黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ລາວ​ຮ່ວມ​ກັນ​ປ້ອງ​ກັນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ສະ​ແດງ​ໃຫ້​ເຫັນຄວາມຮັກ​ແພງ​ທີ່​ຈິງ​ໃຈ​​ລະ​ຫວ່າງ​ສອງ​ປະ​ເທດ

2021-04-08 15:50:29 cri

ຈີນ​ລາວ​ຮ່ວມ​ກັນ​ປ້ອງ​ກັນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ສະ​ແດງ​ໃຫ້​ເຫັນຄວາມຮັກ​ແພງ​ທີ່​ຈິງ​ໃຈ​​ລະ​ຫວ່າງ​ສອງ​ປະ​ເທດ_fororder_111

ຫວ່າງ​ມໍ່ໆ​ມາ​ນີ້, ວັກ​ຊີນ​ປ້ອງ​ກັນ​ພະ​ຍາດໂຄວິດ-19 ງວດ​ທີ​ສອງ​ທີ່​ລັດ​ຖະ​ບານ​ແລະ​ກອງ​ທັບ​ຈີນ​ຊ່ວຍ​ເຫຼື​ອ​ລ້າ​ໃຫ້ປະ​ເທດ​ລາວ​ໄດ້​ສົ່ງ​ໄປ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ. ໃນ​ພິ​ທີ​ມອບ-ຮັບ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19ດັ່ງ​ກ່າວ, ທ່ານພັນຄໍາ ວິພາວັນ ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສ​ປ​ປ ລາວ​ກ່າວ​ວ່າ: ຈີນ​ໄດ້​ມອບ​ວັກ​ຊີ​ນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ປະ​ເທດ​ລາວ​ສອງ​ງວດໃນ​ເດືອນ​ດຽວ, ນີ້​ແມ່ນ​ພຶດ​ຕິ​ກຳ​ສຳ​ຄັນ​ທີ່​ສ້າງ​​ຄູ່ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ, ທັງ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຕໍ່​ລັດ​ຖະ​ບານ​ລາວ​ຊຸດ​ໃໝ່. ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ສອງງວດ​ນີ້​ຈະ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​​ໄລ​ຍະ​ໃໝ່.
 

ຈີນ​ລາວ​ຮ່ວມ​ກັນ​ປ້ອງ​ກັນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ສະ​ແດງ​ໃຫ້​ເຫັນຄວາມຮັກ​ແພງ​ທີ່​ຈິງ​ໃຈ​​ລະ​ຫວ່າງ​ສອງ​ປະ​ເທດ_fororder_222

ຈີນ​ລາວ​ຮ່ວມ​ກັນ​ປ້ອງ​ກັນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ສະ​ແດງ​ໃຫ້​ເຫັນຄວາມຮັກ​ແພງ​ທີ່​ຈິງ​ໃຈ​​ລະ​ຫວ່າງ​ສອງ​ປະ​ເທດ_fororder_333

ວັດ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຈາກ​ຈີນ​ສົ່ງ​ເຖິງ​ປະ​ເທດ​ລາວ​ໄດ້​ຮັບ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ຄຶກ​ຄື້ນ​ຈາກ​ປະ​ຊາ​ຊົນ​ລາວ. ປະ​ຊາ​ຊົນ​ລາວ​ມີ 1,1 ແສນກວ່າ​ຄົນ​ໄດ້​ຮັບ​ຊົມ​ພິ​ທີມອບ​ຮັບ​ວັກ​ຊີນ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ​ນະ​ຄອນ​ຫຼວງວຽງ​ຈັນ​ໂດຍ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ CRI-FM93, ຜູ້​ຊົມ​ທັງ​ຫຼາຍ​ໄດ້​ປະ​ກອບ​ຄຳ​ເຫັນ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ.  ທ້າວ Outo Saecha ກ່າວ​ວ່າ: “ຂໍຂອບ​ໃຈ​ນຳ​ປະ​ຊາ​ຊົນ​ແລະ​ລັດ​ຖະ​ບານ​ຈີນ, ມິດ​ຕະ​ພາບ, ມິດ​ແທ້​ໃນ​ຍາມ​ລຳ​ບາກ, ເຮັດ​ແທ້​ທຳ​ຈິງ​, ບໍ່​ແມ່ນ​ມິດ​ຕະ​ພາບ​ລາຍ​ງານດອກ​ໄມ້”, ນາງ Siphanh Lattanamala ກ່າວ​ວ່າ: “ເສຍ​ໃຈ​ບໍ່​ໄດ້​ສັກ​ວັກ​ຊີນ​ຈີນ. ຍ້ອນ​ອາ​ຍຸ​ເກີນ. ຂ້ອຍ​ເຊື່ອ​ໝັ້ນ​ທີ່​ສຸດ​ວັກ​ຊີນ​ຈີນ. ຫວັງ​ວ່າ​ອາ​ນາ​ຄດ​ເພິ່ນ​ຈະ​ຜະ​ລິດ​ໃຫ້​ຄົນ​ສູງ​ອາ​ຍຸ​ໄດ້​ສັກ.”

ທີ່​ຈິງ​ແລ້ວ, ​ຕະ​ຫຼອດ​ໄລ​ຍະ​ການ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ລະ​ຫວ່າງ​ລາວ-ຈີນ, ເລື່ອງ​ແລະ​ສະ​ພາບ​ການ​ແບບ​ນີ້​ທີ່​ຊາບ​ຊຶ້ງ​ໃຈ​​ຍັງ​ມີ​ຫຼາຍ. ໃນ​ໄລ​ຍະສຳ​ຄັນ​ທີ່​ຈີນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ວົງ​ການ​ຕ່າງໆ​ໃນສັງ​ຄົມ​ລາວ​ໄດ້​ສຸມ​ຄວາມ​ສາ​ມາດ​ຢ່າງ​ສຸດ​ຂີດ​ຂອງ​ຕົນ​ສະ​ໜອງ​ເງິ​ນ​ທຶນ​ແລະ​ເຄື່ອງ​ອຸ​ປະ​ກອນ​ຕ້າ​ນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃຫ້​ແກ່​ປະ​ເທດ​ຈີນ; ປະ​ເທດ​ລາວ​ຕັ້ງ​ໜ້າ​ຕອບ​ສະ​ໜອງ​​ກັບຂໍ້​ລິ​ເລີ່ມ​ຂອງ​ຈີນ, ສຸມ​ກຳ​ລັງ​ກຽມ​ແລະ​ຈັດ​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ໄໝ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາ​ໂຄວິດ-19 ຈີນ-ອາ​ຊຽນ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ປະ​ກອບ​ສຽງ​ເຂັ້ມ​ແຂງ​ທີ່​ສຸດ​ທີ່​ປະ​ເທດ​ພາກ​ພື້ນ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19; ພາຍ​ຫຼັງ​ປະ​ເທດ​ລາວ​ປະ​ກາດ​ພົບ​ເຫັນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​ແລ້ວ​ບໍ່​​ຮອດ 5 ມື້, ຈີນ​ກໍ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ໄປ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ, ແລະ​ໄດ້​ຊ່ວຍ​ເຫຼືອ​ລາວວາງ​ແຜນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແ​ຜ່​ລະ​ບາດ​ຂອງ​ພະ​ຍາ​ໂຄວິດ-19 ທີ່​ເໝາະ​ສົມ​ກັບ​ສະ​ພາບ​ແຫ່ງ​ຊາດ​ຂອງ​ລາວ, ເຮັດ​ໃຫ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ລາວ​​ຖືກ​ຕ້ອງ​ຕາມ​ຫຼັກວິ​ທະ​ຍາ​ສາດ​ແລະ​ມີ​ລະ​ບຽບ​ການ; ຫ້ອງ​ທົດ​ລອງ​ກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ສ້າງ​ມອບ​​ຝ່າຍໃຫ້​ລາວ, ໄດ້​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການກວດ​​ຫາ​ເຊື້ອ​ພະ​ຍາດ​ຂອງ​ລາວ​ຢ່າງ​ຮອບ​ດ້ານ; ຈີນ​ຈັດ​ປະ​ເທດ​ລາວ​ເຂົ້າ​​ໃນ​ບັນ​ຊີ​ລາຍ​ຊື່​ປະ​ເທດ​ຊ່ວຍ​ເຫຼືອ​ລ້າ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ງວດ​ທຳ​ອິດ, ແລະ​ສະ​ໜອງວັກ​ຊີນ​ໃຫ້​ແກ່​ປະ​ເທດ​ລາວ​ຄັ້ງ​ທີ 2. ເລື່ອງ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ມາດ​ຕະ​ການ​ລະ​ອຽດ​ທີ່​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ທັງ​ເປັນ​ພຶດ​ຕິ​ກຳ​ອັນ​ລະ​ອຽດ​ທີ່​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກ​​ຂອງ​ມ່ວນ​ມະ​ນຸດ.

ຈີນ​ແລະ​ລາວ​ເປັນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ຜູ້​ນຳ​ຂອງ​ປະ​ເທດ​ລາວ, ມິດ​ຕະ​ພາບ​ລາວ-ຈີນ​ໄດ້​ເຂົ້າ​ເຖິງ​ຫົວ​ໃຈ​ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ຢ່າງ​ເລິກ​ເຊິ່ງ. ປີ​ນີ້, ຈີນ​ແລະ​ລາວ​ຈະ​ຮ່ວມ​ກັນ​ສະ​ເຫຼີມ​ສະ​ຫຼອງ​ສອງ​ປະ​ເທດ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ​ທັງ​ເປັນ​ປີ​ມິດ​ຕະ​ພາບ​ຈີນ-ລາວ, ການ​ຮ່​ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຜະ​ເຊີນ​ກັບ​ໂອ​ກາດ​ທີ່​ດີຢ່າງ​ຮອບ​ດ້ານ. ພາຍ​ຫຼັງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ແລ້ວ, ເລື່ອງ​ເລົ່າ​ທີ່​ຊາບ​ຊຶ້ງ​ໃຈ​ກ່ຽວ​ກັບ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຍັງ​​ຈະ​ມີ​ຂຶ້ນ​ເລື້ອຍໆ. ຫວັງ​ວ່າ​ສອງ​ປະ​ເທດ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ, ສືບ​ຕໍ່​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ຄູ່ຮ່ວມ​ຊາ​ຕາ​ກຳ​ທັງ​ສອງ​ປະ​ເທດ​ຈີນ-ລາວ.

ຄຳ​ເຫັນ

0