黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ລາວ​ໄດ້​ຮຽກ​ຮ້ອງໃຫ້ “ສະຫຼອງ​ບຸນປີ​ໃໝ່​ຢູ່​ກັບ​ທີ່”

2021-04-14 20:05:30 cri

ບຸນ​ປີ​ໃໝ່​ລາວ​ໃນ​ກາງ​ເດືອນ​ເມ​ສາ​ຂອງ​ທຸກ​ປີ​ເປັນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປີ​ໜຶ່ງ​ຂອງ​ລາວ. ໃນ​ຖາ​ນະ​ເປັນ​ບຸນ​ປະ​ເພ​ນີ​ຂອງ​ປະ​ເທດ​ລາວ​, ເມື່ອ​ບຸນ​ປີໃໝ່​ໝູນ​ວຽນ​ມາ​ເຖິງ, ທ້ອງ​ຖິ່ນ​ຕ່າງໆ​ຈະ​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ, ຄົນ​ທັງຫຼາຍ​ຈະ​ຫົດ​ນ້ຳ​ກັນ ເພື່ອ​ອວຍ​ພອນ​ກັນ​ໃຫ້​ປາ​ສະ​ຈາກ​ໂລກ​ໄພ​ໄຂ້​ເຈັບ ແລະ ອວຍ​ພອນ​ໃຫ້​ປີ​ໃໝ່​ຈົ່ງ​ມີ​ແຕ່​ໂຊກ​​ລາບ.

ໂດຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ບຸນ​ປີ​ໃໝ່​ໃນ​ປີ​ຜ່ານ​ມາ​ໄດ້​ຍົກ​ເລີກ​ກິດ​ຈະ​ກຳ​ສະເຫຼີມ​ສະ​ຫຼອງ​ຕ່າງໆ, ພາຍ​ຫຼັງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸ​ມ​ພະ​ຍາດ​ເປັນ​ເວ​ລາ​ປີ​ໜຶ່ງ​ແລ້ວ, ປະ​ຊາ​ຊົນ​ລາວ​​ກໍ​ຢາກ​ສະຫຼອງ​ບຸນ​ປີໃໝ່​ຢ່າງ​ຄຶກ​ຄື້ນ​ຟົດ​ຟື້ນ ເພື່ອ​ຜ່ອນ​ຄາຍ​ອາ​ລົມ. ແຕ່​ວ່າ: ປີ​ໃໝ່​ປີ​ນີ້​ອາດ​ຈະ​ຍັງ​ຄືກັບ​ປີ​ຜ່ານ​ມາ​.

ຍ້ອນ​ວ່າ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ໄທ ແລະ ກຳ​ປູ​ເຈຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃຫ້ໄດ້​ດີກວ່າ​ເກົາ, ລັດ​ຖະ​ບານ​ລາວ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັ​ນ​ແລະ​ຄວບ​ຄຸມ​ທີ່​ເຂັ້ມ​ງວດກວ່າ​ເກົ່າ. ທ້າຍ​ເດືອນ​ແລ້ວ​ນີ້, ​ຫ້ອງວ່າ​ການສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປປ ລາວ​ໄດ້​ເຜີຍ​ແຜ່​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ລາວ​ວ່າ: ຫ້າມ​ຈັດ​ກິດ​ຈະ​ກຳ​ກາງ​ແຈ້ງ​ຂະ​ໜາດ​ໃຫຍ່, ຫ້າມ​ຫົດ​ນ້ຳ​ໃສ່​ຄົນ​ຍ່າງ​ຕາມ​ທາງ​ ແລະ ອື່ນໆ. ນະ​ຄອນຫຼວງ​ພະ​ບາງ​ກໍ​ໄດ້​ອອກ​ແຈ້ງ​ການ​ວ່າ: ຈະ​ປັບ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ປີ​ໃໝ່​ປີ​ນີ້​ເປັນ​ເວ​ລາ 3 ວັນ. ຕອນ​ເຊົ້າ​ວັນ​ທີ 12 ເມ​ສາ​ນີ້, ​ເນື່ອງ​ໃນ​ໂອ​ກາດ​​ບຸນ​ປີ​ໃໝ່​ລາວ​ໃກ້​ຈະ​​ໝູນ​ວຽນ​ມາ​ເຖິງ, ທ່ານ​ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວໄດ້​ເນັ້ນ​ໃຫ້​ເອົາ​ໃຈ​ໃສ່​ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ ​ສ​ປ​ປ ລາວ​ເປັນ​ພິ​ເສດ ແລະ ​ຮຽກ​ຮ້ອງໃຫ້​ປະ​ຊາ​ຊົນ​ລາວ​​ຈົ່ງປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ລັດ​ຖະ​ບານ, ປະ​ກອບ​ສ່ວນ​ເທົ່າ​ທີ່​ຄວນ ເພື່ອ​​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ.

ເຖິງວ່າ​ຈະ​ບໍ່​ສາ​ມາດ​ສະຫຼອງ​ບຸນ​ປີ​ໃໝ່​​ໄດ້​ຄື​ສະ​ພາບ​ປົກ​ກະ​ຕິຄື​ເກົ່າ, ແຕ່​ປະ​ຊາ​ຊົນ​ລາວ​ກໍ​ໄດ້​ໃຊ້​ການ​ກະ​ທຳ​ຕົວ​ຈິງ ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ. ຊາວ​ເນັດ​ຫຼາຍ​ຄົນ​ໄດ້​ໂພ​ສ​ຂໍ້​ຄວາມ​ລົງ​​ໃນສື່​ສັງ​ຄົມ​ອອນ​ລາຍ, ຍັງ​ໄດ້​ໂພ​ສ​ຮູບ​ພາບ​ກ່ຽວ​ກັບ​ຄູ່​ມື​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ ເພື່ອ​ເຕືອນ​ໃຫ້​ໝູ່​ຄູ່​ຂອງ​ຕົນ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ກ່ຽວ​ຂ້ອງ.

ເລື່ອງ​ນີ້​ກໍ​ພາ​ໃຫ້​ດວງ​ພະ​ຈັນ​ຫວນ​ຄືນ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ຍາມ​ບຸນ​ກຸດ​ຈີນ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ນີ້. ຍ້ອນ​ວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຮ້າຍ​ແຮງ, ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ກໍ​ປະ​ເຊີນ​ກັບ​ສະ​ພາບ​ການ​ຫຍຸ້ງ​ຍາກ. ສະ​ນັ້ນ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ກໍ​​ໄດ້​ຮຽກ​ຮ້ອງ​ໃຫ້ “ສະຫຼອງ​ບຸ​ນ​ກຸດ​ຈີນ​ຢູ່​ກັບ​ທີ່” ເພື່ອຫຼຸດ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ​ຈາກ​ການ​ອອກ​ເດີນ​ທາງ​ສັນ​ຈອນ​ໄປ​ມາ​ຢ່າງ​ຂະ​ໜາດ​ໃຫຍ່. ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ປະ​ຊາ​ຊົນ​ຈີນ​ໄດ້​ອວຍ​ພອນ​ປີ​ໃໝ່​ໃຫ້​ກັນ​ທາງ​ໂທ​ລະ​ສັບ ຫຼື ວິ​ດີ​ໂອ. ທຸກ​ຄົນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ມີ​ສະ​ຕິ ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ເຊິ່ງ​ເຮັດ​ໃຫ້​ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ລະ​ບາດ​​ຢ່າງ​ຮ້າຍ​ແຮງ​ໃນ​ຍາມ​ບຸນ​ກຸດ​ຈີນ.

​ກໍຄື​ກັນ​ກັບ​ຈີນ, ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ລາວ, ລັດ​ຖະ​ບານ​ລາວ​ກໍ​ໄດ້​ເພີ່ມ​ທະ​ວີ​ການກວດ​ກາ​ຄົນ​ເຂົ້າ​​ອອກເມືອງ ແລະ ຕິດ​ຕາມ​ລາ​ຄາ​ສິນ​ຄ້າ​ໃນ​ໄລ​ຍະ​ບຸນ​ຢ່າງ​ໃກ້​ຊິດ ເພື່ອ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ສະຫຼອງ​ບຸນ​ຢ່າງ​ມີ​ຄວາມ​ສຸກ. ​ການ​ມີຄວາມ​ປອດ​ໄພ​ຈິ່ງ​ແມ່ນ​ຂອງ​ຂວັນ​ປີ​ໃໝ່​ທີ່​ດີ​ທີ່​ສຸດ​​ທີ່​ລັດ​ຖະ​ບານ​ລາວມອບ​ໃຫ້​ກັບປະ​ຊາ​ຊົນ​ລາວ. ​ສະ​ນັ້ນ, ວິ​ທີ​ການ​ສະ​ຫຼອງ​ບຸນ​ປີ​ໃໝ່​ປີ​ນີ້​ກໍ​ຍ່ອມ​ຈະ​ເປັນ​ການ​ສະຫຼອງ​ບຸນ​ທີ່​ພິ​ເສດອີກ​ປີ​ໜຶ່ງ​ໃນ​ປະ​ຫວັດ​ສາດ​.

 

ຄຳ​ເຫັນ

0