覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ຂອງທ່ານ​ສີ​ຈິ້ນ​ຜິງ​ຢູ່​ນິງ​ເຕີ 3

2021-04-21 10:40:34 cri


 

ຕອນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຫາ​ກໍ່​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ​, ທ່ານກໍ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈອັນ​ເລິກ​ເຊິ່ງ​ທີ່​ສຸດ​ໃຫ້​ກັບ​ຄົນ​ທັງຫຼາຍ​ຄື: ທ່ານເປັນ​ຄົນທີ່​ເປັນ​ກັນ​ເອງ​ແລະ​ເຂົ້າ​ຫາໄດ້​ງ່າຍ, ອາ​ຍຸຍັງ​ໜຸ່ມ​ແຕ່​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ແລະ ​ກໍ​ສາ​ມາດ​ສ້າງຄວາມ​ໃກ້​ຊິດ​ສະ​ໜິດສະໜົມ​​ກັບ​ຄົນ​ທັນ​ທີ​ພຽງແຕ່ທ່ານ​ເວົ້າ​ບໍ່​ເທົ່າ​ໃດ​ຄວາມ​ເທົ່າ​ນັ້ນ. ແຕ່​ທ່ານ​ບໍ່​ໄດ້​ເຮັດແບບຄື “​ຄົນບໍ່ຄິດ​ຫງຳ” ທີ່ຂາດຫຼັກ​ການ ເພື່ອ​ສ້າງບັນ​ຍາ​ກາດ​ປອງດອງ​ກັນ​ຢ່າງ​ດຽວ​ແບບຫຼັບ​ຫູຫຼັບ​ຕາ, ເມື່ອ​ພົບ​ພໍ້​ບັນ​ຫາ​ທີ່ເປັນຫຼັກ​ການ, ພົບ​ບັນຫາ​ທີ່​ລະ​ເມີດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ທ່ານ​ກໍ​ມີ​ຂໍ້​ຮຽກ​ຮ້ອງ​ທີ່​​ເຂັ້ມ​ງວດຕໍ່​ພະ​ນັກ​ງານ​. ໃນ​ນີ້ ຕົວ​ຢ່າງທີ່​ໂດດ​ເດັ່ນ​ຢ່າງ​ໜຶ່ງ​ກໍ​ຄື: ​ທ່ານ​ສີ​ຈິ້ນ​ຜິງ​ໄດ້ກວດ​ກາຢ່າງ​ເຖິງ​ຖອງ​ກ່ຽວກັບບັນຫາທີ່ພະນັກງານຍຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງ​ຜິດ​ລະບຽບ​​ການຢູ່​ເຂດ​ນິງ​ເຕີ.
 

ໃນ​ເວ​ລາ​ນັ້ນ,ນິງ​ເຕີ​ເປັນ​ເຂດ​ທຸກ​ຍາກ​ຂອງ​ແຂວງ​ຟູ​ຈ້ຽນ, ແຕ່​ປາ​ກົດ​ການ​ກ່ຽວ​ກັບ​ພະ​ນັກ​ງານຍຶດ​ທີ່ດິນ​ຫລວງປຸກ​ສ້າງ​ເຮືອນ​ສ່ວນ​ຕົວຢ່າງ​ຜິດ​ລະບຽບ​ການ​ນັ້ນ​ພັດ​ກາຍ​ເປັນ​ບັນ​ຍາ​ກາດລວມ​ໃນ​ທົ່ວ​ສັງ​ຄົມ. ຜູ້​ທີ່​ກອບໂກຍ​ທີ່​ດິນຫຼາຍ ແມ່ນແຕ່​​ເຮືອນ​ຄົວ​ໜຶ່ງ​ເທົ່າ​ນັ້ນ​ກໍມີເນື້ອທີ່ກວ້າງຂວາງເຖິງ 300 ຕາ​ແມັດ, ຄວາມເປັນຈິງໃນການ​ປຸກ​ສ້າງ​ເຮືອນ​ແມ່ນ​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ລາຍ​ຮັບ​ຂອງ​ຜູ້​ກ່ຽວ​ແທ້ໆ.
 

ເດືອນ​ມັງ​ກອນ​ປີ1989, ທ່ານ​ສີ​ຈິ້ນ​ຜິງ​ທີ່​ຫາ​ກໍ່​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລຂາຄະ​ນະ​ພັກ​ເຂດ​ນິງ​ເຕີ​ບໍ່​ພໍ​ເທົ່າ​ໃດ​ເດືອນ​ກໍ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ວຽກ​ງານ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ໂດຍ​ໄດ້​ຕົກ​ລົງໃຫ້​ກຳ​ນົດ​ເອົາວຽກ​ງານກວດ​ກາ ແລະ ​ລົງ​ວິ​ໄນ​ພະ​ນັກ​ງານ​ທີ່​ຍຶດ​ທີ່​ດິນ​ປຸກ​ສ້າງ​ຢ່າງ​ຜິດ​ລະ​ບຽບ​ການ​ເປັນ​ຈຸດ​ສຳ​ຄັນ​ຕົ້ນ​ຕໍ​ໃນ​ການ​ດຳ​ເນີນ​ວຽກ​ງານ​ຕ້ານການ​ສໍ້​ລາດ​ບັງຫຼວງ.
 

ພາຍຫຼັງ​ໄດ້​ດຳ​ເນີນ​ການ​ສຳຫຼວດ ແລະ ​ຮັບ​ຮູ້​ສະ​ພາບ​ການ​ຢ່າງ​ລະ​ອຽດ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ​ພົບເຫັນ​ວ່າ ວຽກ​ງານ​ນີ້​ໄດ້​ປະ​ສົບກັບ​ອຸ​ປະ​ສັກ​ກີດ​ຂວາງຫຼາຍ​ສົມ​ຄວນ. ເພາະວ່າ​ໄດ້​ແຕະ​ຕ້ອງເຖິງ​ຜົນ​ປະ​ໂຫຍດ​ຂອງ​ພະ​ນັກ​ງານຫຼາຍ​ພັນ​ຄົນ​ເຊັ່ນ:​ການ​ນຳ​ຂັ້ນເມືອງ​ຂຶ້ນ​ໄປ​​ເປັນ​ຕົ້ນ. ພະ​ນັກ​ງານ​ບາງ​ຄົນ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເຮືອນຢູ່​ແທ້ໆ,​ ​ໃນຄອບຄົວໜຶ່ງທີ່ມີຫຼານລຸ້ນຄົນໄດ້ຮ່ວມກັນຢູ່ເຮືອນລວມຫ້ອງດຽວ,  ຫາກ​ມີຄຳສັ່ງ​ໃຫ້​ສົ່ງເຮືອນ​ສ່ວນ​ຕົວ​​ຄືນບາດ​ດຽວ, ເຂົາ​ເຈົ້າ​ກໍ​ຈະ​ຜະ​ເຊີນ​ກັບ​ບັນ​ຫາ​ທີ່​ບໍ່​ມີ​ບ່ອນ​ຢູ່​ອາ​ໄສເຊິ່ງ​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮັບ​ເອົາ​ບໍ່​ໄດ້. ຍັງ​ມີ​ບາງ​ຄົນ​ເວົ້າ​ວ່າ: ທ່ານ​ເລຂາ​ສີ​ບໍ່​ທັນກຳ​ແໜ້ນ​ວຽກ​ງານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຫາ​ກໍ່​ຂຶ້ນ​ດຳ​ລົງ​ຕຳ ແໜ່ງ​ກໍ​ປາບ​ປາມ​ປະ​ກົດ​ການ​ຫຍໍ້​ທໍ້​ເລີຍອັນ​ໄດ້​ທຳ​ລາຍ​ຄວາມ​ຫ້າວ​ຫັນໃນການປະຕິບັດວຽກງານ​ຂອງ​ພະ​ນັກ​ງານ​ທັງຫຼາຍ, ຍັງ​ແຕະ​ຕ້ອງເຖິງ​ຜົນ​ປະ​ໂຫຍດ​ຂອງ​​ພະ​ນັກ​ງານຈຳນວນຫລາຍ. ແຕ່​ທ່ານ​ສີ​ຈິ້ນ​ຜິງ​ຍັງ​​ມີ​ທ່າ​ທີ​ຢ່າງ​ເດັດ​ຂາດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ຂອງທ່ານ​ສີ​ຈິ້ນ​ຜິງ​ຢູ່​ນິງ​ເຕີ 3_fororder_宁德3
 

​ໃນ​ເດືອນ​ພະ​ຈິກ​ປີ2003,ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວກ່ຽວ​ກັບ​ບັນ​ຫາ​ການກວດ​ກາ​ພະ​ນັກ​ງານ​ຍຶດ​ທີ່​ດິນ​ປຸກ​ສ້າງ​ຢ່າງ​ຜິດ​ລະ​ບຽບ​ການຢູ່​ເຂດ​ນິງ​ເຕີ

 

ໃນ​ເວ​ລາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ເດືອນ​ພະ​ຈິກ​ປີ2003, ນັກ​ຂ່າວ​ຖາມ​ວ່າ: “ໃນ​ເວ​ລາ​ນັ້ນ, ການເຄື່ອນໄຫວວຽກ​ງານ​​ໄດ້​ແຕະ​ຕ້ອງ​ເຖິງ​ຜົນ​ປະ​ໂຫຍດ​ຂອງພະນັກງານຫຼາຍ​ພັນ​ຄົນ, ຕອນນັ້ນຈະ​ລົງ​ມື​ເຮັດ ຫລື ບໍ່ເຮັດ, ທ່ານ​​ເອງ​ໄດ້ມີ​ການ​ຊັ່ງ​ຊາຫຼືບໍ?” ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເລົ່າ​ຄືນ​ວ່າ:
 

 “ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຮອງ​ເລ​ຂາ​ພັກ​ຄະ​ນະ​ກວດ​ກາ​ວິ​ໄນ​ທ່ານ​ໜຶ່ງ​ໃນ​ເວ​ລາ​ນັ້ນ​ວ່າ: ສະ​ຫາຍ​ຄິດ​ວ່າ ຕອນນີ້ປະ​ຊາ​ຊົນ​ເກີດມີ​ຄວາມ​ບໍ່​ພໍ​ໃຈຫຼາຍຫຼື​ບໍ? ລາວ​ຕອບ​ວ່າຫຼາຍ, ຂ້າ​ພະ​ເຈົ້າ​ຖາມ​ອີກວ່າ ມັນ​ເປັນ​ບັນ​ຫາ​ໃຫຍ່​ທີ່​ສຸດ​ທີ່​ກະ​ທົບ​ເຖິງ​ຄວາມຈູບຈ້າວ​ຫ້າວ​ຫັນ​ຂອງ​ປະ​ຊາ​ຊົນ​ໃນ​ປັດ​ຈຸ​ບັນແມ່ນ​ຫຼື​ບໍ​? ລາວ​ຕອບ​ວ່າແມ່ນ, ຂ້າ​ພະ​ເຈົ້າ​ຖາມ​ຕໍ່​ວ່າ: ຄົນພວກ​ເຮົາ​​ເກືອບ3ລ້ານຄົນນີ້​ສົມ​ຄວນ​ຖືກ​ແຕະ​ຕ້ອງ​ຈິດ​ໃຈ ຫຼື​ ​ ຄົນສອງ​ສາມ​ພັນ​ຄົນທີ່ເຮັດຜິດ​ເຫຼົ່າ​ນີ້ສົມ​ຄວນ​ຖືກ​ແຕະ​ຕ້ອງ​ຈິດ​ໃຈ? ລາວ​ຕອບ​ວ່າ  ​ແນ່ນອນແລ້ວ ແໜງ​​ແຕະ​ຕ້ອງ​ຈິດໃຈຂອງສອງ​ສາມ​ພັນ​ຄົນ​ນັ້ນຈະດີກວ່າ​. ຂ້າ​ພະ​ເຈົ້າ​ກໍເວົ້າວ່າ ຊັ້ນ​ເຮົາ​ກໍ​ລົງ​ມື​ເຮັດທັນທີ, ​ຄັນເຮັດ​ກໍ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ, ບຸກ​ບືນ​ໄປ​ໜ້າ​ຢ່າງ​ກ້າ​ຫານ​ໂດຍ​ບໍ່​ລັ່ງ​ເລ​ໃຈປຽບ​ດັ່ງ​ຍິງ​ລູກ​ສອນ​ອອກ​ໄປ​ແລ້ວ​ຈະ​ບໍ່​ຫັກຕ່າວ​ຄືນ​ມາ.
 

ທ່ານ​ສີ​ຈິນ​ຜິງ​ໄດ້​ເວົ້າ​ແບບ​ນີ້ ແລະ​ກໍໄດ້ປະ​ພຶດແບບ​​ນີ້​ເຊັ່ນ​ດຽວ​ກັນ.
 

​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ຄະ​ນະ​ພັກ​ເຂດ​ນິງ​ເຕີ, ທ່ານ​ໄດ້ມີ​ທ່າ​ທີ​ຢ່າງ​ຈະ​ແຈ້ງວ່າ: “ການຕ້ານ​ການ​ສໍ້​ລາດ​ບັງຫຼວງໃຫ້ເນັ້ນ​ທີ່ການ​ປົກ​ຄອງ​ຢ່າງ​ປອດ​ໃສ​ຂາວ​ສະ​ອາດ, ພວກ​ເຮົາ​ບໍ່​ມີ​ທາງ​ເລືອກ​ອື່ນ. ການ​ສວຍ​ໃຊ້​ສິດ​ຕຳ​ແໜ່ງ​ຍຶດເອົາ​ເນື້ອ​ທີ່​ດິນ​ສ່ວນ​ລວມ​ເພື່ອ​ມາປຸກ​ສ້າງ​ເຮືອນ​ສ່ວນ​ຕົວ, ຖ້າເຮັດ​ແນວ​ນີ້​ຈະ​ສ້າງ​ສັດ​ທາ​ໃຫ້​ກັບ​ປະ​ຊາ​ຊົນ​ນິງ​ເຕີ​ຈຳ​ນວນ2.700.000 ຄົນ​ໄດ້​ແນວ​ໃດ? ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ແນ່ນອນ​ຕ້ອງ​ພົວ​ພັນ​ເຖິງ​ຜູ້​ໃດ​ຜູ້​ໜຶ່ງ, ຖ້າພວກ​ເຮົາ​​ສູນ​ເສຍຫຼັກ​ການ​ຍ້ອນ​​ຜູ້​ໃດ​ຜູ້​ໜຶ່ງ,ພວກ​ເຮົາ​ກໍ​ຈະສູນ​ເສຍ​ສັດ​ທາ​ທີ່ມີຕໍ່ຄົນຫຼາຍ​ລ້ານ​ຄົນ.”
 

ໂດຍແນ​ໃສ່​ກໍ​ລະ​ນີ​ທີ່​ພະ​ນັກ​ງານ​ຈຳ​ນວນ​ໜຶ່ງ​ມີ​ຄວາມ​ຮັບ​ຮູ້​​ທີ່​ຜິດ​ພາດ​ຕ່າງໆ​ເຊັ່ນ: ​ມີ​ຄວາມ​ໜັກ​ໃຈ, ຢ້ານ​ແຕະ​ຕ້ອງ​ຈິດ​ໃຈຄົນ​ອື່ນ​ແລະ​ອື່ນໆ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ມີ​ຈຸດ​ສຸມ​ວ່າ: “​ທີ່ນີ້ມີ​ບັນ​ຫາໜຶ່ງຄື ​ແມ່ນ​ໃຜ​ແຕະ​ຕ້ອງ​ໃຜ, ຫາກ​​​ເຮົາຍຶດ​ທີ່​ດິນ​ປຸກ​ສ້າງ​ຢ່າງ​ຜິດ​ລະ​ບຽບ​ວິ​ໄນ​ແລະ​ກົດ​ໝາຍ, ທຳ​ລາຍ​ອິດ​ທິ​ພົນ​ແລະ​ພາບ​ພົດ​ຂອງ​ພັກຍ້ອນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ​ກໍແມ່ນ​​​ເຮົາເອງໄດ້ແຕະ​ຕ້ອງ​​ຈິດ​ໃຈຂອງພັກ, ແຕະ​ຕ້ອງຈິດໃຈ​ປະ​ຊາ​ຊົນ, ແຕະ​ຕ້ອງ​ລະ​ບຽບ​ວິ​ໄນ​ພັກ​ແລະ​ກົດ​ໝາຍ​ຂອງລັດ, ແຕ່​ບໍ່​ແມ່ນ​ພະ​ນັກ​ງານ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​​ຜົນ​ປະ​ໂຫຍດ​ຂອງພັກ​ແລະ​ ປະ​ຊາ​ຊົ​ນທີ່ໄປເຮັດວຽກກວດ​ກາ ແລະ ​ລົງ​ວິ​ໄນ​ນັ້ນ​ໄດ້​ແຕະ​ຕ້ອງ​​ຈິດ​ໃຈເຮົາ​.”​
 

ຄຳ​ເວົ້າ​ທີ່ມີ​​ຈຸດ​ຢືນ ແລະ ທ່າ​ທີ​ ຢ່າງ​ຈະ​ແຈ້ງ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ກຳ​ລັງ​ໃຈ​ຢ່າງ​ໃຫຍ່ຫຼວງ​ແກ່​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທົ່ວ​ເຂດ​ນິງ​ເຕີ ທັງ​ໄດ້​ຊຸກ​ຍູ້​ໃຫ້​ຂະ​ບວນ​ການ​ຕໍ່​ສູ້​ຕ້ານກັບການ​ສໍ້​ລາດ​ບັງຫຼວງ​ຄັ້ງ​ນັ້ນໄດ້​​ກ້າວ​ເຂົ້າ​ສູ່​ລວງ​ເລິກ.
 

ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ມາ​ເປັນ​ເວ​ລາ​ປີ​ປາຍ, ເຂດ​ນິງ​ເຕີ​ໄດ້​ກວດ​ກາ​ແລະ​ລົງ​ວິ​ໄນ​ພະ​ນັກ​ງານ 7.392 ຄົນ​ທີ່​ໄດ້​ຍຶດເອົາ​ທີ່​ດິນ​ຫຼວງປຸກ​ສ້າງ​ເຮືອນ​ສ່ວນ​ຕົວ​ຢ່າງ​ຜິດ​ລະ​ບຽບ​ວິ​ໄນ​ແລະ​ກົດ​ໝາຍ. ນອກ​ຈາ​ກ​ນີ້, ໜ່ວຍ​ກວດ​ສອບ​ການ​ປຸກ​ສ້າງເຮືອນ​ຂອງ​ບັນ​ດາ​ເມືອງ​ໃນ​ເຂດ​ນິ​ງ​ເຕີ​ຍັງ​ໄດ້​ດຳ​ເນີນ​ການ​ສຳຫຼວດ​ຢ່າງ​ຮອບ​ດ້ານ​ຕໍ່​ການ​ຍຶດເອົາ​ທີ່​ດິນຫຼວງ​ປຸກ​ສ້າງ​ເຮືອນ​ສ່ວນ​ຕົວ​ໃນ​ທົ່ວ​ເຂດ​ນິງເຕີ​ນັບ​ແຕ່​ປີ1982ເປັນ​ຕົ້ນ​ມາ, ​ຈົດທະ​ບຽນ​ໃຫ້​ຄົບ​ຖ້ວນ​, ທັງ​ເປີດ​ເຜີຍ​ຄວາມຈິງຕໍ່​ສົງ​ຄົມ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ:​​ເນື້ອ​ທີ່​ກໍ່​ສ້າງ​ເຮືອນ, ​ຂັ້ນ​ຕອນ​ການພິ​ຈາ​ລະ​ນາການຂໍ​ອະ​ນຸ​ຍາດ​ການ​ປຸກ​ສ້າງ,ຖາ​ນະ​ເສດ​ຖະ​ກິດ​ຂອງ​ຄອ​ບ​ຄົວ​ຜູ້​ປຸກ​ສ້າງ​ເຮືອນ​ແລະ​ອື່ນ​ໆ ເພື່ອ​ໃຫ້​ປະ​ຊາ​ຊົນ​ຕິດ​ຕາມກວດ​ກາ ​ແລະ​ ລາຍ​ງານ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ.
 

ໃນ​ເວ​ລາ​ຊຸກ​ຍູ້​ການປະ​ຕິ​ບັດ​ວຽກ​ງານ​​ທີ່ໄດ້​ພົບ​ພໍ້​ອຸປະສັກກີດ​ຂວາງຫຼາຍ​ຢ່າງ, ພະ​ນັກ​ງານ​ທ້ອງ​ຖິ່ນ​​ມີ​ຄວາມ​ບໍ່​ພໍ​ໃຈ​​ທ່ານ​ສີ​ຈິ້ນ​ຜິງຫຼື​ບໍ? ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ເດືອນ​ພະ​ຈິກ​ປີ2003, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕອບ​ວ່າ: “ເຂົາເຈົ້າບໍ່​ໄດ້​ມີ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ຂ້າ​ພະ​ເຈົ້າ, ຕອນ​ຂ້າ​ພະ​ເຈົ້າ​ລາ​ຈາກ​ໄປ,ເຂົາ​ເຈົ້າ​ຍັງ​ເສຍດາຍຫຼາຍ, ເພາະ​ເຂົາ​ເຈົ້າ​ເຫັນ​ວ່າ ສິ່ງທີ່ຂ້າ​ພະ​ເຈົ້າ​ເຮັດນັ້ນບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຕົນ​ເອງ​, ຂ້າ​ພະ​ເຈົ້າ​​ເວ​ລາ​ໃດ​ກໍບໍ່​ເຄີຍມີ​ຄວາມ​ຄ​ຽດ​ແຄ້ນ​ກັບ​ເຂົາ​ເຈົ້າ​, ພຽງ​ແຕ່​ຢາກ​ເນັ້ນໃຫ້ເຫັນ​ຄວາມ​ຍຸ​ຕິ​ທຳ​ເທົ່າ​ນັ້ນ, ພະ​ນັກ​ງານ​ພວກ​ເຮົາ​ຢ່າ​ສູ່​ໄປ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.”
 

ວຽກ​ງານ​ການ​​ແກ້​ໄຂບັນ​ຫາ​ກ່ຽວ​ກັບ​ພະ​ນັກ​ງານ​ຍຶດ​ທີ່​ດິນ​ຫຼວງປຸກ​ສ້າງ​ເຮືອນ​ສ່ວນ​ຕົວ​ຢ່າງ​ຜິດ​ລະ​ບຽບ​ການ​ຢູ່​ເຂດ​ນິງ​ເຕີ​ໃນ​ທີ່​ສຸດ​ກໍສາມາດແກ້ໄຂ​ໄດ້ຢ່າງ​ມີປະ​ສິດ​ທິ​ຜົນ​ອັນ​ພົ້ນ​ເດັ່ນ, ແບບ​ແຜນ​ຂອງ​ພັກ​ ແລະ ​ແບບ​ແຜນ​ບໍ​ລິ​ຫານ​ງານ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນີ້​ກໍ​ໄດ້​ເກີດມີ​ການ​ປ່ຽນ​ແປງ​ໃໝ່. ໃຜໆ​ກໍ​ຍອມ​ຮັບ​ວ່າ: ທ່ານ​ເລ​ຂາ​ສີ​ມີ​ສາຍ​ຕາ​ແຫຼມ​ຄົມ​ໃນ​ການ​ເບິ່ງ​ບັນ​ຫາ, ມີ​ຈິດ​ໃຈ​ອັນ​ເດັດ​ດ່ຽວ​ໜ​ຽວ​ແໜ້ນ, ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ບໍ່​ວ່າ​ຈະແມ່ນ​ດ້ານ​ລະ​ບຽບ​ວິ​ໄນ​ແລະ​ກົດ​ໝາຍ, ທ່ານກໍໃຊ້ຄວາມຈິງໃຈອະທິບາຍເພື່ອໃຫ້​ພະ​ນັກ​ງານ​ທັງຫຼາຍຍອມຮັບໂດຍດີ, ການກະທຳຂອງທ່ານ​ໄດ້​ສ້າງ​ພາບ​ພົດ​ແລະ​ອິດ​ທິ​ພົນ​ໃຫ້ກັບສະ​ມາ​ຊິກ​ພັກ-ພະ​ນັ​ກ​ງານ​ເຂດ​ນິງ​ເຕີຢ່າງ​ໜັກ​ແໜ້ນກວ່າ​ເກົ່າ.
 

ທ່ານ​ເສີນ​ເຈິ່ງ​ກວ່າງ ຮອງ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ​ໃນ​ເວ​ລາ​ນັ້ນ​ຍັງ​ຈື່​ໄດ້​ວ່າ:ຕອນ​ນັ້ນທ່ານ​ສີ​ຈິ້ນ​ຜິງ​ໄດ້​ມີສຳ​ນວນ​ທີ່​ມີ​ຊື່​ສຽງ​ວ່າ “ເມື່ອ​ເປັນ​ພະ​ນັກ​ງານ​ການ​ນຳ​ກໍ​ຢ່າ​ສູ່​ຫວັງ​ຢາກລ້ຳ​ລວຍ, ຄັນ​ຢາກ​ລ້ຳ​ລວຍ​ກໍ​ຄວນ​ເລືອກ​ໄປ​ເຮັດ​ວຽກ​ອື່ນ, ຫາກ​ເຮົາ​ເປັນ​ການ​ນຳ​ແລ້ວ​ກໍ​ຕ້ອງ​ເຮັດ​ຕາມ​ມາດ​ຕະ​ຖານ ​ແລະ ​ຂໍ້​ຮຽກ​ຮ້ອງສຳ​ລັບການ​ນຳ.” ຈົນ​ມາ​ເຖິງ​ປັດ​ຈຸ​ບັນ, ສຳ​ນວນ​ດັ່ງ​ກ່າວ​ນີ້​ຍັງຖືກ​ເຜີຍ​ແຜ່ໃນ​ວົງ​ການ​ການ​ເມືອງ​ຂອງ​ຈີນ​ຢູ່​.

 

ຄຳ​ເຫັນ

0