ການເດີນທາງໄປຢ້ຽມຢາມພະນັກງານ ແລະ ປະຊາຊົນຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ, ແມ່ນການເຄື່ອນໄຫວສຳຄັນຢ່າງໜຶ່ງຂອງທ່ານປະທານສີຈິ້ນຜິງໃນທຸກໆປີ. ວັນທີ 3 ກຸມພານີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບ້ານຮວ້າອູ່ເມືອງຊຽນຊີ່ທີ່ເປັນບ້ານເຜົ່າມົ້ງຢູ່ແຂວງກຸ້ຍໂຈ່ປະເທດຈີນ, ນີ້ກໍແມ່ນທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາວຽກງານກ່ອນບຸນກຸດຈີນເປັນປີທີ 9 ຕິດຕໍ່ກັນ ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18ເປັນຕົ້ນມາ. ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຜູ້ໃດແດ່ ແລະວຽກຫຍັງແດ່, ການເດີນທາງຂອງທ່ານກໍໄດ້ສົ່ງສັນຍານຫຍັງແດ່?
ບ້ານຮວ້າອູ່ຕັ້ງຢູ່ດ້ານເໜືອຂອງປາກນ້ຳລິ້ວຊົ່ງ ແລະ ນ້ຳສ່ານຊ້າ ທີ່ໄຫຼປ່ອງໃສ່ແມ່ນ້ຳອູ່ຈ່ຽງ, ມີປະຊາຊົນເຜົ່າມົ້ງ, ເຜົ່າອີ ແລະ ເຜົ່າຮັ້ນຕັ້ງຖິ່ນຖານຢູ່ແຫ່ງນັ້ນ, ໃນນັ້ນເຜົ່າມົ້ງກວມເອົາ 96,7%, ບ້ານນີ້ແມ່ນບ້ານເຜົ່າມົ້ງທີ່ເປັນຕົວແທນໃຫ້ເອກະລັກຂອງເຜົ່າມົ້ງຢູ່ພາກຕາເວັນຕົກຂອງແຂວງກຸ້ຍໂຈ່. ແມ່ນ້ຳອູ່ຈ່ຽງ ກໍແມ່ນບ່ອນທຳອິດທີ່ທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາໃນວັນທີ 3 ກຸມພານີ້.
ແມ່ນ້ຳອູຈ່ຽງ ແມ່ນແມ່ນ້ຳມານດາຂອງແຂວງກຸ້ຍໂຈ່, ມີຄວາມຍາວທັງໝົດ 1044 ກິໂລແມັດ. ເພື່ອອະນຸລັກສິ່ງແວດລ້ອມນິເວດທາງນ້ຳຂອງລ້ອງແມ່ນ້ຳອູ່ຈ່ຽງ, ທ້ອງຖິ່ນແຫ່ງນັ້ນໄດ້ມີຄຳສັ່ງໃຫ້ຢຸດຕິການລ້ຽງປາກະຊັງຢ່າງສິ້ນເຊີງ, ເພື່ອຈັດຕັ້ງປະຕິບັດຕາມ “ຄຳສັ່ງຫ້າມຫາປາ 10 ປີ ”ຕາມລ້ອງແມ່ນ້ຳຢາງເຊ. ປະຈຸບັນ, ຢູ່ບ້ານຮວ້າອູ່ນ້ຳຈາກແມ່ນ້ຳອູ່ຈ່ຽງຕົ້ນຕໍໄດ້ໃຊ້ເຂົ້າໃນການລະບາຍນ້ຳເຂົ້ານາ.
ປີ 2015, ໃນເວລາໄປສຳຫຼວດກວດກາວຽກງານຢູ່ແຂວງກຸ້ຍໂຈ່, ທ່ານສີຈິ້ນຜິງກໍໄດ້ສະເໜີຄຳຮຽກຮ້ອງທີ່ແນ່ນອນທີ່ແນ່ນອນຕໍ່ແຂວງກຸ້ຍໂຈ່ວ່າ: ຕ້ອງຮັກສາເສັ້ນພື້ນຖານຂອງການພັດທະນາ ແລະ ການອະນຸລັກສິ່ງແວດລ້ອມ. ຫຼັງຈາກນັ້ນ 2 ປີ, ໃນເວລາເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນແຂວງກຸ້ຍໂຈ່ທີ່ໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19, ທ່ານສີຈິ້ນຜິງໄດ້ເນັ້ນໜັກອີກເທື່ອໜຶ່ງວ່າ: ຕ້ອງ ຮັກສາເສັ້ນພື້ນຖານຂອງການພັດທະນາ ແລະ ການອະນຸລັກສິ່ງແວດລ້ອມ, ສ້າງອະນາຄົດໃໝ່ຂອງແຂວງກຸ້ຍໂຈ່ທີ່ປະຊາຊົນມີຄວາມຮັ່ງມີ ແລະ ສິ່ງແວດລ້ອມນິເວດມີຄວາມສວຍງາມ.
ເມື່ອທ່ານສີຈິ້ນຜິງເຂົ້າໄປບ້ານນີ້ແລ້ວກໍໄດ້ໄປກວດເບິ່ງສະພາບຂອງແມ່ນ້ຳກ່ອນໝູ່, ທັງໄດ້ຝາກຄວາມຮຽກຮ້ອງຢູ່ແຄມແມ່ນ້ຳອູ່ຈ່ຽງ, ເຊິ່ງເປັນການເນັ້ນໜັກເຖິງທັດສະນະທີ່ໃຫ້ຮັກສາເສັ້ນພື້ນຖານ 2 ດ້ານອີກເທື່ອໜຶ່ງ.
ວັນທີ 23 ພະຈິກປີ 2020,ແຂວງກຸ້ຍໂຈ່ໄດ້ປະກາດວ່າ, 9 ເມືອງທຸກຍາກທີ່ຍັງເຫຼືອນັ້ນໄດ້ຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກແລ້ວ. ຮອດເວລານີ້, 66 ເມືອງທຸກຍາກຂອງແຂວງກຸ້ຍໂຈ່ ທີ່ມີປະຊາກອນຜູ້ທຸກຍາກຫຼາຍກວ່າໝູ່ໃນປະເທດຈີນໄດ້ຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກທັງໝົດ. ນັບແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18ເປັນຕົ້ນມາ, ແຂວງກຸ້ຍໂຈ່ມີປະຊາກອນ 9,23 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ນັ້ນກໍໝາຍຄວາມວ່າ ໃນທຸກໆປີໃດໄດ້ມີປະຊາກອນ 1 ລ້ານກວ່າຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຈຳນວນປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນຢູ່ອັນດັບໜຶ່ງຂອງປະເທດຈີນ.
ການເດີນທາງໄປແຂວງກຸ້ຍໂຈ່ເທື່ອນີ້, ຈຸດສຸມອັນໜຶ່ງຂອງທ່ານປະທານສີຈິ້ນຜິງກໍແມ່ນກວດເບິ່ງການປັບປຸງໝາກຜົນຂອງການລຶບລ້າງຄວາມທຸກຍາກວ່າມີສະພາບເປັນຄືແນວໃດ.
ໃນວັນທີ 3 ກຸມພາ 2021, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານຮວ້າອູ່ເພື່ອຢ້ຽມຢາມພີ່ນ້ອງປະຊາຊົນ. ທ້າວຈ້າວອີ້ເຊ ແມ່ນ ຄົນເຜົ່າມົ້ງອາຍຸ 38 ປີ, ລາວເຄີຍເປັນຄອບຄົວທີ່ໄດ້ລົງທະບຽນເພື່ອຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນຢູ່ບ້ານຮວ້າອູ່. ປີ 2020 ທ້າວຈ້າວອີ້ເຊ ແລະ ເມຍຂອງລາວ ໄດ້ໄປເຮັດວຽກຢູ່ຕ່າງຖິ່ນ, ໃນເດືອນມັງກອນປີ 2021 ຫາກໍພາກັນກັບມາບ້ານເກີດເພື່ອຫຼິ້ນບຸນກຸດຈີນ. ຕອນບ່າຍວັນທີ 3 ກຸມພານີ້, ໃນເວລາທີ່ທ່ານສີຈິ້ນຜິງໄປຢ້ຽມຢາມຄອບຄົວດັ່ງກ່າວທີ່ມີ ສະມາຊິກ 5 ຄົນ, ຄອບຄົວນີ້ໄດ້ຍົກຍ້າຍຈາກບ້ານເກົ່າແກ່ຊຸດໂຊມເຂົ້າໄປອາໄສຢູ່ເຮືອນໃໝ່ໃນປະຈຸບັນ. ໃນປີ 2020 ທີ່ຜ່ານມາ, ໝົດຄອບຄົວຂອງເຂົາເຈົ້າມີລາຍຮັບ 6 ໝື່ນກວ່າຢວນ(ປະມານ 80 ລ້ານກີບ).
ປີ 2014, ຢູ່ບ້ານຮວ້າອູ່ມີຜູ້ທຸກຍາກທີ່ໄດ້ລົງທະບຽນເຖິງ 145 ຄອບຄົວ ມີຄຳນວນຄົນທັງໝົດ 661 ຄົນ. ຮອດທ້າຍປີ 2019 ເຂົາເຈົ້າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງໝົດ. ບ້ານຮວ້າອູ່ໄດ້ສຳເລັດການຈັດສັນຍົກຍ້າຍປະຊາຊົນໄປຢູ່ບ່ອນໃໝ່ເພື່ອລຶບລ້າງຄວາມທຸກຍາກໃນປີ 2016, ເພື່ອປັບປຸງໝາກຜົນການລຶບລ້າງຄວາມທຸກຍາກໃຫ້ໜັກແໜ້ນ, ຢູ່ທ້ອງຖິ່ນແຫ່ງນັ້ນໄດ້ສ້າງໂຮງງານເພື່ອຊ່ວຍເຫຼືອຜູ້ທຸກຍາກ, ໂດຍນຳໃຊ້ສີມືການປັກແສ່ວຂອງເຜົ່າມົ້ງ ແລະ ການຍ້ອມສີແບບບາຕິກທີ່ມີເອກະລັກຂອງທ້ອງຖິ່ນເພື່ອຜະລິດຊຸດຊົນເຜົ່າ. ນອກຈາກນີ້ແລ້ວ, ການທ່ອງທ່ຽວເຂດຊົນນະບົດກໍແມ່ນຂະແໜງການເສົາຄ້ຳຂອງບ້ານຮວ້າອູ່.
ໂດຍອີງໃສ່ທ່າແຮງດ້ານຊັບພະຍາກອນທີ່ມີເອກະລັກພິເສດ ແລະ ການພັດທະນາຂະແໜງການທີ່ມີຄວາມຫຼາກຫຼາຍສີສັນ, ໃນປີ 2020ທີ່ຜ່ານມາ, ລາຍຮັບສຸດທິສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນບ້ານຮວ້າອູ່ມີເຖິງ 11500 ຢວນ. ເມື່ອ 6 ປີກ່ອນ, ໃນເວລາທີ່ໄປສຳຫຼວດກວດກາວຽກງານຢູ່ບ້ານຮວ່າມ້າວແຂວງກຸ້ຍໂຈ່, ທ່ານສີຈິ້ນຜິງເຄີຍກ່າວວ່າ, ນະໂຍບາຍຂອງສູນກາງພັກຈະດີ ຫຼື ບໍ່ດີ, ຕ້ອງເບິ່ງວ່າພີ່ນ້ອງປະຊາຊົນໄຫ້ ຫຼືວ່າຫົວຍິ້ມ. ໃນການສຳຫຼວດກວດກາວຽກງານຄັ້ງນີ້, ຊາວບ້ານບ້ານຮວ້າອູ່ມີໃບໜ້າຍິ້ມແຍ້ມແຈ່ມໃສ, ເຊິ່ງກໍແມ່ນຄຳຕອບດີທີ່ສຸດຕໍ່ຄຳເວົ້າຂອງທ່ານສີຈິ້ນຜິງທີ່ເຄີຍສະເໜີອອກຢູ່ບ້ານຮວ່າມ້າວໃນເມື່ອກ່ອນ.
ໃນຊຸມປີມໍ່ໆມານີ້, ທຸກປີໃນໂອກາດທີ່ບຸນກຸດຈີນຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງຈະເດີນທາງໄປຮາກຖານເພື່ອຢ້ຽມຢາມປະຊາຊົນຜູ້ທຸກຍາກ ແລະ ສົ່ງຄຳອວຍພອນບຸນກຸດຈີນສູ່ປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນ.
ຕາມຂໍ້ມູນບັນທຶກໄວ້ວ່າ: ໃນການສຳຫຼວດກວດກາວຽກງານ 9 ເທື່ອໃນໄລຍະກ່ອນບຸນກຸດຈີນ, ທ່ານສີຈິ້ນຜິງໄດ້ເດີນທາງໄປ ພາກຕາເວັນຕົກຂອງຈີນ 6 ເທື່ອ. ນັບແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 19 ເປັນຕົ້ນມາ, ໃນການສຳຫຼວດກວດກາວຽກງານ4 ເທື່ອໃນໄລຍະກ່ອນບຸນກຸດຈີນ ທ່ານສີຈິ້ນຜິງໄດ້ເດີນທາງໄປບ້ານຊົນເຜົ່າສ່ວນໜ້ອຍເປັນບ່ອນທຳອິດ 3 ເທື່ອ .
ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ພາກຕາເວັນຕົກ ແລະ ເຂດຊົນເຜົ່າຢ່າງຫຼວງຫຼາຍ, ນີ້ກໍແມ່ນຍ້ອນວ່າເຂດເຫຼົ່ານີ້ເປັນເຂດທີ່ທຸກຍາກທີ່ສຸດ ແລະ ກໍຍາກທີ່ສຸດທີ່ຈະສາມາດລຶບລ້າງຄວາມທຸກຍາກໄດ້. ປະຈຸບັນ, ໂດຍຜ່ານການ ສູ້ຊົນຢ່າງລຳບາກ, ບັນຫາທີ່ແກ້ຍາກທີ່ສຸດກໍໄດ້ຮັບການແກ້ໄຂແລ້ວ. ຫຼັງຈາກລຶບລ້າງຄວາມທຸກຍາກໄດ້ແລ້ວຈະເຮັດແນວໃດຕໍ່ໄປ? ໃນຄຳອວຍພອນປີໃໝ່ສາກົນ 2021, ທ່ານສີຈິ້ນຜິງກ່າວໄວ້ວ່າ: ຕ້ອງພະຍາຍາມວາດພາບການພັດທະນາຊົນນະບົດຢ່າງສະຫງ່າລາສີ, ກ້າວເດີນໄປສູ່ເປົ້າໝາຍທີ່ສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.
ບ້ານນ້ອຍໆແຫ່ງນີ້, ກໍແມ່ນພາບຫຍໍ້ທີ່ມີຊີວິດຊີວາຂອງຊົນເຜົ່າໜຶ່ງ ແລະ ປະເທດໜຶ່ງ. ການປ່ຽນແປງໃໝ່ຂອງບ້ານຮວ້າອູ່, ຈະມີອະນາຄົດທີ່ດີງາມ, ເປົ້າໝາຍທີ່ປະຊາຊົນທົ່ວປະເທດຈີນສ້າງຄວາມຮັ່ງມີຮ່ວມກັນກໍຈະສາມາດບັນລຸຜົນເປັນຈິງໄດ້ຢ່າງແນ່ນອນ.
ຄຳເຫັນ
0