ທ່ານສີຈິ້ນຜິງໄປດຳລົງຕຳແໜ່ງເປັນເລຂາຄະນະພັກຢູ່ເຂດນິງເຕີ, ທ່ານ ໄດ້ໃຊ້ເວລາ 1 ເດືອນກວ່າໄປສຳຫຼວດຄົ້ນຄວ້າວຽກງານຄົບທັງ 9 ເມືອງທີ່ຂຶ້ນກັບນີງເຕີ. ໃນເວລານັ້ນແມ່ນລະດູຮ້ອນ, ເປັນໄລຍະເວລາທີ່ອາກາດອົບເອົ້າທີ່ສຸດຂອງປີ.
ເມື່ອຫວນຄືນເຖິງປະສົບການຕອນທີ່ໄດ້ຮ່ວມກັບທ່ານສີຈິ້ນຜິງລົງຮາກຖານເພື່ອດຳເນີນການສຳຫຼວດຄົ້ນຄວ້າວຽກງານ, ທ່ານເສີນເຈີ່ງກວ່າງ ຮອງເລຂາຄະນະພັກເຂດນິງເຕີຍັງມີຄວາມປະທັບໃຈຢ່າງເລິກເຊິ່ງທີ່ບໍ່ຫຼົງລືມຈັກເທື່ອ.
ທ່ານເສີນເຈີ່ງກວ່າງ: “ຕອນນັ້ນຈັ່ງແມ່ນຮ້ອນແທ້ຮ້ອນວ່າ! ເມື່ອຢືນຢູ່ດ້ານນອກ, ເຖິງຈະບໍ່ໄດ້ຍ່າງໄປໃສ, ບໍ່ເທົ່າໃດນາທີກໍເຫື່ອໄຫຼໄຄຍ້ອຍແລ້ວ, ແຕ່ສະຫາຍສີຈິ້ນຜິງໄດ້ຍ່າງຂຶ້ນພູລົງຫ້ວຍ ເດີນທາງໄປສຳຫຼວດທຸກໆບ້ານ ແລະ ທຸກຄອບຄົວເປັນເວລາ 1 ເດືອນກວ່າ. ທ່ານມີຈິດໃຈອົດທົນຢ່າງສູງ, ແລະບໍ່ເຄີຍຮຽກຮ້ອງເງື່ອນໄຂພິເສດຈັກເທື່ອ, ຢູ່ຮ່ວມກັນກັບທຸກຄົນດ້ວຍເງື່ອນໄຂແບບດຽວກັນຕະຫຼອດ.”
ໃນຍາມທຳມະດາ, ທ່ານສີຈິ້ນຜິງໄດ້ນຸ່ງເຄື່ອງແບບລຽບງ່າຍ, ໃສ່ເກີບຜ້າທະຫານ, ນຸ່ງເສື້ອແຂນສັ້ນ, ຕອນແດດກ້າກໍໃສ່ໝວກຜື , ບາງເທື່ອກໍເອົາຜ້າເຊັດໜ້າມາພັນຄໍ, ໃນມືກໍຖືວີ, ໃນເວລາທີ່ຮູ້ສຶກຮ້ອນແລະມີເຫື່ອອອກຕາມຮ່າງກາຍ ທ່ານກໍເອົາຜ້າເຊັດເຫື່ອ ແລະໃຊ້ວີພັດ. ເຖິງວ່າທ່ານສີຈິ້ນຜິງແມ່ນລູກຊາຍຂອງຜູ້ນຳຂັ້ນສູນກາງ, ແຕ່ທ່ານກໍບໍ່ໄດ້ມີທ່າທີອວດອົ່ງແມ່ນແຕ່ໜ້ອຍດຽວ, ເບິ່ງແລ້ວຄືຄົນທຳມະດາຄົນໜຶ່ງເທົ່ານັ້ນ, ໃນເວລາລົງຮາກຖານເພື່ອສຳຫຼວດຄົ້ນຄວ້າວຽກງານ ທ່ານກໍບໍ່ສົນໃຈນຳການກິນການຢູ່ແບບພິຖີພິຖັນ, ປະຊາຊົນຢູ່ເຮືອນແບບໃດທ່ານກໍຢູ່ເຮືອນແບບນັ້ນ, ປະຊາຊົນກິນເຂົ້າແບບໃດທ່ານກໍກິນເຂົ້າແບບນັ້ນ, ບາງເທື່ອທ່ານເດີນທາງຈົນເຫື່ອອອກປຽກໝົດທັງຮ່າງກາຍ, ທ່ານກໍຢຸດພັກຢູ່ບ່ອນໃດໜຶ່ງເພື່ອເອົານໍ້າຫົດໃສ່ໂຕຕາງອາບນໍ້າ.
ໃນໄລຍະທີ່ລົງຮາກຖານຮ່ວມກັບທ່ານສີຈິ້ນຜິງ, ທ່ານເສີນເຈີ່ງກວ່າງຮູ້ສຶກປະທັບໃຈທີ່ສຸດກັບ 2 ເລື່ອງ.
ເດືອນຕຸລາປີ1989, ທ່ານສີຈິ້ນຜິງ(ຜູ້ທີໜຶ່ງຢູ່ເບື້ອງຂວາ)ຮັບຟັງການລາຍງານວຽກງານຂອງເລຂາພັກຕາແສງເຜົ່າເຊີ່ປານຈົ່ງເມືອງຟູອ່ານ
ເລື່ອງໜຶ່ງກໍຄືພວກເຮົາເຄີຍໄດ້ແນະນຳມາກ່ອນແລ້ວ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານເຜົ່າເຊີ່ຕາແສງປານຈົ່ງເມືອງຟູອ່ານ, ບ້ານເຜົ່າເຊີ່ໄດ້ຕ້ອນຮັບທ່ານສີຈິ້ນຜິງດ້ວຍເຂົ້າໜົມ “ໂນ້ໝີ້ສື” ທີ່ເປັນເຂົ້າໜົມທີ່ເຮັດດ້ວຍເຂົ້າໜຽວປະສົມ ຖົ່ວດິນແລະໝາກງ່າ, ຖືວ່າເປັນປະເພນີການຕ້ອນຮັບແຂກຂອງເຜົ່າເຊີໃນລະດັບສູງສຸດ. ຕາມປະເພນີແລ້ວ, ການກິນເຂົ້າໜົມ “ໂນ້ໝີ້ສື” ຕ້ອງໃຊ້ມືຈັບກິນ, ພະນັກງານເປັນຫ່ວງວ່າທ່ານສີຈິ້ນຜິງຈະບໍ່ລຶ້ງ, ຈຶ່ງສະເໜີວ່າໃຫ້ເອົາໄມ້ຖູ່ມາໃຫ້ເພິ່ນ. ແຕ່ທ່ານສີຈິ້ນຜິງຕອບທັນທີວ່າ: ເຮັດແບບນີ້ບໍ່ໄດ້ດອກ. ເຂົາເຈົ້າໃຊ້ມືຈັບ, ພວກເຮົາກໍຕ້ອງໃຊ້ມືຈັບເຊັ່ນກັນ, ຖ້າເຮົາໃຊ້ໄມ້ຖູ່ກໍຈະເຮັດໃຫ້ເຂົາເຈົ້າຄິດວ່າ: ຜູ້ເປັນເຈົ້າໃຫຍ່ນາຍໂຕ ເວລາກິນເຂົ້າກໍຕ່າງກັບປະຊາຊົນຊັ້ນຫວາ?”ຫຼັງຈາກນັ້ນທ່ານກໍນັ່ງຄັດຕະໝາດຄືກັບຄົນອື່ນໆ, ແລະຈັບເຂົ້າໜົມ “ໂນ້ໝີ້ສື” ກິນ, ຍັງຍົກໂປ້ຍ້ອງວ່າແຊບຫຼາຍ.
ອີກເລື່ອງໜຶ່ງໄດ້ເກີດຂຶ້ນຢູ່ເມືອງຜິງໜານ, ປະຊາຊົນທ້ອງຖິ່ນມັກຕ້ອນຮັບແຂກຜູ້ມີກຽດດ້ວຍການຊົງຊາໄອ້ເຢ້ປະສົມໄຂ່. ໄອ້ເຢ້ແມ່ນຢາພື້ນເມືອງຈີນຊະນິດໜຶ່ງ,ເອົານ້ຳຊາໄອ້ເຢ້ທີ່ໄດ້ຊົງໄວ້ແລ້ວຖອກໃສ່ຖ້ວຍໄຂ່ທີ່ຄົນຢ່າງລະອຽດ, ຈາກນັ້ນໃສ່ນໍ້າຕານໜ້ອຍໜຶ່ງ, ອາຫານນີ້ເອີ້ນວ່າ “ຊົງຊາໄອ້ເຢ້ປະສົມໄຂ່”. ພະນັກງານເປັນຫ່ວງວ່າທ່ານສີຈິ້ນຜິງບໍ່ລຶ້ງລົດຊາດແບບນີ້, ຈຶ່ງບອກທ່ານວ່າ:ຊິມໜ້ອຍໜຶ່ງກໍພໍແລ້ວ, ແຕ່ທ່ານສີຈິ້ນຜິງບໍ່ເຫັນດີ ແລະ ຕອບວ່າ ສິ່ງທີ່ປະຊາຊົນໃຫ້ພວກເຮົາກິນ, ພວກເຮົາຕ້ອງກິນໃຫ້ໝົດ, ວ່າແລ້ວກໍຈັບຖ້ວຍໜຶ່ງຂຶ້ນມາກິນຈົນໝົດກ້ຽງເລີຍ. ປະຊາຊົນທ້ອງຖິ່ນເຫັນແບບນັ້ນກໍຮູ້ສຶກດີໃຈຫຼາຍ, ເຂົາເຈົ້າຍ້ອງຍໍວ່າ: ເລຂາທ່ານນີ້ຈັ່ງແມ່ນເປັນກັນເອງແທ້ໆ.
ເມື່ອເບິ່ງຈາກສອງເລື່ອງນີ້ພວກເຮົາສາມາດຮັບຮູ້ວ່າ: ທ່ານສີຈິ້ນຜິງໃກ້ຊິດກັບປະຊາຊົນບໍ່ແມ່ນເວົ້າແຕ່ປາກເປົ່າເທົ່ານັ້ນ, ທ່ານໄດ້ປະຕິບັດຢ່າງແທ້ຈິງ, ທ່ານວາງໂຕຢູ່ໃນຖານະທີ່ສະເໝີພາບກັບປະຊາຊົນ, ດັ່ງນັ້ນ ປະຊາຊົນຈຶ່ງມີທ່າທີຕ້ອນຮັບດ້ວຍຄວາມຍິນດີ, ແລະຍິນດີເປັນເຈົ້າການແລກປ່ຽນຄວາມຄິດເຫັນກັບທ່ານ ແລະ ກ້າເວົ້າຄວາມໃນໃຈສູ່ທ່ານຟັງ.
ຫຼັງຈາກການສຳຫຼວດຄົ້ນຄວ້າວຽກງານເທື່ອນັ້ນສິ້ນສຸດລົງແລ້ວ, ທ່ານສີຈິ້ນຜິງໄດ້ສະຫຼຸບຢ່າງຮອບດ້ານຢູ່ໃນກອງປະຊຸມ. ຄຳປາໄສຂອງທ່ານມີຫົວຂໍ້ວ່າ “ນົກອ່ອນຈະບິນໄປກ່ອນໄດ້ແນວໃດ--ເລົ່າຄວາມປະທັບໃຈໃນການສຳຫຼວດຄົ້ນຄວ້າວຽກງານຢູ່ 9 ເມືອງຂອງນິງເຕີ”, ຈາກນັ້ນກໍໄດ້ບັນທຶກໄວ້ໃນປື້ມ “ການຫຼຸດພົ້ນອອກຈາກຄວາມທຸກຍາກ”.
ທ່ານສີຈິ້ນຜິງສະເໜີອອກມາວ່າ: ການພັດທະນານິງເຕີ, ຕ້ອງເລີ່ມຕົ້ນຈາກສະພາບຄວາມເປັນຈິງ, ບໍ່ຄວນມີແນວຄິດທີ່ຢູ່ເໜືອຄວາມເປັນຈິງ, ຍິ່ງບໍ່ຄວນໃຈຮ້ອນ, ຕ້ອງນຳໃຊ້ຈິດໃຈ “ຢອດນໍ້າທະລຸຊອດຫີນ”, ມີຄວາມທໍລະຫົດອົດທົນຢ່າງບໍ່ລົດລະ. ທ່ານກ່າວວ່າ: “ທຸກໆສະຫາຍລ້ວນແຕ່ໄດ້ປະກອບສ່ວນໃນຂັ້ນພື້ນຖານໃຫ້ກັບປະຫວັດສາດການພັດທະນານິງເຕີ, ບໍ່ຄວນຄິດວ່າໃນອາຍຸຕຳ ແໜ່ງຂອງຕົນກໍຈະສາມາດເຮັດໃຫ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມືໄດ້, ຄິດແບບນັ້ນບໍ່ຖືກກັບຄວາມເປັນຈິງ.”
ຄົນທັງຫຼາຍໄດ້ຟັງຄວາມເວົ້າແບບນີ້ແລ້ວລ້ວນແຕ່ຍອມຮັບ. ທ່ານແຕກຕ່າງກັບພະນັກງານການນຳທົ່ວໄປທີ່ມັກຕັ້ງເປົ້າໝາຍຍິ່ງໃຫຍ່ແລະ ມີຈຸດປະສົງສ້າງຜົນງານໃຫ້ໄດ້ໃນໄລຍະສັ້ນໆເທົ່ານັ້ນ, ແຕ່ສຳລັບທ່ານສີຈິ້ນຜິງເພິ່ນໄດ້ສະເໜີແນວຄິດ “ຢອດນໍ້າທະລຸຊອດຫີນ”, ກໍໝາຍຄວາມວ່າຕ້ອງດຳເນີນວຽກງານດ້ວຍບາດກ້າວທີ່ໜັກແໜ້ນ, ຫາກບໍ່ຄວນຢາກສ້າງຜົນງານຢ່າງຟ້າວຟັ່ງ. ພ້ອມກັນນັ້ນກໍຍັງຕ້ອງມີສະຕິ “ນົກອ່ອນຕ້ອງບິນໄປກ່ອນ”, ຕ້ອງປົດປ່ອຍແນວຄິດ, ແລະກ້ານຳໜ້າກ້າວໄປກ່ອນ. ໃນເວລານັ້ນ, ເຖິງວ່ານິງເຕີມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ກໍມີທ່າແຮງຫຼາຍດ້ານ, ເຊິ່ງສາມາດບິນໄປກ່ອນໄດ້, ທັງສາມາດບິນສູງ ແລະບິນໄວໄດ້, ຜູ້ທີ່ເປັນພະນັກງານການນຳຕ້ອງມີແນວຄວາມຄິດໃໝ່ໆ, ມີຄວາມໝັ້ນໃຈ ແລະ ກຽມພ້ອມທາງດ້ານແນວຄິດຈິດໃຈ. ທ່ານສີຈິ້ນຜິງກໍມີທ່າທີແບບສັດຈະວິພາກໃນການວິເຄາະບັນຫາ.
ພຶດຕິກຳຈະເປີດແນວຄວາມຄິດໃໝ່, ການສຳຫຼວດຄົ້ນຄວ້າຈຶ່ງຈະໄດ້ຮັບຜົນງານຢ່າງແທ້ຈິງ, ຄຳປາໄສຂອງທ່ານສີຈິ້ນຜິງໃນຄັ້ງນີ້ເປັນການເປົ່າແກເພື່ອປົດປ່ອຍແນວຄິດຢ່າງຂະໜາດໃຫຍ່ຢູ່ນິງເຕີ, ເປັນການປຸກລະດົມຄວາມຫ້າວຫັນຟົດຟື້ນໃຫ້ກັບພະນັກງານການນຳທຸກຂັ້ນ, ຈາກນັ້ນ ທ່ານກໍເລີ່ມມີອິດທິພົນ, ຄົນທັງຫຼາຍລ້ວນແຕ່ສະແດງການຍອມຮັບ ແລະເຄົາລົບເລຂາພັກທີ່ອາຍຸຍັງໜຸ່ມແຕ່ມີຜົນງານອັນພົ້ນເດັ່ນທ່ານນີ້.
ຄຳເຫັນ
0