吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນຜິ​ງ​ໄປ​ຢ້ຽມຢາມ​ມະຫາວິທະ​ຍາ​ໄລ​ຊິ່ງຮວາ

2021-04-19 16:22:00 cri

​ເມື່ອ​ວັນ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ຊິ່ງ​ຮວາ​ຄົບຮອບ 110 ປີ​ໃກ້​ຈະ​ໝູນວຽນມາ​ເຖິງ​ນີ້, ທ່ານ​ສີິຈິ້ນ​ຜິ​ງ ​ເລຂາ​ທິ​ການ​ໃຫຍ່​ຄະນະ​ກຳມການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ ປະທານ​ຄະນະ​ກຳມະການ​ການທະຫານ​ສູນ​ກາງ​ຈີນ​ໄດ້​​ໄປ​ຢ້ຽມຢາມ​ມ​ະຫາ​ວິທະຍາ​ໄລ​ຊິ່ງຮວາ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 19 ​ເມສາ​ນີ້, ທ່ານ​ໄດ້​ຢ້ຽມ​ຊົມ​ວິທະຍາ​ໄລ​ວິຈິດ​ສິນ, ຫ້ອງ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ການ​ຖ່າຍພາບ ​ແລະ​ອັດ​ສະ​ລິ​ຍະ, ການວາງສະ​ແດງ​ໝາກຜົນ​ສຳຄັນ​ຂອງ​ການ​ສອນ ​ແລະ​ການ​ຄົ້ນຄວ້າ​ວິທະຍາສາດ​, ຫໍ​ກິລາ​ຕາ​ເວັນ​ຕົກ, ​ເພື່ອ​ຮັບ​ຮູ້​ສະພາບ​ການ​ລົງ​ເລິກ​ການ​ປະຕິ​ຮູບ, ການ​ສ້າງ​ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ນັກການ​ປະດິດ​ສ້າງ​ໃໝ່ດ້ານ​ການ​ສອນ​ກັບ​ການ​ຄົ້ນຄວ້າ​ວິທະຍາສາດ, ການຮັບ​ໃຊ້​ການ​ພັດທະນາ​ປະ​ເ​ທດຊາດ ​ແລະ​ອື່ນໆ. ຈາກ​ນັ້ນ, ທ່ານ​ສີຈິ້ນຜິ​ງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ໃນ​ເວລາ​ພົບ​ປະ​ສົນທະນາ​ກັບ​ຜູ້ຕາງໜ້າ​ຄູ​ອາຈານ ລະ​ນັກ​ສຶກສາ​ທັງຫຼາຍ.

 

ທ່ານ​ສີ​ຈິ້ນຜິ​ງ​ໄປ​ຢ້ຽມຢາມ​ມະຫາວິທະ​ຍາ​ໄລ​ຊິ່ງຮວາ_fororder_1

ຄຳ​ເຫັນ

0