何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ລະ​ຫວ່າງຄົນ​ກັບ​ທຳ​ມະ​ຊາດ​ຕ້ອງ​ເຮັດ​ໄດ້​ເຖິງ​ຂັ້ນ “6 ຍຶດ​ໝັ້ນ”

2021-04-22 21:45:44 CRI

ຕອນ​ຄໍ່າ​ວັນ​ທີ 22 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວກັບ​ດິນ​ຟ້າ​ອາກາດ​ຜ່ານ​ທາງ​ວີ​ດີ​ໂອ ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ​ກ່​າວ​ເນັ້ນ​ວ່າ:  ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ, ຕ້ອງ​ຍຶດ​ໝັ້ນ​ໃນ​ການຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ, ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ, ຍຶດ​ໝັ້ນ​ການຄຸ້ມ​ຄອງ​ຢ່າງ​ເປັນ​ລະ​ບົບ, ຍຶດ​ໝັ້ນ​ການຖື​ປະ​ຊາ​ຊົນ​ເປັນກົກ, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ຍຶດ​ໝັ້ນໃນຫຼັກ​ການ​ທີ່​ມີ​ໜ້າ​ທີ່​ຮ່ວມ​ກັນ​ແຕ່​ສະຫງວນຄວາມ​ແຕກ​ຕ່າງ​ກັນ.

ຄຳ​ເຫັນ

0