尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ປະ​ຕິ​ວັດ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ

2021-04-09 16:32:35 cri

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ປະ​ຕິ​ວັດ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_src=http___5b0988e595225.cdn.sohucs.com_images_20170921_bf264ae7311a41fca4c686142008bf42.jpeg&refer=http___5b0988e595225.cdn.sohucs

      ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕແມ່ນ​ຫຼັກ​ການ​ການ​ຈັດ​ຕັ້ງ​ພື້ນ​ຖານ​ຂອງ​ພັກ​ການ​ເມືອງລັດ​ທິ​ມາກໃນ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ​ໄດ້​ຂຽນ​ລະ​ບອບ​ດັ່ງ​ກ່າວ​ເຂົ້າ​ໃນກົດ​ລະ​ບຽບ​ພັກ​ຢ່າງ​ເປັນ​ທາງ​ການ ເລີ່ມ​ແຕ່ກອງ​ປະ​ຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 5, ຈາກ​ນັ້ນ​ມາ, ກົດ​ລະ​ບຽບ​ພັກ​ທີ່​ໄດ້​ຜ່ານ​ການ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ລ້ວ​ນ​ແຕ່​ໄດ້​ມີ​ເນື້ອ​ໃນ​ກ່ຽວ​ກັບ​ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕຢ່າງ​ຈະ​ແຈ້ງ,ລ້ວ​ນ​ແຕ່​ໄດ້​ວາງ​ຂໍ້​ກຳ​ນົດ​ທີ່​ລະ​​ອຽດ​ກ່ຽວ​ກັບ​ການ​ຍຶດ​ໝັ້ນລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແລະ​ມີ​ຄວາມຮຽກ​ຮ້ອງ​ຕ້ອ​ງ​ການ​ທີ່​ຈະ​ແຈ້ງ.  ພ້ອມ​ກັນ​ນັ້ນ,ໃນ​ແຕ່​ລະ​ໄລ​ຍະ​ປະ​ຫວັດ​ສາດ​ຂອງ​ການ​ປະ​ຕິ​ວັດ,ການ​ກໍ່​ສ້າງ​ແລະ​ການ​ປະ​ຕິ​ຮູບ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ລົງ​ເລິກ​ຄວາມ​ຮັບ​ຮູ້​ຂອງ​ຕົນ​ທີ່​ມີ​ຕໍ່​ເນື້ອ​ໃນ​ວິ​ທະ​ຍາ​ສາດ​ແລະ​ຖາ​ນະ​ບົດ​ບາດ​ຂອງລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດ​ຍ​ອີງ​ຕາມ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຕົນ ​ແລະ​ໄດ້​ຮັບ​ໝາກ​ຜົນ​ດ້ານ​ທິດ​ສະ​ດີ​ທີ່​ອຸ​ດົມ​ສົມ​ບູນ.

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ປະ​ຕິ​ວັດ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_微信图片_20210409163003

      ໃນ​ກອງ​ປະ​ຊຸມ​ເປີດກວ້າງຄົບ​ຄະ​ນະ​ຂອ​ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 6 ສະ​ໄໝ​​ທີ 6 ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ຕຸ​ລາ​ຂອງ​ປີ 1938, ທ່ານ ເໝົາ​ເຈີ​ຕົ່ງ ໄດ້​ກ່າວ​ຢ້ຳ​ວິ​ໄນ​ພື້ນ​ຖານ 4 ຂໍ້​ຂອງ​ພັກ​ໃນ​ບົດ​ລາຍ​ງານ​ຂ​ອງກອງ​ປະ​ຊຸມຄື​ລຸ່ມ​ນີ້: ​ບຸກ​ຄົນ​ປະ​ຕິ​ບັດ​ຕາມ​ການ​ຈັດ​ຕັ້ງ, ສຽງ​ສ່ວນ​ໜ້ອຍ​ຂຶ້ນ​ກັບ​ສຽງ​ສ່ວນ​ຫຼາຍ, ຂັ້ນ​ລຸ່ມ​ປະ​ຕິ​ບັດ​ຕາມ​ຂັ້ນ​ເທິງ, ທົ່ວ​ພັກ​ປະ​ຕິ​ບັດ​ຕາມ​ສູນ​ກາງ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 7 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ລ້ວນ​ແຕ່​ໄດ້​​ຂຽນ “4 ການ​ປະ​ຕິ​ບັດ​ຕາມ” ດັ່ງ​ກ່າວ​ເຂົ້າ​ໃນ​ກົດ​ລະ​ບຽບ​ພັກ​ໂດຍ​ຖື​ເປັນ​ຫຼັກ​ການ​ພື້ນ​ຖານ​ແລະ​ວິ​ໄນການ​ເມືອງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​.

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ປະ​ຕິ​ວັດ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_07c7864b84d841a090accf572a66abd3

      ນັບ​ແຕ່ກອງ​ປະ​ຊຸມ​ຄົບ​ຄະ​ນະຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 3 ສະ​ໄໝ​ທີ 11 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ໃຊ້​ຫຼັກ​ການລວມ​ສູນ​ປະ​ຊາ​ທິ​ປະ​ໄຕຢ່າງ​ມີ​ການ​ປະ​ດິດ​ສ້າງ​ໃໝ່,ວາງ​ກົດ​ລະ​ບຽບ​ພື້ນ​ຖານ​ແລະ​ລະ​ບຽບ​ການ​ທີ່​ລະ​ອຽດ​ເພື່ອ​ໃຫ້​ຊີ​ວິດ​ການ​ເມືອງ​ພາຍໃນ​ພັກ​ເປັນ​ລະ​ບຽບ​ແບບ​ແຜນ​ແລະ​ແກ້​ໄຂ​ບັນ​ຫາ​ການ​ພົວ​ພັນ​ພາຍ​ໃນ​ພັກ ເຊິ່ງ​ໄດ້​ກາຍ​ເປັນລັກ​ສະ​ນະ​ພິ​ເສດ​ທີ່​ຈະ​ແຈ້ງ​ຂອງ​ພັກ​ໃນ​ການ​ກໍ່​ສ້າງ​ແລະການ​ຈັດ​ຕັ້ງ.
 

      ກົດ​ລະ​ບຽບ​ພັກ​ຂອງກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 14 ໄດ້​ຖື​ເອົາ​ການ​ຍຶດ​ໝັ້ນລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ເປັນ​ໜຶ່ງ​ໃນ​ຄວາມຮຽກ​ຮ້ອງ​ຕ້ອງ​ການ​ພື້ນ​ຖານ​ຕ່າງໆ​ຂອງ​ການ​ກໍ່​ສ້າງ​ພັກໂດ​ຍ​ຊີ້​ໃຫ້​ເຫັນ​ວ່າ: “ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕແມ່ນ​ການ​ປະ​ສານ​ສົມ​ທົບ​ກັນ​ລະ​ຫວ່າງ​ການລວມ​ສູນ​ຢູ່​ບົນ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​ແລະປະ​ຊາ​ທິ​ປະ​ໄຕ​ພາຍ​ໃຕ້ການ​ຊີ້​ນຳ​ລວມ​ສູນ.​”

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ປະ​ຕິ​ວັດ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_a17ee40dae5743b39c9ee26aa27d22b4
ໃນ​ກົດ​ລະ​ບຽບ​ພັກ​ທີ່​ໄດ້​ຜ່ານ​​ການ​ຮັບ​ຮອງໃນ​ກອງ​ປະ​ຊຸມ​​ຜູ້​ແທນ​ທົ່ວ​ປະ​ເທດ​ທຸກ​ຄັ້ງ​ຜ່ານ​ມາ​ຕະ​ຫຼອດ​ຮອດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ລ້ວນ​ແຕ່​ໄດ້ມີຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແບບ​ນີ້.

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕແມ່ນ​ຄວາມ​ດີ​ເລີດ​ດ້ານການ​ເມືອງ,​ດ້ານ​ການ​ຈັດ​ຕັ້ງ,ດ້ານ​ລະ​ບອບ​ແລະດ້າ​ນ​ວຽກ​ງານ​ທີ່ມີ​ຢູ່​ເປັນ​ພິ​ເສດ​ຂອງ​ພັກ​ກອມ​ມູ​ນິດ. ໃນ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ມີ​​ບາດ​ລ້ຽວ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່​ສອງ​ຄັ້ງ, ຄັ້ງ​ໜຶ່ງ​ແມ່ນກອງ​ປະ​ຊຸມ​ຈຸ່ນ​ຢີ້, ອີກ​ຄັ້ງ​ໜຶ່ງ​ແມ່ນກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 3 ສະ​ໄໝ​ທີ 11. ເມື່ອ​ຫວນ​ຄືນ​ແລະ​ສະ​ຫຼຸບ​ບາດ​ລ້ຽວ​ທີ່​ສຳ​ຄັນ​ສອງ​ຄັ້ງ​ດັ່ງ​ກ່າວ​ໃນ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ການ​ທີ່​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​​ໄດ້​ກໍ່ລ້ວນ​ແຕ່​ແມ່ນ​ຍ້ອນ​ໄດ້​ຍຶດ​ໝັ້ນ​ຫຼັກ​ການ​ການ​ຈັດ​ຕັ້ງ​ຂອງລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ.

ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ປະ​ຕິ​ວັດ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_787cd216db1443a7a212ae49aeddca30

ປະ​ຫວັດ​ສາດ​ໄດ້​ຢັ້ງ​ຢືນໃຫ້​ເຫັນ​ວ່າ: ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕແມ່ນ​ສິ່ງ​ປະ​ເສີດ​ທີ່​ສຳ​ຄັນ​ແລະ​ຊັບ​ສິນ​ທາງ​ການ​ເມືອງ​ອັນ​ລ້ຳ​ຄ່າ​ຂອງ​ພັກ​ກອມ​ມູ​ນິດ. “ລະ​ບອບ​ນີ້​ໄດ້​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ກາ​ຍະ​ອິນ​ຊີ​ລະ​ຫວ່າງ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ໃນ​ພັກ​ຢ່າງ​ເຕັມ​ສ່ວນ​ກັບ​ການ​ປະ​ຕິ​ບັດ​ການ​ລວມ​ສູນ​ຢ່າງ​ຖືກ​ຕ້ອງ,ບໍ່​ພຽງ​ແຕ່​ສາ​ມາດ​ກະ​ຕຸກ​ຊຸກ​​ຍູ້​ພະ​ລັງ​ຊີ​ວິດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ທົ່ວ​ພັກ​ໃນ​ຂອບ​ເຂດທີ່ກວ້າງ​ຂວາງ​ທີ່​ສຸດ​ເທົ່າ​ນັ້ນ,ແຕ່​ຍັງ​ສາ​ມາດ​ເຮັດ​ໃຫ້​ແນວ​ຄິດ​ແລະ​ການ​ເຄື່ອນ​ໄຫວຂອງ​ທົ່ວ​ພັກ​ເປັນ​ເອ​ກະ​ພາບ​ກັນ​ໄດ້​ອີກ​ດ້ວຍ,ແມ່ນ​ລະ​ບອບ​ທີ່​ມີ​ວິ​ທະ​ຍາ​ສາດ,ສົມ​ເຫດ​ສົມ​ຜົນ​ແລະ​ມີ​ປະ​ສິດ​ທິ​ພາບ.”
 

​ດັ່ງ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: “ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕແມ່ນ​ລະ​ບອບ​ການ​ນຳ​ພາ​ແລະ​ລະ​ບອບ​ການ​ຈັດ​ຕັ້ງ​ພື້ນ​ຖານ​ຂອງ​ພັກ​ພວກ​ເຮົາ,ມັນ​ໄດ້​​ສ້າງ​​ຫຼັກ​ການ​ພື້ນ​ຖານ​ທີ່​ໃຫ້​ຊີ​ວິດ​​ການ​ເມືອງພາຍ​ໃນ​ພັກ​ເປັນ​ລະ​ບຽບ​ແບບ​ແຜນ​ແລະ​​ການແກ້​ໄຂ​ການ​ພົວ​ພັນ​​ພາຍໃນ​ພັກ​ຢ່າງ​ຖືກ​ຕ້ອງ​,ແມ່ນ​ລະ​ບອບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ມີ​ປະ​ສິດ​ທິ​ພາບ​ຢ່າງ​ມີວິ​ທະ​ຍາ​ສາດ​ໃນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ແລະ​ສະ​ແດງ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​​ບັນ​ດາສະ​ຫາຍ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ແລະ​ຮັບ​ປະ​ກັນ​ການ​ວາງ​ແລະ​ປະ​ຕິ​ບັດ​​ແນວ​ທາງ ທິດ​ທາງ​ແລະນະ​ໂຍ​ບາຍ​ຂອງ​ພັກ​ຢ່າງ​ຖືກ​ຕ້ອງ. ສະ​ນັ້ນ,ນີ້​ຄື​ຄວາມ​ດີ​ເລີດດ້ານ​ລະ​ບອບ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ພັກ​ພວກ​ເຮົາ.”

ຄຳ​ເຫັນ

0