尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ແມ່ນ​ຍ້ອນ​ຜົນ​ຈາກການ​​ບາກ​ບັ່ນ​ສູ້​ຊົນ​ຂອງ​ຕົນ

2021-04-12 17:51:04 cri

ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ແມ່ນ​ຍ້ອນ​ຜົນ​ຈາກການ​​ບາກ​ບັ່ນ​ສູ້​ຊົນ​ຂອງ​ຕົນ_fororder_9a504fc2d562853555ccd522c23525cea6ef63e3

      ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ກ່າວ​ເຖິງ​ແຜນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ອາ​ເມ​ຣິ​ກາ, ທ່ານ ປີ​ເຕີ ບຸດ​ຕີ​ເກຍ​ກ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ອາ​ເມ​ຣິ​ກາ​ກ່າວ​ວ່າ​: ການ​ຂາດ​ການລົງ​ທຶນ​​ມາເປັນ​ເວ​ລາ​ຫຼາຍ​ສິບ​ປີ​​ໄດ້​ເຮັດ​ໃຫ້​ການ​ຈັດ​ອັນ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ອາ​ເມ​ຣິ​ກາ​ໃນ​ໂລກ​ຕົກ​ຕ່ຳ​ລົງ​​ເປັນອັນ​ດັບ​ທີ 13 ເຊິ່ງ​ເປັນ​ການທ້າ​ທາຍ​ຕໍ່​ຄວາມ​ຮັບ​ຮູ້​ພື້ນ​ຖານ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ອາ​ເມ​ຣິ​ກາ,ເພາະ​ວ່າ​ອາ​ເມ​ຣິ​ກາ​ຈະ​ຕ້ອງ​ຄອງ​ອັນ​ດັບ​ໜຶ່ງ​ໝົ​ດ​ໃນ​ດ້ານ​ຕ່າງໆ​, ມີ​ແຕ່ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ​ໄດ້​ເສຍ​ຄວາມ​ເປັນ​ອັນ​ດັບ​ໜຶ່ງ, ​ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ແນ​ໃສ່​ປະ​ຊາ​ຊົນ​ຈີນ, ແຕ່​​ຂ້າ​ພະ​ເຈົ້າ​ບໍ່​ມັກ​​ໄດ້ເຫັນ​ຄົນ​ຈີນ​ສາ​ມາ​ດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີກວ່າ​ອາ​ເມ​ຣິ​ກາ​,ຕົວ​ຢ່າງ​ຄື​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ. ຂ້າ​ພະ​ເຈົ້າເຫັນ​ວ່າ​ຄົນ​ອາ​ເມ​ຣິ​ກາ​ຄວນ​ມີ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ທີ່​ສຸດ.

ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ແມ່ນ​ຍ້ອນ​ຜົນ​ຈາກການ​​ບາກ​ບັ່ນ​ສູ້​ຊົນ​ຂອງ​ຕົນ_fororder_e61190ef76c6a7eff4de28f8b720fc59f1de6652

      ​ການ​ມີ​ຄວາມ​ອິດ​ສາ​ຕໍ່​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​​ລັດ​ຖະ​ມົນ​ຕີ​ອາ​ເມ​ຣິ​ກາ​ທ່າ​ນ​ນີ້ມີ​ຈິດ​ໃຈ​ຜິດ​ປົກ​ກະ​ຕິ​ບໍ່​ສາ​ມາດ​ປິດ​ບັງໄດ້. ແມ່ນ​ແລ້ວ, ອາ​ເມ​ຣິ​ກາ​ແມ່ນ​ປະ​ເທດ​ທີ່​ມີ​ເງິນ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ແຕ່​ເງິນ​ຂອງ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ນຳ​ໃຊ້​ໃນ​ການ​ກໍ່​ສົງ​ຄາມ​ໃນ​ຊຸມ​ປີ​ຜ່ານ​ມາ,ໄດ້​ນຳ​ໃຊ້​ໃນ​ການ​ທຳ​ລາຍ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອື່ນ. ຢູ່​ລະ​ຫວ່າງ​ປີ 1945 ຫາ​ປີ 2001, ອາ​ເມ​ຣິ​ກາ​ໄດ້​ກໍ່​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ 201 ຄັ້ງ, ກວມ 81% ຂອງ​ການ​ປະ​ທະ​ກັນ​ດ້ວ​ຍ​ກຳ​ລັງ​​ອາ​ວຸດ​ທີ່​ເກີດ​ຂຶ້ນ​ໃນ​ໂລກ. ທ່ານ ຈິ​ມີ ຄາ​ເຕີ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ເຄີຍ​ໄດ້​ກ່າວ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ​ຫຼາຍຊຸດ​ຜ່ານ​ມາ​ຂອງ​ອາ​ເມ​ຣິ​ກາ​ໄດ້​ກໍ່​ສົງ​ຄາມ​ຕໍ່​ພາຍນອກ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຢ່າງ​ໜ້ອຍ​ໄດ້​ເສຍ​ເງິນ 3 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ.
 

      ແຕ່​ໃນ​ເວ​ລາ​ທີ່​ອາ​ເມ​ຣິ​ກາ​ຕິດ​ໃຈ​​ນຳ​ການ​ເປັນ​ປະ​ເທດມະ​ຫາ​ອຳ​ນາດ​​ຂອງໂລກ, ​ເມື່ອ​ເບິ່ງ​ປະ​ເທດ​ໃດ​ຂັດ​ຫູ​ຂັດ​ຕາ​ກໍ​ໃຊ້​ກຳ​ລັງອາ​ວຸດ​ນາບ​ຂູ່​ປະ​ເທດ​ນັ້ນ,​ແລະ​ຍິ່ງກວ່າ​ນັ້ນ​ຍັງ​ກໍ່​ສົງ​ຄາມ​ໂດຍ​ກົງ​ເຊິ່ງ​ເປັນ​ການສ້າງ​ຄວາມ​ວຸ້ນ​ວາຍ​ຕໍ່​ທົ່ວ​ໂລກ​​ຢູ່​ນັ້ນ,​ຄົນ​ຈີນ​ພັດ​ໄດ້ບາກ​ບັ່ນ​ສູ້​ຊົນ,ເຮັດ​ວຽກ​ຢ່າງ​ຂະ​ຫຍັນ​ໝັ່ນ​ພຽນ​, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດ້ວຍ​ຄວາມ​ດຸ​ໝັ່ນ​ແລະ​ສະ​ຕິ​ປັນ​ຍາ​ຂອງ​ຕົນ. ໃນ​ຊຸມ​ປີ​ຜ່ານ​ມາ, ການ​ໃຊ້​ງົບ​ປະ​ມານ​ຂອງ​ຈີນ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງກວມ​ອັດ​ຕາ​ສ່ວນ​ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ໄດ້​ສູງກວ່າ​ GDP ລວມ​ເຂົ້າ​ກັນ​ຂອງ​ອາ​ເມ​ຣິ​ກາ​ເໜືອ​ກັບ​ເອີ​ຣົບ​ຕາ​ເວັນ​ຕົກ. ປີ 2016, ການ​ລົງ​ທຶນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນກວມ​​ອັດຕາ​ສ່ວນ​ຂອງ GDP ຂອງ​ຈີນ​ເຖິງ 8,6%, ສ່ວນ​ອັດຕາ​ສ່ວນ​ຂອງ​ການ​ລົງ​ທຶນ​ຂອງ​ອາ​ເມ​ຣິ​ກາ​ເໜືອ​ແລະ​ເອີ​ຣົບ​ຕາ​ເວັນ​ຕົກ​ລ້ວນ​ແຕ່​​ເປັນ​ພຽງ 2,5% ເທົ່າ​ນັ້ນ. ກາ​ນ​ລົງ​ທຶນດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຂະ​ໜາດ​ໃຫຍ່​ໄດ້​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ,ການ​ພັດ​ທະ​ນາທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ແລະ​ເຄືອ​ຂ່າຍ 5G ຂອງ​ຈີນ​ໄດ້​ນຳ​ໜ້າ​ທົ່ວ​ໂລກ. ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ແມ່ນ​ຍ້ອນ​ຜົນ​ຈາກ​ການ​​ບາກ​ບັ່ນ​ສູ້​ຊົນ​ຂອງ​ຕົນ,ເປັນ​ຫຍັງ​ຈຶ່ງວ່າ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ​ຈະ​ບໍ່​ສາ​ມາດ​ດີກວ່າ​ອາ​ເມ​ຣິ​ກາ,ຫຼື​ວ່າ​ຄົນ​ອາ​ເມ​ຣິ​ກາ​​ຕ້ອງ​ຢູ່​ເໜືອກວ່າ​ຄົນ​ອື່ນ​ຊັ້ນ​ຫວາ?

ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ແມ່ນ​ຍ້ອນ​ຜົນ​ຈາກການ​​ບາກ​ບັ່ນ​ສູ້​ຊົນ​ຂອງ​ຕົນ_fororder_微信图片_20210412174939

      ເລື່ອງ​ທີ່​ທ່ານ ປີ​ເຕີ ບຸດ​ຕີ​ເກຍ​ກ໌ ບໍ່​ພໍ​ໃຈ​ຕໍ່​ພື້ນ​ຖານ​ໂຄ​ງ​ລ່າງ​ປະ​ເທດ​ຕົນ​ນັ້ນ​ແມ່ນ​ເລື່ອງ​ໜຶ່ງ, ແຕ່​ທ່ານ​ບໍ່​ພໍ​ໃຈ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ປະ​ຊາ​ຊົນ​ຈີນ​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ດີກວ່າ​ທີ່​ຄົນ​ອາ​ເມ​ຣິ​ກາ​ມີ​ຢູ່​ນັ້ນ​ກໍ​ແມ່ນ​ເລື່ອງ​ທີ່​ຕ່າງ​ຫາກ​ແລ້ວ. ໃນ​​ສາຍຕາ​ຂອງ​ເຂົາ, ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ກໍ​ເປັນ​ການ​ທ້າ​ທາຍ​ຕໍ່​ການ​ຢູ່​ເໜືອກວ່າ​ຄົນ​ອື່ນ​ຂອງ​ອາ​ເມ​ຣິ​ກາ. ຄຳ​ເວົ້າ​ຂອງ​​ເຂົາ​ໄດ້​ເປີດ​ເຜີຍ​ຄວາມ​ເຫັນ​ແກ່​ຕົວ​ຂອງ​ອາ​ເມ​ຣິ​ກາ,ທີ່​ຈິງ​ແລ້ວ, ຖ້າ​ອາ​ເມ​ຣິ​ກາ​ບໍ່​ຢາກ​ໄດ້​ເຫັນ​ຜູ້​ອື່ນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີກວ່າ​ຕົນ​ເອງ​ກໍ່ຄວນ​ບາກ​ບັ່ນ​ສູ້​ຊົນ,ພະ​ຍາ​ຍາມ​ໄລ່​ຂຶ້ນ​ມາ​ໃຫ້​ທັນ,ຫາກ​ບໍ່​ແມ່ນ​ອິດ​ສາ​ຕາ​ແດງ​ເມື່ອ​ໄດ້ເຫັນ​ຄວາມ​ຈະ​ເລີນຂຶ້ນ​ຂອງ​ປະ​ເທດ​ອື່ນ,ແລ້ວ​ທ້າ​ທາຍ​ເກາະ​ຜິດ​ຕໍ່​ປະ​ເທດ​ອື່ນ​ຈົນ​ກະ​ທັ້ງ​ກໍ່​ສົງ​ຄາມ.

ປະ​ຊາ​ຊົນ​ຈີນ​ສາ​ມາດ​ຊົມ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ແມ່ນ​ຍ້ອນ​ຜົນ​ຈາກການ​​ບາກ​ບັ່ນ​ສູ້​ຊົນ​ຂອງ​ຕົນ_fororder_1000

ຖ້າ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ​ດີກວ່າ​ອາ​ເມ​ຣິ​ກາ​ກໍ​ຮູ້​ສຶກ​ບໍ່​ພໍ​ໃຈ,ຊັ້ນ​ທ່ານ ປີ​ເຕີ ບຸດ​ຕີ​ເກຍ​ກ໌ ​ກໍຄວນ​​ແຮ່ງລະ​ມັດ​ລະ​ວັງ​ແລ້ວ,ເພາະ​ວ່າ​ຈີນ​ຈະ​ມີສິ່ງທີ່​ດີກວ່າ​ອາ​ເມ​ຣິ​ກາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ກໍ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ, ​ປັດ​ຈຸ​ບັນ​ມີພຽງ​ແຕ່​ພື້ນ​ຖານ​ໂຄງ​ລ່າງໄດ້​ລື່​ນ​ກາຍ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ, ໃນ​ຕໍ່​ໜ້າ​ສິ່ງ​ທີ່​ລື່​ນ​ກາຍ​ອາ​ເມ​ຣິ​ກາ​ຈະ​ນັບ​ມື້​ນັບ​ມີ​ຫຼາຍ​ຂຶ້ນ,ຮອດ​ເວ​ລາ​ນັ້ນ ​ສິ່ງ​ທີ່​ອາດ​ຈະ​ເຮັດ​ໃຫ້​ທ່ານ ປີ​ເຕີ ບຸດ​ຕີ​ເກຍ​ກ໌ ຮູ້​ສຶກ​ບໍ່​ດີ​ໃຈນັ້ນ​ກໍ​ບໍ່​ແມ່ນ​ມີ​ແຕ່​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເທົ່າ​ນັ້ນ​ແລ້ວ.

ຄຳ​ເຫັນ

0