​ນ້ອຍ ​ກໍ​ຮູ້​ວ່າ​ມື​ເຂົາ​ເຈົ້າ​ເຢັນ, ​ຈຶ່ງ​ຖາມ​ດ້ວຍ​ຄວາມ​ເປັນ​ຫ່ວງ​ວ່າ: “ລູກຫຼານ​ຄື​ນຸ່ງ​ເຄື່ອງ​ໜ້ອຍ​ແທ້?”

 

ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ເລື່ອງ​ການ​ສຶ​ກ​ສາ​ຂອງ​ພວກ​ເດັກ​ນ້ອຍ. ທ່ານ​ກ່າວ​ວ່າ: ໃນນະ​ໂຍ​ບາຍ “2 ບໍ່​ຫ່ວງ 3 ຮັບ​ປະ​ກັນ”, ມີ​​ຂໍ້ໜຶ່ງ​ກໍ​ຄື ຕ້ອງຮັບ​ປະ​ກັນ​ໃນ​​ດ້ານການ​ສຶກ​ສາ​ພາກ​ບັງ​ຄັບ. ເຖິງຈະ​ລຳ​ບາກຫຼາຍ​ປານ​ໃດ​ກໍ​ຕາມ, ແຕ່​ບໍ່​ຄວນ​ປະ​ໃຫ້​ເດັກ​ນ້ອຍ​ລຳ​ບາກ, ເຖິງ​ຈະ​ທຸກ​ຍາກຫຼາຍ​​ປານ​ໃດ​ກໍ​ຕາມ, ​ກໍ​ຈະ​ບໍ່​ໃຫ້ການ​ສຶກ​ສາ​ທຸກ​ຍາກ. ຕ້ອງ​ຮັບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ຢູ່​ເຂດ​ພູ​ດອຍ​ທີ່​ທຸກ​ຍາກ​ໄດ້​ມີ​ໂອ​ກາດ​ເຂົ້າ​ໂຮງ​ຮຽນ ແລະ ​ໄດ້ຮັບ​ການ​ສຶກ​ສາ, ​ໃຫ້​ເຂົາ​ເຈົ້າມີ​ໄວ​ເດັກ​ທີ່ມ່ວນ​ຊື່ນ ແລະ​ມີ​ຄວາມ​ສຸກ.

 

ເມື່ອຍ່າງ​ອອກ​ຈາກ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ຮ​ວາ​ຊີ່​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ຂີ່​ລົດ​ຂຶ້ນ​ພູ​ຕາມ​ເສັ້ນ​ທາງ​ທີ່​ທຸ​ລະ​ກັນ​ດານ, ເພື່ອ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ທຸກ​ຍາກ​ຂອງ​ບ້ານ​ຮ​ວາ​ຊີ່. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍ່າງ​ຂຶ້ນ​​ຕາມຂັ້ນ​ໄດ​ຫີນທີ່​ປົກ​ດ້ວຍ​ໄຄ​ຫີນ​ມື່ນໆ ແລະ​ຂຶ້ນ​ໄປ​ຮອດ​ເປີ້ນ​ພູ​ສູງ​ຊັນ.

 

ລຸງ​ຖັນ​ເຕີ່ງ​ໂຈ່ ແລະ ເມຍ​ຂອງ​ເພິ່ນ​ພວມ​ລໍ​ຖ້າ​ຕ້ອນ​ຮັບ​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ໜ້າ​ປະ​ຕູ​ເຮືອນ. ລຸງ​ຖັນ​ເຕີງ​ໂຈ່​ມີ​ອາ​ຍຸ 60 ກວ່າ​ປີ​ແລ້ວ, ເມື່ອ​ເດືອນ​ມີ​ນາ​ປີ 2018, ລຸງ​ໄດ້​ຮັບ​ບາດ​ເຈັບ​ໜັກ​ໃນ​ເວ​ລາ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ, ເມຍ​ຂອງ​ລຸງ ​ອາ​ຍຸ​ 74 ປີ ກໍ​ເປັນ​ພະ​ຍາດ​​ປະ​ດົງ ພະ​ຍາດ​ຫືດ ແລະ​ພະ​ຍາດ​ຊຳ​ເຮື້ອ​ອື່ນໆ, ເຊິ່ງ​ເປັນ​ສາ​ເຫດ​ທີ່ເຮັດ​ໃຫ້​ຄອບ​ຄົວ​ຂອງ​ລຸງ​ຖັນ​ເຕີ່ງ​ໂຈ່​ທີ່​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ແລ້ວໃນ​ປີ 2016 ​ນັ້ນ​ໄດ້​ຕົກ​ເຂົ້າ​ສູ່​ຕົກ​ໃນ​ສະ​ພາບ​ທຸກ​ຍາກ​ຄືນ​ອີກ.

 

ເມື່ອ​ເວົ້າ​ເຖິງ​ເລື່ອງ​ນີ້, ລຸງ​ຖັນ​ເຕີ່ງ​ໂຈ່​ຕື່ນ​ເຕັ້ນ​ໃຈຫຼາຍ ແລະ​ເວົ້າ​ວ່າ: “ຂ້ອຍ​ໄດ້​ນອນ​ປິ່ນ​ປົວ​ຢູ່​ເທິງ​ຕຽງ​ເປັນ​ເວ​ລາ 4 ເດືອນກວ່າ, ພັກ ແລະ​ລັດ​ໄດ້​ໃຫ້​ເງິນ​ອຸດ​ໜູນ 1 ແສນ 4 ໝື່ນກວ່າ​ຢວນ. ຖ້າ​ບໍ່​ມີ​ນະ​ໂຍ​ບາຍ​ທີ່​ດີ​ຂອງ​ພັກ, ຂ້ອຍ​ອາດ​ຈະ​ ​ເສຍ​ຊີ​ວິດ​ໄປ​ແຕ່​ດົນ​ແລ້ວ!”

 

ເມື່ອ​ຟັງ​ຄວາມ​ເວົ້າ​ຂອງ​ລຸງ​ຖັນ​ເຕີ່ງ​ໂຈ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັບ​ມື​ຂອງ​ເພິ່ນ​ວ່າ: “ນະ​ໂຍ​ບາຍ​ຂອງ​ພັ​ກ​ຕ້ອງ​ມີ​ຜົນ​ດີ​ຕໍ່ປະ​ຊາ​ຊົນ, ຈຶ່ງ​ຖື​ວ່າ​ເປັນ​ນະ​ໂຍ​ບາຍ​ທີ່​ດີ​ຢ່າງ​ແທ້​ຈິງ.”

 

ປະ​ຈຸ​ບັນ, ​ຄອບ​ຄົວ​ຂອງ​ລຸງ​ຖັນ​ເຕີ່ງ​ໂຈ່​ໄດ້​ຮັບເງິນ​ອຸດ​ໜູນ​ຄອບ​ຄົວ​ທຸກ​ຍາກ, ເງິນ​ປະ​ກັນ​ສັງ​ຄົມ​ສຳ​ລັບ​ຜູ້​ເຖົ້າ ແລະ ຄ່າ​ໃຫ້​ເຊົ່າ​ທີ່​ດິນ, ​ເມື່ອບວກ​ໃສ່​ກັນ​ແລ້ວ​​ກໍ​ສາ​ມາດ​ຮັບ​ປະ​ກັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ໄດ້, ແລະ​ໄດ້​ບັນ​ລຸ​ເປົ້າ​ໝາຍ​​ຕາມ​ນະ​ໂຍ​ບາຍ “2 ບໍ່​ຫ່ວງ” ໂດຍ​ພື້ນ​ຖານ. ລຸງ​ມີ​ແຜນ​ວ່າ ເມື່ອ​ສຸ​ຂະ​ພາບ​ແຂງແຮງ​ຂຶ້ນ​ໜ້ອຍ​ໜຶ່ງ​ແລ້ວ ກໍ​ຈະ​ລ້ຽງ​​ເຜີ້ງ ແລະ ປູກ​ຢາ​ພື້ນ​ເມືອງ​ຈີນ, ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນຫຼາຍກວ່າ​ເກົ່າ.

 

ຫຼັງ​ຈາກຍ່າງ​ອອກ​ຈາກ​ເຮືອນ​ຂອງ​ລຸງ​ຖັນ​ເຕີ່ງ​ໂຈ່​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ຍ່າງ​ຕາມ​ທາງ​ນ້ອຍ​ຜ່ານ​ກາງ​ທົ່ງ​ນາເພື່ອ​ໄປ​ຢາມ​ຄອບ​ຄົວ​ຂອງ​ແມ່​ເຖົ້າມາ​ເຜີຍ​ຊີ່ງ​ທີ່​ເປັນ​ສະ​ມາ​ຊິກ​ພັກ​ອາ​ວຸ​ໂສ ທັງ​ເປັນ​ຄອບ​ຄົວ​ທີ່​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ. ຢູ່​ລະ​ຫວ່າງ​ທາງ​ຈະ​ໄດ້​ເຫັນ​ຄຳ​ຂວັນ​ຢູ່​ທຸກ​ບ່ອນ​ວ່າ: “ອົດ​ຂົມ ອົດ​ເຜັດ, ຈຶ່ງ​ຈະ​ມີ​ຊີ​ວິດ​ຫວານ​ຊື່ນ​ປານ​ນ້ຳ​ເຜີ້ງ.”

 

ຄຳ​ຂວັນ​ນີ້ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ກັບ​ສະ​ພາບ​ການ​ຂອງ​ບ້ານ​ຮ​ວາ​ຊີ່. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຢູ່​ຕາ​ແສງ​ຈົ່ງ​ອີ້​ທີ່​ບ້ານ​ຮ​ວາ​ຊີ່​​ຂຶ້ນ​ກັ​ບ​ນັ້ນ​ໄດ້​ປັບ​ປຸງ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ, ພັດທະ​ນາ​ກະ​ສິ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ ເຊັ່ນ: ລ້ຽງ​ເຜີ້ງ, ປູກ​​ຫວງ​ລຽນ (ຢາ​ພື້ນ​ເມືອງ​ຈີນ​ທີ່​ມີ​ລົດ​ຂົມ​ທີ່​ສຸດ), ໝາກ​ເຜັດ ແລະ​ອື່ນໆ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ບ້ານຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ​ວຽກ​ນີ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ. ເຊິ່ງ​ຄຳ​ຂວັນ​ທີ່​ກ່າວ​ມາ​ນັ້ນ​ຄື: “ອົດ​ຂົມ ອົດ​ເຜັດ, ຈຶ່ງ​ຈະ​ມີ​ຊີ​ວິດ​ຫວານ​ຊື່ນ​ປານ​ນ້ຳ​ເຜີ້ງ”, ກໍ​ໄດ້​ສ່ອງ​ແສງ​ເຖິງ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກຍ​າກ​ຂອງ​ບ້ານ​ຮ​ວາ​ຊີ່.

 

ເມື່ອ​ໄປ​ຮອດ​ຄອບ​ຄົວ​ຂອງ​ແມ່​ເຖົ້າມາ​ເຜີຍ​ຊີ່ງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຫັນ​ວ່າ, ຢູ່​ໃນ​ເລົ້າ​ເຂົ້າ​ເຕັມ​ໄປ​ດ້ວຍ​ທັນ​ຍາ​ຫານ, ຢູ່​ໃນ​ເຮືອນ​ຄົວ​ມີຊີ້ນ​ແຫ້ງ​​ຫ້ອຍ​ຢູ່ຈຳ​ນວນ​ບໍ່​ໜ້ອຍ, ຖື​ວ່າ​ກິນ​ອີ່ມ​ນຸ່ງ​ອຸ່ນ, ທ່ານ​ສີ​ຈິ້ນ​ຜິງເຫັນ​ແລ້ວ​ກໍ​ດີ​ໃຈ​ນຳຫຼາຍ.

 

ທ່ານ​ເວົ້າ​ວ່າ: “ຈອນ​ຮອດ​ໄລ​ຍະ​ກ່ອນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກຂອງ​ປະ​ເທດ​ເຮົາ, ປະ​ຊາ​ຊົນ​ທຸກ​ຄອບ​ຄົວ​ລ້ວນ​ແຕ່​ໄດ້​ນຸ່ງ​ເຄື່ອງ​​ຕາບ. ຂ້າ​ພະ​ເຈົ້າ​ເອງກໍນຸ່ງ​​ເຄື່ອງ​ຕາບ​ຕັ້ງ​ແຕ່​ນ້ອຍ​ຈົນ​ໃຫຍ່. ແຕ່​ປະ​ຈຸ​ບັນ​ເມື່ອ​ໄປ​ຮອດ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ເຊິ່ງ​ລວມ​ທັງ​ບ້ານ​ຢູ່​ເຂດ​ພູ​ດອຍ​ທີ່​ຫ່າງ​ໄກ​ສອກຫຼີກ, ປະ​ຊາ​ຊົນ​ໄດ້​ນຸ່ງ​ເຄື່ອງ​ຈົບ​ງາມ​ເປັນ​ລະ​ບຽບ, ຜ້າ​ຫົ່ມ​ຜ້າ​ປູ​ຕຽງ​ກໍ​ບໍ່​ຄ່ອຍ​ເຫັນ​ຮອຍ​ຕາບ​ອີກ​ແລ້ວ. ສຳ​ລັບ​ສະ​ບຽງ​ອາ​ຫານ, ເມື່ອ​ກີ້​ຂ້າ​ພະ​ເຈົ້າ​ໄປ​ຢາມ 2 ຄອບ​ຄົວ​ກໍ​ເຫັນ​ມີ ກອງ​ເຂົ້າ​ສອງ​ສາມກອງ, ປະ​ຊາ​ຊົນ​ມີ​ສະ​ບຽງ​ອາ​ຫານ​ພຽງ​ພໍ​ແລ້ວ​ກໍ​ຈະ​ບໍ່​​ຫຍັງ​ທີ່​ຕ້ອງວິ​ຕົກ​ກັງ​ວົນ​ແລ້ວ.”

 

ປະ​ຊ​າ​ຊົນ​ຜູ້​ທຸກ​ຍາກ​ດຳ​ລົງ​ຊີ​ວິດໄດ້​ເປັນ​ຢ່າງ​ດີ ຫຼື​ບໍ່, ນີ້​ແມ່ນ​ເລື່ອງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດ​ຕະຫຼອດ​ມາ. ກໍ​ຄື​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ກັບ​ພີ່​ນ້ອງ​ປະ​ຊາ​ຊົນ​ຂອງ​ບ້ານ​ຮ​ວາ​ຊີ່​ວ່າ: “ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ເລື່ອງສຳ​ຄັນ​ທີ່​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ.”  ສຳ​ລັບ​ພາ​ລະ​ກິດ​ສຳ​ຄັນ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກຳ​ແໜ້ນ​ຢູ່​ສະ​ເໝີ​ປານ​​ຕອກ​ຕະ​ປູ, ບໍ່​ເຄີຍ​ລົດ​ລະ​ຄວາມ​ພະ​ຍາ​ຍາມ​ຈັກ​ເທື່ອ​ເລີຍ.

ຄຳ​ເຫັນ

0