ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ບ້ານເຊ້ຍຈ່ຽງໃນປັດຈຸບັນ
ບ້ານເຊ້ຍຈ່ຽງຂຶ້ນກັບຕາແສງເຟີ່ງຊູ້ລິງເມືອງຊຸນອ່ານແຂວງເຈີ້ຈ່ຽງ. ໃນເມື່ອກ່ອນບ້ານເຊ້ຍຈ່ຽງເປັນບ່ອນທີ່ມີຊື່ສຽງຫຼາຍ, ແຕ່ຊື່ສຽງຂອງບ້ານນີ້ພັດແມ່ນຍ້ອນຄວາມທຸກຍາກ. ມີຂັບລຳຄວາມໜຶ່ງຮ້ອງວ່າ: “ເຮືອນແມ່ນເຮືອນດິນ, ທັນຍາຫານກໍກຸ້ມແຕ່ພຽງເຄິ່ງປີ, ຜູ້ສາວຈຶ່ງບໍ່ຢາກແຕ່ງງານກັບຜູ້ບ່າວບ້ານເຊ້ຍຈ່ຽງ.”
ໃນຕົ້ນຊຸມປີ 1980, ຊາວບ້ານບ້ານເຊ້ຍຈ່ຽງຟ້າວຟັ່ງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ຈຶ່ງໄດ້ພາກັນຂຶ້ນພູຕັດໄມ້ຢ່າງຊະຊາຍເພື່ອນຳມາເຜົາຖ່ານ. ເຕົາເຜົາຖ່ານ 40 ກວ່າແຫ່ງໄດ້ເລີ່ມເຮັດວຽກພ້ອມກັນ, ໃນທົ່ວບ້ານຈຶ່ງເຕັມໄປດ້ວຍ ຄວັນໄຟ. ໃນບໍ່ເທົ່າໃດປີ, ປ່າໄມ້400 ກວ່າເຮັກຕາໄດ້ຫາຍຈົນໝົດກ້ຽງ, ເຂດພູດອຍເໝືອນກັບຄົນຫົວໂປກ. ທ່ານຈ່ຽງຢິນຊຽງ ອະດີດເລຂາໜ່ວຍພັກບ້ານເຊ້ຍຈ່ຽງໄດ້ຫວນຄືນວ່າ, ໃນເມື່ອກ່ອນ ບ້ານເຊ້ຍຈ່ຽງມີສະພາບການຄືແບບນີ້: “ຢູ່ຕາມຖະໜົນແມ່ນທາງດິນທີ່ເຕັມໄປດ້ວຍບວກຂຸມ ແລະ ຂີ້ຕົມ, ທຸກຄອບຄົວອາໄສຢູ່ໃນເຮືອນດິນ, ລ້ຽງໝູແບບປ່ອຍຢູ່ຕາມເດີ່ນບ້ານ, ນ້ຳເປື້ອນໄຫຼໄປທົ່ວທີບ.”
ເມື່ອເວົ້າເຖິງເລື່ອງອະດີດ, ທ່ານຈ່ຽງຢິນຊຽງຮູ້ສຶກອັບອາຍຫຼາຍ. “ມາຮອດປະຈຸບັນເມື່ອເວົ້າເຖິງເລື່ອງນີ້ຍັງຮູ້ສຶກອັບອາຍຢູ່ເລີຍ! ພວກເຮົາໄດ້ຕ້ອນຮັບທ່ານສີຈິ້ນຜິງພາຍໃຕ້ສະພາບການແບບນີ້.”
ວັນທີ 24 ເມສາ ປີ 2003, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເຊ້ຍຈ່ຽງ
ຕອນເຊົ້າວັນທີ 24 ເມສາ ປີ 2003, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ເດີນທາງໄປຮອດບ້ານເຊ້ຍຈ່ຽງ, ໂດຍຂີ່ລົດຕາມເສັ້ນທາງທຸລະກັນດານ 60 ກວ່າກິໂລແມັດຈາກເມືອງຊຸນອ່ານ, ແລ້ວຂີ່ເຮືອບັກເປັນເວລາ ເຄິ່ງຊົ່ວໂມງ, ຈຶ່ງຂີ່ລົດໄປຕໍ່ຕາມທາງທີ່ຄົດລ້ຽວກ້ຽວກອດພູ 100 ກວ່າໂຄ້ງຈຶ່ງໄດ້ໄປຮອດບ້ານເຊ້ຍຈ່ຽງ.
ເມື່ອຫາກໍໄປຮອດບ້ານນີ້ທ່ານສີຈິ້ນຜິງບໍ່ໄດ້ພັກຜ່ອນກໍເລີ່ມສຳຫຼວດຄົ້ນຄວ້າວຽກງານເລີຍ.
ຫຼັງຈາກສຳຫຼວດຄົ້ນຄວ້າແລ້ວ, ທ່ານສີຈິ້ນຜິງໄດ້ຮຽກພະນັກງານບ້ານໄປ ປະຊຸມຢູ່ຫ້ອງການຄະນະກຳມະການບ້ານທີ່ລຽບງ່າຍ. ທ່ານຈ່ຽງຢິນຊຽງຢິບເອົາເອກະສານທີ່ກຽມໄວ້ລ່ວງໜ້າກຽມຈະເລີ່ມລາຍງານວຽກງານ. ແຕ່ທ່ານສີຈິ້ນຜິງເວົ້າດ້ວຍຄວາມອົບອຸ່ນວ່າ: “ບໍ່ຕ້ອງອ່ານເອກະສານແລ້ວ. ໃນໃຈຄິດຢາກເວົ້າຫຍັງກໍເວົ້າອອກມາເລີຍ, ຄິດເຫັນບ່ອນໃດກໍເວົ້າເຖິງບ່ອນນັ້ນ. ພວກເຮົາມາຟັງຄວາມຈິງ. ເວົ້າຄວາມຈິງໂລດ.”
ທ່ານຈ່ຽງຢິນຊຽງກໍຮູ້ສຶກຜ່ອນຄາຍບໍ່ໄດ້ເຄັ່ງຕຶງອີກແລ້ວ, ແລະໄດ້ບອກຄວາມທຸກໃຈ ແລະ ຄວາມຫຍຸ້ງຍາກລຳບາກ. ໃນທີ່ສຸດກໍໄດ້ສະເໜີຂໍ້ຮຽກຮ້ອງວ່າ: “ທ່ານເລຂາສີ, ມີເລື່ອງໜ້ອຍໜຶ່ງບໍ່ຮູ້ວ່າຄວນສະເໜີໄດ້ຫຼືບໍ່, ເລື່ອງກໍຄືຢາກສະເໜີທາງແຂວງຊ່ວຍສ້າງເຕົາແກັດຊີວະພາບໃຫ້ແດ່, ຖ້າບໍ່ດັ່ງນັ້ນ, ປ່າໄມ້ກໍຈະຖືກຕັດຈົນກ້ຽງ.”
“ຂໍ້ສະເໜີນີ້ດີຫຼາຍ! ເວົ້າສຳລັບພີ່ນ້ອງປະຊາຊົນແລ້ວ, ເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນລ້ວນແຕ່ແມ່ນເລື່ອງສຳຄັນຢ່າງແທ້ຈິງ. ກໍເໝືອນກັບຮ່າງກາຍຄົນ, ຈຸລັງນ້ອຍເຂັ້ມແຂງແລ້ວ, ໝົດຮ່າງກາຍຈຶ່ງຈະເຕັມໄປດ້ວຍຄວາມມີຊີວິດຊີວາ.” ທ່ານສີຈິ້ນຜິງໄດ້ໃຫ້ສະຫາຍຜູ້ຕິດຕາມໄປນຳບັນທຶກໄວ້, ທັງສັ່ງວ່າ: “ງົບປະມານໃຫ້ການເງິນແຂວງຮັບຜິດຊອບ.”
ຫຼັງຈາກນັ້ນບໍ່ເທົ່າໃດມື້, ຫ້ອງການພະລັງງານຊົນນະບົດແຂວງເຈີ້ຈ່ຽງໄດ້ແຕ່ງນັກວິຊາການໄປຊີ້ນຳວຽກງານຢູ່ບ້ານເຊ້ຍຈ່ຽງ. ບັນຫາງົບປະມານກໍໄດ້ຮັບການແກ້ໄຂຢ່າງວ່ອງໄວ, ເຕົາແກັດຊີວະພາບຢູ່ບ້ານເຊ້ຍຈ່ຽງກໍໄດ້ຮັບການສ້າງຕັ້ງຂຶ້ນ.
ຈົນຮອດທຸກມື້ນີ້, ຊາວບ້ານໃນບາງຄອບຄົວຍັງຄົງນຳໃຊ້ແກັສຊີວະພາບທີ່ສ້າງຂຶ້ນໃນຄາວນັ້ນຢູ່.
ຢູ່ອ້ອມແອ້ມບ້ານເຊ້ຍຈ່ຽງແມ່ນເຂດພູດອຍທີ່ສູງຊັນ, ດິນປູກຝັງສະເລ່ຍຕໍ່ຫົວຄົນບໍ່ຮອດ600 ຕາແມັດ. ພື້ນທີ່ຄັບແຄບແມ່ນໜຶ່ງໃນສາເຫດ ທີ່ພາໃຫ້ເກີດຄວາມທຸກຍາກ.
ຕອນເຊົ້າວັນທີ 24 ເມສາ ປີ 2003, ທ່ານສີຈິ້ນຜິງໄດ້ຈັດງານສົນທະນາຢູ່ເຮືອນຂອງທ່ານຈ່ຽງເຕີມິງ ຜູ້ປູກຊາຂະໜາດໃຫຍ່, ເພິ່ນໄດ້ຖາມເຖິງສະພາບການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະສິກຳຢ່າງລະອຽດ. ທ່ານຖາມຊາວບ້ານວ່າ: “ພວກສະຫາຍຍັງມີຄວາມຫຍຸ້ງຍາກຫຍັງອີກບໍ່? ເວົ້າອອກມາໝົດເລີຍ. ພວກເຮົາມາປຶກສາຫາລືຫາວິທີແກ້ໄຂຮ່ວມກັນ.”
ຊາວບ້ານບາງຄົນເວົ້າວ່າ: “ຂາດຜູ້ມີຄວາມຮູ້ຄວາມສາມາດ!” ບາງຄົນເວົ້າວ່າ: “ຂາດເງິນທຶນ!” ຍັງມີບາງຄົນເວົ້າວ່າ: “ຂາດເຕັກໂນໂລຊີ!”
ທ່ານສີຈິ້ນຜິງເວົ້າວ່າ, ເມື່ອເບິ່ງຈາກສະພາບການທີ່ພວກສະຫາຍລາຍງານມາແລ້ວເຫັນວ່າ, ປະລິມານການປູກມອນລ້ຽງມ້ອນ, ການຜະລິດໃບຊາ ແລະ ເຂົ້ານາປີມີຈຳນວນບໍ່ໜ້ອຍ, ຄັນຊັ້ນ, ເປັນຫຍັງເຮັດການຜະລິດລຳບາກຕະຫຼອດປີ, ແຕ່ຜົນເກັບກ່ຽວພັດບໍ່ໄດ້ຕາມຄາດໝາຍ? ເພາະວ່າເຄື່ອງປູກຝັງລ້ວນແຕ່ແມ່ນແນວພັນທຳມະດາ. ບໍ່ໄດ້ພັດທະນາໃຫ້ມີຄຸນນະພາບດີ ປະສິດທິພາບສູງ ແລະ ສ້າງເອກະລັກສະເພາະຂອງຕົນ. ຖ້າບໍ່ມີຄຸນນະພາບດີ, ກໍບໍ່ມີກຳລັງແຂ່ງຂັນໃນຕະຫຼາດ. ຖ້າບໍ່ໄດ້ສ້າງເອກະລັກສະເພາະຂອງຕົນ, ກໍບໍ່ສາມາດສ້າງສີສັນທີ່ແຕກຕ່າງກັບຜູ້ອື່ນໄດ້.
ທ່ານສີຈິ້ນຜິງຖາມວ່າ: “ຢູ່ພາຍໃນບ້ານຂອງພວກສະຫາຍມີນັກວິຊາການດ້ານວິທະຍາສາດເຕັກນິກບໍ່?” ທ່ານຈ່ຽງຢິນຊຽງແກວ່ງຫົວ.
ທ່ານສີຈິ້ນຜິງ ເວົ້າວ່າ: “ທາງແຂວງຈະຄົ້ນຄວ້າພິຈາລະນາເບິ່ງ, ແຕ່ງນັກວິຊາການດ້ານວິທະຍາສາດເຕັກນິກໄປຊ່ວຍບ້ານພວກສະຫາຍ.”
ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງ, ທ່ານອີຊີ້ຜິງ ນັກວິຊາການຊັ້ນສູງຂອງສະຖາບັນຄົ້ນຄວ້າຢາແຜນຈີນແຂວງເຈີ້ຈ່ຽງໄດ້ມາປະຈຳຢູ່ບ້ານເຊ້ຍຈ່ຽງ. ໃນເບື້ອງຕົ້ນຊາວບ້ານບາງຄົນບໍ່ໝັ້ນໃຈ ແລະເວົ້າວ່າ: “ແຕ່ກ່ອນເພື່ອຫຼຸດຜ່ອນຄວາມທຸກຍາກ ໄດ້ມີຄົນມາເບີກເງິນ ເບີກສະບຽງອາຫານ ແລະ ເບີກເຄື່ອງມືກະສິກຳ. ດຽວນີ້ໄດ້ສົ່ງຊ່ຽວຊານມາແທນ! ຈະສາມາດເຮັດໃຫ້ດິນປູກຝັງເກີດເປັນທ່ອນຄຳໄດ້ຫວາ?”
ທ່ານອີຊີ້ຜິງໄດ້ດຳເນີນການສຳຫຼວດຄົ້ນຄວ້າຢູ່ບ້ານເຊ້ຍຈ່ຽງເປັນເວລາ 1 ເດືອນແລ້ວເຫັນວ່າ: “ຢູ່ເຂດດິນລຸບໃນບ້ານເໝາະສົມແກ່ການປູກຕົ້ນຫວງຈື້ຈື ຢາພື້ນເມືອງຈີນຊະນິດໜຶ່ງ.” ສະນັ້ນ, ຢູ່ເຂດດິນລຸບທີ່ມີແຕ່ພຸ່ມຫຍ້າປ່າໃນເມື່ອກ່ອນນັ້ນຈຶ່ງໄດ້ປູກຕົ້ນຫວງຈື້ຈື 30 ກວ່າເຮັກຕາ.
ຫຼັງຈາກນັ້ນ 2 ປີ, ໃນເວລາທີ່ນັບເງິນຕັບໜາໆ, ຊາວບ້ານໄດ້ອຸທານຂຶ້ນດ້ວຍຄວາມດີໃຈວ່າ: “ເຊື່ອແລ້ວ!”
ວັນທີ 22 ມີນາປີ 2005, ທ່ານສີຈິ້ນຜິງໄດ້ໂອ້ລົມກັບພະນັກງານບ້ານເຊ້ຍຈ່ຽງຢ່າງສະໜິດສະໜົມ.
ວັນທີ 22 ມີນາປີ 2005, ທ່ານສີຈິ້ນຜິງໄດ້ເດີນທາງໄປບ້ານເຊ້ຍຈ່ຽງອີກເທື່ອໜຶ່ງ. ທ່ານໄດ້ສະເໜີວ່າຈະໄປສຳຫຼວດເບິ່ງຖານປູກຫວງຈື້ຈື.
ທ່ານສີຈິ້ນຜິງໄດ້ໄປຮອດທົ່ງນາ ກວດເບິ່ງສະພາບການເຕີບໃຫຍ່ຂອງຫວງຈື້ຈື, ທັງຖາມທ່ານອີຊີ້ຜິງວ່າ: “ຢາພື້ນເມືອງນີ້ມີຄຸນນະພາບແນວໃດ?” “ພວກຊາວບ້ານຮຽນປູກຍາກບໍ່?” “ຂາຍດີບໍ່?”
ເມື່ອຮູ້ວ່າຊາວກະສິກອນແຕ່ລະຄອບຄົວມີລາຍຮັບ 4000 ກວ່າຢວນຈາກການປູກຢາພື້ນເມືອງຈີນ, ທ່ານສີຈິ້ນຜິງໄດ້ຕົບບ່າຂອງທ່ານອີຊີ້ຜິງ ແລະ ຍ້ອງຍໍວ່າ: “ເຮັດໄດ້ດີຫຼາຍ! ສະຫາຍມີຜົນງານຫຼາຍ!”
ທ່ານສີຈິ້ນຜິງຍັງໄດ້ບອກໃຫ້ເຈົ້າໜ້າທີ່ອົງການປົກຄອງແຂວງເຈີ້ຈ່ຽງທີ່ຕິດຕາມໄປນຳວ່າ: “ການມອບປາບໍ່ທໍ່ການສອນວິທີການຫາປາ. ຕ້ອງປັບປຸງລະບຽບການສຳລັບນັກວິຊາການພິເສດ ແລະ ຊ່ຽວຊານຜູ້ຊີ້ນຳໃຫ້ສົມບູນຂຶ້ນເລື້ອຍໆ, ຫັນປ່ຽນຈຸດສຸມລົງສູ່ຂັ້ນຮາກຖານຢ່າງແທ້ຈິງ. ໃນຕໍ່ໜ້ານີ້, ຕ້ອງສົ່ງນັກວິຊາການຜູ້ຊີ້ນຳໄປປະຈຳຢູ່ໃນທຸກບ້ານຂອງທົ່ວແຂວງ.”
ຫຼັງຈາກນັ້ນບໍ່ດົນ, ນັກວິຊາການຜູ້ຊີ້ນຳໄດ້ໄປປະຈຳຢູ່ 3 ໝື່ນກວ່າບ້ານຂອງແຂວງເຈີ້ຈ່ຽງ.
ຄຳເຫັນ
0