尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ຈະ​ນຳ​ໜ້າ​ການ​ເຕີບ​ໂຕດ້ານເສດ​ຖະ​ກິດ​​ຂອງໂລກ​ໃນ​ຍຸກ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-04-20 17:15:52 cri

ເສດ​ຖະ​ກິດ​ຈີນ​ຈະ​ນຳ​ໜ້າ​ການ​ເຕີບ​ໂຕດ້ານເສດ​ຖະ​ກິດ​​ຂອງໂລກ​ໃນ​ຍຸກ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20210420171348

      ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 18,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໄດ້ເພີ່ມ​ຂຶ້ນ 5,0% ​ເມື່ອ​ທຽບ​ໃສ່​ການ​ເຕີບ​ໂຕສະ​ເລ່ຍ​​ສອງ​ປີ. ພາຍ​ໃຕ້​ສະ​ພາບ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​ຍັງ​ບໍ່ມີ​ທ່າ​ອ່ຽງ​ວ່າ​ຈະຜ່ອນ​ຄາຍ​ລົງໂດຍ​ພື້ນ​ຖານ​ເທື່ອ, ນີ້​​ເປັນຜົນທີ່​ດີ​ທີ່​ສຸດ​ໃນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ໂລກ​ຢ່າງແນ່ນອນ. ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF​ ​ໄດ້​ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອ​ງ​ຈີນ​ໃນ​ປີ​ນີ້ແມ່ນ 8,4%, ມັນ​ອາດ​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ.
 

      ໃນ​ວັນ​ທີ 6 ເມ​ສາ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF​ ໄດ້​ເປີດ​ເຜີຍ “ບົດ​ລາຍ​ງານການ​ຈ້ອງ​ເບິ່ງ​ເສດ​ຖະ​ກິດ​ໂລກ” ໂດຍ​ຊີ້​ໃຫ້​ເຫັນ​ວ່າ: “ມາດ​ຕະ​ການ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ປະ​ສິດ​ທິ​ຜົນ, ການ​ເພີ່ມ​ການ​ລົງ​ທຶນ​​ດ້ານສາ​ທາ​ລະ​ນະ​​ປະ​ໂຫຍດຢ່າງ​ທັນ​ການ ແລະ ທະ​ນາ​ຄານ​ກາງ​​ຂອງ​ຈີນ​ກໍ​ໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ຄ່ອງໄດ້ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ສາ​ມາດຟື້ນ​ຟູ​ຄືນ​ໃໝ່​ໄດ້​ຢ່າງ​ເຂັ້ມ​ແຂງ.”
 

      ຫວ່າງ​ມໍ່ໆ​ມາ​ນີ້, ຕົວ​ເລກ​ເສດ​ຖະ​ກິດ​ດ້ານ​ອື່ນ​ໆ​ຂອງ​ຈີນ​ກໍ​ໄດ້​​ມີ​ທ່ວງ​ທ່າ​ທີ່​ດີປະ​ກົດ​ອອກ​ມາ​ໃຫ້​ເຫັນເຊັ່ນ​ກັນ. ໃນ​ວັນ​ທີ 13 ເມ​ສາ​ນີ້, ​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂາ​ເຂົ້າ​ຂາ​ອອກ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ຈີນ​ໂດຍ​ໄດ້​ໃຫ້​ຮູ້​ວ່າ: ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ການ​ຄ້າ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 8.470 ຕື້ຢວນ, ເພີ່ມ​ຂຶ້ນ 29,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸ​ເຖິງ 4.610 ຕື້ຢວນ, ເພີ່ມ​ຂຶ້ນ 38,7%; ການ​ນຳ​ເຂົ້າ​ມີ​ເຖິງ 3.860 ຕື້ຢວນ, ເພີ່ມ​ຂຶ້ນ 19,3%; ໄດ້​ປຽບ​ດຸນ​ການ​ຄ້າ​​ເຖິງ 759,29 ຕື້ຢວນ, ໄດ້ເພີ່ມ​ຂຶ້ນ 690%. ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ສົ່ງ​ອອກ​ຂອງ​ຈີນ​ໄດ້​ມີທ່ວງ​ທ່າ​ທີ່​ດີ, ການ​ນຳ​ເຂົ້າ​​ລື່ນ​ກາຍຄາດ​ໝາຍ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ວ່າ​ເສດ​ຖະ​ກິດ​ຈີນ​ສາ​ມາດ​ຟື້ນ​ຄືນ​ໃໝ່​ໄດ້ນັບ​ແຕ່ 6 ເດືອນ​ທ້າຍ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ​​ແລະໄດ້​ສືບ​ຕໍ່​ມີ​ທ່າ​ອ່ຽງ​ທີ່​ຈະພັດ​ທະ​ນາ​ໄປ​ໃນ​​ທິດ​ທາງ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ.
 

      ​ຫວ່າງ​ມໍ່ໆ​ມາ​ນີ້,ສຳ​ນັກ​ຂ່າວ​ສານຣອຍ​ເຕີ​ໄດ້​ສັງ​ເກດ​ເຫັນ​ວ່າ: ຫຼັງ​ບຸນ​ກຸດ​ຈີນ, ວິ​ສາ​ຫະ​ກິດ​ຈີນ​ໄດ້​ເລັ່ງການ​ຜະ​ລິດ​ໃຫ້​ໄວ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ແລະ​ໄດ້​ຊຸກ​ຍູ້​ໃຫ້​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ​ຈີນ​ເຕີບ​ໂຕ​ຢ່າງ​ຈະ​ແຈ້ງ. ໃນ​ຖາ​ນະ​ເປັນ​ດັດ​ຊະ​ນີ​​ຊີ້​ວັດ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ໃນ​ເດືອນ​ມີ​ນາ​ປີ​ນີ້, ດັດ​ຊະ​ນີ​ຜູ້​ຈັດ​ການ​ຝ່າຍ​ຈັດ​ຊື້​ດ້ານອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​​ຫຼື PMI ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 51,9 ໂດຍລື່ນ​ກາຍ​ຄາດ​ໝາຍ, ​ແລະເປັນ​ສະ​ຖິ​ຕິ​ທີ່​ສູງ​ສຸດ​ໃນ 3 ເດືອນ​ຜ່ານ​ມາ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ພະ​ລັງ​ແຮງ​​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຈີນ​ຄືນ​ໃໝ່​​ເພີ່ມ​ຂຶ້ນ. ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ລົງ​ທຶນ​ຂອງ​ຈີນ​ໃນ​ຂົງ​ເຂດ​ເຕັກ​ນິກ​ຂັ້ນ​ສູງໄດ້​ເພີ່ມ​ຂຶ້ນ​ອ່າວ​ໄວ,ການ​ລົງ​ທຶນ​ໃນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ເຕັກ​ນິກຂັ້ນ​ສູງໄດ້​ເພີ່ມ​ຂຶ້ນ 41,6% ແລະ ການ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ການ​ບໍ​ລິ​ການ​ເຕັກ​ນິກ​​ຂັ້ນ​ສູງໄດ້​ເພີ່ມ​ຂຶ້ນ 28,6%. ເສດ​ຖະ​ກິດ​ຈີນ​ບໍ່​ພຽງ​ແຕ່​​ເຕີບ​ໂຕ​ທາງ​ດ້ານຂະ​ໜາດ​ແລະ​ຄວາມ​ໄວ​ເທົ່າ​ນັ້ນ, ​ຍັງມີ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ພາບ​ອີກ​ດ້ວຍ, ​ມູນ​ຄ່າ​ດ້ານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

      IMF ​ໄດ້​ຄາດ​ຄະ​ເນ​ວ່າ: ເສດ​ຖະ​ກິດ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​​ທີ່​ຈະ​ເຕີບ​ໂຕ​ໄວ​ທີ່​ສຸດ​ແມ່ນ​ອາ​ເມ​ຣິ​ກາ, ຈະ​ບັນ​ລຸ 6,4%. ແຕ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ການ​ເພີ່ມ​ປະ​ລິ​ມານ​​ເງິນ​ຕາຫຼາຍ​ຂຶ້ນ, ​ອັດຕາສ່ວນ​ທີ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ປັບ​ປຸງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ​ນັ້ນ​ພັດ​​ມີ​ໜ້ອຍ. ອາດ​ເວົ້າ​ໄດ້​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້ສົ່ງ​ຜົນ​ກະ​ທົບ​ໃຫ້ສັງ​ຄົມ​ອາ​ເມ​ຣິ​ກາ​ທີ່​ມີ​ຄວາມ​ແຕກ​ໂຕນ​ກັນ​ຢູ່​ແລ້ວ​ເພີ່ມ​ຂຶ້ນ​ອີກ.  ສ່ວນ​ຈີນ​​ກໍ​ໄດ້​ເພີ່ມ​ຄວາມເອົາ​ໃຈ​ໃສ່​ຕໍ່​ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​ທີ່​ມີ​ລັກ​ສະ​ນະ​​ສ້າງ​ຜົນ​ປະ​ໂຫຍດ​ທົ່ວ​ໄປ  ເຊິ່ງເປັນ​ການ​ສະ​ທ້ອນໃຫ້​ເຫັນ​​ນະ​ໂຍ​ບາຍ​ທີ່ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຢ່າງ​​ແທ້​ຈິງ.
 

      ຈີ​ນໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​​ໃຫ້ການ​ຄ້າ​ແລະ​ການ​ລົງ​ທຶນ​ເປັນ​ເສ​ລີ​ແລະ​ສະ​ດວກ, ​ຈີນ​ໄດ້​ເຮັດ​ສຳ​ເລັດ​ທຸກ​ຂັ້ນ​ຕອນ​ຂອງ​ລະ​ບຽບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຕາມ​ສັນ​ຍາ​ RCEP ຢ່າງ​ເປັນ​ທາງ​ການ,ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ຂາ​ເຂົ້າ​ຂາ​ອອກ​ຢ່າງ​​ມີ​ການປະ​ສານ​ສົມ​ທົບ​ກັນ, ຫຼຸດ​ບັນ​ຊີ​ລາຍ​ຊື່​ທາງ​ລົບ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ເຖິງ​ຕະ​ຫຼາດ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ, ປັບ​ປຸງແຜນ​ການ​​ສັບ​ຊ້ອນ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ສ້າງ​ທ່າການ​ຄ້າ​ເສ​ລີ​ໄຫ​ຫຼຳ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອື່ນໆ. ປະ​ຕູ​ບານ​ໃຫຍ່ແຫ່ງ​ການ​ເປີດ​ປະ​ຕູ​ຂອງ​ຈີນ​ນັບ​ມື້​ນັບ​ເປີດກວ້າງ​ອອກ​ຕື່ມ​ອີກ,ເຮັດ​ໃຫ້​ທົ່ວ​ໂລກ​ໄດ້​ເຫັນ​ກາ​ລະ​ໂອ​ກາດ​ການ​ຄ້າ​ການ​ລົງ​ທຶນ.
 

      ຕາມ​ຕົວ​ເລກ​ຄາດ​ຄະ​ເນ​ຂອງ IMF ກ່ຽວ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຈີນ​ໃນ​ປີ 2021, ​ແລະຫວ່າງ​ມໍ່ໆ​ມາ​ນີ້, ສຳ​ນັກ​ຂ່າວ​ສານບ​ລຸມ​ເບີກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​​ວິ​ເຄາະແລ້ວ​ເຫັນ​ວ່າ: ​ເມື່ອຮອ​ດ​ປີ 2026, ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ GDP ຂອງ​ໂລກ​ຈະ​ຫຼາຍກວ່າ 1 ສ່ວນ 5. ຂ່າວ​ສານບ​ລຸມ​ເບີກ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໃນ​ຍຸກ​ສະ​ໄໝ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ມີ​ທ່າ​ອ່ຽງ​ທີ່​ເຂັ້ມ​ແຂງ​ແລະ​ຈະ​ນຳ​ໜ້າ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ຄຳ​ເຫັນ

0