ເວລາປະມານ 16 ໂມງຂອງວັນທີ 18 ເມສານີ້, ທະນາຄານແຫ່ງໜຶ່ງຢູ່ແຂວງມັນເດເລປະເທດມຽນມາໄດ້ຖືກໂຈມຕີດ້ວຍລະເບີດ, ຈົນຮອດປັດຈຸບັນຍັງບໍ່ມີການລາຍງານກ່ຽວກັບຜູ້ເສຍຊີວິດ ແລະ ບາດເຈັບ.
ນີ້ແມ່ນການໂຈມຕີທະນາຄານຢູ່ມັນເດເລປະເທດມຽນມາດ້ວຍລະເບີດ ເປັນເທື່ອທີສອງໃນເດືອນນີ້. ວັນທີ 11 ເມສານີ້, ທະນາຄານແຫ່ງໜຶ່ງຢູ່ນະຄອນມັນເດເລ ເຊິ່ງເປັນຕົວເມືອງໃຫຍ່ອັນດັບສອງຂອງມຽນມາໄດ້ຖືກໂຈມຕີດ້ວຍລະເບີດ.
ຄຳເຫັນ
0