尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະ​ພຶດທີ່​ຜິດ​ພາດຂອງ​ອາ​ເມ​ຣິ​ກາ​ທີ່​ມັກ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ປະ​ເທດ​ອື່ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂບໍ່​ໄວ​ກໍໍ່​ຊ້າ

2021-04-16 16:31:36 cri

ການ​ປະ​ພຶດທີ່​ຜິດ​ພາດຂອງ​ອາ​ເມ​ຣິ​ກາ​ທີ່​ມັກ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ປະ​ເທດ​ອື່ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂບໍ່​ໄວ​ກໍໍ່​ຊ້າ_fororder_src=http___5b0988e595225.cdn.sohucs.com_q_70,c_zoom,w_640_images_20191203_84823ddf96a7471ba6b3e7df055b85da&refer=http___5b0988e595225.cdn.sohucs

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດມີ​ອະ​ທິ​ປະ​ໄຕ​ທີ່​ເທົ່າ​ທຽມ​ກັນ,ບໍ່ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ແມ່ນ​ຫຼັກ​ການ​ພື້ນ​ຖານ​ທີ່​ໄດ້​ລະ​ບຸ​ໄວ້​ໃນ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ,ແຕ່​ວ່າ, ອາ​ເມ​ຣິ​ກາ​ພັດ​ມັກ​ຖື​ໂຕ​ຢູ່​ເໜືອ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເລື້ອຍໆ, ​ແລະດຳ​ເນີນ​ລັດ​ທິ​ແຊກ​ແຊງ​ຕາມ​ລຳ​ພັງ​ໃຈ.
 

ທ່ານ ​ໂຈ​ເຊ​ຟ ໄນ ສາ​ສະ​ດາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຮາ​​ເວີດຂອງ​ອາ​ເມ​ຣິ​ກາ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ 70 ກວ່າ​ປີ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ລັດ​ທິ​ແຊກ​ແຊງ​ມາ​ໂດຍ​ຕະຫຼອດ. ​ຈາກການ​ຮຸກ​ຮານ​ດ້ວຍ​ກຳ​ລັງການ​ທະ​ຫານ,ການ​​ບີບ​ບັງ​ຄັບ​ດ້ວຍ​ການ​ຂວ້ຳ​ບາດ​ຈົນຮອດ​ການ​ຍຸ​ແຍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ແລະ​ອື່ນໆ​, ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ມະ​ຫາ​ອຳ​ນາດ​ພຽງ​ຊາດ​ດຽວ​ຂອງ​ອາ​ເມ​ຣິ​ກາ,​ອາ​ເມ​ຣິ​ກາ​ໄດ້​ໃຊ້ນະ​ໂຍ​ບາຍ​ລັດ​ທິ​ແຊກ​ແຊງ​​ຈົນ​ສຸດ​ຂີດ.
 

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ໃນ​ຖະ​ແຫຼງ​ການ​ທີ່​​ໄດ້​ຮັບ​ຮອງ​ໃນ​ປີ 1965 ວ່າ: “ປະ​ເທດ​ໃດໆ,ບໍ່​ວ່າ​ຈະ​ມີ​ຂໍ້​ອ້າງ​ໃດໆ, ລ້ວນ​ແຕ່​ບໍ່​ສາ​ມາດ​ແຊກ​ແຊງວຽກ​ງານ​ພາຍ​ໃນ​​ແລະ​ການ​ທູດຂອງ​ປະ​ເທດ​ອື່ນ​ໄດ້​ໂດຍ​ກົງ​ຫຼື​​ທາງ​ອ້ອມ; ບໍ່​ສາ​ມາດ​ໃຊ້​ມາດ​ຕະ​ການ​ທາງ​ການ​ເມືອງ,

ການ​ທະ​ຫານ​,ເສດ​ຖະ​ກິດ​ແລະ​ອື່ນໆ​ເພື່ອຂົ່ມ​ຂູ່​ປະ​ເທດ​ອື່ນແລະ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນຍອມ​ເຮັດ​ຕາມ; ບໍ່​ສາ​ມາດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃນ​ຮູບ​ແບບ​ການ​ຊ່ວຍ​ເຫຼືອ,​​ການ​ກໍ່​ເຫດ,​ການໃຫ້​ທຶນ,​ຍຸ​ຍົງ​ສົ່ງ​ເສີມ​ໃຫ້​ເກີດ​ມີ​ການ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​​ຂອງປະ​ເທດ​ອື່ນ.” ເມື່ອ​ສົມ​ທຽບ​ໃສ່​ຖະ​ແຫຼງ​ການ​ຂອງ ສ​ປ​ຊ ແລ້ວ, ເລື່ອງ​ທີ່​ຫ້າມ​ເຮັດ​​ທີ່​ໄດ້​ລະ​ບຸ​ໄວ້ໃນ​ຖະ​ແຫຼງ​ການ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ນັ້ນ,ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ເຮັດ​​ທັງ​ໝົດ.
 

ນັບ​ແຕ່​ການ​ຍຸ​ຍົງ​ໃຫ້​ເກີດ​ມີ​ການ​ຍິງ​ປະ​ທະ​ກັນຢູ່​ອັ​ຟ​ກາ​ນີ​ສະ​ຖານ,ອີ​ຣັກ,ລີ​ບີ,ຊີ​ຣີ​ແລະ​ປະ​ເທດ​ອື່ນ,​ຈົນຮອດ​ການ​​ປຸກ​ປັ່ນ​ຄື້ນ​ປະ​ຕິ​ວັດ​ປະ​ຊາ​ທິ​ປະ​ໄຕ​ໃນ​ປະ​ເທດ​ອາ​ຣັບ​ຫຼື “ອາ​ຣັບ​ເສະ​ປ​ຣີງ” ທີ່​ເກີດ​ຂຶ້ນ​ຢູ່​ອາ​ຊີ-ອາ​ຟ​ຣິ​ກາ; ​ຈາກການດຳ​ເນີນ “​ການປະ​ຕິ​ວັດ​ສີ” ຢູ່​ປະ​ເທດ​ອາ​ຊີ-ເອີ​ຣົບ,ຈົນຮອດ​​ການ​ຍື່ນ​ມື​ເຂົ້າ​ໄປ​ແຊກ​ແຊງອີ​ຣານ,ກູ​ບາ, ເວ​ເນ​ຊູ​ເອ​ລາ,ຈີນ​ແລະ​ປະ​ເທດ​ອື່ນໆ, ​ອາ​ເມ​ຣິ​ກາ​ໃຊ້​​ອຳ​ນາດ​ຢູ່​ທົ່ວ​ທີບຈົນ​ເຮັດ​ໃຫ້​ໂລກ​ຕົກ​ຢູ່​ໃນ​ສະ​ພາບ​ປັ່ນ​ປ່ວນວຸ້ນ​ວາຍ.
 

ທີ່​ຈິງ​ແລ້ວ, ລັດ​ທິ​ແຊກ​ແຊງ​ໄດ້​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ໄດ້​ຮັບຜົນ​ຮ້າຍ​ໂດຍ​ກົງ. ​ຍົກຕົວ​ຢ່າງ​ຄື: ​ບັນ​ຫາ​ຊາວ​ຍົກ​ຍ້າຍຈາກອາ​ເມ​ຣິ​ກາ​ກາງ​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ກັບອາ​ເມ​ຣິ​ກາ​ໃນ​ຊຸມ​ປີ​ຜ່ານ​ມາ​​ນັ້ນກໍ​ຍ້ອນ​ວ່າອາ​ເມ​ຣິ​ກາ​ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອາ​ເມ​ຣິ​ກາ​ລາ​ຕິນ​. ​ເຫດການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ອາ​ເມ​ຣິ​ກາ-ເອີ​ຣົບ​ໃນ​ຊຸມ​ປີມໍ່ໆ​ມາ​ນີ້​ກໍມີ​ສ່ວນພົວ​ພັນ​ໂດຍ​ກົງ​ກັບ​ລັດ​ທິ​ແຊກ​ແຊງ​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ​ກັນ.
 

ຄຸນ​ຄ່າ​​ແບບອາ​ເມ​ຣິ​ກາ​ບໍ່​ແມ່ນ​ຄຸນ​ຄ່າ​ສາ​ກົນ,ກົດ​ລະ​ບຽບ​ທີ່​ອາ​ເມ​ຣິ​ກາ​ວາງ​​ອອກ​ກໍ​ບໍ່​ແມ່ນ​​ກົດ​ລະ​ບຽບ​ສາ​ກົນ. ​ສະ​ນັ້ນການ​ປະ​ພຶດທີ່​ຜິດ​ພາດຂອງ​ອາ​ເມ​ຣິ​ກາ​ທີ່​ມັກ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງປະ​ເທດ​ອື່ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂບໍ່​ໄວ​ກໍໍ່​ຊ້າ.

ຄຳ​ເຫັນ

0