ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ເຄີຍເລົ່າເລື່ອງລາວກ່ຽວກັບວິລະຊົນໃນຫຼາຍກາລະໂອກາດ, ທັງຮຽກຮ້ອງໃຫ້ປະຊາຊົນທັງປວງຈື່ຈຳວິລະຊົນຜູ້ເສຍສະຫຼະຊີວິດຢ່າງກ້າຫານເພື່ອປົດປ່ອຍຊາດ ແລະ ເພື່ອຄວາມສຸກຂອງປະຊາຊົນ. ມີນັກຮົບໜຸ່ມຄົນໜຶ່ງ, ໃນເວລາທີ່ສະຫຼະຊີບ ມີອາຍຸພຽງແຕ່ 23 ປີເທົ່ານັ້ນ. ໃນເວລາເຂົ້າຮ່ວມກິດຈະກຳຄັ້ງໜຶ່ງ, ທ່ານສີຈິ້ນຜິງໄດ້ກ່າວວ່າ: ຕົນເອງໄດ້ຮັບຮູ້ເລື່ອງລາວຂອງນັກຮົບໜຸ່ມຜູ້ນີ້ມາແຕ່ຍາມນ້ອຍ, ນັກຮົບຜູ້ນີ້ແມ່ນວິລະຊົນໃນໃຈຂອງຕົນ.
ທ້າວຫວາງເຈມາຈາກບ້ານນ້ອຍແຫ່ງໜຶ່ງຂອງແຂວງສ່ານຕົ່ງ, ຕັ້ງແຕ່ຍາມນ້ອຍ ລາວກໍໄດ້ຕັ້ງອຸດົມການວ່າຈະປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ. ຫຼັງຈາກເຂົ້າເປັນທະຫານແລ້ວ, ຍ້ອນວ່າມີຄວາມທໍລະຫົດອົດທົນ, ແລະບຸກບືນສູ້ຊົນຢ່າງກ້າຫານ, ຈຶ່ງໄດ້ຮັບການຄັດເລືອກໃຫ້ເປັນ “ນັກຮົບ 5 ດີ” 3 ປີ ລຽນຕິດ, ຍັງໄດ້ຮັບນາມມະຍົດວ່າ “ຊ່າງສີມືເກັ່ງອັນດັບ 1”. ວັນທີ 14 ກໍລະກົດປີ 1965, ທ້າວຫວາງເຈທີ່ມີອາຍຸ 23 ປີໄດ້ເຂົ້າຮ່ວມການເຝິກແອບຄັ້ງໜຶ່ງ ແລະ ໄດ້ພົບກັບເຫດການອັນຕະລາຍຂອງລູກລະເບີດນອກເໜືອການຄາດຄິດ, ໃນຂະນະທີ່ອັນຕະລາຍ, ຫົວໜ້າໝວດຂອງກອງທັບປົດປ່ອຍປະຊາຊົນຈີນທີ່ຍັງໜຸ່ມນ້ອຍຄົນນີ້ໄດ້ໂດດເອົາໂຕບັງຖົງລະເບີດໂດຍບໍ່ຢ້ານໄພອັນຕະລາຍທີ່ມີຕໍ່ຊີວິດຕົນ, ຈຶ່ງສາມາດປົກປ້ອງຄວາມປອດໄພດ້ານຊີວິດຂອງທະຫານລາດ ແລະ ປະຊາຊົນ12ຄົນຢູ່ແຫ່ງນັ້ນ.
ທ່ານສີຈິ້ນຜິງຖ່າຍຮູບຮ່ວມກັບນັກຮົບໝວດ "ຫວາງເຈ"
ວັນທີ 13 ທັນວາປີ 2017, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມນາຍແລະພົນທະຫານຢູ່ກອງຮ້ອຍທີ່ທ້າວຫວາງເຈເຄີຍສັງກັດ. ໃນຫ້ອງວາງສະແດງກຽດຕິຍົດຂອງກອງຮ້ອຍໄດ້ວາງສະແດງຊີວະປະຫວັດຂອງທ້າວຫວາງເຈ, ທ່ານສີຈິ້ນຜິງທັງຍ່າງທັງເບິ່ງໄປນຳ, ທັງຢືນເບິ່ງດ້ວຍຄວາມຕັ້ງໃຈ. ທ່ານເວົ້າດ້ວຍຄວາມເສົ້າໃຈວ່າ: “ໃນຍາມນ້ອຍຂ້າພະເຈົ້າກໍຮູ້ເລື່ອງລາວຂອງສະຫາຍຫວາງເຈ, ສະຫາຍຫວາງເຈແມ່ນວິລະຊົນໃນໃຈຂອງຂ້າພະເຈົ້າ.”
“ໜຶ່ງບໍ່ຢ້ານລຳບາກ, ສອງບໍ່ຢ້ານຕາຍ, ພວກຂ້າພະເຈົ້າໄດ້ຈື່ຈຳຄວາມນີ້ໃນເວລາຮໍ່າຮຽນເອົາແບບຢ່າງຂອງສະຫາຍຫວາງເຈ, ສາມາດເວົ້າໄດ້ວ່າ: ນໍ້າໃຈຫວາງເຈຈະສືບທອດໄປຊົ່ວກາລະນານ.”
ຫຼັງຈາກທ້າວຫວາງເຈສະຫຼະຊີບແລ້ວ, ໃນເວລາທີ່ເພື່ອນນັກຮົບເກັບມ້ຽນເຄື່ອງຂອງຂອງລາວກໍໄດ້ພົບເຫັນປື້ມບັນທຶກປະຈຳວັນຫົວໜຶ່ງຂອງລາວ.
ໃນບົດບັນທຶກວັນທີ 28 ກໍລະກົດປີ 1964, ທ້າວຫວາງເຈໄດ້ຂຽນໄວ້ວ່າ: ອຸດົມການແມ່ນຫຍັງ? ການປະຕິວັດຈົນຮອດຂັ້ນສຸດທ້າຍກໍແມ່ນອຸດົມການ, ອະນາຄົດແມ່ນຫຍັງ?ພາລະກິດປະຕິວັດກໍແມ່ນອະນາຄົດ. ຄວາມສຸກແມ່ນຫຍັງ?ການຮັບໃຊ້ປະຊາຊົນກໍແມ່ນຄວາມສຸກ.
ໃນສອງເດືອນກ່ອນການສະຫລະຊີບ, ທ້າວຫວາງເຈໄດ້ຂຽນໃນບົດປະຈຳວັນວ່າ: “ສິ່ງທີ່ພວກເຮົາຕ້ອງຍຶດໝັ້ນຄື: ໜຶ່ງບໍ່ຢ້ານລຳບາກ, ສອງບໍ່ຢ້ານຕາຍ, ເປັນຄົນທີ່ອົງອາດກ້າຫານ.”
ຫຼັງຈາກນັ້ນ, ໜັງສືພິມເຢິນມິນຢື້ປ້າວ ແລະ ສື່ສຳຄັນອື່ນໆໄດ້ລົງພິມບົດບັນທຶກຂອງລາວ, ນໍ້າໃຈ “ໜຶ່ງບໍ່ຢ້ານລຳບາກ, ສອງບໍ່ຢ້ານຕາຍ” ຂອງທ້າວຫວາງເຈກໍໄດ້ສົ່ງອິດທິພົນຢ່າງເລິກເຊິ່ງຕໍ່ຊາວໜຸ່ມຈີນຫຼາຍເຊັ່ນຄົນ.
ຢູ່ເທິງຝາຫໍພັກຂອງນາຍແລະພົນທະຫານໃນປະຈັດບັນ, ມີຄຳປະຕິຍານປະໂຫຍກນີ້ຂອງທ້າວຫວາງເຈ ທີ່ຕິດໄວ້ຢ່າງສະດຸດຕາ.
ຫຼັງຈາກທ້າວຫວາງເຈເສຍຊີວິດແລ້ວ, ໝວດທີ່ທ້າວຫວາງເຈເຄີຍປະຈຳການຢູ່ນັ້ນກໍຖືກກະຊວງປ້ອງກັນປະເທດຕັ້ງຊື່ວ່າ “ ໝວດຫວາງເຈ”. ຕຽງ ແລະໂຕະຮຽນໜັງສືຂອງລາວຍັງຖືກເກັບຮັກສາໃຫ້ຢູ່ໃນສະພາບເດີມ. ຫົວໜ້າ“ໝວດຫວາງເຈ” ທຸກຊຸດຕ້ອງພຶງຜ້າຫົ່ມຂອງອະດີດຫົວໜ້າໝວດໃນທຸກໆຕອນຄໍ່າ, ເມື່ອຮອດຕອນເຊົ້າຈະພັບຜ້າຫົ່ມ ຢ່າງເປັນລະບຽບ, ເຊິ່ງສະແດງໃຫ້ເຫັນວ່າ ອະດີດຫົວໜ້າໝວດບໍ່ໄດ້ຈາກເພື່ອນນັກຮົບໄປໃສຈັກເທື່ອ. ເວົ້າສຳລັບນັກຮົບໃນໝວດແລ້ວ, ນີ້ເປັນການລະນຶກ ແລະ ການເຄົາລົບ, ທັງເປັນການສືບທອດນໍ້າໃຈ ແລະ ເພີ່ມກຳລັງໃຈ.
ໂດຍສືບທອດນໍ້າໃຈຂອງທ້າວຫວາງເຈ, ໃນໝວດນີ້ໄດ້ມີບົດຮຽນການສ້າງສາໝວດທີ່ “ນຳໜ້າໃນດ້ານແນວຄິດ, ທຸກຄົນເຂັ້ມແຂງ, ທຸກວຽກເຂັ້ມແຂງ, ມີຄວາມເຂັ້ມແຂງຢ່າງຍາວນານ”, ບໍ່ພຽງແຕ່ໄດ້ຮັກສາຄວາມເຂັ້ມແຂງຮອບດ້ານເປັນໄລຍະເວລາຍາວນານເທົ່ານັ້ນ, ຍັງໄດ້ຜ່ານການເຄື່ອນໄຫວ “ຮ່ວມກັນເຊື່ອມຊຶມ ຮ່ວມກັນບຳລຸງສ້າງ” ກໍໄດ້ບຳລຸງສ້າງຫົວໜ້າໝວດທີ່ດີເດັ່ນ 200 ກວ່າຄົນໃຫ້ແກ່ທົ່ວກອງພົນນ້ອຍ.
ເມື່ອຮັບຮູ້ວ່າ: ທີ່ຜ່ານມາ ນໍ້າໃຈວິລະຊົນໄດ້ສືບທອດກັນມາໃນຫຼາຍສິບປີ, ການເຄົາລົບ ແລະຮໍ່າຮຽນເອົາແບບຢ່າງຂອງວິລະຊົນໄດ້ກາຍເປັນບັນຍາກາດທີ່ຟົດຟື້ນ, ທ່ານສີຈິ້ນຜິງກໍຮູ້ສຶກປະຕິຊົມຊື່ນທີ່ສຸດ ແລະ ສະແດງຄວາມຊົມເຊີຍຢ່າງສູງ.
“ມາ ມາ, ພວກເຮົາມານັ່ງລົມກັນ!” ທ່ານສີຈິ້ນຜິງໄດ້ເອີ້ນຄົນທັງຫຼາຍມານັ່ງຢ່າງເປັນກັນເອງ.ພວກນັກຮົບໄດ້ນັ່ງຢູ່ອ້ອມຂ້າງທ່ານສີຈິ້ນຜິງ, ຢູ່ເທິງໃບໜ້າເຕັມໄປດ້ວຍຮອຍຍິ້ມແຫ່ງຄວາມເບີກບານ.
ພວກນັກຮົບໄດ້ພາກັນບອກຄວາມໃນໃຈວ່າ: “ຂໍແຕ່ຍັງມີຊີວິດຢູ່, ກໍຈະເຝິກແອບການທະຫານຢ່າງສຸດຂີດ!” ໃນຖານະເປັນຜູ້ສືບທອດນໍ້າໃຈຂອງທ້າວຫວາງເຈ, ກໍຕ້ອງສ້າງຄວາມສາມາດທີ່ເຂັ້ມແຂງ, ແຂ່ງຂັນກັນເພື່ອເປັນຜູ້ບຸກບືນໄປໜ້າກ່ອນໝູ່, ໃນສະພາບປົກກະຕິ ກໍຕ້ອງເຝິກແອບໂດຍບໍ່ຢ້ານຄວາມລຳບາກ, ເມື່ອເຂົ້າໃນສະໜາມຮົບແລ້ວກໍບໍ່ຢ້ານຕາຍ, ເຊິ່ງໄດ້ເພີ່ມກຽດສັກສີອັນໃໝ່ໃຫ້ແກ່ລວມໝູ່ທະຫານວິລະຊົນ.
ທ່ານສີຈິ້ນຜິງກ່າວວ່າ, ກອງທັບຕ້ອງເຂົ້າຮ່ວມການສູ້ຮົບ, ໃນການສູ້ຮົບກໍຕ້ອງມີທ່າທີຂອງການສູ້ຮົບ, ຄື: ໜຶ່ງບໍ່ຢ້ານລຳບາກ, ສອງບໍ່ຢ້ານຕາຍ. ນໍ້າໃຈ“ສອງບໍ່ຢ້ານ”ນີ້, ບໍ່ວ່າໃນອະດີດ ປະຈຸບັນ ແລະອະນາຄົດ ລ້ວນແຕ່ແມ່ນຊັບສົມບັດທາງດ້ານຈິດໃຈທີ່ລໍ້າຄ່າຕະຫຼອດໄປ. ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ທຸກຄົນວ່າ: ຕ້ອງເຊື່ອມຊຶມ ແລະປະຕິບັດຕາມນໍ້າໃຈ “ສອງບໍ່ຢ້ານ”ນີ້, ເພີ່ມທະວີການບຳລຸງສ້າງຈິດໃຈສູ້ຮົບ ແລະ ແບບແຜນການສູ້ຮົບ, ສືບທອດຈິດໃຈການປະຕິວັດໃຫ້ດີ, ເປັນນັກຮົບທີ່ດີຄືກັບສະຫາຍຫວາງເຈໃນຍຸກໃໝ່.
ຕົ້ນປີ 2019, ນັກຮົບທັງຫຼາຍໃນໝວດ “ຫວາງເຈ” ໄດ້ຂຽນຈົດໝາຍໄປໃຫ້ທ່ານສີຈິ້ນຜິງ, ເພື່ອລາຍງານສະພາບການຂອງຕົນໃນ 1 ປີຜ່ານມາ, ແລະສະແດງຄວາມຕັດສິນໃຈທີ່ຕ້ອງບຸກບືນໄປໜ້າຢ່າງກ້າຫານ ແລະສ້າງຜົນງານດີເດັ່ນອັນ ໃໝ່.
ໃນການຕອບຈົດໝາຍແກ່ນັກຮົບ, ທ່ານສີຈິ້ນຜິງຫວັງວ່າທຸກສະຫາຍຈະຮໍ່າຮຽນໃຫ້ດີ, ຮັກສາອຸດົມການຢ່າງເດັດດ່ຽວ, ເຝິກຝົນຫຼໍ່ຫຼອມຄວາມສາມາດຢ່າງມີຄວາມທໍລະຫົດອົດທົນ, ແລະສ້າງຜົນງານອັນໃໝ່, ພະຍາຍາມສ້າງຕົນເອງໃຫ້ເປັນນັກຮົບທີ່ດີໃນຍຸກໃໝ່, ຂຽນປະຫວັດສາດໜ້າໃໝ່ແຫ່ງຄວາມເປັນໄວໜຸ່ມຢູ່ເຕົາຫລອມໃຫຍ່ຂອງກອງທັບປະຊາຊົນ. ຄວາມເອົາໃຈໃສ່ ແລະຄຳສັ່ງສອນຂອງທ່ານສີຈິ້ນຜິງ, ໄດ້ບຳລຸງສ້າງຈິດໃຈຂອງນັກຮົບ ແລະກະຕຸກຊຸກຍູ້ໃຫ້ເກີດມີກຳລັງແຮງຢ່າງມະຫາສານ.
ຄຳເຫັນ
0