覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ນາຍ​ພົນກອງ​ທັບ​ແດງຜູ້​ມີ​ຈິດໃຈ​ພິ​ລະ​ອາດ​ຫານ ​ບໍ່​ຍົມ​ຈຳ​ນົນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ລືມ​ຍາກ

2021-04-08 10:19:03 cri


 

    ການ​ເຄື່ອນ​ທັບ​ທາງ​ໄກຂອງກອງ​ທັບ​ແດງ​ຈີນ ໄດ້​ເລີ່ມຂຶ້ນ​ແຕ່​ເດືອນ​​ຕຸ​ລາ​ປີ1934,​ ກຳ​ລັງຫຼັກ​ແຫຼ່ງ​ຂອງກອງ​ທັບ​ແດງ​ສູນ​ກາງ​ໄດ້​ປະ​ຕິ​ບັດການ​ເຄື່ອນ​ທັບ​ທາ​ງ​ຍຸດ​ທະ​ສາດເພື່ອ​ໃຫ້ສາມາດຫລຸດພົ້ນອອກ​ຈາກ​ການ​ໄລ່​ຕີ​ ແລະ ປິດ​ລ້ອມ​ຈາກກອງ​ທັບ​ພັກ​ກົກ​ມິນ​ຕັງໂດຍ​ໄດ້​​ຖອນ​ອອກ​ຈາກ ຖານ​ທີ່​ໝັ້ນສູນ​ກາງຂອງການ​ປະ​ຕິ​ວັດ​ ​ທີ່​ກວມ​ເອົາເນື້ອ​ທີ່​​ສາມ​ແຂວງ​ຄື: ຈ່ຽງ​ຊີ່, ຟູ້​ຈ້ຽນ​ແລະ​ກວາງ​ຕຸ້ງ,ແລ້ວເຄື່ອນ​ທັບ​ໄປ​ເຖິງເຂດ​ຖານ​ທີ່​ໝັ້ນ​ສ້ານ​ຊີ່-ກ່ານ​ຊູ້. ໃນ​​ໄລ​ຍະ​ທາງຂອງການເຄື່ອນ​ທັບ, ນາຍ​ແລະ​ພົນ​ທະ​ຫານກອງ​ທັບ​ແດງ​ໄດ້​​ຕໍ່​ສູ້​ກັບ​ທະ​ຫານ​ສັດ​ຕູ​600ກວ່າ​ບັ້ນຮົບ, ​ຂ້າມ​ແມ່ນ້ຳເກືອບ​ຮ້ອຍ​ສາຍ, ຂ້າມ​ພູ​ສູງ​ຊັນ 40 ກວ່າ​ໜ່ວຍ, ໃນ​ນີ້, ພູຫິ​ມະ​ທີ່​ມີ​ລະ​ດັບ​ສູງກວ່າ​ລະດັບສະເລ່ຍຂອງໜ້າ​ນ້ຳ​ທະ​ເລ 4.000 ແມັດ​ຂຶ້ນ​ໄປ​ກໍມີ​ເຖິງ20ກວ່າ​ໜ່ວຍ, ແລະ​ຍັງ​ໄດ້​ຂ້າມ​ຜ່ານ​ທົ່ງ​ຫຍ້າ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ທີ່​ຖືກ​ເອີ້ນ​ວ່າ​ “ຂຸມ​ພາງ​ມໍ​​ລະ​ນະ​”, ໄລ​ຍະ​ທາງ​ຂອງການ​ເຄື່ອນ​ທັບ​ມີ​ປະ​ມານ 2.500 ກິ​ໂລ​ແມັດ. ເດືອ​ນ​ຕຸ​ລາ​ປີ1936, ກອ​ງ​ທັບ​ແດງ​ສາຍ​ທີ2, ສາຍທີ4​ໄດ້​ເຄື່ອນ​ທັບ​ໄປ​ເຖິງ​ເຂດ​ຮຸ້ຍ​ນິງ​ແຂວງ​ກ່ານ​ຊູ້ ໂດຍ​ສາ​ມາດ​ເຕົ້າ​ໂຮມ​ກັບ​ກອງ​ທັບ​ແດງ​ສາຍ​ທີ1ໄດ້ຢ່າງ​ສຳ​ເລັດ​ຜົນ​ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ເຄື່ອນ​ທັບ​ທາງ​ໄກ​ໝື່ນ​ລີ້​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ມີ​ໄຊ.
 

ການ​ເຄື່ອນ​ທັບ​ທາງ​ໄກ​ເປັນ​ເວ​ລາ​ສອງ​ປີ, ນາຍ​ແລ​ະ​ພົນ​ທະ​ຫານຂອງກອງ​ທັບ​ແດງ​ໄດ້​ເອົາຊະນະຂີດ​ຈຳ​ກັດ​ດ້ານ​ການ​ຢູ່​ລອດ​ຂອງ​ມະ​ນຸດ​ດ້ວຍຈິດໃຈ​ທີ່​ເຂັ້ມ​ແຂງ. ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ນັກ​ຮົບ​ຂອງກອງ​ທັບ​ແດງ​ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງ​ໄກ​ມາຫຼາຍ​ເທື່ອ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ໃນ​ນີ້, ທ່ານ​ກໍ​ໄດ້​ກ່າວເຖິງ​ຊື່​ໜຶ່ງຄື: ເສີນ​ຊູ້​ຊ່ຽງ ຫຼາຍ​ເທື່ອ.
 

ໃນ​ໄລ​ຍະ​​ເຄື່ອນ​ທັບ​ທາງ​ໄກ, ກອງ​ທັບ​ແດງ​ໄດ້​ຕໍ່​ສູ້​ແບບ​ເອົາ​ເປັນ​ເອົາ​ຕາຍ​ກັບ​ກອງ​ທັບ​ພັກ​ກົກ​ມິນ​ຕັງ​ທີ່ມີກຳລັງພົນນັບ​ເປັນ​ລ້ານ​ຄົນ​ທີ່​ໄດ້​ໄລ່​ໂຈມ​ຕີ​ແລະ​ປິດ​ລ້ອມກອງ​ທັບ​ແດງ. ໃນ​ການ​ຕໍ່​ສູ້ 600 ກວ່າ​ບັ້ນຮົບນັ້ນ, ບັ້ນ​ຮົບ​ນອງ​ເລືອດ​ຊ່ຽງ​ຈ່ຽງ ທີ່​ພົວ​ພັນ​ເຖິງ​ຄວາມ​ເປັນ​ຕາຍ​ຂອງກອງ​ທັບ​ແດງ​ສູນ​ກາງ​ເປັນ​ບັ້ນ​ຮົບ​ທີ່ລຳ​ບາກ​ແລະ​ມີ​ການ​ເສຍ​ສະ​ຫຼະ​ຊີ​ວິດ​ຢ່າງຫຼວງຫຼາຍ​ເປັນ​ພິ​ເສດ. ເດືອນ​ພະ​ຈິກ​ປີ1934,ກອງ​ທັບ​ແດງ​ສູນ​ກາງ​ທີ່ມີຈຳນວນພົນ 80.000 ກວ່າຄົນໄດ້​ເຄື່ອນ​ທັບ​ໄປ​ເຖິງ​ແຂວງ​ຫູ​ນານ, ພັກ​ກົກ​ມິນ​ຕັງ​ໄດ້​ສົ່ງ​ກຳ​ລັງ​ທະ​ຫານ​ເຖິງ 4 ແສນ​ຄົນ.​ໃຊ້​ແມ່​ນ້ຳ​ຊ່ຽງ​ຈ່ຽງ​ເປັນ​ແນວ​ປ້ອງ​ກັນເພື່ອຫວັງ​ປິດ​ລ້ອມ​ ແລະ ດັບ​ສູນກອງ​ທັບ​ແດງ​ສູນ​ກາງ​ຢູ່​ເບື້ອງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊ່ຽງ​ຈ່ຽງ. ວັນ​ທີ 27ພະ​ຈິກ​ຫາ​ວັນ​ທີ1​ທັນ​ວາ,ກອງ​ທັບ​ແດງ​ສູນ​ກາງ​ໄດ້​ຕໍ່​ສູ້​ຢ່າງ​ດຸເດືອດຂ້ຽວຂາດກັບ​​ກອງ​ທັບ​ພັກກົກ​ມິນ​ຕັງ​ທີ່​ມີ​ຈຳ​ນວນ​ພົນ​ຫຼາຍ​ກວ່າກອງທັບແດງຫລາຍເທົ່າ​ເປັນ​​ເວ​ລາ​5​ເວັນ5​ຄືນ​,ໃນ​ທີ່​ສຸດ​ກໍ​ສາ​ມາດ​ຕີຜ່າວົງປິດລ້ອມຂ້າມ​ແມ່​ນ້ຳ​ຊ່ຽງ​ຈ່ຽງ​ໄປໄດ້​, ໄດ້​​ຕີ​ຜ່າແນວ​​ຮົບ​ທີ່​ຂວາງ​ກັ້ນ​ສາຍ​ທີ4ຂອງກອງ​ທັບ​ພັກ​ກົກ​ມິນ​ຕັງ. ແຕ່​ວ່າກອງ​ທັບ​ແດງ​ສູນ​ກາງ​ກໍ​ໄດ້​ເສຍຈຳນວນພົນ​ຢ່າງ​ໜັກ​ໜ່ວງ, ​ພົນ​ທະ​ຫານ​ກອງ​ທັບ​ແດງ​ສູນ​ກາງ​​ທີ່ມີຈຳ​ນວນພົນ80.000 ກວ່າ​ຄົນ​ໄດ້​ເສຍ​ສະຫຼະ​ຊີວິດຢ່າງຫຼວງຫຼາຍ ແລະ ຍັງເຫລືອພຽງແຕ່ 30.000 ກວ່າ​ຄົນ​ເທົ່າ​ນັ້ນ.
 

ສີ​ແສງ​ແຫ່ງ​ຍຸກ: ນາຍ​ພົນກອງ​ທັບ​ແດງຜູ້​ມີ​ຈິດໃຈ​ພິ​ລະ​ອາດ​ຫານ ​ບໍ່​ຍົມ​ຈຳ​ນົນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ລືມ​ຍາກ_fororder_红军师长-1
 

ຮູບ​ແຕ້ມ​ສີ​ນ້ຳ​ມັນ​ທີ່​ມີ​ຊື່​ວ່າ “ທ່ານ​ເສີນ​ຊູ້​ຊ່ຽງ ນາຍ​ພົນ​ກອງ​ທັບ​ແດງ”

 

ກອງ​ພົນ​ທີ34ຂອງກອງ​ທັບ​ແດງທີ5ທີ່​ນຳ​ພາ​ໂດຍທ່ານ​ເສີນ​ຊູ້​ຊ່ຽງທີ່​ມີ​ອາ​ຍຸ 29 ປີ​ໃນ​ເວ​ລາ​ນັ້ນໄດ້​ແບກ​ຫາບ​ໜ້າ​ທີ່​ເປັນ​ກອງລະວັງຫຼັງ​ໃນ​ການ​ຄຸ້ມ​ກັນ​ກອງ​ກຳ​ລັງຫຼັກ​ແຫຼ່ງໃຫ້ສາມາດ​​ຂ້າມ​ແມ່​ນ້ຳ​ຊ່ຽງ​ຈ່ຽງໄດ້. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ທະ​ຫານ​ສັດ​ຕູ​ທີ່​ມີ​ຈຳ​ນວນ​ພົນຫລາຍກວ່າ​ເປັນ10 ກວ່າ​ເທົ່າ​​ນັ້ນ, ທ່ານ​ເສີນ​ຊູ້​ຊ່ຽງ​ໄດ້​ນຳ​ພາ​ນາຍ​ແລ​ະ​ພົນ​ທະ​ຫານ​ສູ້​ຕາຍ​ເພື່ອຮັກ​ສາ​ແນວ​ຮົບ​ດ້ວຍ​ການ​ຕໍ່​ສູ້​ເປັນ​ເວ​ລາ4ມື້4​ຄືນຈົນ​ກວ່າ​ ​ກຳ​ລັງຫຼັກ​ແຫຼ່ງຂອງ​ກອງທັບ​ແດງ​ສູນ​ກາງ​ສາມາດຂ້າມ​ແມ່​ນ້ຳ​ຊ່ຽງ​ຈ່ຽງ​ໄປໄດ້.
 

ສີ​ແສງ​ແຫ່ງ​ຍຸກ: ນາຍ​ພົນກອງ​ທັບ​ແດງຜູ້​ມີ​ຈິດໃຈ​ພິ​ລະ​ອາດ​ຫານ ​ບໍ່​ຍົມ​ຈຳ​ນົນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ລືມ​ຍາກ_fororder_红军师长-2
 

ຢູ່​ເມືອງ​ຕ້າວ​ຊ້ຽນ​ແຂວງ​ຫູ​ນານ ທີ່​ເປັນ​ສະ​ຖານ​ທີ່​ເກີດ​ບັ້ນ​ຮົບ​ຊ່ຽງ​ເຈ່ຍ, ຊາວ​ກະ​ສິ​ກອນ​ໄດ້ “ແຕ້ມ” ທຸງກອງ​ພົນ​ທີ34ຂອງກອງ​ທັບ​ແດງ​ຢູ່​ຕາມ​ທົ່ງ​ນາ

 

ເມື່ອ​ເວົ້າ​ເຖິງ​ສະ​ພາບ​ການ​ຕໍ່​ສູ້​ທີ່​ສະເທືອນໃຈ​ໃນ​ປີ​ນັ້ນ, ທ່ານ​ຈຽງ​ຢວນ​ເສີນ  ອ​ະ​ດີ​ດ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ປະ​ຫວັດ​ສາດ​ເມືອງ​ຕ້າວ​ຊ້ຽນ​ແຂວງ​ຫູ​ນານເຊິ່ງ​ເປັນ​ສະ​ຖານ​ທີ່​​ສູ້​ຮົບ​ຄັ້ງ​ນັ້ນ​ໄດ້ກ່າວ​ວ່າ:
 

ກອງ​ພົນ​ທີ34ເປັນ​ກອງລະວັງຫຼັງ​ສຳ​ຄັນ​ທີ່​ສຸດ​​ຂອງ​ທັບຫລັງ. ພົນ​ທະ​ຫານ​ພັກ​ກົກ​ມິນ​ຕັງ​ມີ​ຈຳ​ນວນຫຼາຍ​ແທ້ໆ, ມີກອງ​ທັບຫຼາຍ​ສາຍ. ຖ້າ​ບໍ່​ມີກອງ​ພົນ​ທີ34 ຊ່ວຍຕີສະ​ກັດລັດ​ສັດ​ຕູ​ໄວ້ເປັນ​ແຕ່​ລະ​ໄລ​ຍະ, ກອງທັບ​ສັດ​ຕູ​ຕ້ອງ​ໄລ່​ທັນ ແລະ ເຂົ້າມາ​ປິດ​ລ້ອມໄດ້​ແນ່ນອນ, ຖ້າເປັນແບບນັ້ນ ,ກອງ​ທັບ​ແດງ​ກໍ​ຈະ​ບໍ່​ສາ​ມາດ​ຂ້າມ​ແມ່​ນ້ຳ​ຊ່ຽງ​ຈ່​ຽງ​ໄດ້​ເລີຍ.
 

ພາຍຫຼັງ​ສຳ​ເລັດ​ໜ້າ​ທີ່​ເປັນ​ກອງລະວັງຫຼັງ​ເພື່ອຄຸ້ມ​ກັນ​ການ​ຂ້າມ​ແມ່​ນ້ຳ​ຂອງ​ກຳ​ລັງຫຼັກ​ແຫຼ່ງຂອງ​ກອງ​ທັບ​ແດງ, ທ່ານ​ເສີນ​ຊູ້​ຊ່ຽງ​ໄດ້​ນຳ​ພາ​ກອງ​ພົນ​ທີ34 ຍຶດ​ໝັ້ນ​ຕໍ່​ສູ້​ຢູ່​ບໍ​ລິ​ເວນ​ເມືອງ​ຕ້າວ​ຊ້ຽນ​ຈົນວ່າ ລູກປືນ ​ແລະ​ ສະບຽງອາ​ຫານ​ໝົດ​ກ້ຽງ​, ພົນ​ທະ​ຫານ​ຈຳ​ນວນ6000ກວ່າ​ຄົນ​ເກືອບ​ເສຍ​ຊີ​ວິດ​ທັງ​ໝົດ​ຢູ່​ສະ​ໜາມ​ຮົບ. ໃນ​ເວ​ລາ​ບຸກ​ຜ່າ​ວົງ​ປິດ​ລ້ອມ, ທ່ານ​ເສີນ​ຊູ້​ຊ່​ຽງ ຜູ້​ບັນຊາ​ການກອງ​ພົນ​ທີ34 ໄດ້​ຖືກ​ຍິງ ແລະ ໄດ້ຮັບ​​ບາດ​ເຈັບຢູ່ທ້ອງຢ່າງ​ສາ​ຫັດ​ຈິ່ງ​ຖືກ​ພວກສັດ​ຕູ​ຈັບ​ເປັນ​ສະ​ເລີຍ​ເສິກ. ໃນ​ລະຫວ່າງທາງ​ທີ່​ສັດ​ຕູ​ນຳໂຕທ່ານ​ໄປ​ອວດຂັ້ນເທິງເພື່ອຮຽກ​ລາງ​ວັນ​​ນັ້ນ, ທ່ານ​ເສີນ​ຊູ້​ຊ່ຽງ​ໄດ້ສວຍ​ໂອ​ກາດ​ທີ່​ສັດ​ຕູເຜີ ບໍ່ໄດ້ເຝົ້າຕິດຕາມ, ​ທ່ານ​ກໍໄດ້​ຈີກ​ບາດແຜຢູ່ໜ້າທ້ອງຂອງຕົນຈົນໝົດແຮງທີ່ມີ​ຢູ່, ແລ້ວ​ບິດ​ໄສ້​ໃນທ້ອງໃຫ້​ຂາດ, ​ທ່ານ​ເສຍຊີວິດດ້ວຍການສະຫລະຊີບ​ຢ່າງ​ອົງ​ອາດ​ກ້າ​ຫານ.

 

ຊີ​ວິດ​ຂອງ​ທ່ານ​ເສີນ​ຊູ້​ຊ່ຽງ​ໄດ້​ຈົບສີ້ນລົງພຽງໄວອາ​ຍຸ 29 ປີ, ແຕ່​ວ່າ​ຈິດໃຈ​ທີ່​ບໍ່​ຢ້ານ​ກົວຕໍ່ການເສຍ​ສະຫຼະ​ເພື່ອ​ອຸ​ດົມ​ການ​ນັ້ນ​ພັດ​ໄດ້ສົ່ງ​ອິດ​ທິ​ພົນ​ມາຈົນ​ເຖິງ​ທຸກ​ມື້​ນີ້.
 

ສີ​ແສງ​ແຫ່ງ​ຍຸກ: ນາຍ​ພົນກອງ​ທັບ​ແດງຜູ້​ມີ​ຈິດໃຈ​ພິ​ລະ​ອາດ​ຫານ ​ບໍ່​ຍົມ​ຈຳ​ນົນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ລືມ​ຍາກ_fororder_红军师长-3
 

​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ວິ​ລະ​ກຳ​ທີ່​ພິ​ລະ​ອາດ​ຫານ​ຂອງ​ທ່ານ​ເສີນຊູ້​ຊ່ຽງໃນ​​ກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ​ທົ່ວ​ກອງ​ທັບ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ຕາ​ແສງ​ກູ​ທຽນເມືອງ​ຊ້າງ​ຫາງ​ແຂວງ​ຟູ​ຈ້ຽນ​ໃນເດືອນ​ຕຸ​ລາ​ປີ2014

 

ໃນ​ກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ​ທົ່ວ​ກອງ​ທັບ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ຕາ​ແສງ​ກູ​ທຽນເມືອງ​ຊ້າງ​ຫາງ​ແຂວງ​ຟູ​ຈ້ຽນ​ໃນເດືອນ​ຕຸ​ລາ​ປີ2014, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ວິ​ລະ​ກຳ​ທີ່​ພິ​ລະ​ອາດ​ຫານ​ຂອງ​ທ່ານ​ເສີນຊູ້​ຊ່ຽງ​​ດ້ວຍ​​ຄວາມ​ສະ​ເທືອນ​ໃຈ, ທ່ານ​ກ່າວ​ເນັ້ນ​ວ່າ: ຕ້ອງສືບ​ທອດ​ມູນ​ເຊື້ອ​ອັນ​ດີ​ງາມ​ທີ່​ນັກ​ຮົບ​ປະ​ຕິ​ວັດ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ເລືອດເນື້ອ ​ແລະ ​ຊີ​ວິດ​ນັ້ນ​ໄປຈົນເຖິງ​ທຸກເຊັ່ນຄົນ​ຕະຫຼອດ​ການ.​ເດືອນ​ມີ​ນາ​ປີ2019, ໃນ​ເວ​ລາ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ຢ້ຽມ​ຢາມ​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປ​ະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໃນ​ປີ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຫວນ​ຄືນ​ເຖິງວິ​ລະ​ກຳ​ຂອງ​ທ່ານ​ເສີນ​ຊູ້​ຊ່ຽງພ້ອມ​ດ້ວຍ​ທະ​ຫານ​ລູກຫຼານ​ຂອງປະ​ຊາ​ຊົນ​ໝິນ​ຊີ່​ທີ່​ທ່ານ​ນຳ​ພາ​ໂດຍ​ກ່າວ​ວ່າ: “ເລືອດ​ຂອງ​ນັກ​ຮົບ​ປະ​ຕິ​ວັດຫລັງໄຫລຈົນ​ນັບ​ບໍ່​ຖ້ວນ​ໄດ້​ຍ້ອມ​ທຸງພັກ​​ຂອງ​ພວກ​ເຮົາ​ໃຫ້ເປັນ​ສີແດງ, ພວກ​ເຮົາລືມ​ຕົວ​ດ້ວຍການສະ​ເຫວີຍ​ສຸກນັ້ນແມ່ນ​ບໍ່​ໄດ້ເດັດຂາດ,​ ຫຼົງ​ໄຫລນຳ​ຊີ​ວິດ​ທີ່ຫຼິ້ນ​ກິນ​ຟຸ້ມ​ເຟືອຍ,ສໍ້​ລາດ​ບັງຫຼວງ​ໂດຍ​ບໍ່​ສົນໃຈນຳ​ຊາ​ຕາ​ກຳ​ຂອງ​ຊາດ​ນັ້ນ​ແມ່ນບໍ່ໄດ້ຢ່າງ​ເດັດ​ຂາດ. ຫຼັງ​ຈາກ​ນັ້ນ​ໜຶ່ງ​ເດືອນ, ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງ “ນ້ຳ​ໃຈ 4 ພຶດ​ສ​ະ​ພາ” ຄົບ​ຮອບ100ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ເຖິງ​ທ່ານ​ເສີນ​ຊູ້​ຊ່ຽງ ​ນາຍ​ພົນວິ​ລະ​ຊົນອີກ​ຄັ້ງ​ໜຶ່ງ.
 

ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ໄຊ​ຊະ​ນະ​​ການ​ເຄື່ອນ​ທັບ​ທາງ​ໄກຂອງ​ກອງ​ທັບ​ແດງ​ຄົບ​ຮອບ80ປີ​ໃນ​ປີ2016, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງ​ໄກ​ທີ່​ເຕັມ​ໄປ​ດ້ວຍ​ຟ້າ​ຝົນ​ລົມ​ແດງ,ອຸ​ດົມ​ການ​ທີ່​ສູງ​ສົ່ງ,ຄວາມ​ເຊື່ອ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ ໄດ້​ກະ​ຕຸກ​ຊຸກ​ຍູ້​ ແລະ ​ຊີ້​ນຳ​ກອງ​ທັບ​ແດງ​ໃຫ້ບຸກ​ບືນ​ກ້າວໄປ​ໜ້າ​. ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ເປັນ​ໄລ​ຍະ​ທາງ 2.500 ກິ​ໂລ​ແມັດ​ຂອງກອງ​ທັ​ບ​ແດງ​ສາຍ​ທີ​ໜຶ່ງ, ສະ​ເລ່ຍ​ແລ້ວ,ການ​ເຄື່ອນ​ທັບ​ໄປ​ໜ້າ​ທຸກໆ 300 ແມັດ​ກໍ​ມີ​ທະ​ຫານກອງ​ທັບ​ແດງຄົນ​ໜຶ່ງ​​ເສຍ​ສະ​ຫຼະ​ຊີ​ວິດ. ການ​ເຄື່ອນ​ທັບ​ທາງ​ໄກ​ຢ່າງ​ມີ​ໄຊ​ແມ່ນ ແລກ​ມາ​ດ້ວຍ​​ເລືອດເນື້ອ ແລະ ​ຊີ​ວິດ​ຂອງ​ທະ​ຫານກອງ​ທັບ​ແດ​ງຈຳ​ນວນຫຼວງຫຼາຍ. ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ສາ​ມາດ​ທຳ​ລາຍ​ຮ່າງ​ກາຍ​ຂອງ​ຄົນ​ໄດ້, ຄວາມ​ຕາຍ​ສາ​ມາດ​ເອົາ​ຊີ​ວິດ​ຂອງ​ຄົນ​ໄປ​ໄດ້,​ແຕ່​ບໍ່​ມີ​ກຳ​ລັງ​ແຮງ​ໃດ​ທີ່​ຈະ​ສາ​ມາດ​ເຮັດ​ໃຫ້​ຊາວພັກກອມ​ມູ​ນິດ​ຈີນ​ຫວັ່ນ​ໄຫວ​ຄອນ​ແຄນ​ຕໍ່​ອຸ​ດົມ​ຄະ​ຕິ​ຂອງ​ຕົນ​ໄດ້ ”
 

ຫຼາຍ​ສິບ​ປີ​ຜ່ານ​ມາ,​ໃນ​ທົ່ວ​ໂລກ​ມີການ​ລາຍ​ງານ​ຂ່າວ​ແລະ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ເຄື່ອ​ນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​​ຢ່າງ​ບໍ່​ຢຸດ​ຢັ້​ງ, ມີຜູ້​ຄົນມາ​ຊອກ​ຫາ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ຢ່າງ​ບໍ່​ຂາດ​ສາຍ. ໃນ​  ປ​ະ​ຊາ​ຄົມ​ໂລກ​ມີ​ຄົນ​ນັບ​ມື້​ນັບຫຼາຍ​ເຫັນ​ວ່າ: ການ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ເປັນ​ໜຶ່ງ​ໃນ​ເຫດ​ການ​ສຳ​ຄັນ​ທີ່​ສາ​ມາດ​ສົ່ງ​ອິດ​ທິ​ພົນ​ຕໍ່​ຊາ​ຕາ​ກຳ​ຂອງ​ໂລກ​ໃນ​ສະ​ຕະ​ວັດ​ທີ20, ເປັນ​ມະ​ຫາ​ກາບ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ​ທີ່​ເຕັມ​ໄປ​ດ້ວຍ​ອຸ​ດົມ​ການ​ແລະ​ຈິດ​ໃຈ​ເສຍ​ສະຫຼະ​ຊີ​ວິດ​ເຊິ່ງ​ໄດ້ບັນທຶກຈິດ​ໃຈ​ທີ່ເຂັ້ມ​ແຂງ​ແລະ​ຄວາມ​ກ້າ​ຫານ. ຈົນ​ມາ​ເຖິງ​ທຸກ​ມື້​ນີ້, ພວກ​ເຮົາ​ຍັງ​ຄົງ​ເຊື່ອ​ວ່າ: ການ​ເຄື່ອນ​ທັບ​ທາງ​ໄກ​ໄດ້ກໍ່ໃຫ້ເກີດ​ມີພະ​ລັງຈິດ​ໃຈ​ທີ່​ເຂັ້ມ​ແຂງ​ຍິ່ງ​ໃຫຍ່ທີ່ປະ​ທັບໃຈ​ຄົນ​ບໍ່​ວ່າ​ໃນ​ເວ​ລາ​ໃດຫຼື​ຊົນ​ຊາດ​ໃດ​ກໍ​ຕາມ, ມັນ​ເປັນ​ມະ​ຫາ​ກາບ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່​ກ່ຽວ​ກັບ​ມະ​ນຸດ​ທີ່ສູ້​ຊົນ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ສະ​ແຫວງ​ຫາ​ສັດ​ຈະ​ທຳ​ແລະ​ແສງ​ສະ​ຫວ່າງ.​

 

ຄຳ​ເຫັນ

0