尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ

2021-04-14 17:24:37 cri

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_微信图片_20210414173929

      ວັນ​ທີ 13 ເມ​ສາ​ນີ້, ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນເປື້ອນລັງ​ສີ​ຂອງ​ໂຮງ​ໄຟ​ຟ້າ​ນິ​ວ​ເຄ​ລຍ​ຟູ​ກູ​ຊີ​ມະ​ເລກ​ໜຶ່ງ​ລົງ​ທະ​ເລ​ຢ່າງ​ເປັນ​ທາງ​ການ. ຍີ່​ປຸ່ນ​ໄດ້​ຕົກ​ລົງ​ຈະ​ແກ້​ໄຂ​ບັນ​ຫາ​ນ້ຳ​ປົນ​ເປືອນ​ລັງ​ສີ​ນິວ​ເຄ​ລຍດ້ວຍ​ວິ​ທີ​ການ​ປ່ອຍ​ລົງ​ທະ​ເລ​ໃນ​ຂະ​ນະ​ທີ່​ຍັງ​ມີ​ວິ​ທີ​ແກ້​ໄຂ​ຢ່າງ​ອື່ນ,ນີ້​ເປັນ “ການ​ກໍ່​ອາ​ຊະ​ຍາ​ກຳ​ຕໍ່​ມວນ​ມະ​ນຸດ”! ເພາະ​ວ່າມະ​ຫາ​ສະ​ໝຸດ​ແມ່ນ​ຊັບ​ສິນ​ຮ່ວມ​ກັນ​ຂອງມວນ​ມະ​ນຸດ,ບໍ່​ແມ່ນ​​ທໍ່​ລະ​ບາຍ​ນ້ຳ​ເປື້ອນ​ຂອງ​ຍີ່​ປຸ່ນ.   

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_232
ຕາມ​ການ​ປະ​ເມີນ​ແລະ​ຄາດ​ຄະ​ເນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ມະ​ຫາ​ສະ​ໝຸດ​ຂອງ​ເຢຍ​ລະ​ມັນ, ຖ້າ​ນ້ຳ​ປົນເປື້ອນ​ລັງ​ສີ​ຖືກ​ປ່ອຍ​ລົງ​ທະ​ເລ,ຈະ​ແຜ່​ລາມ​​ໄປຮອດເຂດ​ສ່ວນ​ໃຫຍ່​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ພາຍ​ໃນ 57 ວັນ,ອາ​ເມ​ຣິ​ກາ​ແລະ​ກາ​ນາ​ດາ​ກໍ​ຈະ​ໄດ້​ຮັບ​ມົນ​ລະ​ພິດ​ນິ​ວ​ເຄ​ລຍ​ຫຼັງ​ຈາກ​ນັ້ນ 3 ປີ. ການ​ກະ​ທຳ​ແບບ​ນີ້​ຂອງ​ຍີ່​ປຸ່ນ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ທຳ​ມະ​ຊາດ​ເປັນ​ຄື​ແນວ​ໃດ,ໃຜ​ກໍ່​ບໍ່​ສາ​ມາດ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_980

      ປີ 1986, ​ໄພ​ພິ​ບັດໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ເຊີ​ໂນ​ບິນຂອງ​ອະ​ດີດ​ສະ​ຫະ​ພາບ​ໂຊວຽດ​ໄດ້​ເກີດ​ການ​ລະ​ເບີດ,ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ແຜ່​ລັງ​ສີນິວ​ເຄ​ລຍ, ໂຊວຽດ​ໄດ້​ສົ່ງ​ຍົນ​ເຮ​ລີ​ກົບ​ແຕ​ບິນ​ເຂົ້າ​ໄປ​ຢູ່​ເທິງເຕົາ​ປະ​ຕິ​ກອນ​ນິວ​ເຄ​ລຍ​ແລະ​ປ່ອນ​ວັດ​ຖຸ​ພິ​ເສດ​ປິດ​ຮູ​ລະ​ເບີດ​ອີກ​ແລ້ວ​ອີກ​ຕື່ມ​ທ່າມ​ກາງ​ມີ​ກຳ​ມັນ​ຕະ​ພາບ​ລັງ​ສີ​ທີ່​ຮ້າຍແຮງ​ທີ່​ສຸດ, ລັດ​ຖະ​ບານ​ໂຊ​ວຽດ​ໄດ້​ສ້າງ​ສິ່ງ​ກໍ່​ສ້າງ​ເບ​ຕົງ​ເສີມ​ເຫຼັກ​ເປັນ​ເວ​ລາ​ຫຼາຍ​ເດືອນ​ເພື່ອ​ປິດ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ນິວ​ເຄ​ລຍ​ຢ່າງ​ຖາ​ວອນ. ໃນ​ຂະ​ບວນ​ການ​ນີ້,ມີ​ນັກ​ດັບ​ເພີງ​ແລະ​ນັກ​ກູ້​ໄພ​ຈຳ​ນວນ​ຫຼາຍ​ໄດ້​​ສ່ຽງ​ຄວາມ​ເປັນ​ຄວາມ​ຕາຍ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ແລະເສຍ​ສະ​ຫຼະ​ຊີ​ວິດຢ່າງ​ອົງ​ອາດ​ກ້າ​ຫານ.
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_990

      ​ເຖິງວ່າ​ໂຊວຽດ​ໄດ້​ເຮັດ​ແນວ​ນີ້​ແລ້ວ​ກໍ​ຕາມ, ແຕ່​ໄພ​ພິ​ບັດ​ໃນ​ເຫດ​ການ​ເຊີ​ໂນ​ບີນ​ຍັງ​ບໍ່​ສາ​ມາດປາ​ສະ​ຈາກ​ໄດ້​ການ​ຕຳ​ໜິ​ຕິ​ຕຽນ​​ຢ່າງ​ຮຸນ​ແຮງຈາກ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ຄື​ເກົ່າ,ຈົນຖືກ​ເອີ້​ນ​ວ່າ​ເປັນ “ໄພ​ພິ​ບັດ​​ທີ່​ສ້າງ​ຂຶ້ນໂດຍ​ມະ​ນຸດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ”. ​ອຸ​ບັດເຫດ​ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຟູ​ກູ​ຊີ​ມະ​ເລກ​ໜຶ່ງຂອງ​ຍີ່​ປຸ່ນ​ໃນ​ຖາ​ນະ​ເປັນ​ໄພ​ພິ​ບັດ​ຂະ​ໜາດ​ໃຫຍ່​ພິ​ເສດ​ໃນລະ​ດັບ​ດຽວ​ກັນ​ກັບ​ເຫດ​ການ​​ເຊີ​ໂນ​ບີນ,ຈະ​ມີ​ຜົນ​ຮ້າຍ​ຕໍ່​ສິ່ງ​ແວດ​ລ້ອມ​​ຢ່າງ​ແນ່ນອນ,ແຕ່​ວ່າ​ເມື່ອ​ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນເປື້ອນ​ລັ​ງ​ສີ​ຟູ​ກູ​ຊີ​ມະ​ລົງ​ທະ​ເລ​ຢ່າງ​ເປັນ​ທາງ​ການ​ແລ້ວ, ສື່ມວນ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ມັກ​ປະ​ພຶດ​ໂຕ​ເປັນ “​ຜູ້​ອາ​ລັກ​ຂາ​ສິ່ງ​ແວດ​ລ້ອມ”ເລື້ອຍໆ​ນັ້ນ​ພັດ​ປິດ​ປາກ​ງຽບ​ບໍ່​ເວົ້າ​ຫຍັງ​ເລີຍ​ໃນ​ຄັ້ງ​ນີ້.
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_999

      ຍິ່ງກວ່າ​ນັ້ນ​,ທ່ານ ອານ​ໂຕ​ນີ ບ​ຣິນ​ເຄັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຍັງ​ກ່າວ​​ວ່າ: ​ການ​ບຳ​ບັດ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ຂອງ​ຍີ່​ປຸ່ນ​ແມ່ນໄດ້​ກະ​ທຳ​ຢ່າງ​ມີ​ຄວາມ​ໂປ່ງ​ໃສ,ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຍີ່​ປຸ່ນ​ທີ່​ໄດ້ສຸມຄວາມ​ພະ​ຍາ​ຍາມ​ຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ. ຄຳ​ເວົ້າ​ທີ່​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ແບບ​ນີ້​ເຮັດ​ໃຫ້​ຊາວ​ເນັດ​ອາ​ເມ​ຣິ​ກາ​ຈຳ​ນວນ​ຫຼາຍ​ລ້ວນ​ແຕ່​ຮູ້​ສຶກ​​ໂມ​ໂຫ​ແລະ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ.
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_996
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_977

      ຊາວ​ເນັດ​ທີ່​ມີ​ຊື່​ວ່າ Aegean ກ່າວ​ວ່າ: ໃນ​ເວ​ລາ​ທີ່​ຈີນ​ພຽງ​ແຕ່​​ສ້າງເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ແລະ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​​ບໍ່​​ພໍ​ເທົ່າ​ໃດແຫ່ງ, ອາ​ເມ​ຣິ​ກາ​ກໍ່​ໄດ້​​ຕຳ​ໜິ​ວ່າ: ​ສິ່ງ​ທີ່​ຈີນ​ເຮັດນີ້​ໄດ້​ທຳ​ລາຍ​ສິ່ງ​ແວດ​ລ້ອມ! ແຕ່​ໃນ​ເວ​ລາ​ທີ່​ຍີ່​ປຸ່ນ​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນເປື້ອນ​ລັງ​ສີ​ທີ່​ມີ​ຜົນ​ຮ້າຍ​ແຮງ​ທີ່​ສຸດ​ລົງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ,ອາ​ເມ​ຣິ​ກາ​ພັດ​​ກ່າວ​ວ່າ: ເຮັດ​ແນວ​ນີ້​ບໍ່​ເປັນ​ຫຍັງ,ຈັ່ງ​ແມ່ນເປັນ​​ທັດ​ສະ​ນະ​ໃນສອງ​ມາດ​ຕະ​ຖານ​ແທ້​ແທ້! ຊາວ​ເນັດ​ທີ່​ຊື່​ວ່າ Michael Bonic ກ່າວ​ວ່າ: ​ກໍ​ລະ​ນີ​ທີ່​ຍີ່​ປຸ່ນ​ເຮັດ​ນັ້ນ“ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ໂປ່ງ​ໃສຊັ້ນ​ຫວາ? ຈັ່ງ​ແມ່ນ​​ເປັນ​ຕາ​ຫົວ​ຂວັນ​ແທ້ໆ… ເມື່ອ​ເວົ້າ​ເຖິງ​ສິ່ງ​ແວດ​ລ້ອມ,ປະ​ເທດ​ຕາ​ເວັນ​ຕົກ​ພາ​ກັນ​ທຳ​ທ່າ​ມິດ​ງຽບ​ເລີຍ.”

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_63

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_66

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_68

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_73

​ໃນ​ເດືອນ​ພະ​ຈິກ​ປີ 2020, ທ່ານ ໂຢະ​ຊິ​ຮິ​ເດະ ຊຸ​ກະ  ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ເຄີຍ​ໄດ້​ຖາມ​ວ່າ: “ນ້ຳ​ປົນເປື້ອນລັງ​ສີ​ເປັນ​ນ້ຳ​ທີ່ສາ​ມາດ​ດື່ມ​ໄດ້​ຫຼື​ບໍ່” ​ໃນ​ເວ​ລາທ່ານ​ໄປ​ສຳ​ຫຼວດກວດ​ເບິ່ງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຟູ​ກູ​ຊີ​ມະ, ຜູ້​ຮັບ​ຜິດ​ຊອບ​ຂອງ​ບໍ​ລິ​ສັດ​ພະ​ລັງ​ໄຟ​ຟ້າ​ໂຕ​ກຽວ​ກ່າວ​ວ່າ: ຖ້າ​​ລັງ​ສີ​ຈືດ​ຈາງ​ແລ້ວ​ກໍ່​ດື່ມ​ໄດ້. ທ່ານໂຢະ​ຊິ​ຮິ​ເດະ ຊຸ​ກະ ໄດ້​ເບິ່ງ​ຢູ່​ດົນໆ​ແຕ່​ກໍ່​ບໍ່​ໄດ້​ດື່ມ​ໃນ​ທີ່​ສຸດ. ຄຳ​ເວົ້າ​ທີ່​ວ່າ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ແມ່ນ​ໄດ້​ຕາມ​ມາດ​ຕະ​ຖານ​ວ່າ​ດ້ວຍ​ຄວາມ​ປອດ​ໄພ, ແຕ່​ໃນ​ຕົວ​ຈິງ​ລັດ​ຖະ​ບານ​ຍີ່​ປຸ່ນ​ເອງ​ກໍ່​ບໍ່​ເຊື່ອ​ໝັ້ນ​ຕົນ​ເອງ.
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_48

ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_2

ໃນ​ເວ​ລາ​ທີ່​ຍີ່​ປຸ່ນ​ມີ​ການ​ກະ​ທຳ​ທີ່​ທຳ​ຮ້າຍ​ໂລກ, ສື່ມວນ​ຊົນ​ຕາ​ເວັນ​ຕົກ​ພັດປິດ​ປາກ​ງຽບ​ບໍ່​ເວົ້າ​ຫຍັງ​ເລີຍ,ແຕ່​ມັກ​ເວົ້າ​ນັ້ນ​ເວົ້າ​ນີ້​ໃຫ້ຈີນ​ໃນ​ເວ​ລາ​ດຽວ​ກັນ, ປຸກ​ປັ່ນ​ກະ​ແສ​ທີ່​ວ່າ: ຈີນ​ມີ “ການ​ບີບ​ບັງ​ຄັບ​​ໃຫ້​ອອກ​ແຮງ​ງານ” ​ຢ່າງ​ຮ້າຍ​ແຮງ, ​ການ​ເບິ່ງ​ບັນ​ຫາ​ດ້ວຍການ​ໃຊ້​ສອງ​ມາດ​ຕະ​ຖານ​ແບບ​ນີ້​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ເບື່ອ​ໜ່າຍ​ແທ້​ແທ້. ຖ້າ​​ມື້​ໃດ​ມື້​ໜຶ່ງ​ໃນ​ອະ​ນາ​ຄົດ​ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ,ບໍ່​ຮູ້​ວ່າສື່ມວນ​ຊົນ​ເຫຼົ່າ​ນີ້ຍັງ​ຈະ​ປິດ​ປາກ​ງຽບ​ບໍ່​ເວົ້າ​ຫຍັງ​ຄື​ເກົ່າ​ຫຼື​ບໍ່.
ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ປິດ​ປາກ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ເອົາ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເປັນ​​ທໍ່ລະ​ບາຍ​ນ້ຳ​​ເປື້ອນ​ຂອງ​ປະ​ເທດ​ຕົນ_fororder_52

ຄຳ​ເຫັນ

0